ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ນາຍົກລັດຖະມົນຕີ            ເລກທີ 41/ນຍ
ນະຄອນຫລວງວຽງຈັນ, ວັນທີ 26 ມີນາ 2014

ຂໍ້ຕົກລົງ
ຂອງນາຍົກລັດຖະມົນຕີ

ວ່າດ້ວຍການມອບສິດໃຫ້ແຂວງ, ນະຄອນຫລວງ
 ເປັນຜູ້ຄົ້ນຄວ້າພິຈາລະນາອະນຸຍາດສົ່ງອອກໄມ້ປູກທີ່ເປັນໄມ້ທ່ອນ ແລະ ໄມ້ເລື່ອຍ

-       ອີງຕາມ ກົດໝາຍ ວ່າດ້ວຍລັດຖະບານແຫ່ງ ສປປ ລາວ ສະບັບເລກທີ 02/ສພຊ, ລົງວັນທີ 06/05/2003
-       ອີງຕາມ ກົດໝາຍ ວ່າດ້ວຍປ່າໄມ້ສະບັບເລກທີ 06/ສພຊ, ລົງວັນທີ 24 ທັນວາ 2007
-       ອີງຕາມ: ໜັງສືສະເໜີຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 379/ອຄ. ກຂອ, ລົງວັນທີ 04 ມີນາ 2014.

ເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງລັດຖະບານ ໃນການປູກໄມ້ໃຫ້ເປັນເປັນສິນຄ້າສົ່ງອອກຕ່າງປະເທດ ແລະ ເປັນການອຳນວຍຄວາມສະດວກຂອງຜູ້ປະກອບການ ດ້ວຍການຫລຸດຜ່ອນ ຂັ້ນຂອດທີ່ບໍ່ຈຳເປັນໃນການສົ່ງອອກໄມ້ປູກ, ໂດຍສອດຄ່ອງກັບນະໂຍບາຍ 03 ສ້າງ ໃນການມອບສິດ, ມອບຄວາມຮັບຜິດຊອບ ຈາກສູນກາງ.

ນາຍົກລັດຖະມົນຕີ ຕົກລົງ:

ມາດຕາ 1.

ໃຫ້ແຂວງ, ນະຄອນຫລວງ ເປັນຜູ້ຄົ້ນຄວ້າ ພິຈາລະນາ ອະນຸຍາດສົ່ງອອກໄມ້ປູກ ( ໄມ້ສັກ, ໄມ້ຢາງພາລາ, ໄມ້ເກດສະໜາ, ໄມ້ເວິກ, ໄມ້ກະຖິນນາລົງ ແລະ ໄມ້ກະຖິນເທພາ) ທີ່ເປັນໄມ້ທ່ອນ ແລະ ໄມ້ເລື່ອຍ. ຂ້າງເທິງ

ມາດຕາ 2.

ໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ເປັນເຈົ້າການຄົ້ນຄວ້າ ພິຈາລະນາອອກໃບອະນຸຍາດສົ່ງອອກໄມ້ປູກ ທີ່ເປັນໄມ້ທ່ອນ ແລະ ໄມ້ເລື່ອຍ ຕາມຊະນິດໄມ້ທີ່ໄດ້ກຳນົດໄວ້ໃນມາດຕາ 1 ບົນພື້ນຖານການຢັ້ງຢືນແຫລ່ງທີ່ມາຂອງໄມ້ ຈາກພະແນກກະສິກຳປ່າໄມ້ ແຂວງ, ນະຄອນຫລວງ. ຂ້າງເທິງ

ມາດຕາ 3.

ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງ ເປັນເຈົ້າການຮັບຜິດຊອບຢັ້ງຢືນແຫລ່ງທີ່ມາຂອງໄມ້ປູກ, ພ້ອມດຽວກັນນັ້ນ ກໍ່ເປັນເຈົ້າການຄຸ້ມຄອງ, ກວດກາ ແລະ ຕິດຕາມການເຄື່ອນຍ້າຍໄມ້ປູກອອກຕ່າງປະເທດ ເພື່ອຫລີກລ້ຽງບໍ່ໃຫ້ມີການສວຍໂອກາດລັກລອບເອົາໄມ້ທຳມະຊາດ ແລະ ໄມ້ປູກທີ່ບໍ່ນອນຢູ່ໃນມາດຕາ 1 ຊຸກເຊື່ອງໄປນຳ. ຂ້າງເທິງ

ມາດຕາ 4.

ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກະສິກຳ ແລະ ປ່າໄມ້ ອອກບົດແນະນຳ ເພື່ອຜັນຂະຫຍາຍເນື້ອໄນຈິດໃຈຂອງຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນຢ່າງດີ. ຂ້າງເທິງ

ມາດຕາ 5.

ບັນດາກະຊວງ, ອົງການທຽບເທົ່າກະຊວງ, ນະຄອນຫລວງ, ແຂວງ ໃນຂອບເຂດທົ່ວປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້, ໃຫ້ການຮ່ວມມື ແລະ ພ້ອມກັນຈັດຕັ້ງ ຜັນຂະຫຍາຍຂໍ້ຕົກລົງສະບັບນີ້ ຕາມພາລະບົດບາດຂອງຕົນຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 6.

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດຕັ້ງແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

 

ນາຍົກລັດຖະມົນຕີ

ທອງສິງ ທຳມະວົງ

 ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Decision on authorization to province and the capital for making decision of licensing exportation of the plantation timber for round wood (logs) and sawed wood (processed), No. 41/PM PDF
2 ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການມອບສິດໃຫ້ ແຂວງ, ນະຄອນຫລວງ ເປັນຜູ້ຄົ້ນຄວ້າ ພິຈາລະນາ ອະນຸຍາດສົ່ງອອກ ໄມ້ປູກ ທີ່ເປັນໄມ້ທ່ອນ ແລະ ໄມ້ເລື່ອຍ ສະບັບເລກທີ 41/ນຍ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.