ລັດ​ຖະ​ບານ ແຫ່ງ ສ​ປ​ປ ລາວ ໄດ້​ລົງ​ທຶນ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ ຢູ່​ທີ່​ດ່ານ​ປະ​ເພ​ນີ​ພູ​ດູ່ ເມືອງ​ປາກ​ລາຍ, ແຂວງ​ໄຊ​ຍະ​ບູ​ລີ ພ້ອມ​ທັງ​ເສັ້ນ​ທາງ​ແຕ່​ເມືອງ​ປ​າກ​ລາຍ​ ຫາ ​ພູ​ດູ່ໃຫ້​ໄດ້​ມາດ​ຕະ​ຖານ ນັບ​ແຕ່​ປີ 2012 ເປັນ​ຕົ້ນ​ມາ ເພື່ອ​ຍົກ​ລະ​ດັບ​ດ່ານ​ດັ່ງ​ກ່າວ​ຈາກ​ດ່ານ​ປະ​ເພ​ນີ​ໃຫ້​ເປັນ​ດ່ານ​ສາ​ກົນ, ສາ​ມາດຮອງ​ຮັບ​ການ​ຄ້າ​ລະ​ຫວ່າງ​ ລາວ-ໄທ ທີ່​ມີ​ການ​ຂະ​ຫ​ຍາຍ​ຕົວ ​ແລະ ເຮັດ​ໃຫ້​ການ​ຂົນ​ສົ່ງ​ສິນຄ້າ​ນຳ​ເຂົ້າ-ສົ່ງ​ອອກ ມີ​ຄວາມ​ສະ​ດວກ ແລະ ວອງ​ໄວຂື້ນ. ໂຄງ​ການກໍ່​ສ້າງ​ທາງ ປາກ​ລາຍ-ພູ​ດູ່ ເມືອງ​ປາກ​ລາຍ, ແຂວງ​ໄຊ​ຍະ​ບູ​ລີ ​ເລີ່ມ​ຕົ້ນ​ແຕ່ ສາມ​ແຍກ​ບ້ານແກ້ງ​ສາວ (ທາງ​ເບີ 4) ຫາ ​ຊາຍ​ແດນ​ຣາ​ຊະ​ອາ​ນາ​ຈັກ​ໄທ (ພູ​ດູ່) ມີ​ຄວາມຍາວ 27,99 ກິ​ໂລ​ແມັດ ແລະ ກໍ່​ສ້າງ​ທາງ​ຊອຍ​ເຂົ້າ​ບ້ານບວມ​ເລົາ ແລະ ບ້ານ​ຜາ​ແກ້ວ ມີ​ຄວາມ​ຍາວ 4,21 ກິ​ໂລແມັດ ລວມ​ທັງ​ໝົດ​ມີ​ຄວາມຍາວ 32,20 ກິ​ໂລ​ແມັດ. ​ຕະຫຼອດ​ເສັ້ນ​ທາງ​ດັ່ງກ່າວ​ແມ່ນ​ໄດ້​ກໍ່​ສ້າງ​ຂົວ 5 ແຫ່ງ ມີ​ຄວາມ​ຍາວ 174 ແມັດ. ​ໂຄງ​ການ​ດັ່ງ​ກ່າວ​ໄດ້​ຮັບ​ທຶນ​ສະ​ໜັບ​ສະ​ໜູນ​ຈາກ​ສຳ​ນັກ​ງານ​ຄວາມ​ຮ່ວມ​ມື​ພັດ​ທະ​ນາ​ເສດ​ຖ​ະ​ກິດ​ເພື່ອນ​ບ້ານ (NEDA) ແຫ່ງ​ຣາ​ຊະ​ອາ​ນາ​ຈັກ​ໄທ ໃນ​ມູນ​ຄ່​າ 718 ລ້ານ​ບາດ, ໃນ​ນັ້ນ​ເປັນ​ທຶນ​ຊ່ວຍ​ເຫຼືອ​ລ້າ 20% ເທົ່າ​ກັບ 143,6 ລ້ານບາດ ແລະ ເປ​ັນທຶນ​ກູ້​ຢືມດອກ​ເບ້ຍ​ຕ່ຳ 80% ເທົ່າ​ກັບ 574,4 ລ້ານ​ບາດ. ປັດ​ຈຸ​ບັນ ​ໂຄງ​ການກໍ່​ສ້າງ​ເສັ້ນ​ທາງ ແລະ ອາ​ຄານ​ດ່ານ​ແມ່ນ​ສຳເລັດແລ້ວ ຍັງ​ລໍ​ຖ້າ​ພຽງແຕ່​ການ​ມອບ-ຮັບ ແລະ ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ ເຊິ່ງ​ຄາດວ່າ​ຈະ​ຈັດຂຶ້ນ​ໃນ​ວັນ​ທີ 26 ມິ​ຖຸ​ນາ 2014 ນີ້.

​ເປັນ​ທີ່​ຄາດ​ຫວັງ​ກັນ​ວ່າ ການກໍ່​ສ້າງ​ເສັ້ນ​ທາງ​ປາກ​ລາຍ ​ຫາ ພູ​ດູ່​ ຈະ​ຊ່ວຍ​ຊຸກຍູ້​​ໃຫ້​ເສດ​ຖະ​ກິດ​ຂອງ​ເມືອງປາກ​ລາຍ​ ແຂວງ​ໄຊ​ຍະ​ບູ​ລີ ມີ​ທ່າ​ກ້​າວ​ຍິ່ງ​ຂຶ້ນ. ພ້ອມນັ້ນ ​ການ​ເປີດດ່ານ​ພູ​ດູ່​ລະ​ຫວ່າງ​ເມືອງ​ປາກ​ລາຍ​ ແຂວງໄຊ​ຍະ​ບູ​ລີ ກັບ ​ອຳ​ເພີ​ບ້ານ​ໂຄກ ຈັງ​ຫວັດ​ອຸດ​ຕະ​ຣະ​ດິດ ໃຫ້​ເປັນ​ດ່ານ​ສາ​ກົນ ຍິ່ງ​ຈະຊ່ວຍ​ຊຸກ​ຍູ້ການຜະ​ລິດ​ເປັນ​ສິນ​ຄ້າໃຫ້​ຫຼາຍ​ຂຶ້ນ. ເນື່ອງ​ຈາກ​ ໄລ​ຍະ​ຜ່ານ​ມາຢູ່​ເມືອງ​ປາກ​ລາຍ​ຍັງ​ພົບ​ຂໍ້​ຫ​ຍຸ້ງ​ຍາກ​ ດ້ານ​ການ​ຕະຫຼາດ ແລະ ດ້ານ​ການຈໍ​ລະ​ຈອນ​ສິນ​ຄ້າ ເພາະ​ແຕ່​ກ່ອນ​ເປ​ັນ​ພຽງ​ດ່ານ​ປະ​ເພ​ນີ ແລະ ຕ້ອງ​ໄດ້​ສົ່ງ​ສິນ​ຄ້າ​ເຂົ້າ-ອອກ​​ໂດຍຜ່ານ​ດ່ານ​ສາ​ກົນເມືອງ​ແກ່ນ​ທ້າວ ​ແທນ. ອີກ​ດ້ານ​ໜຶ່ງ​ ຈະ​ຊ່ວຍ​ດຶງ​ດູດນັກ​ທຸ​ລະ​ກິດເຂົ້າ​ມາ​ລົງ​ທຶນ​ຢູ່​ເມືອງ​ປາກ​ລາຍໃຫ້ຫຼາຍ​ຂຶ້ນ ແລະ ເມື່ອ​ໃດ​ທີ່​​ຂົວ​ຂ້າມ​ນ້ຳ​ຂອງ ປາກ​ລາຍ-ຊະ​ນະ​ຄຳ ​ສຳ​ເລັດການກໍ່​ສ້າງ​ ແລະ ເປີດ​ນຳ​ໃຊ້ ກໍ່ຍິ່ງ​ຈະ​ເຮັດ​ໃຫ້ເມືອງ​ປາກ​ລາຍ​ກາຍ​ເປ​ັນເມືອງ​ທາງ​ຜ່ານ​ທີ່​ສຳ​ຄັນ ທີ່​ຈະ​ຊ່ວຍ​ຊຸກຍູ້​ຂະ​ແໜງການ​ອື່ນໆ​ທີ່​ປິ່ນ​ອ້ອມ​​ທັງ​ວຽກ​ງານ​ການ​ຄ້າ ກະ​ສິ​ກຳ ແລະ ການບໍ​ລິ​ການໃຫ້​ມີ​ການ​ຂະ​ຫ​ຍາຍ​ຕົວ​ຍິ່ງ​ຂຶ້ນ. ປັດ​ຈຸ​ບັນ​ ເມືອງ​ປາກ​ລາຍໄດ້​ວາງ​ຍຸດ​ທະ​ສາດ​ຮອງ​ຮັບ ໂດຍ​ຈະ​ສຸມ​ໃສ່​ສ້າງ​ເມືອງ​ປາກ​ລາຍໃຫ້ກ​າຍ​ເປັນ​ເມືອງ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ຕິດ​ພັນກັບ​ການ​ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ຄຽງ​ຄູ່​ກັບ​ການ​ບໍ​ລິ​ກ​ານ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.