ເພື່ອ​​ໃຫ້​ສອດຄ່ອງ​ກັບ​ນະ​ໂຍບາຍຂອງ​ລັດຖະບານ ແຫ່ງ ສປປ ລາວ ​ໃນ​ການ​ປູກ​ໄມ້​ໃຫ້​ເປັນ​ສິນຄ້າ ສົ່ງ​ອອກ​ຕ່າງ​ປະ​ເທດ ​ແລະ ​ເພື່ອເປັນ​ການ​ອຳນວຍ​ຄວາມ​ສະດວກ​​ໃຫ້​ແກ່​ຜູ້​ປະກອບ​ການ ດ້ວຍການ​ຫລຸດຜ່ອນ​ຂອດ​ຂັ້ນ ທີ່​ບໍ່​ຈຳ​ເປັນ​ໃນ​ການ​ສົ່ງ​ອອກ​ໄມ້​ປູກ​ ​ໂດຍ​ສອດຄ່ອງ​ກັບ​ນະ​ໂຍບາຍ 3 ສ້າງ ​ໃນ​ການ​ມ​ອບສິດ, ​ມອບ​ຄວາມ​ຮັບຜິດຊອບ​ຈາກ​ສູນ​ກາງ ລົງສູ່ທ້ອງຖິ່ນ. ນາຍົກລັດຖະມົນຕີ ​ໄດ້​ອອກ​ຂໍ້​ຕົກລົງ ​ສະບັບ​​ເລກທີ 41/ນຍ, ລົງ​ວັນ​ທີ 26 ມີນາ 2014 ວ່າ​ດ້ວຍ​ການ​ມອບ​ສິດ​ໃຫ້​ແຂວງ, ນະຄ​ອນຫລວງ ​ເປັນ​ຜູ້​​ຄົ້ນຄວ້າ​ພິຈາລະນາ​ອະນຸຍາດ​ສົ່ງ​ອອກ​ໄມ້​ປູກ​ ທີ່​​ເປັນ​ໄມ້​ທ່ອນ ​ແລະ ​ໄມ້​ເລື່ອຍ, ​ໂດຍມອບ​ໃຫ້​ພະ​​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ, ນະຄ​ອນຫລວງ ​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນຄວ້າ​ພິຈາລະນາ​ອອກ​ໃບ​ອະນຸຍາດ​ສົ່ງ​ອອກ​ໄມ້​ປູກ ແລະມອບໃຫ້​ພະ​ແນ​ກກະສິກຳ ​ແລະ ປ່າ​​ໄມ້​ແຂວງ ​ຮັບຜິດຊອບ​ຢັ້ງຢືນ​ແຫ​ລ່ງທີ່​ມາ​ຂອງ​ໄມ້​ປູກ ພ້ອມ​ທັງ​​ເປັນ​ເຈົ້າ​ການຄຸ້ມ​ຄອງ, ກວດກາ ​ແລະ ຕິດຕາມ​ການ​ເຄື່ອນ​ຍ້າຍ​​​ໄມ້​ປູກ​ອອກ​ຕ່າງປະ​ເທດ ​ເພື່ອ​ຫລີກ​ລ້ຽງບໍ່​ໃຫ້ສວຍ​ໂອກາດ​ລັກລ​ອບ​ເອົາ​​ໄມ້​ທຳ​ມະ​ຊາດ ​ແລະ ​ໄມ້ປູກທີ່ບໍ່ໄດ້ລະບຸໄວ້ໃນຂໍ້ຕົກລົງສະບັບດັ່ງກ່າວນີ້ ​ຊຸກ​ເຊື່ອງ​ໄປ​ນຳ, ​ແລະ ມອບ​ໃຫ້​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແລະ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ອອກ​ບົດ​ແນະ​ນຳເພີ່ມເຕີມ ​ເພື່​ອຜັນ​ຂະ​ຫຍາ​ຍ​ເນື້ອ​​ໃນ​ຈິດ​ໃຈ​ຂອງ​ຂໍ້​ຕົກລົງ​ສະບັບ​ດັ່ງກ່າວ​ນີ້ ​ໃຫ້​ໄດ້​ຮັບ​ຜົນ​​ເປັນ​ຢ່າງ​ດີ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.