ລະບົບແຈ້ງພາສີອັດຕະໂນມັດ ແມ່ນນອນໃນໂຄງການອໍານວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ (CTFP). ໂຄງການນີ້ປະກອບ​ດ້ວຍ 2 ອົງປະກອບຕົ້ນຕໍຄື: (1) ປັບປຸງປະສິດທິ​ຜົນ (ສຸມ​ໃສ່ການ​ຫັນ​ວຽກງານ​ພາສີ​ເປັນ​ອັດຕະ​ໂນ​ມັດ ​ໂດຍ​ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ການ​ສື່ສານ);  (2) ປັບປຸງ​ປະສິດທິພາບ (ສຸມ​​ໃສ່​ການ​ປັບປຸງ​ພາສີ​ໃຫ້​ທັນ​ສະ​​ໄໝ​ດ້ວຍ​ການ​ປັບປຸງ​ນິຕິ​ກໍາ, ລະບຽບ​ການ​ພາສີ ​ແລະ ພັດທະນາ​ຂີດ​ຄວາມ​ສາມາດ​ດ້ານວິຊາ​ ສະເພາະຂອງ​ພະນັກງານ ​ແລະ ​ເຈົ້າໜ້າ​ທີ່​ພາສີ​ ໃຫ້​ທຽບ​ເທົ່າ​ກັບສາກົນ).

ຈຸດປະສົງຂອງການນຳໃຊ້ລະບົບດັ່ງກ່າວເພື່ອ​ເພີ່ມ​ທະວີ​ການ​ອຳນວຍ​ຄວາມ​ສະດວກທາງດ້ານພາສີ ​ແລະ ​ການ​ຄ້າ ​ໂດຍຍົກລະດັບປະສິດ ທິພາບ ​ແລະ ປະສິດທິ​ຜົນຂອງ​ວຽກ​ງານການ​ຄຸ້ມ​ຄອງ ​ແລະ ບໍລິການ​ດ້ານ​ພາສີ ດ້ວຍການ​ຄັດ​ຈ້ອນ​ຂັ້ນຕອນດ້ານ​ພາສີໃຫ້​ງ່າຍ​ຂຶ້ນ, ລົບ​ລ້າງ​ຂັ້ນຕອນທີ່​ຊໍ້າ​ຊ້ອນ-ບໍ່​ຈຳ​ເປັນ, ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ ​ແລະ ​ເວລາ​ໃນ​ການ​​ແຈ້ງ​ພາສີ, ຍົກ​ສູງ​ຄວາມ​ຮັບຜິດຊອບ ​ແລະ ​ເພີ່ມທະວີ​ຄວາມໂປ່​ງ​​ໃສ​ໃນ​ການ​ປະຕິບັດ​ວຽກ​ງານຂອງ​ເຈົ້າໜ້າ​ທີ່​ພາສີ.

ລະບົບແຈ້ງພາສີອັດຕະໂນມັດ (ASYCUDA) ເປັນລະບົບຄຸ້ມຄອງ ແລະ ບໍລິການແຈ້ງພາສີເຂົ້າໃນແບບຟອມ ເອເລັກໂຕຣນິກດ້ວຍ ຕົນເອງ. ຜູ້ແຈ້ງພາສີຕ້ອງປະຕິບັດຕາມຂັ້ນຕອນການແຈ້ງພາສີເປັນລາຍລະອຽດຕາມ ມາດຕາ 22ຂອງກົດໝາຍວ່າດ້ວຍພາສີສະບັບ ເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011. ພາຍຫຼັງຂໍ້ມູນການແຈ້ງພາສີໄດ້ຖືກສົ່ງເຂົ້າຫາລະບົບ ເຈົ້າໜ້າທີ່ພາສີ ກໍ່ສາມາດດຳເນີນ ຂັ້ນຕອນການກວດຂໍ້ມູນ ແລະ ເອກະສານປະກອບການແຈ້ງພາສີ ໃນລະບົບໂດຍກົງ.

ລະບົບແຈ້ງພາສີອັດຕະໂນມັດ (ASYCUDA) ໄດ້ນຳໃຊ້ລະບົບບໍລິຫານຄວາມສ່ຽງເຂົ້າໃນການຄວບຄຸມ ແລະ ກວດກາສິນຄ້າເຊິ່ງ ແບ່ງເປັນ 3 ປະເພດຄວາມສ່ຽງຄື: ຄວາມສ່ຽງສູງ, ຄວາມສ່ຽງປານກາງ ແລະ ຄວາມສ່ຽງຕ່ຳ. ມີພຽງສິນຄ້າທີ່ມີຄວາມສ່ຽງສູງເທົ່ານັ້ນ ຈິ່ງຈະຖືກກວດກາຕົວຈິງ, ສ່ວນສິນຄ້າທີີ່ມີຄວາມສ່ຽງປານກາງຈະຖືກກວດກາດ້ານເອກະສານ ແລະ ສຳລັບສິນຄ້າທີ່ມີຄວາມສ່ຽງຕ່ຳ ແມ່ນຈະໄດ້ຮັບການກວດປ່ອຍທັນທີ. ການນຳໃຊ້ກົນໄກນີ້ເຮັດໃຫ້ການແຈ້ງພາສີສະດວກ, ວ່ອງໄວ, ສອດຄ່ອງກັບການປະຕິບັດຂອງ ສາກົນ.

ກົມພາສີໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານໂລກ ໃນການສ້າງລະບົບແຈ້ງພາສີອັດຕະໂນມັດ (ASYCUDA) ນັບແຕ່ເດືອນກໍລະກົດ ປີ 2010 ຈົນເຖິງ ເດືອນມີຖຸນາ 2011. ລະບົບຕົ້ນແບບຂອງລະບົບອາຊິກຸດາໄດ້ສໍາເລັດພາຍໃນເວລາ 12 ເດືອນ, ການສ້າງລະບົບດັ່ງກ່າວໄດ້ກຳນົດໃຫ້ລະບົບມີຄວາມສອດຄ່ອງກັບບັນດານິຕິກໍາ, ໃນໄລຍະດຽວກັນນັ້ນກໍ່ໄດ້ສ້າງປຶ້ມຄູ່ມືການນໍາໃຊ້ລະບົບ ພ້ອມທັງຈັດຝຶກອົບຮົມການນໍາໃຊ້ລະບົບໃຫ້ແກ່ເຈົ້າໜ້າທີ່ພາສີ ແລະ ຜູ້ປະກອບການ. ລະບົບອາຊິກຸດາເລີ່ມທົດລອງນຳໃຊ້ ຢູ່ດ່ານ ຂົວມິດຕະພາບ 1 ເປັນດ່ານທຳອິດໃນ ສປປ ລາວ ນັບແຕ່ເດືອນກໍລະກົດ 2011 ເຖິງ ເດືອນມີຖຸນາ 2012. ຄຽງຄູ່ກັບການນໍາໃຊ້ລະບົບຕົວຈິງ, ຍັງມີການປັບປຸງຫ້ອງການ ແລະ ລະບົບເຄືອຄ່າຍພາຍໃນດ່ານ ເພື່ອຮັບຮອງການນໍາໃຊ້ລະບົບ, ສືບຕໍ່ຈັດຝຶກອົບຮົມການນໍາໃຊ້ລະບົບ ແລະ ການສະໜອງເຄື່ອງຄອມພິວເຕີ-ເຟີນີເຈີເພີ່ມຕື່ມ ເພື່ອອໍານວຍຄວາມສະດວກໃຫ້ແກ່ການປະຕິບັດວຽກງານດັ່ງກ່າວຂອງເຈົ້າໜ້າທີ່ພາສີປະຈຳດ່ານ ແລະ ຜູ້ມາໃຊ້ບໍລິການທົ່ວໄປ. ລະບົບອາຊິກຸດາ​ໄດ້ຂະຫຍາຍການນໍາໃຊ້ ລົງສູ່ 10 ດ່ານພາສີສາກົນ ໃນຂອບເຂດທົ່ວປະເທດຄື: ດ່ານພາສີສາກົນ ນໍ້າພາວ, ດ່ານພາສີສາກົນແດນ ສະຫວັນ, ດ່ານພາສີສາກົນ ບໍ່ເຕັນ, ດ່ານພາສີສາກົນ ຫ້ວຍຊາຍ, ດ່ານພາສີສາກົນ ຂົວມິດຕະພາບ 2, ດ່ານພາສີສາກົນ ວັງເຕົາ, ດ່ານພາສີສາກົນ ນໍ້າໂສຍ, ດ່ານພາສີສາກົນ ຂົວມິດຕະພາບນໍ້າເຫືອງ, ດ່ານພາສີສາກົນ ຂົວມິດຕະພາບ 3 ແລະ ດ່ານພາສີສາກົນ ສະໜາມບີນວັດໄຕ.

ກົມພາສີໄດ້ສໍາເລັດການຕິດຕັ້ງລະບົບແຈ້ງພາສີອັດຕະໂນມັດ ຢູ່ 11 ດ່ານພາສີສາກົນ ໃນຂອບເຂດທົ່ວປະເທດ ພາຍໃນປີ 2013. ແຜນການໃນຕໍ່ໜ້າກົມພາສີຈະຂະຫຍາຍການຕິດຕັ້ງລະບົບແຈ້ງພາສີອັດຕະໂນມັດ ລົງ​ສູ່ 12 ດ່ານພາສີສາກົນຄື: ດ່ານ​ປາກ​ຊັນ, ດ່ານ​  ໜອງ​ນົກຂຽນ, ດ່ານ​ພູ​ເກືອ, ດ່ານ​ນ້ຳກັນ, ດ່ານ​ບ້ານ​ມອມ, ດ່ານ​ສົມ​ຫວັງ, ດ່ານ​ປາງ​ຫົກ, ດ່ານ​ນ້ຳ​ເງິນ, ດ່ານ​ນ້ຳ​ເພົ້າ, ດ່ານ​ສະໜາມ​ບິນ​ປາກ​ເຊ, ດ່ານ​ສະໜາມ​ບິນ​ຫຼວງ​ພະ​ບາງ ​ແລະ ດ່າ​ນປາ​ດູ່ ຈັດບຸລິມະສິດ​ຕາມ​ລຳດັບ. ການນໍາໃຊ້ລະບົບດັ່ງກ່າວໄດ້ເຮັດໃຫ້ການແຈ້ງພາສີຢູ່ດ່ານພາສີສາກົນເຫຼົ່ານັ້ນ ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝຂຶ້ນກວ່າເກົ່າ. ຜົນສໍາເລັດດັ່ງກ່າວສາມາດຍົກລະດັບວຽກງານພາສີໃຫ້ທັນສະໄໝຂຶ້ນອີກກ້າວໜຶ່ງ. ລະ​ບົບ​ແຈ້ງ​ພາສີ​ອັດ​ຕະ​ໂນ​ມັດ ນອກຈາກ​ຈະສ້າງ​ຄວາມ​ສະດວກ-ວ່ອງ​ໄວ ​ໃນ​ການ​ແຈ້ງ​ພາສີ​ແລ້ວ ຍັງ​​ໄດ້​ຍົກ​ລະ​ດັບ​ຄວາມ​ຮູ້, ​ຄວາມ​ສາມາ​ດ ​ແລ​ະ ທັກສະ ​ໃຫ້​ແກ່​​ເຈົ້າຫນ້າ​ທີ່​ພາສີ ​ແລະ ຜູ້​ປະກອບ​ການ​ໃນ​ການ​ນຳ​ໃຊ້​ລະບົບ​ດັ່ງ​ກ່າວ, ທັງ​ເປັນ​ການຈັດຕັ້ງຜັນ​ຂະຫຍາຍ​ກົດຫມາຍ ວ່າ​ດ້ວຍ​ພາສີ ທີ່​ອະ​ນຸຍາດ​ໃຫ້​ດຳ​ເນີນ​ຂັ້ນຕອນ​ການ​ແຈ້ງ​ພາສີ​ຜ່ານ​ທາງ​​ເອ​ເລັກ​ໂຕຣນິກ ​ແລະ ສອດຄ່ອງກັບ​ແຜນ​ຍຸດ​ທະ​ສາດ​ຂອງ​ກົມ​ພາສີ ທີ່​ວາງ​ຄາດ​ຫມາຍ​ພັດທະນາ​ວຽກງານ​ພາສີ​ໃຫ້​ມີ​ຄວາມ​ທັນ​ສະ​ໄຫມ, ​ໂປ່​ງ​ໃສ, ຊຳ​ນານ​ງານ, ທ່ຽງທໍາ ​ແລະ ຫນ້າ​ເຊື່ອ​ຖື. ພ້ອມ​ດຽວກັນນັ້ນ. ກໍ່​ເປັນ​ການ​ປະຕິບັດ​ແນວ​ທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ​ແຜນ​ພັດທະນາ​ເສດຖະກິດ​ຂອງ​ລັດຖະບານ ​ໃນ​ການ​ເພີ່ມ​ທະ​ວີ​ກາ​ນຮ່ວມ​ມື ​ແລະ ​ເຊື່ອມ​ໂຍງ​ເຂົ້າສູ່​ສາກົນ.

​ການ​ນຳ​ໃຊ້​ລະບົບ​​​ແຈ້ງ​ພາສີ​ອັດຕະ​ໂນ​ມັດ​ ຢູ່ຕາມດ່ານ​ພາສີ​ຈະ​ເປັນຜົນສຳ​ເລັດອັນ​ສຳຄັນ​ຂອງ​ວຽກ​ງານ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ພາສີ​ ​ແລະ ການ​ຄ້າ​. ດັ່ງນັ້ນ, ຍັງ​ຈະຕ້ອງ​ໄດ້​ສື​ບຕໍ່​​​ພັດທະນາ​ລະບົບ​ດັ່ງກ່າວໃຫ້​ທັນ​ສະ​ໄໝຂື້ນ​ເລື້ອຍໆ ​ແນ​ໃສ່​ເພີ່ມ​ທະວີ ການ​ອຳນວຍ​ຄວາ​ມສະດວກ​ທາ​ງດ້ານ​ພາສີ ​ແລະ ກາ​ນຄ້າ, ຕອບ​ສະຫນອງ​​ໄດ້​ການຈັດຕັ້ງປະຕິບັດ​ວຽກງານ​ວິຊາ​ການສະ​ເພາະ​ພາສີ ​ແລະ ສອດຄ່ອງ​ກັບ​ແນວທາງ​ປະຕິບັດ ​ແລະ ລະບຽບກາ​ນຄ້າ​ສາກົນ. ພ້ອມ​ດຽວກັນນັ້ນ, ກົມ​ພາສີ​ກໍ່​ຈະ​ສຶບຕໍ່​ຂະ​ຫຍາ​ຍການ​ຕິດຕັ້ງລະບົບ​ດັ່ງ​ກ່າວ ​ໃຫ້​ກວມ​ເອົາ​ບັນດາ​ດ່ານ​ພາສີ​ສາກົນ​ໃນ​ຂອບ​​ເຂດ​ທົ່ວ​ປະ​ເທດ ​ແນ​ໃສ່​ເຮັດ​ໃຫ້ການ​ແຈ້ງ​ພາສີ​ຜ່ານ​ລະບົບ​ເອ​ເລັກ​​ໂຕຣນິກກວມ​ເອົາ 90% ຂອງ​ການ​ແຈ້ງ​ພາສີ​ຜ່ານ​ລະບົບ​ອິນ​ເຕີ​ເນັດ​ໄດ້.

ຄຽງຄູ່​ກັນນັ້ນກໍຍັງມີສິ່ງທ້າທາຍຫຼາຍຢ່າງເຊັ່ນ: 1)ການ​ເຊື່ອມ​ໂຍງຂໍ້​ມູນ​ກັບ​ຫລາຍ​ຂະ​ແຫນງການ​ຂອງ​ພາກ​ລັດ​ເພື່ອ​ສາມາດ​ແລກປ່ຽນຂໍ້​ມູນ ​ເຊິ່ງກັນ ​ແລະ ກັນ ​ຜ່ານ​ລະບົບ​ເອ​ເລັກ​​ໂຕຣນິກຍັງ​ມີ​ຄວາມ​ຈຳ​ກັດ ​ເຊັ່ນ: ກົມ​ສ່ວຍ​ສາ​ອາກອນ, ຂະ​ແໜງ​ອຸດສາຫະກຳ-ກາ​ນຄ້າ, ຄັງ​ເງິ​ນ, ທະນາຄານ ​ແລະ ອື່ນໆ; 2) ຄວາມຢືນຢົງຂອງການນຳ​ໃຊ້​ລະບົບ​​​ແຈ້ງ​ພາສີ​ອັດຕະ​ໂນ​ມັດ ​ແລະ ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງຂອງ​ລະບົບ​ດັ່ງກ່າວ; 3)ການຮັບຮູ້ຂອງສັັງຄົມ ກ່ຽວກັບ ​ພາສີ​ແບບອັດ​ຕະ​ໂນ​ມັດຍັງ​ຈຳ​ກັດ; 4) ການ​ນຳ​ໃຊ້​ເວລາ​ໃນ​ແຈ້ງ​ພາສີໃຫ້ມີ​ຄວາມສະດວກ-​ວ່ອງ​ໄວ​ທຽບເທົ່າກັບສາກົນ (​ການ​ນຳ​ໃຊ້​​ເວລາ​​ໃນແຈ້ງ​ພາສີ​ຍັງ​ຫຼາຍ​ຢູ່​ເມື່ອ​ທຽບ​ໃສ່​ປະ​ເທດ​ອ້ອມ​ຂ້າງ​ທີ່​ກ້າວ​ໜ້າ); 5)ການ​ສະຫນອງ​ຂໍ້​ມູນ​ດ້ານ​ການ​ສົ່ງ​ອອກ-ນຳ​​ເຂົ້າສິນຄ້າ​ໃຫ້​ຂະ​ແຫນງ​ການ​ກ່ຽວຂ້ອງ​; ສັນຍາ​ນ​ໂທລະ​ຄົມ ​ແລະ ​ເຄືອຄ່າຍໄຟ​ຟ້າ ແຕ່ລະ​ດ່ານຍັງ​ມີ​ຂໍ້​ຈຳ​ກັນ​ຢູ່; 6)ຄວາມສາມາດໃນການນຳໃຊ້ລະບົບຂອງເຈົ້າໜ້າທີ່ພາສີ ແລະ ການ​ແກ້​ໄຂ​ບັນ​ຫາ​ດ້ານ​ເຕັກນິກ​ໃນ​ລະດັບ​ພື້ນຖານຍັງ​ບໍ່​ທັນຄ່ອງແຄ້ວ; 7)ການບຳລຸງຮັກສາອຸປະກອນໄອທີທີ່ຮັບໃຊ້ລະບົບແຈ້ງ​ພາສີ​ອັດ​ຕະ​ໂນ​ມັດຍັງ​ເຮັດ​ບໍ່​ໄດ້​ດີ; ແລະ 8)ການຂະຫຍາຍ​ລະບົບ​​​ແຈ້ງ​ພາສີ​ອັດຕະ​ໂນ​ມັດ​ລົງສູ່ ແຕ່ລະດ່ານພາສີໃນຂອບ​ເຂດທົ່ວປະເທດ ຍັງຂາດ​ຄວາມ​ພ້ອມ​ຂອງ​ພື້ນຖານ​ໂຄງ​ລ່າງ;

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.