ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ດ້ວຍການຫລຸດຜ່ອນຂັ້ນຂອດ ທີ່ບໍ່ຈຳເປັນ ໃນການສົ່ງອອກໄມ້ປູກ ແລະ ປະຕິບັດຕາມ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ເລກທີ 41/ນຍ, ລົງວັນທີ 26/03/2014 ວ່າດ້ວຍການມອບສິດໃຫ້ແຂວງ, ນະຄອນຫລວງ ເປັນຜູ້ຄົ້ນຄວ້າ ພິຈາລະນາ ອະນຸຍາດ ສົ່ງອອກໄມ້ປູກເຊັ່ນ: ໄມ້ສັກ, ໄມ້ຢາງພາລາ, ໄມ້ເກດສະໜາ, ໄມ້ວິກ, ໄມ້ກະຖິນນາລົງ ແລະ ໄມ້ກະຖິນເທພາ. ກະຊວງ​ອຸດ​ສາ​ຫະກຳ ​ແລະ ການ​ຄ້າ ​ໄດ້​ອອກ​​ແຈ້ງ​ການ​ເພີ້​ມ​ເຕີມ ສະ​ບັບ​ເລກ​ທີ 1135/ຫອຄ.ກຂອ, ລົງ​ວັນ​ທີ 06 ພຶດສະພາ 2014 ກ່ຽວ​ກັບ ການມອບສິດໃຫ້ແຂວງ, ນະຄອນຫລວງ ເປັນຜູ້ຄົ້ນຄວ້າ ພິຈາລະນາ ອະນຸຍາດ ສົ່ງອອກໄມ້ປູກ  ​ໂດຍ​​​​ເພີ້​ມລາຍການ​ໄມ້​ປູກ​ເຊັ່ນ: ໄມ້ສັກ, ໄມ້ຢາງພາລາ, ໄມ້ເກດສະໜາ ເຂົ້າ​ໃນ​ຂໍ້ 1.2 ຂອງ ແຈ້ງ​ການ​ເລກທີ 1791/ອຄ,ກຂອ, ລົງ​ວັນ​ທີ 15/09/2011. ສ່ວນປະເພດໄມ້ທີ່ນອກເໜືອຈາກທີ່ໄດ້ກ່າວມາໃນແຈ້ງການສະບັບນີ້ ແມ່ນ ກະຊວງອຸດສາຫະກຳ ແລະ ການຄ້າ (ກົມການນຳເຂົ້າ ແລະ ສົ່ງອອກ) ຍັງເປັນຜູ້ຄຸ້ມຄອງ ອອກອະນຸຍາດຄືເກົ່າ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.