ເພື່ອ​ເຮັດ​ໃຫ້ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ພາຫະນະຂອງ​ນັກ​ການ​ທູດ ​ແລະ ຊ່ຽວຊານ​ຕ່າງປະ​ເທດທີ່ມາປະຈຳຢູ່ ສປປ ລາວ ມີ​ຄວາມ​ເປັນລະບຽບ​ຮຽບຮ້ອຍ ​ແລະ ສອດຄ່ອງ​ກັບ​ລະບຽບ​ກົດໝາ​ຍຂອງ​ສປປ ລາວ ​ແລະ ສົນທິສັນຍາ​ສາກົນ​ທີ່​ ສປປ ລາວ​ ເຂົ້າ​ເປັນ​ພາຄີ, ນາ​ຍົກລັດຖະມົນຕີ​ໄດ້ອອກ​ຂໍ້​ຕົກລົງ​ວ່າ​ດ້ວຍ​ອະພິສິດ ​ແລະ ​ເອກະສິດ​ທາງ​ການທູດ​ຕໍ່​ການ​ນຳ​ໃຊ້​ພາຫະນະ (ລົດ) ຢູ່​ສປປ ລາວ ສະບັບ​​ເລກທີ 50/ນຍ, ລົງ​ວັນ​ທີ 1 ​ເມສາ 2014, ຂໍ້​ຕົກລົງ​ດັ່ງກ່າວ​​ອະນຸຍາດ​ໃຫ້ນັກການທູດ, ພະນັກງານ​ຊ່ວຍ​ວຽກ ​ແລະ ຊ່ຽວຊານ​ຕ່າງປະ​ເທດ​ທີ່ມາປະຈຳຢູ່ ສ ປປ ລາວ ສາມາດ​ນຳ​ເຂົ້າ​ພາຫະນະ​ມາ​ຮັບ​ໃຊ້​ວຽກ​ງານຂອງ​ຕົນ ເປັນການ​ສ່ວນ​ຕົວ​ຊົ່ວຄາວ ຊຶ່ງພາຫະນະຕ້ອງມີ​ຄວາມ​​ແຮງ​ບໍ່​ເກີນ 2,500 ຊີ​ຊີ. ພາສີ​ອາກອນ​ສຳລັບການ​ນຳ​ເຂົ້າ​ລົດ​ດັ່ງກ່າວ​ແມ່ນສາມາດ ໄດ້ຮັບການຍົກເວັ້ນ ​ຜູ້​ລະ 01 ຄັນ ​ໃນ​ໄລຍະ​ປະຕິບັດ​ໜ້າ​ທີ່ຢູ່ ສປປ ລາວ.  ການ​ນຳ​ເຂົ້າ​ລົດ​ດັ່ງກ່າວ​​ແມ່ນ​ໃຫ້​ຄຸ້ມ​ຄອງ​ລວມສູນ​ຢູ່​ກະຊວງ​ການ​ຕ່າງປະ​ເທດ ​ໃນ​ການ​ຂໍ​ໃບ​ອະນຸຍາດ​ນຳ​ເຂົ້າ ​ແລະ ຍົກ​ເວັ້ນພາສີ, ອາກອນ​ນຳ​ເຂົ້າ​ລົດ​ຊົ່ວຄາວ, ການ​ຂໍ​ໃສ່​ປ້າຍ ​ແລະ ​ປື້​ມຜ່ານ​ແດນ​ລົດ ສໍາລັບປ້າຍ ສທ ​ແລະ ຂຕ. ລົດ​ດັ່ງກ່າວ​ສາມາດ​ຂາຍ, ມອບ​ໂອນ​ໃຫ້​ບຸກຄົນ, ນິຕິບຸກຄົນ ​​ແລະ ການຈັ​ດຕັ້ງ​ອື່ນໆ ຢູ່​ໃນ​ສປປ ລາວ ໄດ້ ໃນກໍລະນີທີ່ ມີ​ການ​ນຳ​​ໃຊ້ມາແລ້ວເປັນເວລາ 03 ປີ ຫລື ​ເຈົ້າ​ຂອງ​ລົດ​ໄດ້ສີ້​ນສຸດ​ການ​ປະຕິບັດ​ໜ້າ​ທີ່ຢູ່ ສປປ ລາວ ​ແຕ່​ຜູ້​ຊື້ (ຄົນ​ລາວ) ຕ້ອງ​ໄດ້​ເສຍ​ພາສີ, ອາກອນ ​ແລະ ຄ່າ​ທຳນຽມຕ່າງໆ​ໃຫ້​ຄົບ​ຖ້ວນ​ຕາມ​ກົດໝາຍ ​ຂອງ​ສປປລາວ ​ຂັ້ນ​ຕອນ​ດັ່ງກ່າວ​ແມ່ນ​ສົມທົບ​ກັບ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ກະຊວງ​ການ​ເງິນ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແລະ ພາກສ່ວນອື່ນ​ທີ່​ກ່ຽວ​ຂ້ອງ . 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.