ການກໍ່ສ້າງສູນດັ່ງກ່າວນີ້ມີມູນຄ່າ 1,550,000 ໂດລາສະຫະລັດ ຫລື ປະມານ 12,4 ຕື້ກີບ ແລະ ຄາດວ່າຈະສຳເລັດໃນປີໜ້າ.

ທ່ານ ສຈ ດຣ ເອກສະຫວ່າງ ໄດ້ສະແດງຄວາມຂອບໃຈຕໍ່ການໃຫ້ການສະໜັບສະໜູນຂອງມູນນິທິຄັ້ງນີ້ ເຊິ່ງຈະເປັນການປະກອບ ສ່ວນ ໃນສຳຄັນເຂົ້າໃນການເຄື່ອນໄຫວວຽກງານບໍ່ວ່າຈະເປັນວຽກງານວິໄຈພະຍາດຊືມເຊື້ອ ກໍ່ຄືການຄວບຄຸມຄຸມນະພາບຂອງອາຫານ ເພື່ອເຮັດ ໃຫ້ການດຳເນີນວຽກງານຂອງສອງຂົງເຂດດັ່ງກ່າວໄດ້ຮັບປະສິດທິຜົນສູງຂຶ້ນ.

 ສຳລັບມູນນິທິມາລີເອີໄດ້ເຂົ້າມາຮ່ວມມື ແລະ ໃຫ້ການຊ່ວຍເຫລືອ ໃນຂົງເຂດວຽກງານສາທາລະນະສຸກ ແຕ່ປີ 2006ເປັນຕົ້ນມາ ເປັນຕົ້ນການ ກໍ່ສ້າງສູນວິໄຈພະຍາດຊຶມເຊື້ອ ຄຣິສຕົຟ ເມລີເອີລາວ, ການຝຶກອົບຮົມໃຫ້ໃຫ້ກັບພະນັກງານວຽກງານແມ່ ແລະ ເດັກ ການສຶກສາຄົ້ນຄວ້າ ດ້ານວິທະຍາສາດ ເພື່ອນຳໃຊ້ເຂົ້າໃນການພັດທະນາພື້ນຖານໂຄງລ່າງ.

ທ່ານ ຫົວໜ້າກົມອາຫານ ແລະ ຢາ, ດຣ ສົມທະວີ ຈ່າງວິສົມມິດ ກ່າວວ່າ ການສະເໜີສ້າງຫ້ອງວິໄຈການຄວບຄຸມ ຄຸນນະພາບຂອງອາ ຫານ ແມ່ນເປັນແຫ່ງທຳອິດໃນການອຳນວຍຄວາມສະດວກໃນຂົງເຂດວຽກງານດັ່ງກ່າວນີ້ຂອງກະຊວງສາທາລະນະສຸກ.

ທ່ານ ຍັງໄດ້ກ່າວຕື່ມອີກວ່າ ຫ້ອງວິໄຈທົດລອງນີ້ແມ່ນມີມາດຕະຖານດຽວກັບທາງສະຫະພາບເອີລົບ ແລະ ຈະຊ່ວຍໃຫ້ພະນັກງານ ແພດໝໍ ສາມາດກວດເຊັກຄຸນນະພາບຂອງອາຫານທີ່ຂາຍໃນລາວ, ນີ້ແມ່ນຈະລວມທັງການກວດສອບຄຸນນະພາບຂອງອາຫານເພື່ອການສົ່ງອອກ ແລະ ຈະສາມາດກວດສອບຄຸນນະພາບຂອງຜະລິດຕະພັນອາຫານທີ່ຈະນຳເຂົ້າມາໃນສປປ ລາວ ພ້ອມທັງສ້າງຄວາມໝັ້ນໃຈໃຫ້ແກ່ ສົ່ງອອກຂອງ ສປປ ລາວໃນອະນາຄົດ.

ແຫລ່ງຂໍ້ມູນ: ໜັງສືພິມວຽງຈັນທາມ໌ມສະບັບວັນທີ 18 ມີນາ 2014

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.