ເມື່ອ​ວັນ​ທີ 18 ມີນາ 2014 ຜ່ານ​ມາ ກົມ​ສົ່ງເສີມ ແລະ ພັດທະນາ​ສິນຄ້າ ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ຂຶ້ນ ທີ່​ໂຮງແຮມ​ດອນ​ຈັນ​ພາ​ເລດ ໃນ​ຫົວຂໍ້ “ຄວາມ​​ຮູ້​ພື້ນຖານ​ໃນ​ການ​ເຮັດ​ການ​ຄ້າ​ກັບ​ຍີ່ປຸ່ນ” ມີ​ນັກ​ສຳ​ມະ​ນາ​ກອນເຂົ້າຮ່ວມຈຳນວນໜຶ່ງທີ່ປະກອບດ້ວຍ ພາກເອກະຊົນ ແລະ ພະນັກງານຈາກຂະແໜງການກ່ຽວຂ້ອງ.

ປັດຈຸບັນ ​ສປປ ລາວ ໄດ້​ເຊື່ອມ​ໂຍງ​ການ​ເຂົ້າ​ສູ່​ພາກພຶ້ນ ແລະ ສາກົນ​ຄື ໄດ້​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ (WTO), ກະກຽມເຂົ້າຮ່ວມປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC) ໃນປີ 2015, ມີການຮ່ວມມືໃນຂອບ​ອາ​ຊຽນ (ASEAN) ກັບປະເທດຄູ່ເຈລະຈາ  ສະນັ້ນ, ເພື່ອ​ເສີມ​ຂະຫຍາຍ​ທ່າແຮງ​ບົ່ມ​ຊ້ອນ​ພາຍ​ໃນ ສ້າງ​ເງື່ອນໄຂ​ອຳນວຍ​ຄວາມ​ສະດວກ ໃຫ້ແກ່ການຍາດ​ແຍ່ງ​ສ່ວນ​ແບ່ງ​ຂອງ​ຕະຫຼາດ​ພາກພຶ້ນ ແລະ ສາກົນ ​  ກົມ​ສົ່ງເສີມ ແລະ ພັດທະນາ​ສິນຄ້າ ຈຶ່ງ​ຮ່ວມ​ກັບ​ສູນ​ອາ​ຊຽນ-ຍີ່ປຸ່ນ ຈັດຊຸດຝຶກອົບຮົມສຳມະນາ ເພື່ອ​ເຜີຍແຜ່ ແລະ ນຳ​ສະເໜີ​ປຶ້ມ​ຄູ່​ມື​ກ່ຽວ​ກັບ ການ​ເຮັດ​ການ​ຄ້າ​ກັບ​ຍີ່ປຸ່ນ​ຄັ້ງ​ທຳ​ອິດ,  ເນື້ອ​ໃນ​ຂອງ​ປຶ້ມຄູ່ມືດັ່ງກ່າວແມ່ນໄດ້ສັງລວມເອົາ​ບັນດາ​ລະບຽບ​ການ, ຂໍ້​ກຳນົດ ແລະ ຂັ້ນ​ຕອນ​​ໃນ​ການສົ່ງ​ອອກສິນຄ້າ ​ໄປ​ຍັງ​ປະເທດ​ຍີ່ປຸ່ນ ໂດຍໄດ້ແບ່ງຕາມປະເພດສິນຄ້າຢ່າງລະອຽດ, ລວບລວມເອົາຄຳ ຖາມຈຳນວນ 100 ກວ່າຄຳຖາມ ທີ່ຕິດພັນກັບການສົ່ງອອກ ໄປຍີ່ປຸ່ນ ພ້ອມດ້ວຍຄຳຕອບທີ່ເປັນລະບົບ, ລະອຽດ ແລະ ຊັດເຈນ ແລະ ຍັງໄດ້ສັງລວມເອົາບັນຊີລາຍຊື່ ເບີໂທລະສັບຕິດຕໍ່ຂອງຂະແໜງການ ທີ່ຕິດພັນກັບການນຳເຂົ້າ ຂອງປະເທດຍີ່ປຸ່ນເຊັ່ນ: ສູນໃຫ້ຄໍາປຶກສາກ່ຽວກັບພາສີ, ຈຸດກວດພະຍາດສໍາລັບສິ່ງຂອງທີ່ນຳເຂົ້າ, ບ່ອນສອບຖາມ ຍື່ນຄຳຮ້ອງນຳເຂົ້າສິນຄ້າ ແລະ ອື່ນໆ, ທັງໝົດນີ້ ແນ່ໃສ່ໃຫ້ຜູ້ປະກອບການ ພາກທຸລະກິດ ທີ່ມີຄວາມສົນ ໃຈ ໃນການເຮັດການຄ້າ-ສົ່ງອອກ ໄປຢີ່ປຸ່ນສາມາດຊອກຫາຂໍ້ມູນ ແລະ ຄໍາຕອບດ້ວຍຕົນເອງໃນປຶ້ມຄູ່ມືດັ່ງກ່າວ ໄດ້

ນອກຈາກນັ້ນ, ໃນກອງປະຊຸມສຳມະນາຄັ້ງນີ້ ບັນດານັກສຳມະນາກອນຍັງໄດ້ຮັບຟັງ ການ​ບັນ​ລະ​ຍາຍ​ຂອງວິທະຍາ ກອນ​ຈາກປະເທດ​ຍີ່ປຸ່ນ ກ່ຽວກັບລະບຽບ​ການ​ຕ່າງໆ​ທີ່ຕິດພັນກັບ​ການ​ສົ່ງ​ອອກ​ສິນຄ້າໄປ​ຍັງ​ປະເທດ​ຍີ່ປຸ່ນ​ໃຫ້​ຖືກ​ກັບ​ເປົ້າ​ໝາຍ ແລະ ​ລະບຽບ​ການ​ທີ່​ໄດ້​ກຳນົດ​ໄວ້ ເພື່ອໃຫ້​ເກີດ​ມີ​ການ​ສ້າງ​ມູນ​ຄ່າ​ເພີ່ມ​ທາງ​ດ້ານ​ການ​ຄ້າ​ ລະຫວ່າງ​ປະເທດ​ຮ່ວມ​ກັນ​ເພີ່ມ​ຂຶ້ນ.

ແຫລ່ງຂໍ້ມູນ: ໜັງສືພິມວຽງຈັນໃຫມ່ສະບັບວັນທີ 19 ກຸມພາ 2014 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.