ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງພະລັງງານ ແລະ ບໍ່ແຮ່     ເລກທີ 450/ພບ
ນະຄອນຫຼວງວຽງຈັນ, ວັນທີ 03 ມີນາ 2022

ແຈ້ງການ

ເຖິງ: - ທ່ານ ຫົວຫນ້າກົມຄຸ້ມຄອງບໍ່ແຮ່;

   - ທ່ານ ຫົວຫນ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ/ນະຄອນຫຼວງ;

   - ບໍລິສັດລົງທຶນດ້ານບໍ່ແຮ່.

ເລື່ອງ: ການຕິດຕາມກວດກາ ການເຄື່ອນຍ້າຍແຮ່ທາດ ເພື່ອຈໍາຫນ່າຍພາຍໃນ ແລະ ສົ່ງອອກໄປຕ່າງປະເທດ.

  • ອີງຕາມ ກົດໝາຍວ່າດ້ວຍແຮ່ທາດ ສະບັບເລກທີ 31/ສພຊ, ລົງວັນທີ 03 ພະຈິກ 2017.
  • ອີງຕາມ ຄໍາສັ່ງວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018.
  • ອີງຕາມ ຫນັງສືແຈ້ງການຂອງກະຊວງການເງິນ ກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາ ສິນຄ້າ ປະເພດແຮ່ທາດ ສະບັບເລກທີ 5087/ກງ, ລົງວັນທີ 12 ຕຸລາ 2021.
  • ອີງຕາມ ຫນັງສືສະເຫນີຂອງກົມຄຸ້ມຄອງບໍ່ແຮ່ ສະບັບເລກທີ 0733/ພບ.ກຄຮ6, ລົງວັນທີ 28 ກຸມພາ 2022.

   ກະຊວງພະລັງງານ ແລະ ບໍ່ແຮ່ ຂໍຖືເປັນກຽດແຈ້ງມາຍັງທ່ານ ຊາບວ່າ: ເພື່ອເຮັດໃຫ້ວຽກງານການຕິດຕາມ ກວດກາ ການເຄື່ອນຍ້າຍແຮ່ທາດ ທີ່ຈະຈໍາຫນ່າຍຢູ່ພາຍໃນປະເທດ ແລະ ສົ່ງອອກໄປຕ່າງປະເທດ ໃຫ້ມີຄວາມເປັນ ເອກະພາບກັນໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ , ສະນັ້ນ ຈຶ່ງແຈ້ງມາຍັງທຸກພາກສ່ວນ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນລຸ່ມນີ້:

1. ມອບໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງ/ນະຄອນຫຼວງ ສົມທົບພະແນກການເງິນແຂວງ/ນະຄອນຫຼວງ (ຂະແຫນງຄຸ້ມຄອງຊັບສິນແຫ່ງລັດ) ຕິດຕາມກວດກາການເຄື່ອນຍ້າຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ຢູ່ ຕົ້ນທາງ ແລະ ສາງເກັບມ້ຽນແຮ່ທາດລະຫວ່າງທາງ ດ້ວຍການອອກໃບຢັ້ງຢືນການເຄື່ອນຍ້າຍແຮ່ທາດ ແລະ ເຮັດບົດບັນທຶກຮ່ວມກັນ ລະຫວ່າງ ພະນັກງານປະຈໍາສະຫນາມ ແລະ ບໍລິສັດ (ໃຫ້ຫັກລົບຕາມຫນັງສືແຈ້ງ ການຈໍາຫນ່າຍຜະລິດຕະພັນແຮ່ທາດ ທີ່ກົມຄຸ້ມຄອງບໍ່ແຮ່ອອກໃຫ້). ຫ້າມບໍ່ໃຫ້ອອກຫນັງສືໃດໆຕື່ມອີກ ທີ່ເປັນສິ່ງກີດຂວາງ ແລະ ສ້າງຄວາມຫຍຸ້ງຍາກແກ່ຜູ້ປະກອບການ.

2. ພະນັກງານປະຈໍາພາກສະຫນາມ ແມ່ນປະກອບດ້ວຍຜູ້ຕາງຫນ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ/ນະຄອນຫຼວງ ສົມທົບພະແນກການເງິນແຂວງ/ນະຄອນຫຼວງ (ຂະແຫນງຄຸ້ມຄອງຊັບສິນແຫ່ງລັດ) ພາກສ່ວນລະ 1 ຄົນ ເທົ່ານັ້ນ; ກໍລະນີ ພະນັກງານຂັ້ນແຂວງບໍ່ສາມາດເຂົ້າຮ່ວມໄດ້ ແມ່ນມອບໃຫ້ສາຍຕັ້ງຂອງຕົນຢູ່ຂັ້ນເມືອງເຂົ້າຮ່ວມແທນ.

3. ສໍາລັບໂຄງການບໍ່ແຮ່ຂະຫນາດໃຫຍ່ ຫຼື ໂຄງການໃດທີ່ເຫັນວ່າຂັ້ນທ້ອງຖິ່ນຍັງບໍ່ສາມາດຕິດຕາມກວດກາໄດ້ແມ່ນມອບໃຫ້ກົມຄຸ້ມຄອງບໍ່ແຮ່ເປັນຜູ້ປະຕິບັດ ແລະ ພິຈາລະນາຕາມຄວາມເຫມາະສົມ.

4. ສໍາລັບສິ່ງອໍານວຍຄວາມສະດວກ ແລະ ຄ່າແຮງງານຂອງພະນັກງານປະຈໍາພາກສະຫນາມ ແມ່ນມອບໃຫ້ບໍລິສັດທີ່ກ່ຽວຂ້ອງຮັບຜິດຊອບ ໂດຍໃຫ້ອີງຕາມລະບຽບການຂອງກະຊວງການເງິນວາງອອກ.

5. ສໍາລັບການຕິດຕາມກວດກາແຮ່ທາດ ທີ່ຈະເຄື່ອນຍ້າຍ ຫຼື ສົ່ງອອກດ້ວຍລົດໄຟລາວ-ຈີນ ແມ່ນມອບໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງ/ນະຄອນຫຼວງ ສົມທົບພະແນກການເງິນແຂວງ/ນະຄອນຫຼວງ (ຂະ ແຫນງຄຸ້ມຄອງຊັບສິນແຫ່ງລັດ) ຕິດຕາມກວດກາຢູ່ສາງຄ່ຽນຖ່າຍສິນຄ້າ (ສາງຄ່ຽນຖ່າຍທີ່ຍັງບໍ່ໄດ້ຮັບອະນຸຍາດ ເຂົ້າເປັນລະບົບສາງຈາກກະຊວງການເງິນ) ດ້ວຍການອອກໃບຢັ້ງຢືນການເຄື່ອນຍ້າຍແຮ່ທາດ ແລະ ເຮັດບົດ ບັນທຶກຮ່ວມກັນ ລະຫວ່າງ ພະນັກງານປະຈໍາສະຫນາມ ແລະ ບໍລິສັດ, ສໍາລັບແຮ່ທາດທີ່ຢູ່ໃນສາງຄ່ຽນຖ່າຍ ສິນຄ້າທີ່ໄດ້ຮັບອະນຸຍາດຈາກກະຊວງການເງິນ ຫຼື ຢູ່ໃນເຂດທ່າບົກ ທີ່ເປັນຈຸດກໍານົດເປັນດ່ານນໍາເຂົ້າ-ສົ່ງອອກ ສິນຄ້າ ແມ່ນມອບໃຫ້ຂະແຫນງການເງິນ (ພາສີ) ເປັນຜູ້ຕິດຕາມກວດກາ.

6. ພະນັກງານປະຈໍາສະຫນາມ ຕ້ອງລາຍງານຂໍ້ມູນການຕິດຕາມກວດກາການເຄື່ອນຍ້າຍແຮ່ທາດ ໃຫ້ສາຍຕັ້ງຂອງຕົນ ແລະ ກົມຄຸ້ມຄອງບໍ່ແຮ່ ຢ່າງເປັນປະຈໍາ (ປະຈໍາ ອາທິດ, ເດືອນ ແລະ ປີ).

ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມແຈ້ງການນີ້ດ້ວຍ.

ລັດຖະມົນຕີ

ປອ. ດາວວົງ ພອນແກ້ວ

 

# ຫົວຂໍ້ ດາວໂຫຼດ
1 Notification to monitor the movement of minerals for domestic distribution and export, No. 450/MOEM, date 03 March 2022 PDF
2 ແຈ້ງການ ການຕິດຕາມກວດກາ ການເຄື່ອນຍ້າຍແຮ່ທາດ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກໄປຕ່າງປະເທດ, ເລກທີ 450/ພບ, ລົງວັນທີ 03 ມີນາ 2022 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງກວດກາການສົ່ງອອກຜະລິດຕະພັນແຮ່ທາດ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ພະລັງງານ ແລະ ບໍ່ແຮ່ ຜະລິດຕະພັນແຮ່ທາດ ຕ້ອງຖືກກວດກາຢູ່ສະຖານທີ່ປຸງແຕ່ງ ຫຼື ຜະລິດ ໂດຍຂະແໜງພະລັງງານ ແລະ ບໍ່ແຮ່ ເປັນເຈົ້າການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ (ຂະແໜງຄຸ້ມຄອງຊັບສິນຂອງລັດ) ກ່ອນການສົ່ງອອກ
  1. ດຳລັດ ວ່າດ້ວຍ ການສົ່ງອອກ ຜະລິດຕະພັນແຮ່ທາດ, ສະບັບເລກທີ 90/ນຍ, ລົງວັນທີ 09 ມິຖຸນາ 2008
  2. ແຈ້ງການ ການຕິດຕາມກວດກາ ການເຄື່ອນຍ້າຍແຮ່ທາດ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກໄປຕ່າງປະເທດ, ເລກທີ 450/ພບ, ລົງວັນທີ 03 ມີນາ 2022
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.