ປະຈຸບັນ ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ໃນຂອບ WTO ກຳລັງໄດ້ຮັບການເອົາໃຈໃສ່ ຊຶ່ງສະແດງອອກໃນຄວາມພະຍາຍາມຂອງປະເທດສາມະຊິກ WTO ໃນການນຳສະເໜີ ເຂົ້າຮ່ວມການເຈລະຈາສັນຍາດັ່ງກ່າວຢ່າງຕັ້ງໜ້າ ນັບແຕ່ປີ 2004 ເຖິງທ້າຍປີ 2013. ສັນ​ຍາວ່າ​ດ້ວຍ​ການ​ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ດ້ານ​ການ​ຄ້າ ປະ​ກອບ​ມີ ເກືອບ 44 ມາດ​ຕະ​ການ ທີ່​ພົວ​ພັນ​ເຖິງວຽກ​ງານ​ຂອງ​ພາ​ສີ ແລະ​ ການ​ປະ​ສານ​ງານ​ລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ປະ​ຈຳ​ດ່ານ​ທັງ​ໝົດ. ໂດຍ​ເນື້ອ​ໃນຫຼັກ​ແມ່ນ ກ່ຽວ​ກັບ ​ຄວາມ​ໂປ່ງ​ໃສ, ການ​ເສຍ​ຄ່າ​ທຳ​ນຽມຕ່າງໆ ແລະ ຂັ້ນ​ຕອນ​​ການ​ນຳ​ເຂົ້າ​-ສົ່ງ​ອອກ. ປະຈຸບັນ, ສັນຍາດັ່ງກ່າວແມ່ນຢູ່ໃນຂັ້ນຕອນການນຳສະເໜີ​ຮັບ​ຮອງ ຂອງ​ບັນ​ດາ​ປ​ະ​ເທດ​ສະ​ມາ​ຊິກ WTO ເພື່ອ​ໃຫ້​ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ.

ກອງ​ປະ​ຊຸມ​ໄດ້ເຊື້ອ​ເຊີນ ບັນດາສະມາຊິກກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ, ຂະແໜງການກ່ຽວຂ້ອງ ທີ່ເຮັດວຽກປິ່ນອ້ອມວຽກງານການຄ້າ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ/ແຂວງ, ເຈົ້າໜ້າທີ່ພາສີປະຈຳຢູ່ແຕ່ລະແຂວງ ແລະ ຜູ້ຕາງໜ້າຈາກສະພາອຸດສາຫະກຳ ແລະ ການຄ້າ​ ແຫ່ງ​ຊາດ ພ້ອມ​ດ້ວຍ​ນັກທຸລະກິດຈຳ​ນວນ​ໜຶ່ງ ເຂົ້າຮ່ວມ ລວມ​ທັງ​ໝົດ 90 ທ່ານ.

ກອງປະຊຸມໃນຄັ້ງນີ້ ແມ່ນກອງປະຊຸມຄັ້ງທຳອິດ ທີ່ເຜີຍແຜ່ກ່ຽວກັບ ສັນຍາອໍານວຍຄວາມສະດວກທາງດ້ານການຄ້າ ໃນຂອບ WTO ມີຈຸດປະສົງຫຼັກເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບ ສັນຍາດັ່ງກ່າວ ​ໃຫ້ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຮູ້ພັນ​ທະຂອງສັນຍາ ແລະ ກຽມພ້ອມຈັດຕັ້ງປະຕິບັດສັນຍາດັ່ງກ່າວ. ນອນນັ້ນ, ຍັງ​ມີ​ການ​ສະຫຼຸບ​ຜົນ​ຂອງການປະເມີນຄວາມຕ້ອງການ ແລະ ບູລິມະສິດ​ຂອງ ສ​ປ​ປ ລ​າວ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ​ອຳນວຍຄວາມສະດວກທາງດ້ານການຄ້າ ​ທີ່​ໄດ້​ຈັດໃນເດືອນ ຕຸລາ 2013 ທີ່ຜ່ານມາ ໃຫ້​ກອງ​ປະ​ຊຸມ​ໄດ້​ຮັບ​ຊາບ ແລະ ປະ​ກອບ​ຄຳ​ເຫັນ. ເຖິງແມ່ນວ່າ ​ຜົນ​ຂອງການປະເມີນບູລິມະສິດ ແລະ ຄວາມຕ້ອງການ​ດັ່ງ​ກ່າວ​ມານັ້ນ ຈະສະແດງໃຫ້ເຫັນວ່າ ສປປ ລາວ ມີຄວາມພ້ອມທີ່ຈະຈັດຕັ້ງປະຕິບັດພັນທະ ຂອງສັນຍາເປັນສ່ວນໃຫຍ່ເຖິງ 48% ເນື່ອງຈາກມີການປັບປຸງນິຕິກຳຢ່າງຕໍ່ເນື່ອງ. ແຕ່ໃນພາກປະຕິບັດຕົວຈິງ ສປປ ລາວ ຍັງຕ້ອງການເວລາ ​ແລະ ການ​ຊ່ວຍ​ເຫຼືອດ້ານ​ເຕັກ​ນິກວິ​ຊາ​ການ. ໃນເງື່ອນໄຂທີ່​ ສ​ປ​ປ ລາວ ຍັງ​ເປັນ​ປະ​ເທດດ້ອຍພັດທະນາ ສ​ປ​ປ ລາວ ຕ້ອງ​ໄດ້​ສ້າງ​ແຜນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ສັນ​ຍາອຳ​ນ​ວຍ​ຄວາມ​ສະ​ດວກ​ທາງ​ດ້ານ​ການ​ຄ້າ​​ ໂດຍຈັດ​ປະ​ເພດ​ບັນ​ດາ​ມາດ​ຕະ​ການ ພາຍ​ໃຕ້​ສັນ​ຍາ​ ເຂົ້າ​ໃນ​ໝວດ ກ, ຂ ແລະ ຄ ເພື່ອ​ແຈ້ງ​ໃຫ້​ກອງ​ເລ​ຂາ WTO ຊາບ, ໂດຍ​ສະ​ເພາະ ໝວດ ກ ທີ່ກຳນົດມາດຕະການທີ່ ສປປ ລາວ ສາມາດຈັດຕັ້ງປະຕິບັດໄດ້ທັນທີ ພາຍ​ຫຼັງ​ທີ່​ສັນ​ຍາ​ມີ​ຜົນ​ບັງ​ຄັບ​ໃຊ້.

ກອງປະຊຸມ ໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ຜູ້ເຂົ້າຮ່ວມໃຫ້ຄວາມສົນໃຈ ຕໍ່ກັບເນື້ອໃນທີ່ໄດ້ນຳສະເໜີ, ພ້ອມທັງຕັ້ງຄຳຖາມ ແລະ ປະກອບຄຳຄິດເຫັນຢ່າງກົງໄປກົງມາ ໂດຍສະເພາະກ່ຽວ​ກັບ ຄວາມກຽມ​ພ້ອມ​ຂອງ ສ​ປ​ປ ລາວ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ​ດັ່ງ​ກ່າວ. ໂດຍລວມແລ້ວ ກອງປະຊຸມເຫັນດີເປັນເອກະພາບ ໃຫ້ມີການ​ທົບ​ທວນ​ຄືນ​ຜົນ​ການ​ປະ​ເມີນ​ທີ່​ໄດ້​ເຮັດ ​ໃນ​ທ້າຍ​ປີ 2013 ໂດຍ​ໃຫ້​ມີ​ການວາງ​ແຜນ​ການປະ​ເມີນຢ່າງ​ຄັກ​ແນ່ ​ເພື່ອຮັບປະກັນຄວາມຊັດເຈນຂອງຜົນການປະເມີນ ກອງປະຊຸມຍັງເຫັນດີໃຫ້​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ຢູ່ທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມຢ່າງພ້ອມພຽງ, ພ້ອມນັ້ນ ກໍຕ້ອງມີພາກທຸລະກິດເຂົ້າຮ່ວມນຳ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.