ສາລະບານ

ໝວດທີ I ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ນິຍາມ
ມາດຕາ 3. ຂອບເຂດການນຳໃຊ້ດຳລັດ

ໝວດທີ II ການຜະລິດຜະລິດຕະພັນແຮ່ທາດ

ມາດຕາ 4. ການຜະລິດແຮ່ດິບ
ມາດຕາ 5. ການຜະລິດຜະລິດຕະພັນແຮ່ທາດ
ມາດຕາ 6. ການສົ່ງເສີມການຜະລິດຜະລິດຕະພັນແຮ່ດິບ
ມາດຕາ 7. ຜະລິດຕະພັນແຮ່ທາດທີ່ສົ່ງເສີມເພື່ອການສົ່ງອອກ
ມາດຕາ 8. ຜະລິດຕະພັນແຮ່ທາດທີ່ສົ່ງເສີມການຜະລິດ ແລະ ນຳໃຊ້ຢູ່ພາຍໃນ
ມາດຕາ 9. ແຮ່ທາດທີ່ຫ້າມດຳເນີນກິດຈະການ

ໝວດທີ III ການຄຸ້ມຄອງການຜະລິດ ແລະ ຜະລິດຕະພັນແຮ່ທາດ

ມາດຕາ 10. ການຄຸ້ມຄອງຜະລິດຕະພັນແຮ່ທາດ
ມາດຕາ 11, ການກວດກາຄຸນນະພາບຜະລິດຕະພັນແຮ່ທາດ 

ໝວດທີ IV ການສົ່ງຜະລິດຕະພັນແຮ່ທາດ

ມາດຕາ 12. ລະບຽບການໃນການສົ່ງອອກຜະລິດຕະພັນແຮ່ທາດ
ມາດຕາ 13. ຂັ້ນຕອນກະກຽມການສົ່ງອອກ
ມາດຕາ 14. ການອະນຸມັດສົ່ງອອກຜະລິດຕະພັນແຮ່ທາດ
ມາດຕາ 15. ການຊຳລະສະສາງ ກ່ຽວກັບການສົ່ງອອກ

ໝວດທີ 5 ການກວດກາການສົ່ງອອກຜະລິດຕະພັນແຮ່ທາດ

ມາດຕາ 16. ການກວດກາກ່ອນການເຄື່ອນຍ້າຍອກຈາກສະຖານທີ່ການຜະລິດ
ມາດຕາ 17. ຕິດຕາມ ແລະ ກວດກາການສົ່ງອອກຜະລິດຕະພັນແຮ່ທາດ

ໝວດທີ VI ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 18. ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 19. ມາດຕະການຜູ້ລະເມີດ

ໝວດທີ VII ບົດບັນຍັດສຸດທ້າຍ

ມາດຕາ 20. ການຈັດຕັ້ງປະຕິບັດ
ມາດຕາ 21. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ  ເອກະລາດ  ປະຊາທິປະໄຕ  ເອກະພາບ   ວັດທະນາຖາວອນ

ສຳນັກງານນາຍົກລັດຖະມົນຕີ          ເລກທີ 90/ນຍ
ນະຄອນຫຼວງວຽນຈັນ, ວັນທີ 09 ມິຖຸນາ 2008

ດຳລັດ
ວ່າດ້ວຍການສົ່ງອອກຜະລິດຕະພັນແຮ່ທາດ

  • ອີງຕາມກົດໝາຍວ່າດ້ວຍລັດຖະບານແຫ່ງ ສປປ ລາວ ສະບັບເລກທີ 02/ສພຊ, ລົງວັນທີ່ 6 ພຶດສະພາ 2003;
  • ອີງຕາມກົດໝາຍວ່າດ້ວຍບໍ່ແຮ່ ສະບັບເລກທີ 049/ສພຊ, ລົງວັນທີ່ 12 ເມສາ 1997;
  • ອີງຕາມໜັງສືສະເໜີ ຂອງລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 584/ພບ, ລົງວັນທີ 16 ພຶດສະພາ 2008.

ນາຍົກລັດຖະມົນຕີ ອອກດຳລັດ

ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ການກວດກາແຮ່ທາດທີ່ຂຸດຄົ້ນ, ການຜະລິດຜະລິດຕະພັນແຮ່ທາດ ແລະ ການສົ່ງອອກຜະລິດຕະພັນແຮ່ທາດທຸກປະເພດ ແນ່ໃສ່ເພີ່ມມູນຄ່າຜະລິກຕະພັນແຮ່ທາດ ກ່ອນການສົ່ງອອກໄປຕ່າງປະເທດ ແລະ ສ້າງພື້ນຖານວັດຖຸເຕັກນິກໃຫ້ແກ່ອຸດສາຫະກຳບໍ່ແຮ່ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ຂ້າງເທິງ

ມາດຕາ 2. ນິຍາມ

-       ແຮ່ດິບແມ່ນແຮ່ທີຂຸດຄົ້ນມາຈາກໜ້າດິນ ຫຼື ໄຕ້ດິນ ຊຶ່ງຍັງບໍ່ທັນໄດ້ຜ່ານຂັ້ນຕອນການປຸງແຕ່ງ;
-       ຜະລິດຕະພັນແຮ່ທາດ ແມ່ນແຮ່ດິບທີ່ໄດ້ຮັບການປັບປຸງແຕ່ງເຄິ່ງສຳເລັດຮູບ ແລະ ສຳດລັດຮູບ;
-       ຜະລິດຕະພັນແຮ່ທາດເຄິ່ງສຳເລັດຮູບ ແມ່ນທາດທີ່ຖືກປຸງແຕ່ງຂັ້ນຕົ້ນ ຫຼື ຂັ້ນກາງ;
-       ຜະລິດຕະພັນແຮ່ທາດສຳເລັດຮູບ ແມ່ນຜະລິດຕະພັນສຸດທ້າຍຂອງອຸດສາຫະກຳບໍ່ແຮ່. ຂ້າງເທິງ

ມາດຕາ 3. ຂອບເຂດການນຳໃຊ້ດຳລັດ

ດຳລັດສະບັບນີ້ມີຜົນສັກສິດໃຊ້ບັງຄັບ ຕໍ່ກັບບຸກຄົນ ຫຼື ນິຕິບຸກຄົນ ທີ່ດຳເນີນທຸລະກິດ ກ່ຽວກັບກິດຈະການແຮ່ທາດໃນຂອບເຂດດິນແດນແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຂ້າງເທິງ

ໝວດທີ II
ການຜະລິດຜະລິດຕະພັນແຮ່ທາດ

ມາດຕາ 4. ການຜະລິດແຮ່ດິບ

ການຜະລິດແຮ່ດິບ ແມ່ນການຂຸດຄົ້ນອອກຈາກໜ້າດິນ ຫຼື ໄຕ້ດິນ ຊຶ່ງຍັງບໍ່ທັນໄດ້ຜ່ານຂັ້ນຕອນການປຸງແຕ່ງ ດ້ວຍການນຳໃຊ້ເຕັກໂນໂລຊີໃນລະດັບໜຶ່ງ, ບໍ່ທັນໄດ້ຍົກຄຸນນະພາບແຮ່ທາດໃຫ້ສູງຂື້ນກ່ວາເກົ່າ. ຂ້າງເທິງ

ມາດຕາ 5. ການຜະລິດຜະລິດຕະພັນແຮ່ທາດ

ຜະລິດຕະພັນແຮ່ທາດ ແມ່ນແຮ່ທາດດິບທີ່ໄດ້ຮັບການປຸງແຕ່ງເຄິ່ງສຳເລັດຮູບ ຫຼື ສຳເລັດຮູບ

-       ການຜະລິດຜະລະດຕະພັນແຮ່ດິນ ເປັນຜະລິດຕະພັນແຮ່ເຄິ່ງສຳເລັດຮູບ ແມ່ນຜະລິດຕະພັນທີ່ຖືກປຸງແຕ່ງຂັ້ນຕົ້ນ ຫຼື ຂັ້ນກາງ ດ້ວຍການບົດ, ຫຍ້ຳ, ການລ້າງ, ການອົບ, ການກັ່ນຕອງ, ການແຍກແຮ່ດິບໃຫ້ມີຄວາມເຂັ້ມສູງຂື້ນກ່ວາເກົ່າ.

-       ການຜະລິດຜະລິດຕະພັນແຮ່ທາດສຳເລັດຮູບ ແມ່ນຜະລິດຕະພັນສຸດທ້າຍຂອງອຸດສາຫະກຳສຳເລັດຮູບ ດ້ວຍການສືບຕໍ່ປຸງແຕ່ງແຮ່ທາດເຄິ່ງສຳເລັດຮູບ ໃຫ້ກາຍເປັນຜະລິດຕະພັນສຸດທ້າຍຂອງອຸດສາຫະກຳບໍ່ແຮ່, ເຊັ່ນ: ການນຳເອົາແຮ່ຕະກົ່ວກັ່ນຕອງ ໄປຫຼອມເປັນກົ່ວໂລຫະ, ການນຳເອົາຝຸ່ນທອງ ໄປຫຼອມເປັນທອງໂລຫະ, ການນຳເອົາຝຸ່ນເຫຼັກໄປຫຼອມເປັນເຫຼັກໂລຫະ ແລະ ແຮ່ອື່ນໆ ດ້ວຍວິທີການຕ່າງໆ ຕາມຄະບວນການທາງດ້ານເຕັກນິກຂອງອຸດສາຫະກຳບໍ່ແຮ່. ຂ້າງເທິງ

ມາດຕາ 6. ການສົ່ງເສີມການຜະລິດຜະລິດຕະພັນແຮ່ດິບ

ລັດຖະບານແຫ່ງ ສປປ ລາວ ສົ່ງເສີມບຸກຄົນ ຫຼື ນິຕິບຸກຄົນ ທີ່ໄດ້ຮັບອານຸຍາດຂຸດຄົ້ນ ຫຼື ມີທະບຽນເກັບຊື້ແຮ່ດິບ ຜະລິດເປັນຜະລິດຕະພັນເຄິ່ງສຳເລັດຮູບ ຫຼືສຳເລັດຮູບ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ຕາມນະໂຍບາຍຂອງລັດຖະບານວາງອອກໃນແຕ່ລະໄລຍະ. ຂ້າງເທິງ

ມາດຕາ 7. ຜະລິດຕະພັນແຮ່ທາດທີ່ສົ່ງເສີມເພື່ອການສົ່ງອອກ

ຜະລິດຕະພັນແຮ່ທາດທີ່ໄດ້ຮັບການສົ່ງເສີມເພື່ອການສົ່ງອອກ ແມ່ຮແຮ່ທາດໂລຫະ, ອະໂລຫະ, ແຮ່ທາດເຫຼວ, ທາດອາຍ ເຊິ່ງຕ້ອງໄດ້ມີການປຸງແຕ່ງເປັນຜະລິດຕະພັນເຄິ່ງສຳເລັດຮູບ ຫຼື ຜະລິດຕະພັນສຳເລັດຮູບສາກ່ອນ ຈຶ່ງສາທາດສົ່ງອອກໄດ້. ຂ້າງເທິງ

ມາດຕາ 8. ຜະລິດຕະພັນແຮ່ທາດທີ່ສົ່ງເສີມການຜະລິດ ແລະ ນຳໃຊ້ຢູ່ພາຍໃນ

ຜະລິດຕະພັນແຮ່ທາດທີ່ໄດ້ຮັບການສົ່ງເສີມ ເພື່ອການຜະລິດ ແລະ ຢູ່ພາຍໃນປະເທດ ແມ່ນຖ່ານຫີນທຸກປະເພດ. ຂ້າງເທິງ

ມາດຕາ 9. ແຮ່ທາດທີ່ຫ້າມດຳເນີນກິດຈະການ

ແຮ່ທາດກຳມັນລັງສີທຸກຊະນິດ ແມ່ນແຮ່ທາດທີ່ຫ້າມດຳເນີນກິດຈະການໃນການສຳຫຼວດ, ຂຸດຄົ້ນ, ປຸງແຕ່ງ ຫຼື ຜະລິດ, ຄອບຄອງ, ເຄື່ອຍ້າຍ, ຊື້-ຂາຍ ແລະ ສົ່ງອອກ. ຂ້າງເທິງ

ໝວດທີ III
ການຄຸ້ມຄອງການຜະລິດ ແລະ ຜະລິດຕະພັນແຮ່ທາດ

ມາດຕາ 10. ການຄຸ້ມຄອງຜະລິດຕະພັນແຮ່ທາດ

ບຸກຄົນ ຫຼື ນິຕິບຸກຄົນ ທີ່ໄດ້ຮັບອານຸຍາດດຳເນີນທຸລະກິດບໍ່ແຮ່ ຕ້ອງໄດ້ສ້າງແຜນການຂຸດຄົ້ນ, ປຸງແຕ່ງ ຫຼື ຜະລິດ, ຈຳໜ່າຍ ແລະ ສົ່ງອອກຜະລິດຕະພັນແຮ່ທາດ. ແຜນການດັ່ງກ່າວຕ້ອງຖືກຮັບຮອງຈາກກະຊວງພະລັງງານ ແລະ ບໍ່ແຮ່ຢ່າງເປັນທາງການ ຈຶ່ງປະຕິບັດໄດ້.

ບຸກຄົນຫລືນິຕິບຸກຄົນ ທີ່ດຳເນີນທຸລະກິດບໍ່ແຮ່ ຕ້ອງລາຍງານຈຳນວນ ແລະ ຄຸນນະພາບ ຂອງຜະລິດຕະພັນແຮ່ທາດ ແຕ່ລະປະເພດທີ່ຕົນຜະລິດໄດ້ໃຫ້ແກ່ກະຊວງພະລັງງານ ແລະ ບໍ່ແຮ່ຮັບຊາບເປັນປະຈຳ ແຕ່ລະເດືອນ, ງວດ, ປີ ແລະ 5 ປີ. ຂ້າງເທິງ

ມາດຕາ 11, ການກວດກາຄຸນນະພາບຜະລິດຕະພັນແຮ່ທາດ 

ບຸກຄົນ ຫຼື ນິຕິບຸກຄົນ ທີ່ດຳເນີນທຸລະກິດບໍ່ແຮ່ຕ້ອງສົ່ງຕົວຢ່າງ ແລະ ຜົນວິໄຈຂອງຜະລິດຕະພັນແຮ່ທາດທີ່ຕົນຜະລິດໄດ້ ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອກວດຊອບຄົນນະພາບຂແງຜະລິດຕະພັນແຮ່ທາດ ແລະ ອອກໃບຢັ້ງຢືນຮັບຮອງຢ່າງເປັນທາງການ ຈຶ່ງສາມາດຈຳໜ່າຍ ແລະ ສົ່ງອອກໄດ້. ຂ້າງເທິງ

ໝວດທີ IV
ການສົ່ງຜະລິດຕະພັນແຮ່ທາດ

ມາດຕາ 12. ລະບຽບການໃນການສົ່ງອອກຜະລິດຕະພັນແຮ່ທາດ

ລັດຖະບານແຫ່ງ ສປປ ລາວ ມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບກະຊວງອົງການຕ່າງໆ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ເປັນຜູ້ກຳນົດລະບຽບໃນການສົ່ງອອກຜະລິດຕະພັນແຮ່ທາດແຕ່ລະປະເພດ ເປັນແຕ່ລະໄລຍະ. ຂ້າງເທິງ

ມາດຕາ 13. ຂັ້ນຕອນກະກຽມການສົ່ງອອກ

ຂັ້ນຕອນການກະກຽມການສົ່ງອອກ ແມ່ນໃຫ້ປະຕິບັດຕາມລະບຽບການສົ່ງອອກຂອງກະຊວງອຸດສາຫະກຳ ແລະ ການຄ້າ ທີ່ກຳນົດອອກເປັນອຕ່ລະໄລຍະ. ຂ້າງເທິງ

ມາດຕາ 14. ການອະນຸມັດສົ່ງອອກຜະລິດຕະພັນແຮ່ທາດ

ບຸກຄົນ ຫຼື ນິຕິບຸກຄົນ ກ່ອນຈະສົ່ງອອກຜະລິດຕະພັນແຮ່ທາດ ຕ້ອງມີແຜ່ນການສົ່ງອອກທີ່ໄດ້ຮັບການອະນຸມັດຈາກກະຊວງອຸດສາຫະກຳ ແລະ ການຄ້າ ໂດຍສອດຄ່ອງງກັບແຜນການຂຸດຄົ້ນ, ປຸງແຕ່ງ ຫຼື ຜະລິດ, ຈຳໜ່າຍ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ເປັນປະຈຳແຕ່ລະປີ. ກ່ອນຈະສົ່ງອອກຜະລິດຕະພັນແຮ່ທາດແຕ່ລະຄັ້ງ ຕ້ອງໄດ້ຜ່ານການກວດກາ ແລະ ໄດ້ເສຍຄ່າຊັບພະຍາກອນ, ພາສີ, ອາກອນ ແລະ ຄ່າທຳນຽມອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກໄດ້ໝາຍຂອງ ສປປ ລາວ ຢ່າງຄົບຖ້ວນ.

ບຸກຄົນ ຫຼື ນິຕິບຸກຄົນ ທີ່ສົ່ງອອກຜະລິດຕະພັນແຮ່ທາດ ຕ້ອງວ່າງເງິນມັດຈຳ ຈຳນວນສິບສ່ວນຮ້ອຍ (10%) ຂອງມູນຄ່າປະເມີນຜະລິດຕະພັນແຮ່ທາດທີ່ສົ່ງອອກ ໂດຍມອບຜ່ານກະຊວງການເງິນ. ຂ້າງເທິງ

ມາດຕາ 15. ການຊຳລະສະສາງ ກ່ຽວກັບການສົ່ງອອກ

ຜະລິດຕະພັນແຮ່ທາດ ທີ່ສົ່ງອອກຈາກ ສປປ ລາວ ທີ່ມີມູນຄ່າເກີນວົງເງີນສົດ ທີ່ທະນາຄານແຫ່ງ ສປປ ລາວ ອະນຸຍາດໃຫ້ຖືນຳເຂົ້າ ແລະ ສົ່ງອອກ ສປປ ລາວ ໃນແຕ່ລະໄລຍະນັ້ນ ຕ້ອງຖືກສຳລະໂດຍການໂອນຜ່ານລະບົບທະນາຄານທຸລະກິດທີ່ຕັ້ງຟູ່ໃນ ສປປ ລາວ ແລະ ຕ້ອງປະຕິບັດພັນທະໃນການຊຳລະສະສາງ ໃຫ້ຖືກຕ້ອງຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍທີ່ກ່ຽວຂ້ອງ ຂອງ ສປປ ລາວ. ຂ້າງເທິງ

ໝວດທີ 5
ການກວດກາການສົ່ງອອກຜະລິດຕະພັນແຮ່ທາດ

ມາດຕາ 16. ການກວດກາກ່ອນການເຄື່ອນຍ້າຍອກຈາກສະຖານທີ່ການຜະລິດ

ກະຊວງພະລັງງານ ແລະ ບໍ່ແຮ່ ເປັນຜູ້ແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງ ແລະ ກວດກາຈຳນວນ ແລະ ຄຸນນະພາບ ພ້ອມທັງປະເມີນມູນຄ່າ ກ່ອນການເຄື່ອນຍ້າຍຜະລິດຕະພັນແຮ່ທາດອອກຈາກສະຖານທີ່ປຸງແຕ່ງ ຫຼື ຜະລິດ. ຄະນະດັ່ງກ່າວປະກອບດ້ວຍຜູ້ຕາງໜ້າຂອງກະຊວງ, ອົງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ອົງການປົກປ້ອງທ້ອງຖິ່ນທີ່ກ່ຽວຂ້ອງ ເຊິ່ງມີໜ້າທີເກັບຕົວຢ່າງຂອງຜະລິດຕະພັນແຮ່ທາດ ເພື່ອນຳໄປກວດສອບ ແລະ ອອກໃບຢັ້ງຢືນເອກະສານອະນຸຍາດການສົ່ງອອກ. ຂ້າງເທິງ

ມາດຕາ 17. ຕິດຕາມ ແລະ ກວດກາການສົ່ງອອກຜະລິດຕະພັນແຮ່ທາດ

ຕິດຕາມ ແລະ ກວດກາການສົ່ງອອກຜະລິດຕະພັນແຮ່ທາດ ຈະຖືກສ້າງຕັ້ງຂື້ນຕາມສະຖານທີ່ຂຸດຄົ້ນ, ໂຮງງານປຸງ ແຕ່ງ ຫຼື ໂຮງງານຫຼອມ, ຢູ່ຈຸດດ່ານສາຍແດນຕ່າງໆຂອງ ສປປ ລາວ ເຊິ່ງຈະມີເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເປັນຜູ້ກວດຄວາມຖືກຕ້ອງ ຂອງເອດະສານອະນຸຍາດການສົ່ງອອກ. ຂ້າງເທິງ

ໝວດທີ VI
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 18. ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດດຳລັດສະບັບນີ້ພ້ອມທັງສັນຍາ, ແຜນການທີ່ວາງອອກ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງ ຈະໄດ້ຮັບການຍອງຍໍ ແລະ ຈະໄດ້ຮັບນະໂຍບາຍການອຳນວຍຄວາມມະດວກແກ່ການດຳເນີນທຸລະກິດ ຫຼື ອື່ນໆ ຕາມຄວາມເໝາະສົມ. ຂ້າງເທິງ

ມາດຕາ 19. ມາດຕະການຜູ້ລະເມີດ

ບຸກຄົນ ຫຼື ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດດ້ານບໍ່ແຮ່ ຫາກໄດ້ນຳອອກແຮ່ທາດວັດຖຸດິບ, ຜະລິດຕະພັນແຮ່ທາດບາງປະເພດ ເຊິ່ງບໍ່ໄດ້ຮັບອະນຸຍາດ ຫຼື ຫຼົບຫຼີກການເສຍພາສີ, ອາກອນຕ່າງໆ ຈະຕ້ອງເສຍພາສີ, ອາກອນຕ່າງໆຄືນ ພ້ອມທັງຖືກກ່າວເຕືອນ, ປັບໃໝ ຖືກໂທດຕາມລະບຽບກົດໝາຍທີ່ກ່ຽວຂ້ອງ ຕາມແຕ່ກຊລະນີການກະທຳຜິດສະຖານເບົາ ຫຼື ໜັກ. ຂ້າງເທິງ

ໝວດທີ VII
ບົດບັນຍັດສຸດທ້າຍ

ມາດຕາ 20. ການຈັດຕັ້ງປະຕິບັດ

ມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເປັນຜູ້ປະສານສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ທະນະຄານແຫ່ງ ສປປ ລາວ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານ ແລະ ອົງການປົກປ້ອງທ້ອງຖິ່ນຜົນຂະຫຍາຍ ແລະ ຈັດປະຕິບັດດຳລັດສະບັບນີ້ ໃຫ້ມີຄວາມສັກສິດ ແລະ ໄດ້ຮັບຜົນເປັນຢ່າງດີ.

ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດດຳລັດສະບັບນີ້ ຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 21. ຜົນສັກສິດ

ດຳລັດສະບັບນີ້ມີຜົນສັກສິດ ນັບແຕ່ວັນລົງລາຍເຊັ່ນເປັນຕົ້ນໄປ. ບັນດາຂໍ້ກຳນົດ, ຂໍ້ຕົກລົງ ແລະ ຄຳສັ່ງທີ່ປະກາດໃຊ້ໃນເມືອກ່ອນ ຫາກມີເນື້ອໃນຂັດກັບດຳລັດສະບັບນີ້ ລ້ວນແຕ່ຖືກລົບລ້າງ. ຂ້າງເທິງ

ນາຍົກລັດຖະມົນຕີແຫ່ງ ສປປ ລາວ
ບົວສອນ ບຸບຜາວັນ

 

# ຫົວຂໍ້ ດາວໂຫຼດ
1 Decree on export mining products, No. 90/PM, dated 09 June 2008 PDF
2 ດຳລັດ ວ່າດ້ວຍ ການສົ່ງອອກ ຜະລິດຕະພັນແຮ່ທາດ, ສະບັບເລກທີ 90/ນຍ, ລົງວັນທີ 09 ມິຖຸນາ 2008 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງກວດກາການສົ່ງອອກຜະລິດຕະພັນແຮ່ທາດ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ພະລັງງານ ແລະ ບໍ່ແຮ່ ຜະລິດຕະພັນແຮ່ທາດ ຕ້ອງຖືກກວດກາຢູ່ສະຖານທີ່ປຸງແຕ່ງ ຫຼື ຜະລິດ ໂດຍຂະແໜງພະລັງງານ ແລະ ບໍ່ແຮ່ ເປັນເຈົ້າການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ (ຂະແໜງຄຸ້ມຄອງຊັບສິນຂອງລັດ) ກ່ອນການສົ່ງອອກ
  1. ດຳລັດ ວ່າດ້ວຍ ການສົ່ງອອກ ຜະລິດຕະພັນແຮ່ທາດ, ສະບັບເລກທີ 90/ນຍ, ລົງວັນທີ 09 ມິຖຸນາ 2008
  2. ແຈ້ງການ ການຕິດຕາມກວດກາ ການເຄື່ອນຍ້າຍແຮ່ທາດ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກໄປຕ່າງປະເທດ, ເລກທີ 450/ພບ, ລົງວັນທີ 03 ມີນາ 2022
9999-12-31 ALL
2 ຫ້າມນໍາເຂົ້າແຮ່ທາດກໍາມັນຕະພາບລັງສີ ສິນຄ້າເກືອດຫ້າມ ກະຊວງ ພະລັງງານ ແລະ ບໍ່ແຮ່ ແຮ່ທາດທີ່ສາມາດແຜ່ທາດກໍາມັນຕະພາບລັງສີທຸກຊະນິດ ແມ່ນຫ້າມນໍາເຂົ້າ ດຳລັດ ວ່າດ້ວຍ ການສົ່ງອອກ ຜະລິດຕະພັນແຮ່ທາດ, ສະບັບເລກທີ 90/ນຍ, ລົງວັນທີ 09 ມິຖຸນາ 2008 9999-12-31 ALL
3 ຮຽກຮ້ອງໃຫ້ມີການທົດສອບຜະລິດຕະພັນແຮ່ທາດສົ່ງອອກ TBT ກະຊວງ ພະລັງງານ ແລະ ບໍ່ແຮ່ ຕົວຢ່າງຜະລິດຕະພັນແຮ່ທາດສົ່ງອອກ ຕ້ອງຖືກສົ່ງໃຫ້ກົມຄຸ້ມຄອງບໍ່ແຮ່ ເພື່ອທົດສອບຄຸນນະພາບ ດຳລັດ ວ່າດ້ວຍ ການສົ່ງອອກ ຜະລິດຕະພັນແຮ່ທາດ, ສະບັບເລກທີ 90/ນຍ, ລົງວັນທີ 09 ມິຖຸນາ 2008 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.