ການ​ພົວ​ພັນຊື້-ຂາຍລະ​ຫວ່າງແຂວງ​ສາ​ລະ​ວັນ ຂອງ ສ​ປ​ປ​ລາວ ກັ​ບ ຈັງ​ຫວັດ​ອຸ​ບົນ​ຣາດ​ຊະ​ທາ​ນີຂອງ​ໄທ​ ຕາມ​ປົກ​ກະ​ຕິແລ້ວ​ແມ່ນ​ຂະ​ ຫ​ຍາຍ​ຕົວ​ໃນ​ລະ​ດັບ​ທີ່​ໜ້າ​ເພິ່ງ​ພໍ​ໃຈ. ລະ​ຫວ່າງ​ແຂວງ​ສາ​ລະ​ວັນ ແລະ ຈັງ​ຫວັດ​ອຸ​ບົນ​ຣາດ​ຊະ​ທາ​ນີ ມີ​ດ່ານ​ຊື້ - ຂາຍ​ ເປັນດ່ານ​ລະ​ດັບຊາດ 01 ຈຸດ ແລະ 05 ຈຸດ ເປັນ​ດ່ານ​ປະ​ເພ​ນີ ຈຶ່ງ​ເຮັດ​ໃຫ້​ການ​ພົວ​ພັນຄ້າ​ຂາຍ​ມີ​​ຄວາມ​ສະ​ດວກສະ​ບາຍ.

ຈາກ​ການ​ລາຍ​ງານ​ຂອງພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແຂວງ​ສາ​ລະ​ວັນ ​ໄດ້​ຊາບ​ວ່າ: ໃນ​ໄລ​ຍະ​​ຜ່ານ​ມາ ແຂວງ​ສາ​ລະ​ວັນ​ ຂອງ     ສ​ປ​ປ ລາວ​ ແລະ ຈັງ​ຫວັດອຸ​ບົນ​ຣາດ​ຊະ​ທ​າ​ນີຂອງ​ໄທ ໄດ້​​ພົວ​ພັນ​ຮ່ວມ​ມື​​ຮອບ​ດ້ານ ບໍ່​ວ່າ​ຈະ​ເປັນດ້ານ​ການ​ຄ້າ, ວັດ​ທະ​ນະ​ທຳ, ການ​ບໍ​ລິ​ການ​ທ່ອງ​ທ່ຽວ, ການ​ລົງ​ທຶນ ແລະ ອື່ນໆ ເຊິ່ງ​​​ປະ​ກອບ​ສ່ວນ​ໃນ​ການ​ຊຸກ​ຍູ້ເສດ​ຖະ​ກິດ​-ສັງ​ຄົມ ຂອງ​ແຂວງສາ​ລະ​ວັນ ​​ໃຫ້ຂະ​ຫ​ຍາຍ​ຕົວ ​ໃນ​ລະ​ດັບ​ດີ​ພໍ​ສົມ​ຄວນ, ເວົ້າ​ສະ​ເພາະ​ ພາກ​ທຸ​ລະ​ກິດ ກໍຄືຜູ້​ປະ​ກອບ​ການຢູ່​ແຂວງ​ສາ​ລະ​ວັນ ແລະ ຈັງ​ຫວັດ​ອຸ​ບົນ​ຣາດ​ຊະ​ທາ​ນີ ໄດ້ພົວ​ພັນ​ຊື້​ຂາຍ​ຮ່ວມ​ກັນ​ຢ່າງ​ພົດ​ຝື້ນ​ຊຶ່ງ​ສະ​ແດງ​ອອກ ໃນ​ປີ​ທີ່​ຜ່ານ​ມາ 2013 ​ມູນ​ຄ່າ​ການ​ສົ່ງ​ອອກບັນ​ລຸ​ໄດ້: 4,509,496.25 ໂດ​ລາ​ສະ​ຫະ​ລັດ ແລະ ມູນ​ຄ່າ​ການ​ນຳ​ເຂົ້າ​ບັນ​ລຸ: 1,483,870.46 ໂດ​ລາ​ສະ​ຫະ​ລັດ, ເຫັນ​ໄດ້ວ່າ​ມູນ​ຄ່າການ​ສົ່ງ​ອອກ​ສູງ​ກວ່າມູນ​ຄ່າ​ການນຳ​ເຂົ້າເຖິງ 203.9%. ປະ​ເພດ​ສິນ​ຄ້າ​ສົ່ງ​ອອກຫຼັກ ປະ​ກອບ​ມີ: ມັນ​ຕົ້ນ​ແຫ້ງ, ສາ​ລີ​ອົບ​ແຫ້ງ ແລະ ອື່ນໆ ຊຶ່ງ​ສ່ວນ​ໃຫ​ຍ່​ແມ່ນ​ສິນ​ຄ້າກະ​ສິ​ກຳ. ສະ​ນັ້ນ, ການ​ຂາດ​ພື້ນ​ຖານ​ໂຄງ​ລ່າງໃນ​ການກວດ​ສິນ​ຄ້າກະ​ສິ​ກຳເພື່ອຢັ້ງ​ຢືນ​ສຸ​ຂານາ​ໄມ​ ແລະ ສຸ​ຂາ​ນາ​ໄມ​ພືດ ຈຶ່ງ​ສ້າງ​ຂໍ້​ຈຳ​ກັດ ແລະ ຄວາ​ມ​ຫ​ຍຸ້ງ​ຍາກໃຫ້​ແກ່​ການ​ສົ່ງ​ອອກ​ຂອງ​ແຂວງສາ​ລະ​ວັນບໍ່​ໜ້ອຍ ເພາະ​ໃນສະ​ພາບ​ຕົວ​ຈິງແຂວງ​ສາ​ລະ​ວັນ​ ຍັງ​ບໍ່​ມີ​ຫ້ອງກວດ​ສັດ​ຕູ​ພືດ ສະ​ນັ້ນ, ເພື່ອ​​ປະ​ກອບ​ເອ​ກະ​ສານ​ຢັ້ງ​ຢືນ​ສຸ​ຂານາ​ໄມ​ ແລະ ສຸ​ຂາ​ນາ​ໄມ​ພືດ ຕ້ອງ​ໄດ້​ໄປປະ​ກອບ​ເອ​ກະ​ສານຢູ່​ແຂວງຈຳ​ປາ​ສັກ, ​ຊຶ່ງແກ່​ຍາວ​ເວ​ລາ ແລະ ເຮັດ​ໃຫ້ຜູ້​ປະ​ກອບ​ການ​​ຕ້ອງ​ມີຄ່າ​ຊິ້ນ​ເປືອງ​ຕື່ມ​ອີກ.

ເພື່ອສ້າງເງື່ອນໄຂ ແລະ ໂອກາດໃນການເຮັດທຸລະກິດຂອງຜູ້ປະກອບການຝ່າຍລາວ, ແຂວງສາລະວັນຈຶ່ງໄດ້ຄົ້ນຄວ້າຊອກຫາວິທີທີ່ຈະ ຊ່ວຍໃຫ້ຜູ້ປະກອບການຂອງລາວໄດ້ຮັບຜົນປະໂຫຍດຢ່າງໜ້າພໍໃຈ ເຮັດໃຫ້ກົນໄກການຮ່ວມມືທາງເສດຖະກິດ-ສັງຄົມ ລະຫວ່າງແຂວງສາລະວັນ ຂອງ ສປປ ລາວ ແລະ ຈັງ​ຫວັດອຸ​ບົນ​ຣາດ​ຊະ​ທ​າ​ນີຂອງ​ໄທ ນັບມື້ນັບຫຼາຍຂື້ນ ເຊັ່ນ:

  • ການສົ່ງສິນຄ້າອອກໄປປະເທດໄທແມ່ນມີຄວາມສະດວກ, ຄ່ອງຕົວຂຶ້ນກວ່າເກົ່າ ເພາະການນຳລະດັບຂັ້ນກະຊວງກໍ່ຄືທ້ອງຖິ່ນຂອງປະເທດໄດ້ມີການປະສານຮ່ວມມື ກັນລະອຽດພໍສົມຄວນ;
  • ຈັດກອງປະຊຸມໃຫ້ພົບປະແລກປ່ຽນ ຈັບຄູ່ທຸລະກິດ ລະຫວ່າງຜູ້ປະກອບການຝ່າຍລາວ ແລະ ໄທ ເຊິ່ງແຂກຈາກຝ່າຍໄທພ້ອມທັງຜູ້ປະກອບການຂອງໄທ ຈຳນວນ 96 ທ່ານ ໄດ້ເຂົ້າຮ່ວມ;
  • ຈັດຕັ້ງປະຕິບັດສັນຍາສັນຍາຜູກພັນສອງສົ້ນ ຊຶ່ງທີ່ຜ່ານມາແຂວງສາລະວັນໄດ້ເຊັນສັນຍາຜູກພັນສອງສົ້ນ (Contract farming) ກັບ ຈັງຫວັດອຸບົນຣາດຊະທານີຂອງໄທ 11 ສັນຍາ, ເຮັດໃຫ້ແຂວງສາລະວັນມີຄູ່ຮ່ວມທຸລະກິດຫຼາຍຂຶ້ນ (ລະຫວ່າງຜູ້ປະກອບ ການຝ່າຍລາວ ແລະ ຜູ້ປະກອບການໄທ)

ການລົງທຶນຂອງນັກທຸລະກິດໄທ ສ່ວນໃຫ່ຍແມ່ນລົງທຶນໂດຍກົງເຂົ້າໃນຂົງເຂດວຽກງານກະສິກຳ ເພາະວ່າຂະແໜງການນີ້ເປັນພື້ນ ຖານເສດຖະກິດຂອງລາວ ແລະ ໄທ. ນອກຈາກນັ້ນ, ຍັງມີບັນດານັກທຸລະກິດທີ່ມີການຮ່ວມມືໃນຂົງເຂດອື່ນໆອີກດ້ວຍ.

ເພື່ອ​ສືບ​ຕໍ່​ປັບ​ປຸງ​ ແລະ ພັດ​ທະ​ນາ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າງ ແຂວງ​ສາ​ລະ​ວັນ ຂອງ ສ​ປ​ປ ລາວ ແລະ ຈັງ​ຫວັດ​ອຸ​ບົນ​ຣາດ​ຊະ​ທາ​ນີຂອງ​ໄທ ຈຳ​ເປັນ​ຕ້ອງໄດ້​ເອົາ​ໃຈ​ໃສ່​ສ້າງ​​ຂີດ​ຄວາມ​ສາ​ມາດ​ໃຫ້​ແກ່​ພະ​ນັກ​ງານການ​ຄ້າ​ແຂວງ​ໃນ​ຫົວ​ຂໍ້: ຝຶກ​ອົບ​ຮົມ ແລະ ແລກປ່ຽນ ຖອດ​ຖອນ​ບົດ​ຮຽນ​ກ່ຽວ​ກັບການ​ຄ້າ​ຊາຍ​ແດນ​ຂອງ ສ​ປ​ປ ລາວ ແລະ ໄທ, ຝຶກ​ອົບ​ຮົມ​ແປ​ຮູບ​ສິນ​ຄ້າ​ການ​ກະ​ເສດ, ຄຸ້ມ​ຄອງ​ລາ​ຄາ​ສິນ​ຄ້າ ແລະ ການ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ; ແລະ ຊຸກ​ຍູ້​ການ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ພາກ​ເອ​ກະ​ຊົນ​ທັງ ລາວ ແລະ ໄທ ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຢ່າງ​ສົມ​ເຫດ​ສົມ​ຜົນ.

ແຫຼ່ງຂໍ້ມູນ: ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.