ສາລະບານ

ມາດຕາ 1: ການນຳເຂົ້າລົດມາຮັບໃຊ້ວຽກງານຂອງນັກການທູດ
ມາດຕາ 2: ການອອກປ້າຍໃຫ້ບັນດານັກການທູດ
ມາດຕາ 3: ການຄຸ້ມຄອງປ້າຍລົດ ສທ ແລະ ຂຕ
ມາດຕາ 4:  ໃຫ້ກະຊວງການຕ່າງປະເທດ ສົມທົບກັບບັນດາກະຊວງ
ມາດຕາ 5: ການຈັດຕັ້ງປະຕິບັດ
ມາດຕາ 6: ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ນາຍົກລັດຖະມົນຕີ       ເລກທີ 50/ນຍ
ນະຄອນຫລວງວຽງຈັນ, ວັນທີ 01/04/2014

ຂໍ້ຕົກລົງ

ວ່າດ້ວຍອະພິສິດ ແລະ ເອກະສິດທາງການທູດ
ຕໍ່ການນຳໃຊ້ພາຫະນະ (ລົດ) ຢູ່ ສປປ ລາວ

-       ອີງຕາມມາດຕາ 12 ຂອງກົດໝາຍວ່າດ້ວຍລັດຖະບານ ແຫ່ງ ສປປ ລາວ ສະບັບເລກທີ 02/ສພຊ, ລົງວັນທີ 06 ພຶດສະພາ 2003;
-       ອີງຕາມໜັງສືສະເໜີ ຂອງກະຊວງການຕ່າງປະເທດ ສະບັບເລກທີ 005794/ຕປທ,ພທກ,13, ລົງວັນທີ 07 ສີງຫາ 2013;
-       ອີງຕາມການຕົກລົງ ແລະ ຊີ້ນຳຂອງກອງປະຊຸມນາຍົກລັດຖະມົນຕີ-ຮອງນາຍົກລັດຖະມົນຕີຄັ້ງທີ 08 ມັງກອນ 2014
-       ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນຳໃຊ້ພາຫະນະຂອງນັກການທູດ ແລະ ຊ່ຽວຊານຕ່າງປະເທດ ປະຈຳ ສປປ ລາວ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ ແລະ ສົນທິສັນຍາສາກົນທີ່ລາວເຂົ້າເປັນພາຄີ.

ນາຍົກລັດຖະມົນຕີ ຕົກລົງ:

ມາດຕາ 1:

ການນຳເຂົ້າລົດມາຮັບໃຊ້ວຽກງານຂອງນັກການທູດ, ພະນັກງານຊ່ວຍວຽກ ແລະ ຊ່ຽວຊານຕ່າງປະເທດປະຈຳ ສປປ ລາວ.

  • ອະນຸຍາດໃຫ້ບັນດານັກການທູດ (ເລຂານຸການເອກ, ເລຂານຸການໂທ, ເລຂານຸການຕຣີ, ອານຸເລຂາ), ພະນັກງານຊ່ວຍວຽກປະຈຳສະຖານທູດ ແລະ ຊ່ຽວຊານຕ່າງປະເທດ ນຳເຂົ້າລົດຮັບໃຊ້ສ່ວນຕົວຊົ່ວຄາວ ທີ່ມີຄວາມແຮງບໍ່ເກີນ 2,500 ຊີຊີ ແລະ ຍົກເວັ້ນພາສີ-ອາກອນການນຳເຂົ້າລົດດັ່ງກ່າວ ໄດ້ຜູ້ລະ 01 ຄັນ ໃນໄລຍະປະຕິບັດໜ້າທີ່ຢູ່ສປປ ລາວ.
  • ລົດຄັນດັ່ງກ່າວສາມາດຂາຍ ຫລື ມອບໂອນໃຫ້ບຸກຄົນ, ນິຕິບຸກຄົນແລະ ການຈັດຕັ້ງອື່ນ ຢູ່ ສປປ ລາວໄດ້, ພາຍຫລັງນຳໃຊ້ໄດ້ 03 ປີ ແລ້ວ ຫລື ເຈົ້າຂອງລົດສີ້ນສຸດການປະຕິບັດໜ້າທີ່ຢູ່ ສປປ ລາວ ກ່ອນກຳນົດ, ແຕ່ໃນເວລາຂາຍ ແລະ ມອບໂອນລົດດັ່ງກ່າວ ຜູ້ຊື້ (ຄົນລາວ) ຕ້ອງໄດ້ເສຍພາສີ, ອາກອນ ແລະ ຄ່າທຳນຽມຕ່າງໆ ໃຫ້ຖືກຕ້ອງຄົບຖ້ວນ ຕາມກົດ      ໝາຍຂອງ ສປປ ລາວ ພ້ອມທັງປົດປ້າຍລົດ ສທ ແລະ ຂຕ ອອກສົ່ງຄືນ ແລະ ລາຍງານໃຫ້ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຊາບພາຍໃນ 07 ວັນ ນັບແຕ່ມື້ຂາຍ ແລະ ມອບໂອນດັ່ງກ່າວເປັນຕົ້ນໄປ. ຂ້າງເທິງ

ມາດຕາ 2:

ການອອກປ້າຍໃຫ້ບັນດານັກການທູດ, ພະນັກງານຊ່ວຍວຽກ ແລະ ຊ່ຽວຊານຕ່າງປະເທດປະຈຳ ສປປ ລາວ.

  • ປ້າຍລົດ ສທ ແມ່ນອອກສະເພາະໃຫ້ນັກການທູດ ແລະ ພະນັກງານຊ່ວຍວຽກປະຈຳສະຖານທູດ ແລະ ສະຖານກົງສູນຕ່າງປະເທດປະຈຳສປປ ລາວ
  • ປ້າຍລົດ ຂຕ ແມ່ນອອກສະເພາະໃຫ້ຊ່ຽວຊານຕ່າງປະເທດ ປະຈຳຢູ່ອົງການຈັດຕັ້ງສາກົນ, ອົງການສະຖາບັນການເງິນ, ຊ່ຽວຊານໃນກອບຮ່ວມມືສອງຝ່າຍ ແລະ ຊ່ຽວຊານອົງການຈັດຕັ້ງກົນທີ່ບໍ່ສັງກັດລັດຖະບານ (INGO) ທີ່ກຳລັງປະຕິບັດໜ້າທີ່ຢູ່ ສປປ ລາວ
  • ຫ້າມນຳໃຊ້ລົດໃສ່ປ້າຍ ສທ ແລະ ຂຕ ເຄື່ອນໄຫວດຳເນີນທຸລະກິດ-ການຄ້າ ແລະ ຂົນສົ່ງທີ່ຜິດກົດໝາຍ. ຂ້າງເທິງ

ມາດຕາ 3:

ການຄຸ້ມຄອງປ້າຍລົດ ສທ ແລະ ຂຕ

  • ລົດທີ່ໃຊ້ປ້າຍ ສທ ແລະ ຂຕ ແມ່ນໃຫ້ຄຸ້ມຄອງລວມສູນ ຢູ່ກະຊວງການຕ່າງປະເທດບ່ອນດຽວ
  • ໃຫ້ກະຊວງການຕ່າງປະເທດ ເປີດບໍລິການປະຕູດຽວ ກ່ຽວກັບການຂໍໃບອະນຸຍາດນຳເຂົ້າ ແລະ ຍົກເວັ້ນພາສີ, ອາກອນນຳເຂົ້າລົດຊົ່ວຄາວ, ການຂໍໃສ່ປ້າຍ ແລະ ປຶ້ມຜ່າຍແດນລົດສຳຫລັບປ້າຍ ສທ ແລະ ຂຕ
  • ການຂໍເສຍພາສີ, ອາກອນ ແລະ ຄ່າທຳນຽມຕ່າງໆ ໃນເວລາຂາຍ ແລະ ມອບໂອນລົດຂອງນັກການທູດ, ພະນັກງານຊ່ວຍວຽກປະຈຳສະຖານທູດ, ສະຖານກົງສູນ ແລະ ຊ່ຽວຊານຕ່າງປະເທດປະຈຳ ສປປລາວ, ຊຶ່ງການບໍລິການແຕ່ລະຢ່າງແມ່ນໃຫ້ສຳເລັດພາຍໃນ 15 ວັນ ນັບແຕ່ມື້ໄດ້ຮັບໃບສະເໜີ, ໂດຍສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ, ຊຶ່ງແຕ່ລະພາກສ່ວນ ຕ້ອງພິຈາລະນາອອກໃບອະນຸຍາດ ຫລື ຕອບກະຊວງການຕ່າງປະເທດ ພາຍໃນ 10 ວັນ ນັບແຕ່ມື້ໄດ້ຮັບໜັງສືທາງລັດຖະການຈາກກະຊວງການຕ່າງປະເທດ.
  • ໃຫ້ກະຊວງການຕ່າງປະເທດ ແຈ້ງໃຫ້ບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນປະຈຳ ສປປ ລາວ ເພື່ອກວດກາ ແລະ ຂໍປ່ຽນປ້າຍລົດຂອງຕົນໃຫ້ຖືກຕ້ອງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ2 ຂອງຂໍ້ຕົກລົງສະບັບນີ້ ໃຫ້ສຳເລັດພາຍໃນ 90 ວັນ ແລະ ລາຍງານການຂາຍ ແລະ ການມອບໂອນລົດຂອງຕົນໃຫ້ບຸກຄົນ, ນິຕິບຸກຄົນ, ແລະ ການຈັດຕັ້ງອື່ນ ຢູ່ ສປປ ລາວ ຕັ້ງແຕ່ປີ 2010 ມາຮອດປະຈຸບັນ ໃຫ້ກະຊວງການຕ່າງປະເທດຊາບ ພາຍໃນ 60 ວັນ ນັບແຕ່ມື້ໄດ້ຮັບໜັງສືທາງລັດຖະການ ຈາກກະຊວງການຕ່າງປະເທດ. ຂ້າງເທິງ

ມາດຕາ 4:  

ໃຫ້ກະຊວງການຕ່າງປະເທດ ສົມທົບກັບບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ແນະນຳລະອຽດ ແລະ ອຳນວຍຄວບຄຸມການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ໄດ້ຮັບຜົນດີ. ຂ້າງເທິງ

ມາດຕາ 5:

ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 6:

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ບັນດາຂໍ້ກຳນົດ, ກົດລະບຽບໃດທີ່ອອກກ່ອນ ແລະ ຂັດກັບຂໍ້ຕົກລົງສະບັບນີ້ ແມ່ນໃຫ້ຍົກເລີກ. ຂ້າງເທິງ

 

ນາຍົກລັດຖະມົນຕີ

ເຊັນ ແລະ ປະທັບກາ
ທອງສີງ ທຳມະວົງ

ຂ້າງເທິງ

 

# ຫົວຂໍ້ ດາວໂຫຼດ
1 Decision on the special priority and privileges for diplomatic vehicle for use in Lao PDR No.50/PM PDF
2 ຂໍ້ຕົກລົງ ວ່າດ້ວຍ ອະພິສິດ ແລະ ເອກະສິດທາງການທູດ ຕໍ່ການນຳໃຊ້ ພາຫະນະ (ລົດ) ຢູ່ ສປປ ລາວ, ສະບັບເລກທີ 50/ນຍ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.