ພິທີເຊັນສັນຍາສຳປະທານໂຄງການລົງທຶນຕິດຕັ້ງ ແລະ ຄຸ້ມຄອງລະບົບຕິດຕາມການນຳເຂົ້າ ແລະ ຈຳໜ່າຍນ້ຳມັນ ເຊື້ອໄຟລາວ ດ້ວຍລະບົບເອເລັກໂທນິກມີຂື້ນໃນເຊົ້າວັນທີ 03 ເມສາ 2014. ຕາງໜ້າລັດຖະບານລາວ ຮ່ວມລົງນາມແມ່ນ ທ່ານ ອາດສະພັງທອງ ສີພັນດອນ ຫົວໜ້າກົມພາສີ, ກະຊວງການເງິນ ກັບ ທ່ານ ນາງ ທອງທິບ ພົມມະຈັກ ຜູ້ອຳນວຍການບໍລິສັດ ບົວທິບລາວ ຈຳກັດ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສີລາ ວຽງແກ້ວ ລັດຖະມົນຕີຊ່ວຍວ່າການກະຊວງການເງີນ, ທ່ານ ສິດທິສອນ ເທບພາສີ,ຫົວໜ້າກົມສ່ວຍສາອາກ່ອນ, ກະຊວງການເງິນ, ມີບັນດາທ່ານຈາກກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ພາສີເຂດ IV ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ກົມພາສີ, ກະຊວງການເງີນ ໄດ້ສະເໜີຄວາມເປັນມາຂອງໂຄງການ ແລະ ຜົນການເຈລະຈາສັນຍາສຳປະທານໂຄງການດັ່ງກ່າວ ໂຄງການດັ່ງກ່າວແມ່ນມີມູນຄ່າການລົງທຶນທັງໝົດ 15 ລ້ານໂດລາສະຫາລັດ ໃນນັ້ນິີ້, ບໍລິສັດບົວທິບລາວຈຳກັດຖືຮຸ້ນ 90% ແລະ ລັດຖະບານລາວຖືຮຸ້ນ 10% ໂດຍມີອາຍຸການສຳປະທານ 10 ປີ ແລະ ສາມາດຕໍ່ໄດ້ 1 ຄັ້ງ.

ລະບົບດັ່ງກ່າວຈະຄວບຄຸມການນຳເຂົ້ານ້ຳມັນຊື້ອໄຟທີ່ນຳເຂົ້າຮູບແບບເສຍພາສີ-ອາກອນປົກກະຕິ, ນ້ຳມັນເຊື້ອໄຟນຳ ເຂົ້າຮູບແບບ ຍົກເວັ້ນພາສີ-ອາກອນເພື່ອຮັບໃຊ້ບັນດາໂຄງການລົງທຶນ, ແລະ ນ້ຳມັນຜ່ານແດນທີ່ມີການຄ່ຽນຖ່າຍຢູ່ພາຍໃນດິນແດນຂອງ ສປປ ລາວ. ລະບົບດັ່ງກ່າວນີ້ເປັນລະບົບຄົບຊຸດທີ່ລວມເອົາລະບົບ ມິດເຕີອອນລາຍ, ໂປຣແກຣມຄວບຄຸມ, ລະບົບຕິດຕາມຈີພີເອັສ (GPS), ລະບົບ ຄວບຄຸມການຈຳໜ່າຍນ້ຳມັນ ແລະ ລະບົບອື່ນໆທີ່ກ່ຽວຂ້ອງ ແນໃສ່ເຮັດໃຫ້ການຄຸ້ມຄອງ ແລະ ກວດກາການ ນຳເຂົ້ານ້ຳມັນເຊື້ອໄຟມີຄວາມຮັດກຸມ, ຖືກຕ້ອງ ແລະ ຊັດເຈນ ກວ່າເກົ່າ.

ໃນຮ່າງສັນຍາສຳປະທານດັ່ງກ່າວ ກົມພາສີ, ກະຊວງການເງີນ ໄດ້ເນັ້ນໃຫ້ ບໍລິສັດ ບົວທິບລາວຈຳກັດ ໃນນາມຜູ້ສຳປະທານ ເລີ່ມລົງມືຕິດຕັ້ງໃຫ້ແລ້ວໃນຂອບເຂດທົ່ວປະເທດພາຍໃນ 10 ເດືອນ ນັບຈາກມື້ເຊັນສັນຍາເປັນຕົ້ນໄປ ໂດຍການຈັດຕັ້ງປະຕິບັດ ແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1 ສຳຫຼວດ ແລະ ຕິດຕັ້ງລະບົບຕິດຕາມນ້ຳມັນຈາກດ່ານນຳເຂົ້າ ຫາ ສາງພັກນ້ຳມັນ ແລະ ການປ່ອຍອອກຈາກສາງພັກໄປຫາສາງພາຍໃນ. ໄລຍະທີ 2 ຕິດຕັ້ງລະບົບຕິດຕາມຈາກສາງພາຍໃນໄປຫາປໍ້າເບື້ອງຈຳໜ່າຍ ແລະ ການປ່ອຍອອກຈາກປ້ຳຈຳໜ່າຍ.  ສຳລັບ ຄ່າບໍລິການນຳໃຊ້ລະບົບດັ່ງກ່າວແມ່ນ 22 ກີບ/ລິດ ໃນສ່ວນ ຂອງປ້ຳນ້ຳມັນ ທີ່ປ່ອຍ ອອກຈາກສາງພັກນ້ຳມັນ. ໃນນີ້, ຄ່າບໍລິການຈະຫັກເອົາຄ່າຄວາມສ່ຽງຂອງການສູນເສຍ ( ການລະເຫີຍອາຍ ) ທີ່ລັດຖະບານ ໄດ້ກຳນົດໄວ້ໃນໂຄງສ້າງລາຄານ້ຳມັນຄື: 50 ກີບ ໝາຍຄວາມວ່າຈະບໍ່ໄດ້ເກັບຄ່າບໍລິການເພີ່ມຈາກໂຄງສ້າງລາຄານ້ຳມັນ ປະຈຸບັນ ໂດຍຈະບໍ່ສົ່ງຜົນກະທົບຕໍ່ລາຄາຈຳໜ່າຍພາຍໃນ. ຢ່າງໃດກໍ່ຕາມ, ເພື່ອຮັບປະກັນໃຫ້ອັດຕາຄ່າບໍລິການຢູ່ໃນລະດັບທີ່ເໝາະສົມ ຈຶ່ງໄດ້ກຳນົດໃນສັນຍາໃຫ້ມີການທົບທວນຄືນການຈັດຕັ້ງປະຕິບັດສັນຍາໃນທຸກໆ 5 ປີ.

 ການສຳປະທານໂຄງການດັ່ງກ່າວນີ້ ກໍ່ເພື່ອອຳນວຍຄວາມສະດວກໃຫ້ແກ່ໜ່ວຍງານເກັບລາຍຮັບ ໂດຍສະເພາະແມ່ນກົມພາສີ ແລະ ກົມສ່ວຍສາອາກອນ ເພື່ອໃຫ້ສາມາດຕິດຕາມການນຳເຂົ້າ ແລະ ຈຳໜ່າຍນ້ຳມັນເຊື້ອໄຟ ໃຫ້ຖືກຕ້ອງຕາມລະບຽບກົດໝາຍທີ່ວາງອອກ. ປະຈຸບັນ ໄດ້ມີຫຼາຍປະເທດໃນ ໂລກ ກຳລັງນຳໃຊ້ລະບົບດັ່ງກ່າວນີ້ ແລະ ເຫັນວ່າມີປະສິດທິພາບສູງ. ທັງນີ້, ກໍ່ເພື່ອແນ່ໃສ່ຮັບ ປະກັນການ ຈັດເກັບລາຍຮັບໃຫ້ຄົບຖ້ວນ, ທ່ວງທັນເວລາ ແລະ ມີຄວາມຊັດເຈນ.

ໃນຊຸມປີຜ່ານມາເສດຖະກິດຂອງ ສປປ ລາວ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ການຊົມໃຊ້ນ້ຳມັນເຊື້ອໄຟເພີ່ມຂື້ນໃນລະດັບ 15-20% ຕໍ່ປີ ເຊິ່ງເປັນແຫຼ່ງລາຍຮັບຫຼັກຂອງຂະແໜງພາສີ.

ໃນໄລຍະຜ່ານມາການຄຸ້ມຄອງການຈັດເກັບລາຍຮັບແມ່ນເຮັດໄດ້ດີໃນລະດັບໜຶ່ງ ແຕ່ກໍ່ຍັງບໍ່ທັນຮັດກຸມເທົ່າທີ່ຄວນ ຈຶ່ງເກີດມີຊ່ອງ ວ່າງໃຫ້ຜູ້ປະກອບການຈຳນວນໜຶ່ງລັກລອບນຳເອົານ້ຳມັນທີິ່ນຳເຂົ້າມາເພື່ອຮັບໃຊ້ໂຄງການລົງທຶນ ແລະ ນ້ຳມັນຜ່ານແດນສາກົນ ເຂົ້າມາຈຳໜ່າຍພາຍໃນ ເຊິ່ງສົ່ງຜົນກະທົບຕໍ່ການຈັດເກັບລາຍຮັບຂອງຂະແໜງພາສີຫຼາຍພໍສົມຄວນ.  ສະນັ້ນ, ໂຄງການ ຕິດຕັ້ງລະບົບເອເລັກໂຕຣນິກດັ່ງກ່າວນີ້ ຈຶ່ງເປັນການກວດການ້ຳມັນເຊື້ອໄຟສູ່ລະບົບທັນສະໄໝ ໂດຍນຳໃຊ້ເຕັກ ໂນໂລ ຊີອັນກ້າວໜ້າຂອງສາກົນເຂົ້າມາຊ່ວຍ ໂດຍສະເພາະແມ່ນເຕັກໂນໂລຊີ ຂອງປະເທດສິງກະໂປ.

ແຫລ່ງຂ່າວ: ໜັງສືພິມເສດຖະກິດການຄ້າ, ສະບັບວັນທີ 4 ເມສາ 2014

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.