ສາລະບານ

ມາດຕາ 1. ຈຸດປະສົງ
ມາດຕາ 2. ນິຍາມ
ມາດຕາ 3. ຂອບເຂດການນຳໃຊ້
ມາດຕາ 4. ປະລິມານຕົວຢ່າງເຕັກໂນໂລຊີທີ່ອະນຸຍາດໃຫ້ສົ່ງໄປທົດລອງ
ມາດຕາ 5. ປະລິມານຕົວຢ່າງແກ້ວປະເສີດທີ່ອະນູຍາດໃຫ້ສົ່ງໄປວິໄຈ/ວິເຄາະ
ມາດຕາ 6. ຂັ້ນຕອນການຂໍອະນຸຍາດສົ່ງຕົວຢ່າງແຮ່ທາດໄປວິໄຈ-ທົດລອງ
ມາດຕາ 7. ອົງການຄຸ້ມຄອງ ແລະອະນຸຍາດສົ່ງຕົວຢ່າງແຮ່ທາດໄປວິໄຈ-ທົດລອງ
ມາດຕາ 8. ເງື່ອນໄຂໃນການຈັດຕັ້ງປະຕິບັດສົ່ງຕົວວຢ່າງແຮ່ທາດໄປວິໄຈ-ທົດລອງ
ມາດຕາ 9. ອົງການຈັດຕັ້ງທີ່ຮັບຮອງເອົາຜົນວິໄຈ-ທົດລອງ
ມາດຕາ 10. ສິດ ແລະ ພັນທະຂອງຜູ້ສະເໜີສົ່ງຕົວຢ່າງໄປວິໄຈ-ທົດລອງ
ມາດຕາ 11. ສິດ ແລະ ພັນທະຂອງກົມທໍລະນີສາດ
ມາດຕາ12. ສິດ ແລະ ພັນທະຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງ,ນະຄອນຫຼວງ
ມາດຕາ 13. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
ມາດຕາ 14. ມາດຕະການຜູ້ລະເມີດ
ມາດຕາ 15. ການຈັດຕັ້ງປະຕິບັດ
ມາດຕາ 16. ຂໍ້ບັງຄັບໃຊ້
ມາດຕາ 17. ຜົນສັກສິດ


ສາທາລະນະລັດ  ປະຊາທິປະໄຕ    ປະຊາຊົນລາວ
ສັນຕິພາບ ເອກະລາດ  ປະຊາທິປະໄຕ  ເອກະພາບ  ວັດທະນາຖາວອນ

ກະຊວງພະລັງງານ ແລະ ບໍ່ແຮ່            ເລກທີ 1116 /ພບ
ນະຄອນຫຼວງວຽງຈັນ,ວັນທີ 21. 9. 2010

ລະບຽບ
ວ່າດ້ວຍການສົ່ງຕົວຢ່າງແຮ່ທາດໄປວິໄຈ-ທົດລອງ

-      ອີງໃສ່ກົດໝາຍວ່າດ້ວຍແຮ່ທາດ ສະບັບເລກທີ 04 / ສພຊ, ລົງວັນທີ 08 / 12 /2008;

-      ອີງຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 136/ນຍ, ລົງວັນທີ 24/7/2006 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງພະລັງງານ ແລະ ບໍ່ແຮ່.

ລັດຖະມົນຕີວ່າດວຍກະຊວງພະລັງງານ ແລະ ບໍ່ແຮ່ ອອກລະບຽບ:

ມາດຕາ 1. ຈຸດປະສົງ

ລະບຽບສະບັບນີ້ ວາງອອກເພື່ອກິແນ່ໃສ່ໃຫ້ມີຄວາມເປັນເອກະພາບໃນການຄຸ້ມຄອງ, ກວດກາ ແລະ ຕິດຕາມຂະບວນການວິໄຈ-ທົດລອງແຮ່ທາດ ທັງຢູ່ພາຍໃນ ແລະ/ຫຼື ສົ່ງໄປວິໄຈ-ທົດລອງຢູ່ຕ່າງປະເທດ; ການວິໄຈ-ທົດລອງຈຳນວນໜຶ່ງ ພ້ອມທັງນ້ຳໜັກຂອງຕົວຢ່າງທີ່ສົ່ງເຂົ້ສສວິໄຈ-ທົດລອງຂອງບຸກຄົນ,ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ດຳເນີນກິດຈະການກ່ຽວກັບແຮ່ທາດ ໂດຍສະເພາະແມ່ນໃນໄລຍະຊອກຄົ້ນ-ສຳຫຼວດແຮ່ທາດຈົນເຖິງໄລຍະການຂຸດຄົ້ນບໍ່ແຮ່. ນອກຈາກນັ້ນຍັງກຳນົດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດເພື່ອແນ່ໃສ່ໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງດັ່ງກ່າວ ແລະ ອົງການທີ່ເຮັດວຽກຄຸ້ມຄອງລັດ ປະຕິບັດພັນທະ , ໜ້າທີໄປຕາມຫຼັກວິຊາການ, ລະບຽບ ແລະ ກົດໝາຍ. ຂ້າງເທິງ

ມາດຕາ 2. ນິຍາມ

  • ການວິໄຈແຮ່ທາດ ແມ່ນການນຳເອົາອົງປະກອບຕ່າງໆຢູ່ໃນແຮ່ທາດ ຫຼື ແຮ່ທາດ, ຊຶ່ງສາມາດດຳເນີນຢູ່ໃນຫ້ອງວິໄຈ ໂດຍນຳໃຊ້ເຄື່ອງວິໄຈ, ອຸປະກອບ ແລະ ສ່ວນປະກອບຂອງານເຄມີຢ່າງສອດຄ່ອງກັບວີທີວິໄຈທີ່ກ່ຽວຂ້ອງ.
  • ການທົດລອງແຮ່ທາດ ໃນກົດລະບຽບສະບັບນີ້ ແມ່ນການກຳນົດຄຸນລັກສະນະທາງດ້ານຟິຊິກ,... ເຕັກນິກຂຸດຄົ້ນແຮ່ທາດ ແລະ ຫີນອ້ອມຂ້າງ, ເຊິ່ງສາມາດດຳເນີນໃນຫ້ອງທົດລອງລະດັບຕ່າງກັນ ໂດຍນຳໃຊ້ເຄື່ອງທົດລອງ ແລະ ອຸປະກອນຢ່າງສອດຄ່ອງກັບຈຸດປະສົງ ແລະ ເປົ້າໝາຍຂອງການທົດລອງ.  ຂ້າງເທິງ

ມາດຕາ 3. ຂອບເຂດການນຳໃຊ້

          ລະບຽບສະບັບນີ້ນຳໃຊ້ຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ດຳເນີນກິດຈະການກ່ຽວກັບແຮ່ທາດ; ຕໍ່ຂະແໜ່ງການ, ກົມກອງ,ພະແນກຂອງອົງການປົກຄອງທ້ອງຖິ່ນທີ່ເຮັດວຽກຄຸ້ມຄອງ,ກວດກາ ແລະ ຕິດຕາມຂະບວນການວິໄຈ-ທົດລອງແຮ່ທາດ ທັງຢູ່ໃນ ແລະ/ຫຼື ສົ່ງໄປວິໄຈ -ທົດລອງຢູ່ຕ່າງປະເທດ ໂດຍສະເພາະແມ່ນໃນໄລຍະຊອກຄົ້ນ-ສຳຫຼວດແຮ່ທາດຈົນຮອດໄລຍະເລີ້ມຕົ້ນຂອງການຂຸດຄົ້ນບໍ່ແຮ່.  ຂ້າງເທິງ

ມາດຕາ 4. ປະລິມານຕົວຢ່າງເຕັກໂນໂລຊີທີ່ອະນຸຍາດໃຫ້ສົ່ງໄປທົດລອງ

ໂດຍລວມ ການທົດລອງຕົວຢ່າງເຕັກໂນໂລຊີເປົ້າໝາຍ ແລະ ການນຳໃຊ້ປະລິມານແຮ່ທາດ ເຂົ້າໃນການທົດລອງແຕກຕ່າງກັນໄປ, ແຕ່ເປົ້າໝາຍສຳຄັນແມ່ນເພື່ອສຶກສາວິທີ່ການປຸງແຕ່ງແຮ່ທີ່ມີປະສິດທິຜົນທີ່ສຸດ ເພື່ອຄັດເລື້ອກຊະນິດໂຮງງານປຸງແຕ່ງ ( ລ້າງກັ່ນ, ແຍກ, ເກັບກູ້...) ໃຫ້ສອດຄ່ອງກັບຄຸນລັກສະນະ ແລະ ປະເພດແຮ່ທາດນັ້ນໆ.

 ການນຳໃຊ້ປະລິມານແຮ່ທາດ ຫຼື ຕົວຢ່າງເຕັກໂນໂລຊີ ເຂົ້າໃນການທົດລອງຂັ້ນລຸ້ມນີ້ແມ່ນກຳນົດສະເພາະແຮ່ທາດທີ່ເປັນແຮ່ເຄົ້າ (Rrlmary ore) ເປັນຕົ້ນ: ເຫຼັກ,ທອງ, ຊືນ, ສັງກະສີ, ຖ່ານຫີນ... ຈຳນວນໜຶ່ງຊຶ່ງລາຍລະອຽດສຳລັບແຮ່ທາດແຕ່ລະປະເພດນັ້ນໄດ້ກຳນົດຕ່າງຫາກ; ສ່ວນແຮ່ທາດທີ່ຫາຍາກ (Rare Earth Elements) ແລະ ແຮ່ຕົກຂ້ອນອີກຈຳນວນໜຶ່ງຈະກຳນົດຕ່າງຫາກ:

ກ.ຕົວຢ່າງສະເພາະ ຫຼື ພາກສ່ວນທີ່ມີນຳໜັກແຕ່ 1 ຫາ 100 ກິໂລກຣາມ; ຊຶ່ເອົາໃນໄລຍະຊອກຄົ້ນ-ຕີລາຄາ ເພື່ອກຳນົດປະເພດ Mlneral (ທຳມະຊາດ) ຂອງ/ໃນ ແຮ່ (ore).

ຂ.ຕົວຢ່າງຂະໜາດນ້ອຍມີນ້ຳໜັກແຕ່ 100 ຫາ 200 ກິໂລກຣາມ ເພື່ອກຳນົດປະເພດເຕັກໂນໂລຊີແຮ່ທາດ, ເຊິ່ງເອົາໃນໄລຍະການສຳຫຼວດເບື້ອງຕົ້ນ ຕົວຢ່າງທີ່ເອົາໄປທົດລອງມີນ້ຳໜັກບໍ່ເກີນ 10 ໂຕນເພື່ອກຳນົດໂຄງຮ່າງ/ວິທີການແຍກ, ຫຍ້ຳ, ບົດ ຫຼື ລ້າງກັ່ນ... ແຮ່ທາດ...

ຄ.ຕົວຢ່າງຂະໜາດໃຫຍ່ ມີນ້ຳໜັກແຕ່ 10 ຫາ 300 ໂຕນ ສຳລັບການທົດລອງເຄິ່ງໂຮງງານ (ເຄິ່ງອຸດສາຫະກຳ) ແລະ 2.000-5.000 ໂຕນສຳລັບການທົດລອງລະດັບໂຮງງານ (ອຸດສາຫະກຳ) ເພື່ອຜະລິດເປັນອຸດສາຫະກຳແບບຖາວອນ. ຕົວຢ່າງເຫຼົ່ານີ້ແມ່ນເອົາໃນໄລຍະສຳຫຼວດສຸດທ້າຍຂອງການສຳຫຼວດລະອຽດ.  ຂ້າງເທິງ

ມາດຕາ 5. ປະລິມານຕົວຢ່າງແກ້ວປະເສີດທີ່ອະນູຍາດໃຫ້ສົ່ງໄປວິໄຈ/ວິເຄາະ

  • ຕົວຢ່າງແກ້ວປະເສີດທີ່ເກັບໄດ້ໃນໄລຍະການຊອກຄົ້ນ ພາຍຫຼັງການຈັດປະເພດ ຫຼື ກເຣດແລ້ວ ຈະຖືກສົ່ງເຂົ້າວິໃຈ/ວິເຄາະໃສນຈຳນວນບໍ່ໃຫ້ເກີນ 1/4 ຂອງຕົວຢ່າງທັງໝົດ.
  • ຕົວຢ່າງແກ້ວປະເສີດທີ່ເກັບໄດ້ໃນໄລຍະສຳຫຼວດ ພາຍຫຼັງທີ່ໄດ້ຈັດປະເພດ ຫຼື ກເຣດແລ້ວ ຈະຖືກສົ່ງເຂົ້າວິໄຈ/ວິເຄາະໃນຈຳນວນບໍ່ໃຫ້ເກີນ 1/3 ຂອງຕົວຢ່າງທັງໝົດ.
  • ຕົວຢ່າງແກ້ວປະເສີດທີ່ເກັບໄດ້ໃນໄລຍະການຂຸດຄົ້ນພາຍຫຼັງທີ່ຈັດປະເພກ ຫຼື ກເຣດແລ້ວ ຈະຖືກສົ່ງເຂົ້າວິໃຈ/ວິເຄາະຕາມແຜນການຂຸດຄົ້ນ.
  • ຈຳນວນແກ້ວປະເສີດທີ່ເຫຼືອ: 3/4 ຈາກ 1/4  ແລະ 2/3 ຈາກ 1/3 ໃຫ້ເກັບຮັກສາໄວ້ຊົ່ວຄາວພາຍໃຕ້ການຕົກລົງຂອງສອງ (2) ຝ່າຍ (ຜູ້ລົງທຶນ ແລະ ລັດຖະບານ ຫຼື ລັດຖະບານ ຫຼື ອີງຕາມສັນຍສທີ່ເຊັນກັນ 2 ຝ່າຍ) ແລະ ພາຍໃຕ້ການຄຸ້ຄອງຂອງຄະນະກຳມະການໃດໜຶ່ງທີ່ຖືກແຕ່ງຕັ້ງຢ່າງເປັນທາງການ.  ຂ້າງເທິງ

ມາດຕາ 6. ຂັ້ນຕອນການຂໍອະນຸຍາດສົ່ງຕົວຢ່າງແຮ່ທາດໄປວິໄຈ-ທົດລອງ

ບຸກຄົນ,ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີຈຸດປະສົງຢາກສົ່ງຕົວຢ່າງແຮ່ທາດໄປວິຈ_ທົດລອງຢູ່ພາຍໃນ ແລະ/ຫຼື ຕ່າງປະເທດ ຕ້ອງເຮັດໃບສະເໜີ, ຊຶ່ງປະກອບດ້ວຍເອການກ່ຽວຂ້ອງ ແລະ ຕາມຂັ້ນຕອນຂ້າງລຸ່ມນີ້:

  1. ໃບສະເໜີຂໍສົ່ງແຮ່ທາດໄປວິໄຈ-ທົດລອງຢູ່ພາຍໃນ ແລະ/ຕ່າງປະເທດ;
  2. ໃບອະນຸຍາດຊອກຄົ້ນ ຫຼື ສຳຫຼວດແຮ່ທາດຂອງກົມບໍ່ແຮ່;
  3. ແຜນການສົ່ງ ຫຼື ວິໄຈ-ທົດລອງຕົວຢ່າງແຮ່ທາດທທີ່ລະບຸໄວ້ໃນແຜນການຊອກຄົ້ນ/ສຳຫຼວດແຮ່ທາດ ຫຼື ໃນແຜນການສົ່ງຕົວຢ່າງສະເພາະ (ສະບັບໂກປີ), ເຊິ່ງກົມທໍລະນີສາດ, ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ຮັບຮອງເອົາແລ້ວ;
  4. ແບບຟອມການອະນຸຍາດສົ່ງຕົວຢ່າງແຮ່ທາດໄປວິໄຈ-ທົດລອງຢູ່ພາຍໃນ ແລະ/ຫຼື ຕ່າງປະເທດຈາກກົມທໍລະນີສາດ;
  5. ແລະ ເອກະສານທີ່ກ່ຽວຂ້ອງຈຳນວນໜຶ່ງ
  • ຖ້າຝບສະເໜີ ແລະ ເອກະສານຖືກຕ້ອງຕາມຫຼັກການ ກົມທໍລະນີສາດຈະຄົ້ນຄ້ວາ;ພິຈາລະນາ,ອະນຸຍາດໃຫ້ສົ່ງໄປວິໄຈ-ທົດລອງທັງພາຍໃນ ແລະ/ຫຼື ຕ່າງປະເທດພາຍໃນ 5 ວັນລັດຖະການ.
  • ກ່ອນຈະສົ່ງຕົວຢ່າງແຮ່ທາດໄປວິໄຈ-ທົດລອງຢູ່ພາຍໃນ ແລະ/ຫຼື ຕ່າງປະເທດ ຕົວຢ່າງດັ່ງກ່າວ ຕ້ອງຖືກກວດສອບຈາກຄະນະວິຊາການທີ່ກ່ຽວຂ້ອງ ຂອງກົມທໍລະນີສາດ ແລະ/ຫຼື ພະແນກການຂອງອົງການປົກຄອງທ້ອງຖີ່ນທີ່ເຮັດວຽກຄຸ້ມຄອງ,ກວດກາ ແລະ ຕິດຕາມຄະບວນການວິໄຈ-ທົດລອງແຮ່ທາດ.  ຂ້າງເທິງ

ມາດຕາ 7. ອົງການຄຸ້ມຄອງ ແລະອະນຸຍາດສົ່ງຕົວຢ່າງແຮ່ທາດໄປວິໄຈ-ທົດລອງ

ກົມທໍລະນີສາດ, ກະຊວງພະລັງງານ ແລະ ບໍ່ແຮ່ ເປັນຜູ້ຄົ້ນຄ້ວາ, ພິຈາລະນາ ແລະ ອະນຸຍາດໃຫ້ສົ່ງຕົວຢ່າງແຮ່ທາດໄປວິໄຈ-ທົດລອງຢູ່ພາຍໃນ ແລະ/ຫຼື ຕ່າງປະເທດ.

ໃນກໍລະນີ ຫາກໂຄງການຊອກຄົ້ນ,ສຳຫຼວດແຮ່ທາດຢູ່ຫ່າງໄກຈາກກົມທໍລະນີສາດ ,ເຊັ່ນ: ຢູ່ເຂດແຂວງພາກເໜືອ ຫຼື ຢູ່ພາກໃຕ້, ເສັ້ນທາງຄົມມະນາຄົມ,ໄປ-ມາມີຄວາມຫຍຸ່ງຍາກ...ກົມທໍລະນີສາດຈະມອບໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ເປັນຜູ້ຄຸ້ມຄອງຕິດຕາມ, ກວດກາ ແລະ ອະນຸຍາດ ບົນພື້ນຖານທີ່ມີຜູ້ຕ້ອງການສົ່ງຕົວຢ່າງດັ່ງກ່າວ ຕ້ອງເຮັດໃບສະເໜີ,ຊຶ່ງປະກອບດ້ວຍເອກະສານທີກ່ຽວຂ້ອງຕາມແບບຟອມ ແລະ ຂັ້ນຕອນຂອງກົມທໍລະນີສາດເຖິງພະແນກດັ່ງກ່າວ.  ຂ້າງເທິງ

ມາດຕາ 8. ເງື່ອນໄຂໃນການຈັດຕັ້ງປະຕິບັດສົ່ງຕົວວຢ່າງແຮ່ທາດໄປວິໄຈ-ທົດລອງ

  • ຕົວຢ່າງແຮ່ທາດທີ່ບຸກຄົນ,ນິຕິບຸກຄົນ ຫຼື ການຈັດຕັ້ງເກັບຈາກການດຳເນີນກິດຈະການກ່ຽວກັບແຮ່ທາດ ໂດຍສະເພາະແມ່ນໃນໄລຍະຊອກຄົ້ນ-ສຳຫຼວດ ເພື່ອນຳໄປວິໄຈ-ທົດລອງຕາມທີ່ກົມທໍລະນີສາດຮັບຮອງເອົາ ຕ້ອງສົ່ງເຂົ້າວິໄຈ-ທົດລອງທີ່ຫ້ອງວິໄຈ-ທົດລອງຂອງກົມທໍລະນີສາດ ຫຼື ສູນວິໄຈ-ທົດລອງແຮ່ທາດທີ່ກະຊວງພະລັງງານ ແລະ ບໍ່ແຮ່ ຮັບຮອງ.
  • ກໍລະນີຫາກຫ້ອງວິໄຈ-ທົດລອງຂອງກົມທໍລະນີສາດ ຫຼື ສູນວິໄຈແຮ່ທາດທີ່ກ່າວມາໃນມາດຕາ 8 ບໍ່ສາມາດຕອບສະໜອງໄດ້ເຊັ່ນ: ປະລິມານຕົວຢ່າງແຮ່ທາດທີ່ສົ່ງໃຫ້ວິໄຈ-ທົດລອງຫຼາຍ (ເກີນຂີດຄວາມສາມາດ) ຫຼື ບໍ່ທັນສາມາດວິໄຈ-ທົດລອງ ຕາມປະເພດ/ວິທີທີ່ຜູ້ສະເໜີຕ້ອງການ ບຸກຄົນ,ນິຕິບຸກຄົນ ຫຼື ການຈັດຕັ້ງເຫຼົ່ານັ້ນ ສາມາດນຳເອົາຕົວຢ່າງໄປວິໄຈ-ທົດລອງຢູ່ສະຖານທີ່ອື່ນໄດ້ ໂດຍຜ່ານການພິຈາລະນາຂອງກົມທໍລະນີສາດ.
  • ກໍລະນີຫາກບຸກຄົນ,ນິຕິບຸກຄົນ ຫຼືການຈັດຕັ້ງທີ່ດຳເນີນກິດຈະການກ່ຽວກັບແຮ່ທາດໂດຍສະເພາະແມ່ນໃນ ໄລຍະຊອກຄົ້ນ-ສຳຫຼວດ ມີ ແລະ ນຳໃຊ້ຫ້ອງວິໄຈ-ທົດລອງເປັນຂອງຕົນເອງ ບຸກຄົນ,ນິຕິບຸກຄົນ ຫຼື ການຈັດຕັ້ງນັ້ນ ຕ້ອງສົ່ງຕົວຢ່າງແຮ່ທາດທີ່ປຸງແລ້ວ (ທີ່ສົ່ງໄປເກັບມ້ຽນເອີ້ນວ່າດູພລີເຄດ/duplicate ເພື່ອໄວ້ວິໄຈ-ກວດກາ, ສົມທຽບຄືນຜົນວິໄຈຜ່ານມາຂອງຫ້ອງວິໄຈພາຍໃນ) ໃນກົມທໍລະນີສາດວິໄຈ-ທົດລອງ ແລະ ສົມທຽບຄວາມຜິດດ່ຽງຂອງຜົນວິໄຈ. ຖ້າຂາດງົບປະມານ ຫຼື ສານລະລາຍເຄມີ/ໂລຫະປະສົມ... ທີ່ໃຊ້ໃນການວິໄຈກົມທໍລະນີສາດ ອາດຈະຮຽກຮ້ອງໃຫ້ບຸກຄົນ,ນິຕິບຸກຄົນ ຫຼື ການຈັດຕັ້ງນັ້ນ... ຊ່ວຍສະໜອງໃຫ້ເປັນວັດຖຸ ຫຼື ທົດແທນຄ່າສິ້ນເປືອງ.
  • ພ້ອມກັບໃບສະເໜີ ແລະ ເອກະສານຂໍສົ່ງຕົວຢ່າງແຮ່ທາດໄປວິໄຈ-ທົດລອງຢູ່ພາຍໃນ ແລະ/ຫຼື ຕ່າງປະເທດ ຜູ້ສະເໜີຕ້ອງຂໍວິຊາການຈາກກົມທໍລະນີສາດຢ່າງໜ້ອຍ 1 ຄົນເພື່ອໄປສົມທົບກັບພະນັກງານຢູ່ທ້ອງຖິ່ນອີກຢ່າງໜ້ອຍ 1 ຄົນ ກວດກາ,ເບິ່ງປະເພດ, ຈຳນວນຂອງຕົວຢ່າງເຫຼົ່ານັ້ນ. ເມືອເຫັນວ່າຖືດຕ້ອງ, ສອດຄ່ອງກັບຄວາມເປັນຈິງແລ້ວ ພະນັກງານກວດກາດັ່ງກ່າວຈັງລົງລາຍເຊັນ. ກໍລະນີຫາກຜູ້ສະເໜີນຳເອົາຕົວຢ່າງມາໃຫ້ພະນັກງານກົມທໍລະນຮສາດ ກວດກາທີ່ຕຶກກົມ ຫຼື ບ່ອນໃດບ່ອນໜຶ່ງ ກໍ່ບໍ່ຈຳເປັນໃຫ້ພະນັກງານທທ້ອງຖິ່ນມາເຂົ້າຮ່ວມ. ຈາກນັ້ນ ຈຶ່ງໃຫ້ຫົວໜ້າກົມ ຫຼື ຮອງຫົວໜ້າກົມທໍລະນີສາດເຊັນອະນຸຍາດສົ່ງໄປ/ເຂົ້າວິໄຈ. ຂ້າງເທິງ

ມາດຕາ 9. ອົງການຈັດຕັ້ງທີ່ຮັບຮອງເອົາຜົນວິໄຈ-ທົດລອງ

ບຸກຄົນ,ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ສົ່ງຕົວຢ່າງແຮ່ທາດໄປວິໄຈ-ທົດລອຢູ່ພາຍໃນ ແລະ/ຫຼື ຕ່າງປະເທດ ຕ້ອງນຳຜົນວິໄຈ-ທົດລອງຕົວຢ່າງເຫຼົ່ານັ້ນມາໃຫ້ກົມທໍລະນີສາດ, ກະຊວງພະລັງງານ ແລະ ບໍ່ແຮ່ ຄົ້ນຄວ້າ, ກວດກາ, ລຽບລຽງ ແລະ ພິຈາລະນະຮັບເອົາ.

ກໍລະນີ ຫາກມີຂໍ້ສົງໃສໃດໜຶ່ງກົມທໍລະນີສາດຈະວິໄຈ-ທົດລອງຄືນ ແຕ່ເນື່ອງຈາກວ່າງົບປະມານຂອງລັດມີຂີດຈຳກັດ ສະນັ້ນຄ່າສິ້ນເປືອງຕ່າງໆອາດຈະຮຽກຮ້ອງໃຫ້ບຸກຄົນ,ນິຕິບຸກຄົນ ຫຼື ການຈັດຕັ້ງນັ້ນຊ່ວຍສະໜອງໃຫ້ ຫຼື ທົດແທນຄືນ.  ຂ້າງເທິງ

ມາດຕາ 10. ສິດ ແລະ ພັນທະຂອງຜູ້ສະເໜີສົ່ງຕົວຢ່າງໄປວິໄຈ-ທົດລອງ

ສິດ:

  • ຈະໄດ້ຮັບເອກະສານຕ່າງໆທີ່ກ່ຽວຂ້ອງກັບການສົ່ງແຮ່ທາກໄປວິໄຈ-ທົດລອງຢູ່ພາຍໃນ ແລະ/ຫຼື ຕ່າງປະເທດ ໂດຍຜ່ານການພິຈາລະນາຂອງກົມທໍລະນີສາດ;
  • ໄດ້ຮັບໜັງສືຢັ້ງຢື້ນຮັບຮອງຜົນວິໄຈ-ທົດລອງແຮ່ທາດຈາກກົມທໍລະນີສາດ;
  • ນຳເອົາຜົນວິໄຈ-ທົດລອງແຮ່ທາດທີ່ໄດ້ຜ່ານການຢັ້ງຢືນ ຮັບຮອງຈາກກົມທໍລະນີສາດໄປລາຍງານ ຫຼື ຂັດຕິດໃສ່ບົດລາຍງານຊອກຄົ້ນ-ສຳຫຼວດ ແຮ່ທາດຂອງຕົນ.

ພັນທະ:

  • ຕ້ອງເຂົ້າມາສົມທົບກັບວິຊາການທີ່ກ່ຽວຂ້ອງຂອງກົມທໍລະນີສາດເພື່ອຄົ້ນຄວ້າ,ຂື້ນແຜນການໄປກວດກາ,ເບິ່ງປະເພດຈະນວນ,ນ້ຳໜັກຂອງຕົວຢ່າງ...
  • ຕ້ອງສະໜອງເຄື່ອງມືອຸປະກອນຮັບໃຊ້ທີ່ຈຳເປັນຂອງວຽກງານດັ່ງກ່າວ;
  • ຕ້ອງຈ່າຍຄ່າເດີນທາງ,ກິນຢູ່ພັກເຊົາ,ຄ່າທຳນຽມຕ່າງໆ ແລະ ຄ່າແຮງງານວິຊາການຕາມລະບຽບຂອງກົມທໍລະນີສາດ ຫຼື ຂອລັດວາງອອກ;
  • ຕ້ອງສຳລະຄ່າແຮງງານໃຫ້ວິຊາການ ກົມທໍລະນີສາດ ລ່ວງໜ້າກ່ອນອອກປະຕິບັດວຽກງານຢ່າງຊ້າ 1 (ໜຶ່ງ) ວັນ ໂດຍຜ່ານພາກສ່ວນການເງິນຂອງກົມຕາມຈຳນວນວັນທີ່ກຳນົດໄວ້ໃນແຜນການ ຫຼື ໃບມອບໝາຍອອກໄປປະຕິບັດວຽກງານ ຜູ້ສະເໜີ ຫຼື ຜູ້ລົງທຶນຕ້ອງຈ່າຍຕື່ມຈຳນວນທີ່ເກີນ ຫຼື ຖ້າຫາກຫຼຸດກຳນົດ ຜູ້ສະເໜີ ຫຼື ຜູ້ລົງທຶນມີສິດຮ້ອງຂໍຖອນເງິນຄືນໄດ້ຕາມຈຳນວນວັນທີ່ຫຼຸດ;
  • ຕ້ອງຈ່າຍຄ່າແຮງງານພາກສະໜາມ ໃຫ້ແກ່ພະນັກງານທ້ອງຖິ່ນ ທີ່ເຂົ້າຮ່ວໃວຽກງານຕາມອັດຕາທີ່ພະແນກການຂອງທ້ອງຖິ່ນກຳນົດ ຫຼື ລະບຽບການກ່ຽວຂ້ອງຂອງັດວ່າງອອກ;
  • ຕ້ອງຈ່າຍຄ່າວິໄຈ-ທົດລອງຕົວຢ່າງທີ່ນຳມາວິໄຈ-ທົດລອງຢູ່ກົມທໍລະນີສາດ ຫຼື ສູນວິໄຈ-ທົດລອງແຮ່ທາດທີ່ກ່າວໃນມາດຕາ 8 ;
  • ຕ້ອງຮັບຜິດຊອບຕໍ່ການເຈັບເປັນ, ຕໍ່ອຸປະຕິເຫດທີ່ເກີດຂື້ນກັບພະນັກງານ ຫຼື ບຸກຄົນໃນໄລຍະປະຕິບັດວຽກງານຕາມຄວາມເໝາະສົມ ຫຼື ຕາມລະບຽບ, ກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ.  ຂ້າງເທິງ

ມາດຕາ 11. ສິດ ແລະ ພັນທະຂອງກົມທໍລະນີສາດ

  • ຕິດຕາມກວດກາແຜນການສົ່ງແຮ່ທາດໄປວິໄຈ-ທົດລອງຢູ່ພາຍໃນ ແລະ/ຫຼື ຕ່າງປະເທດ ຂອງຜູ້ສະເໜີ ຫຼື ຜູ້ລົງທຶນ;
  • ແຈ້ງເຕືອນຜູ້ສະເໜີ ຫຼື ຜູ້ລົງທຶນຊາບ ແລະ ປະຕິບັດໃນກໍລະນີຜູ້ສະເໜີ ຫຼື ຜູ້ລົງທຶນປະຕິບັດບໍສອດຄ່ອງກັບລະບຽບສະບັບນີ້;
  • ເຊັນຮັບຮອງເອົາຜົນວິໄຈ-ທົດລອງແຮ່ທາດໃຫ້ຜູ້ສະເໜີ ຫຼື ຜູ້ລົງທຶນ ຫຼັງຈາກໄດ້ຄົ້ນຄວ້າ, ກວດກາ, ລຽບລຽງ/ສົມທຽບວ່າຖືກຕ້ອງ ແລະ ແນ່ນອນແລ້ວ;
  • ວິຊາການ ທີ່ໄປປະຕິບັດໜ້າທີ່ ຕາມການມອບໝາຍຂອງກົມທໍລະນີສາດ ມີສິດໄດ້ຮັບຄ່າແຮງງານຈາກຜູ້ສະ   ເໜີ ຫຼື ຜູ້ລົງທຶນ ແລະ ຕ້ອງຈ່າຍພັນທະໃຫ້ລັດ ຈາກລາຍຮັບຂອງຕົນຕາມອັດຕາສ່ວນ ຫຼື ພາກສ່ວນທີ່ກ່ຽວຂ້ອງຂອງລັດວາງອອກ.  ຂ້າງເທິງ

ມາດຕາ12. ສິດ ແລະ ພັນທະຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງ,ນະຄອນຫຼວງ

  • ວິຊາການ ທີ່ໄປປະຕິບັດໜ້າທີ່ ຕາມການມອບໝາຍຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງ,ນະຄອນຫຼວງມີສິດໄດ້ຮັບຄ່າແຮງງານຈາກຜູ້ສະເໜີ ຫຼື ຜູ້ລົງທຶນ ແລະ ຕ້ອງຈ້າຍຄ່າພັນທະໃຫ້ລັດຕາມລາຍຮັບຂອງຕົນຕາມອັດຕາສ່ວນທີ່ພະແນກ ຫຼື ພາກສ່ວນທີ່ກ່ຽວຂ້ອງຂອງລັດວາງອອກ;
  • ຄຸ້ມຄອງຕິດຕາມ,ກວດກາ ໃຫ້ອານຸຍາດສົ່ງຕົວຢ່າງແຮ່ທາດໄປວິໄຈ-ທົດລອງຢູ່ພາຍໃນ ແລະ/ຫຼື ຕ່າງປະເທດແກ່ຜູ້ສະເໜີ ຫຼື ຜູ້ລົງທຶນຕາມການມອບໝາຍຂອງກົມທໍລະນີສາ
  • ປະສານສົມທົບກັບກົມທໍລະນີສາດ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງ,ນະຄອນຫຼວງໃນກໍລະນີ ຜູ້ສະເໜີ ຫຼື ຜູ້ລົງທຶນ ປະຕິບັດບໍ່ສອດຄ່ອງກັບລະບຽບເຫຼົ່ານີ້ ເພື່ອຊອກຊ່ອງທາງແກ້ໄຂໃຫ້ຜູ້ກ່ຽວປະຕິບັດໃຫ້ຖືກຕ້ອງ.  ຂ້າງເທິງ

ມາດຕາ 13. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ

ບຸກຄົນ,ນິຕິບຸກຄົນ,ອົງການຈັດຕັ້ງ,ບໍລະສັດພາຍໃນ ແລະ/ຫຼື ຕ່າງປະເທດ ທີ່ມີຜົນງານໃນການຈັດຕັ້ງປະຕິບັດລະບຽບ ສະບັບນີ້ຈະໄດ້ຮັບການຍ້ອງຍໍ ຫຼື ປະຕິບັດນະໂຍບາຍອື່ນໆຈາກະຊວງພະລັງງານ ແລະບໍ່ແຮ່ ຕາມຄວາມເໝາະສົມ.  ຂ້າງເທິງ

ມາດຕາ 14. ມາດຕະການຜູ້ລະເມີດ

ບຸກຄົນ,ນິຕິບຸກຄົນ,ອົງການຈັດຕັ້ງ,ບໍລະສັດພາຍໃນ ແລະ/ຫຼື ຕ່າງປະເທດທີ່ໄດ້ລະເມີດລະບຽບສະບັບນີ້ ຈະຖືກກ່າວເຕືອນ,ປັບໃໝ,ໂຈະການດຳເນີນກິດຈະການຊົ່ວຄາວ, ຖອນຝບອະນຸຍາດ ຫຼື ຖືກລົງໂທດຕາມລະບບຽບກົດໝາຍທີ່ກ່ຽວຂ້ອງ ຕາມແຕ່ລະກໍລະນີການກະທຳຜິດສະຖານເບົາ ຫຼື ໜັກ.  ຂ້າງເທິງ

ມາດຕາ 15. ການຈັດຕັ້ງປະຕິບັດ

ມອບໃຫ້ກົມທໍລະນີສາດສົມທົບກັບກົມບໍ່ແຮ່, ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ນະຄອນຫຼວງ,ດ່ານເຂົ້າ-ອອກປະເທດຈຸດຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງອົງການປົກຄອງທ້ອງຖິ່ນຈັດຕັ້ງປະຕິບັດລະບຽບສະບັບນີ້ຢ່າງເຂັ້ມງວດ ແລະ ໄດ່ຮັບຜົນເປັນຢ່າງດີ.  ຂ້າງເທິງ

ມາດຕາ 16. ຂໍ້ບັງຄັບໃຊ້

ຖ້າບຸກຄົນ,ນິຕິບຸກຄົນ,ອົງການຈັດຕັ້ງ,ບໍລະສັດພາຍໃນ ແລະ/ຫຼື ຕ່າງປະເທດປະກອບເອກະສານທີ່ກ່ຽວຂ້ອງບໍ່ຄົບຖ້ວນ ຕາມທີ່ລະບຸໄວ້ໃນມາດຕາ 6 ຂອງລະບຽບສະບັບນີ້ ກົມທໍລະນີສາດ, ກະຊວງພະລັງງານ ແລະ ບໍ່ແຮ່ຈະບໍ່ຮັບພິຈາລະນາຄຳຮອງຂໍສົ່ງຕົວຢ່າງແຮ່ທາດໄປວິໄຈ-ທົດລອງ.  ຂ້າງເທິງ

ມາດຕາ 17. ຜົນສັກສິດ

ລະບຽບສະບັບນີ້ ມີຜົນສັກສິດ ແລະ ນຳໃຊ້ໄດ້ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.  ຂ້າງເທິງ

              ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ 
( ເຊັນ ແລະ ປະທັບກາ )

# ຫົວຂໍ້ ດາວໂຫຼດ
1 Instruction on sending the mining for inspection No. 1116/MEM PDF
2 ລະບຽບວ່າດ້ວຍ ການສົ່ງ ຕົວຢ່າງແຮ່ທາດ ໄປວິໄຈ-ທົດລອງ, ສະບັບເລກທີ 1116/ພບ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.