ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນບໍ່ເປັນທາງການຄັ້ງທີ 20 ລະຫວ່າງວັນທີ 26-27 ກຸມພາ ຜ່ານມາ ທີ່ປະເທດສີງກະໂປ ໄດ້ເນັ້ນໃຫ້ປະເທດສະມາຊິກຕ້ອງປັບປຸງຫລາຍບັນຫາ ສ້າງຄວາມພ້ອມກ່ອນການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ແລະ ເອອີຊີ ໃນທ້າຍປີ 2015  ເພື່ອໃຫ້ໄດ້ຜົນປະໂຫຍດລວມຕໍ່ເສດຖະກິດມະຫາພາກຫວັງລຸດຜ່ອນຄວາມແຕກຕ່າງດ້ານ ການພັດ ທະນາພາຍ ໃນຊາດສະມາຊິກ.

ທ່ານ ດຣ ນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຖະແຫລງຜົນສຳເລັດ ຂອງລັດຖະມົນຕີເສດ ຖະກິດອາຊຽນບໍ່ເປັນທາງການຄັ້ງທີ 20 ທີ່ປະເທດສີງກະໂປວ່າ: ໃນກອງປະຊຸມໄດ້ຍົກບັນຫາການນເລີກເຊິ່ງ, ປະຕິບັດແຜນງານ, ຄວາມມີສິດເທົ່າທຽມດ້ານການພັດທະນາຂອງອາຊຽນໃຫ້ເກີດຜົນເປັນຈີງ, ຮັດແໜ້ນການຮ່ວມມືທາງ ດ້ານການພັດທະນາທຸລະກິດ ຂະໜາດນ້ອຍ ແລະ ກາງ (SMEs), ບັນດາສັນຍາການບໍລິການ ແລະ ການລົງທຶນລະຫວ່າງອາຊຽນ-ຍີ່ປຸ່ນ, ອາຊຽນ-ອິນເດຍ ທີ່ຈະຖືກລົງນາມໃນປີນີ້ ເຊີ່ງຈະເປັນແຮງຍູ້ໜູນໃຫ້ແກ່ການເຊື່ອມໂຍງຕະຫລາດໃນຂົງເຂດ ໃຫ້ມີຄວາມຍັບໃກ້ກັນຫລາຍຂຶ້ນ, ເປັນເງື່ອນໄຂອຳນວຍໃຫ້ແກ່ການຄ້າ ແລະ ການລົງທຶນ.

ໃນກອງປະຊຸມ ສະມາຊິກອາຊຽນຍັງຫາລືການຈັດຕັ້ງແຜນແມ່ບົດປະຊາຄົມເສດຖະກິດອາຊຽນ ລວມທັງໂຄງການແກ້ໄຂບັນຫາ ຮ້ອງຟ້ອງກັນພາຍໃນອາຊຽນ ໂດຍສະເພາະທີ່ຕິດພັນເຖິງສິ່ງກີດກັ້ນ ດ້ານການຄ້າທີ່ບໍ່ແມ່ນອັດຕາພາສີ.

ທ່ານລັດຖະມົນຕີກ່າວວ່າ: ທີ່ປະຊຸມຍັງໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ນຳເອົາບົດຮຽນໃນການແກ້ໄຂຕົວຈິງໃນແຕ່ລະກໍລະນີມາເຜີຍແຜ່ໃຫ້ມວນຊົນທົ່ວໄປຮັບຊາບ, ກົນໄກການແກ້ໄຂຂອງສະຖາບັນ, ກໍລະນີຖືກແກ້ໄຂຢ່າງສົມບູນ ຈະຕ້ອງໄດ້ນຳລົງເຜີຍແຜ່ ແລະ ສືບຕໍ່ເພີ່ມທະວີການຮ່ວມມືກັບພາກທຸລະກິດໃຫ້ດີຂຶ້ນ ເພື່ອຮັບຟັງອຸປະສັກທີ່ພວກເຂົາໄດ້ພົບພໍ້ໃນເວລາດຳເນີນທຸລະກິດ.

ສຳລັບຄວາມຄືບໜ້າການເຈລະຈາເຂດການຄ້າເສລີອາຊຽນບວກ6 ຫລື ເອີ້ນວ່າ: ຄວາມເປັນຮຸ້ນສ່ວນທາງດ້ານ ເສດຖະກິດຮອບ ດ້ານ ຂອງພາກພື້ນ (Regional comprehensive Economic Partnership –RCEP) ທີ່ດຳເນີນມາໄດ້ 3 ຮອບນັບແຕ່ເດືອນພຶດສະພາ 2013 ເປັນຕົ້ນມາ ຈະເປັນກາລະໂອກາດອັນດີແກ່ອາຊຽນ ແລະ ປະເທດຄູ່ເຈລະຈາອາຊຽນຈະໄດ້ຮັບຜົນປະ ໂຫຍດສູງສຸດ ຈາກການເຊື່ອມໂຍງນີ້ ເພາະມັນແມ່ນສັນຍາຮ່ວມມທລະດັບສູງ ຄຸູນນະພາບໃຫມ່, ທັນສະໄຫມຮອບດ້ານ ແລະ ຕ່າງຝ່າຍຈະໄດ້ຮັບ ຜົນປະ ໂຫຍດຮ່ວມກັນ ແລະ ສະເໜີໃຫ້ສຳເລັດການເຈລະຈາໃນທ້າຍປີ 2015.

ພ້ອມດຽວກັນນັ້ນ ຍັງໄດ້ຕົກລົງສ້າງຕັ້ງ ໜ່ວຍງານສະເພາະກິດ ເພື່ອສ້າງຮ່າງແຜນງານສຳລັບເພີ່ມ ທະວີການເຊື່ອມໂຍງເສດຖະກິດ ອາຊຽນສຳລັບ 10 ປີ ຂ້າງໜ້າ (2016-2025) ເພື່ອໃຫ້ການພັກທະນາພາກພື້ນເປັນໄປໄດ້ຢ່າງຍືນຍົງ.

ທ່ານລັດຖະມົນຕີຍັງກ່າວຕື່ມອີກວ່າ: ຄວາມຮັບຮູ້ພາກປະຊາຊົນກໍ່ຄືທຸລະກິດຕໍ່ເອອີຊີຍັງຕໍ່າຫລາຍ ສ່ວນໃຫຍ່ຢູ່ໃນລະດັບ 25% ແລະ ແຜນການສົ່ງເສີມ SMEs ໃຫ້ເປັນຮູບປະທຳແທ້ໆຈະເຮັດແນວໃດ? ເຊິ່ງກໍ່ຍັງເປັນຄຳຖາມທີ່ແກ້ບໍ່ຕົກ ແລະ ສືບຕໍ່ແກ້ ໄຂຕໍ່ໄປໃນລະດັບ ອາຊຽນ. ໂອກາດດຽວກັນ ທ່ານລັດຖະມົນຕີຍັງໄດ້ພົບປະແບບສອງຝ່າຍກັບລັດຖະມົນຕີການຄ້າສສ ຫວຽດນາມ ເລື່ອງການຂົນສົ່ງການ ຄ້າຊາຍແດນ ແລະ ການລະເມີດລະບຽບການຂົນສົ່ງໃນບາງຈຸດທີ່ແຂວງພາກເໜືອ, ສ່ວນການພົບປະ ສອງຝ່າຍກັບລັດຖະມົນຕີ ການຄ້າຂອງຣາຊະອານາຈັກກຳປູເຈຍ ໃນຫົວຂໍ້ການລັກລອບຄ້າໄມ້ຜິດ ກົດໝາຍຂອງກຳປູເຈຍຜ່ານລາວ ໄປຫວຽດນາມກໍ່ໄດ້ຮັບ ການຮ່ວມມື ແລະ ວາງມາດຕະການແກ້ໄຂຮ່ວມມກັນ.

ພິທີຖະແຫລງຂ່າວໄດ້ມີຂື້ນ ທີ່ຫ້ອງປະຊຸມກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງມີບັນດາຫົວໜ້າກົມ. ພະນັກງານວິຊາການທີ່ກ່ຽວ ຂ້ອງເຂົ້າຮ່ວມ.

ແຫລ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ, ສະບັບວັນທີ 4 ມີນາ 2013​

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.