ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ         ເລກທີ 1499/ກງ
ນະຄອນຫລວງວຽງຈັນ, ວັນທີ 03 ກໍລະກົດ 2013

ແຈ້ງການແນະນຳ

ເຖິງ:

-      ກົມພາສີ
-      ກົມສ່ວຍສາອາກອນ
-      ກົມຄຸ້ມຄອງຊັບສິນຂອງລັດ
-       ກົມກວດກາການເງິນ
-       ບັນດາພະແນກການເງິນປະຈຳແຂວງ ແລະ ນະຄອນຫລວງວຽງຈັນ

ເລື່ອງ: ການຄຸ້ມຄອງຈັດເກັບລາຍຮັບຈາກໄມ້, ແຮ່ທາດ ແລະ ເຄື່ອງປ່າຂອງດົງ.

-       ອີງຕາມ: ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 80/ນຍ,ລົງວັນທີ 28/02/2007 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອຍໄຫວຂອງກະຊວງການເງິນ
-       ອີງຕາມ: ມະຕິຕົກລົງຂອງສະພາລັດຖະມົນຕີ ສະບັບເລກທີ 47/ປສລ, ລົງວັນທີ 26 ມີຖຸນາ 1989 ວ່າດ້ວຍລະບອບພາສີອາກອນຂອງລັດ.
-       ອີງຕາມ: ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 90/ນຍ, ລົງວັນທີ 90/06/2008 ວ່າດ້ວຍການສົ່ງອອກຜະລິດຕະພັນແຮ່ທາດ
-       ອີງຕາມ: ຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 17/ນຍ, ລົງວັນທີ 22/09/2008 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ແລະ ການປະສານງານໃນການຄຸ້ມຄອງປ່າໄມ້ ແລະ ທຸລະກິດໄມ້.

ເພື່ອເພີ່ມທະວີ ແລະ ເຂັ້ມງວດ ໃນການຄຸ້ມຄອງຈັດເກັບລາຍຮັບຈາກໄມ້, ແຮ່ທາດ ແລະ ເຄື່ອງປ່າຂອງດົງ ໃຫ້ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ, ແນ່ໃສ່ເພື່ອໃຫ້ຂອດປະສານສົມທົບພາຍໃນຂະແໜງການເງິນ ມີຄວາມໜັກແໜ້ນ, ສ້າງທ່າແຮງໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຢ່າງມີປະສິດທິຜົນ.

ລັດຖະມົນຕີກະຊວງການເງິນ ແຈ້ງການ ແນະນຳຄື:

1.     ການຈັດເກັບລາຍຮັບການຂຸດຄົ້ນ, ຊື້-ຂາຍ ແລະ ສົ່ງອອກໄມ້, ແຮ່ທາດ ແລະ ເຄື່ອງປ່າຂອງດົງ ຂອງຂະແໜງການເງິນ ປະກອບມີ ຂະແໜງຊັບສິນຂອງລັດ, ຂະແໜງສ່ວຍສາອາກອນ ແລະ ຂະແໜງພາສີ ໂດຍຈັດຕັ້ງປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີສະບັບເລກທີ 17/ນຍ ລົງວັນທີ 22/09/2008 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ແລະ ການປະສານງານໃນການຄຸ້ມຄອງປ່າໄມ້ ແລະ ທຸລະກິດໄມ້, ແລະ ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 90/ນຍ ລົງວັນທີ 09/06/2008 ວ່າດ້ວຍການສົ່ງອອກຜະລິດຕະພັນແຮ່ທາດ

2.    ຂະແໜງຊັບສິນຂອງລັດ ມີໜ້າທີ່ຄຸ້ມຄອງ ຈັດເກັບຄ່າຊັບພະຍາກອນທຳມະຊາດ ຈາກການຂາຍໄມ້, ແຮ່ທາດ ແລະ ເຄື່ອງຂອງດົງ ໃນເວລາເຮັດສັນຍາຊື້ຂາຍໄມ້ ຫລື ສັນຍາຂຸດຄົ້ນແຮ່ທາດ ໂດຍຈັດຕັ້ງປະຕິບັດໃຫ້ສອດຄ່ອງ ຕາມບົດແນະນຳຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 092/ກງ ລົງວັນທີ 13/01/2009 ກ່ຽວກັບການຄຸ້ມຄອງເກັບລາຍຮັບທີ່ໄດ້ຈາກການຂາຍໄມ້ ແລະ ເຄື່ອງປ່າຂອງດົງ ແລະ ແຈ້ງການແນະນຳເພີ່ມເຕີມຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 566/ກງ, ລົງວັນທີ 7/03/2011

3.    ຂະແໜງສ່ວຍສາອາກອນ ມີໜ້າທີ່ຄຸ້ມຄອງຈັດເກັບອາກອນມູນຄ່າເພີ່ມ ແລະ ອາກອນກຳໄລໃນເວລາມີການຂຸດຄົ້ນ ແລະ ຊື້ຂາຍໄມ້, ແຮ່ທາດ ແລະ ເຄື່ອງຂອງດົງ ຕາມທີ່ໄດ້ກຳນົດໄວ້ ໃນບົດແນະນໍາຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 0509/ກງ, ລົງວັນທີ 13/03/2009

4.    ຂະແໜງພາສີ ມີໜ້າທີ່ຄຸ້ມຄອງກວດກາ ແລະ ຈັດເກັບຄ່າຊັກພິເສດຂາອອກໄມ້, ແຮ່ທາດ ແລະ ເຄື່ອງປ່າຂອງດົງ ໃນເວລາມີການສົ່ງອອກທີ່ດ່ານຊາຍແດນ ຕາມການອະນຸມັດຂອງລັດຖະບານ ແລະ ຂະແໜງການກ່ຽວຂ້ອງ

ການຈັດເກັບລາຍຮັບຂອງຂະແໜງການພາສີ ສຳລັບຂາອອກມີ ສອງປະເພດຄື: ຄ່າພາສີຂາອອກ ໃຫ້ປະຕິບັດຕາມລັດຖະບັນຍັດປະທານປະເທດສະບັບເລກທີ 02/ປທທ ລົງວັນທີ 27 ເມສາ 2012, ສ່ວນລາຍການສິນຄ້າຂາອອກມໃດ ທີ່ບໍ່ມີໃນລັດຖະບັນຍັດປະທານປະເທດສະບັບດັ່ງກ່າວໃຫ້ຈັດຕັ້ງປະຕິບັດຕາມມະຕິຕົກລົງຂອງສະພາລັດຖະມົນຕີ ສະບັບເລກທີ 47/ປສລ ລົງວັນທີ 26 ມິຖຸນາ 1989 ວ່າດ້ວຍລະບອບພາສີອາກອນຂອງລັດ ແລະ ມະຕິຕົກລົງຂອງສະພາລັດຖະມົນຕີ ເລກທີ 23/ປສລ ລົງວັນທີ 18 ເມສາ 1990 ວ່າດ້ວຍການດັດແກ້ມາດຕາ 16 ຂອງມະຕິ 47/ປສລ

5.    ການສົ່ງອອກຜະລິດຕະພັນກະສິກຳ, ຜະລິດຕະພັນໄມ້ສຳເລັດຮູບ ແມ່ນໄດ້ຮັບການຍົກເວັ້ນຄ່າຊັກພິເສດຂາອອກ ຈາມທີ່ກຳນົດໄວ້ໃນດຳລັດນາຍົກລັດຖະມົນຕີ ສະບັບເລກທີ 187/ນຍ, ລົງວັນທີ 21 ຕຸລາ 1994

6.    ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງໄດ້ຮັບຮູ້, ປະສານສົມທົບກັນ ແລະ ຊີ້ນຳພະນັກງານທີ່ຂຶ້ນກັບຄຸ້ມຄອງຕົນ ເພື່ອພ້ອມກັນຈັດຕັ້ງປະຕິບັດ ແຈ້ງການແນະນຳສະບັບນີ້ ຢ່າງເຂັ້ມງວດ ແລະ ໄດ້ຮັບຜົນເປັນຢ່າງດີ.

ລັດຖະມົນຕີວ່າການກະຊວງການເງິນ
ພູເພັດ ຄໍາພູນວົງ

ນຳສົ່ງ:

-       ຫ້ອງວ່າການສູນກາງພັກ1 ສະບັບ “ເພື່ອຊາບ”
-       ລັດຖະມົນຕີປະຈຳສຳນັກງານນາຍົກ,ຫົວໜ້າຫ້ອງການລັດຖະບານ  1 ສະບັບ “ເພື່ອຊາບ”
-       ບັນດາແຂວງໃນທົ່ວປະເທດ, ແຂວງລະ 1 ສະບັບ “ເພື່ອຊາບ”
-       ກະຊວງອຸດສາຫະກຳ ແລະ ການຄ້າ 1 ສະບັບ “ເພື່ອຊາບ”
-       ກະຊວງກະສິກຳ ແລະ ປ່າໄມ້ 1 ສະບັບ “ເພື່ອຊາບ”
-       ກະຊວງພະລັງງານ-ບໍ່ແຮ່ 1 ສະບັບ “ເພື່ອຊາບ”
-       ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, 1 ສະບັບ “ເພື່ອຊາບ”

# ຫົວຂໍ້ ດາວໂຫຼດ
1 Instruction on administration the income collection from wood, mine and non-timber product No. 1499/MOF PDF
2 ແຈ້ງການແນະນຳ ການຄຸ້ມຄອງ ຈັດເກັບລາຍຮັບ ຈາກໄມ້, ແຮ່ທາດ ແລະ ເຄື່ອງປ່າຂອງດົງ, ເລກທີ 1499/ກງ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.