ກອງ​ປະຊຸມ​ດັ່ງກ່າວ​ນີ້​ມີ​ຜູ້​ແທນ​ເຂົ້າ​ຮ່ວມ​ຫລາຍ​ກວ່າ 100 ທ່ານ ຈາກ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ຖັນ​ແຖວ​ກະຊວງ, ຜູ້​ຈັດ​ຕັ້ງ​ປະຕິບັດ, ຄູ່​ຮ່ວມ​ພັດທະນາ ​ແລະ ຜູ້​ໃຫ້​ທຶນ​ສະໜັບສະໜູນ​ອື່ນໆ ກອງ​ປະຊຸມ​ດັ່ງກ່າວ​ນີ້ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ, ລັດຖະມົນຕີວ່າ​ການ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແລະ ​​ເປັນ​ປະທານ​ຮ່ວມ​ໂດຍ​ທ່ານ Michel Goffin ອຸປະ​ທູດ ອີ​ຢູ ປະຈຳ ສ ປປລາວ ​ແລະ ທ່ານ Robert Von Rimscha ເອກອັກຄະລັດຖະທູດ ເຢຍລະມັນປະຈໍາ ສປລາວ.

ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ກ່່ວຕໍ່ທີ່ປະຊຸມວ່າ ກອງປະຊຸມໄດ້ຈັດຂຶ້ນໃນເວລາອັນສຳຄັນຂອງການພັດທະນາເສດຖະກິດສັງຄົມໃນ ສປປ ລາວ, ໃນຂະນະທີ່ ປະເທດຊາດຫາກໍ່ສຳເລັດການທົບທວນຄືນກາງປີ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ຄັ້ງທີ 7 ແລະ ຫາກໍ່ປະກອບຄຳເຫັນໃຫ້ກັບຂະບວນການແຜນພັດທະນາໄລຍະຍາວ ລວມມີວິໄສທັດ ສຳລັບປີ 2030, ຍຸດທະສາດພັດ ທະນາສຳລັບປີ 2016-2020.ແຜນພັດທະນາໄລຍະກາງ ແລະ ຍາວຈະເປັນການສ້າງໂອກາດອັນດີ ເພື່ອຊື້ໃຫ້ເຫັນສິ່ງທີ່ສາມາດບັນລຸໃນໄລຍະ 2-3 ປີຜ່ານມາ ແລະ ເພື່ອສາມາດບັນລຸບັນດາມາດຕະການທີ່ຈຳເປັນ ເພື່ອບັນລຸໝາກຜົນໃຫ້ໄດ້ຫລາຍກວ່າເກົ່າ.

ທ່ານ ຍັງໄດ້ຮຽກຮ້ອງບັນດາຕົວແທນຂອງພາກລັດ, ຄູ່ຮ່ວມພັດທະນາ, ບັນດາສະມາຄົມນັກທຸລະກິດ ຮ່ວມປຶກສາຫາລື ດ້ານນະໂຍບາຍຢ່າງຕັ້ງໜ້າ ແລະ ນຳໃຊ້ເປັນເຄື່ອງມື ໃນການກຳນົດບັນດາອຸປະສັກທີ່ກີດຂວາງທາງດ້ານການຄ້າ, ການພັດທະນາທຸລະກິດ ແລະ ແກ້ໄຂບັນດາສິ່ງກີດຂວາງນັ້ນ ໂດຍຜ່ານຂະບວນການປຶກສາຫາລື ແລກປ່ຽນຄຳຄິດ ຄຳເຫັນຢ່າງກົງໄປກົງມາ.

ທ່ານ Robert Von Rimscha ເອກອັກຄະລັດຖະທູດ ເຢຍລະມັນປະຈໍາ ສປລາວ ໄດ້ຮຽກຮ້ອງໃຫ້ມີການປະສານງານທີ່ດີກວ່າເກົ່າ ລະຫວ່າງ ພາກລັດ ແລະ ພາກທຸລະກິດ ຊຶ່ມີຄວາມຈຳເປັນຫລາຍ ທີ່ຈະຕ້ອງມີການຈັດກອງປະຊຸມພົບ ປະນັກທຸລະກິດ ລາວໃຫ້ເປັນ ປົກກະ ຕິກວ່າ ເກົ່າ ແລະ ຕິດຕາມແກ້ໄຂບັນດາບັນຫາ ທີ່ນຳສະເໜີ ໂດຍຜູ້ທີ່ເຂົ້າຮ່ວມປະຊຸມດັ່ງກ່າວ. ທ່ານ ຍັງໄດ້ກ່າວອີກວ່າ ສະຖານະການ ດ້ານການງົບປະມານຊີ້ໃຫ້ເຫັນວ່າ ບັນດານັກລົງທຶນທີ່ລົງທຶນໃນລະແໜງການທີ່ນຳໃຊ້ຊັບພະຍາກອນ ຄວນຮັບຜິດຊອບ ຕໍ່ພາວະ ດ້ານອາກອນໃນສັດສ່ວນທີ່ຍຸຕິທຳ, ຜູ້ປະກອບການຕ້ອງປະກອບສ່ວນ ເຂົ້າໃນການສ້າງຄວາມ ຫລາກຫລາຍດ້ານເສດ ຖະກິດຂອງລາວ ທີ່ໄດ້ລົງທຶນໃນໂຮງຈັກ ໂຮງງານ ແລະ ການບໍລິການ ບໍ່ຄວນໄດ້ຮັບພາລະດ້ານອາກອນ, ຄ່າທຳນຽມ ຫລື ກົດລະບຽບທີ່ເພີ່ມຕື່ມໃດໆ.

ທ່ານ Michel Goffin ອຸປະ​ທູດ ອີ​ຢູ ປະຈຳ ສ ປປລາວ ທ່ານໄດ້ກ່າວເຖິງຄວາມສຳຄັນຂອງ ມາດຕະການສ້າງຄວາມ ເຂັ້ມແຂງຂອງ ຄວາມໂປ່ງໃສສໍາລັບການສົ່ງເສີມການແຂ່ງຂັນຂອງສປປລາວ, ສະຖຽນລະພາບທາງສັງຄົມແລະທາງດ້ານການເມືອງໃນອະນາຄົດ. ທ່ານຍັງໄດ້​ກ່າວ​ເໜັ້ນ ໃນເວລາທີ່ມີຄວາມຫຍຸ້ງຍາກທາງເສດຖະກິດນີ້, ລະບຽບການໃຫມ່ແລະມາດຕະການ ເພື່ອແນ່ໃສ່ການ ເກັບລາຍ ຮັບງົບປະມານ​ເພີ່ມ​ຂຶ້ນ ຄວນຈະປະຕິບັດຕາມຫຼັກການພື້ນຖານຂອງຄວາມໂປ່ງໃສ, ການຄາດຄະ ເນແລະບໍ່ມີການ ຈໍາແນກແລະການ ຫຼີກລ້ຽງການເພີ່ມພາລະໃຫ້ຂະ​ແໜງ​ການ​ທຸລະ​ກິດ.

ໜ່ວຍ​ງານ TPSWG ​ແມ່ນ​ໜຶ່ງ​ໃນ 10 ໜ່ວຍ​ງານ​ ພາຍ​ໃຕ້ ຂະ​ບວນການ​ໂຕະມົນ ​ແລະ ​ເປັນ​​ເວທີ​ຫລັກ​ສຳລັບ​ການ​ປຶກສາ​ຫາລື​ດ້ານ​ນະ​ໂຍບາຍ​ລະຫວ່າງ​ພາກ​ລັດ ​ແລະ ບັນດາ​ຄູ່​ຮ່ວມ​ທຸລະ​ກິດ. ຜູ້​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ສ່ວນ​ຫລາຍ​ແມ່ນ​ມາ​ຈາກ​ພາກ​ລັດ,  ຄູ່​ຮ່ວມ​ພັດທະນາ, ພາກ​ທຸລະ​ກິດ ​ແລະ ອົງການ​ຈັດ​ຕັ້ງ​ອຶ່ນ ​ໃນ 10 ໜ່ວຍ​ງານ​ລວມມີ: ສາທາລະນະ​ສຸກ, ການ​ສຶກສາ, ການ​ປົກຄ​ອງ, ​ເສດຖະກິດ​ມະຫາ​ພາກ, ​ໂຄງ​ລ່າງ​ພຶ້ນຖານ, ການ​ຄວບ​ຄຸມ​ບັນຫາ​ຢາ​ເສບ​ຕິດ, ລະ​ເບີດ​ຍັງ​ບໍ່​ທັນ​ແຕກ, ກະສິກຳ ​ແລະ ການ​ພັດທະນາ​ຊົນ​ລະ​ບົດ, ການ​ຄຸ້ມ​ຄອງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ.

​ແຫ​ລ່ງຂໍ້​ມູນ: http://www.laosaft.org/index.php/en/all-articles/221-the-5th-trade-and-private-sector-working-group-meeting

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.