ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ
ຫ້ອງການ        ເລກທີ 1135/ ຫອຄ. ກຂອ
ນະຄອນຫລວງວຽງຈັນ, ວັນທີ 06 ພຶດສະພາ 2014

ແຈ້ງການເພີ້ມເຕີມ

ເຖິງ: ທ່ານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ,  ນະຄອນຫລວງ.

ເລື່ອງ: ການມອບສິດໃຫ້ແຂວງ, ນະຄອນຫລວງ ເປັນຜູ້ຄົ້ນຄວ້າ ພິຈາລະນາ ອະນຸຍາດ ສົ່ງອອກໄມ້ປູກ (ໄມ້ສັກ, ໄມ້ຢາງພາລາ, ໄມ້ເກດສະໜາ, ໄມ້ວິກ, ໄມ້ກະຖິນນາລົງ ແລະ ໄມ້ກະຖິນເທພາ)

-   ອີງຕາມ ຄຳສັ່ງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 17/ນຍ, ລົງວັນທີ 22/09/2008
-   ອີງຕາມ ຂໍ້ຕົກລົງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 41/ນຍ, ລົງວັນທີ 26/03/2014
-   ອີງຕາມ ແຈ້ງການ ສະບັບເລກທີ 1791/ອຄ,ກຂອ, ລົງວັນທີ 15/09/2011

ຫ້ອງການ, ກະຊວງອຸດສາຫະກຳ ແລະ ການຄ້າ ຂໍຖືເປັນກຽດແຈ້ງມາຍັງທ່ານ ຊາບວ່າ: ເພື່ອເປັນການອຳນວຍ ຄວາມສະ ດວກໃຫ້ແກ່ ຜູ້ປະກອບການ ດ້ວຍການຫລຸດຜ່ອນຂັ້ນຂອດ ທີ່ບໍ່ຈຳເປັນ ໃນການສົ່ງອອກໄມ້ປູກ ແລະ ປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ເລກທີ 41/ນຍ, ລົງວັນທີ 26/03/2014 ວ່າດ້ວຍການມອບສິດໃຫ້ແຂວງ, ນະຄອນຫລວງ ເປັນຜູ້ຄົ້ນຄວ້າ ພິຈາລະນາ ອະນຸຍາດ ສົ່ງອອກໄມ້ປູກເຊັ່ນ: ໄມ້ສັກ, ໄມ້ຢາງພາລາ, ໄມ້ເກດສະໜາ, ໄມ້ວິກ, ໄມ້ກະຖິນນາລົງ ແລະ ໄມ້ກະຖິນເທພາ (ຄັດຕິດຂໍ້ຕົກລົງມາພ້ອມນີ້). 

ຫ້ອງການ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງອອກແຈ້ງການເພີ້ມເຕີມລາຍການໄມ້ເຊັ່ນ: ໄມ້ສັກ, ໄມ້ຢາງພາລາ, ໄມ້ເກດສະໜາ ເຂົ້າໃນຂໍ້ 1.2 ຂອງແຈ້ງການເລກທີ 1791/ອຄ. ກຂອ, ລົງວັນທີ 15/09/2011, ສ່ວນນອກເໜືອຈາກປະເພດໄມ້ ທີ່ກ່າວມາຂ້າງເທິງແມ່ນ ກະຊວງອຸດສາຫະກຳ ແລະ ການຄ້າ (ກົມການນຳເຂົ້າ ແລະ ສົ່ງອອກ) ຍັງເປັນຜູ້ຄຸ້ມຄອງອອກອະນຸຍາດຄືເກົ່າ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມນີ້ດ້ວຍ. 

ຫົວໜ້າຫ້ອງການ
(ເຊັນ ແລະ ປະທັບກາ)

ບຸນຖອງ ໂສພາວັນດີ

ນຳສົ່ງ:

-       ຄະນະນຳກະຊວງ ອຄ
-       ກະຊວງການເງິນ, ກົມພາສີ “ເພື່ອແຈ້ງໃຫ້ພາກສ່ວນກ່ຽວຂ້ອງ”
-       ກົມອຸດສາຫະກຳ
-       ກົມການຄ້າພາຍໃນ
-       ກົມກວດກາ 

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on authorization to provinces and the capital for making decisions on the licensing of exportation of plantation timber (Teak wood, Rubber, Agarwood, Eucalyptus, Acacia auriculiformis and Acacia), No. 1135/PSO.DIMEX PDF
2 ແຈ້ງການເພີ້ມເຕີມ ການມອບສິດໃຫ້ແຂວງ, ນະຄອນຫລວງ ເປັນຜູ້ຄົ້ນຄວ້າ ພິຈາລະນາ ອະນຸຍາດ ສົ່ງອອກໄມ້ປູກ (ໄມ້ສັກ, ໄມ້ຢາງພາລາ, ໄມ້ເກດສະໜາ, ໄມ້ວິກ, ໄມ້ກະຖິນນາລົງ ແລະ ໄມ້ກະຖິນເທພາ, ສະບັບເລກທີ 1135/ຫອຄ.ກຂອ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.