ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງກະສິກຳ ແລະ ປ່າໄມ້      ເລກທີ 0131/ກປ.07
ນະຄອນຫຼວງວຽງຈັນ, ວັນທີ 18 ມິຖຸນາ 2007

ແຈ້ງການ

ເຖິງ: ທ່ານຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງໆໃນທົ່ວປະເທດ.

ເລື່ອງ: ຂໍໃຫ້ກວດກາ ແລະ ຕິດຕາມການນຳເຂົ້າຕົ້ນເບັ້ຍ ແລະ ແກ່ນພັນຢາງພາລາ

  • ອີງຕາມ ກົດໝາຍ ວ່າດ້ວຍກະສິກຳ ເລກທີ 01/98/ສພຊ, ລົງວັນທີ 10 ຕຸລາ 1998.
  • ອີງຕາມ ກົດລະບຽບການຄຸ້ມຄອງນຳໃຊ້ແນວພັນ ແລະ ເມັດພັນພືດສຳລັບການປູກຝັງ ໃນ ສປປ ລາວ ສະບັບເລກທີ 0719/ກປ, ລົງວັນທີ 3 ທັນວາ 1997.
  • ອີງຕາມ ສະພາບຄວາມເປັນຈິງ ຂອງການຂະຫຍາຍເນື້ອທີ່ປູກຢາງພາລາ.

ກະຊວງກະສິກຳ ແລະ ປ່າໄມ້ ຂໍແຈ້ງການທາຍັງບັນດາທ່ານ ເພື່ອຊາບ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດດັ່ງນີ້:

ເປັນທີ່ຊາບກັນທົ່ວໄປແລ້ວວ່າ ຕົ້ນຢາງພາລາເປັນໄມ້ເສດຖະກິດທີ່ສຳຄັນ ຂອງຫຼາຍປະເທດໃນແຖບອາເມລິກາລາຕິນ ແລະ ໄດ້ແຜ່ລາມມາຍັງເຂດອາຊີຕາເວັນອອກສ່ຽງໃຕ້, ເຊິ່ງລາວເຮົາກໍເປັນອີກປະເທດໜຶ່ງທີ່ມີການປູກຢາງພາລາປະມານ 35.210 ເຮັກຕາ ແລະ ຄາດວ່າໃນລະດູຝົນປີ 2007 ນີ້ ຈະມີການຂະຫຍາຍພື້ນທີ່ປູກເພີ່ມອີກບໍ່ຫຼຸດ 13.000 ເຮັກຕາ.ສ່ວນການສະໜອງແນວພັນ ນັບແຕ່ປີ 2004 ເປັນຕົ້ນມາ ໄດ້ມີການນໍາເອົາຕົ້ນເບ້ຍຢາງພາລາ ຈາກຕ່າງປະເທດເຂົ້າມາຖືກຕ້ອງຕາມກົດໝາຍປະມານ 1.592.000 ເບັ້ຍ ແລະ 47.930 ກິໂລ. ແຕ່ສຳລັບປີ 2007 ນີ້ ສັງລວມແຜນສະເໜີຂໍອະນຸຍາດນຳເຂົ້າຕົ້ນຢາງພາລາມີພຽງແຕ່ 6.000.000 ເບັ້ຍເທົ່ານັ້ນ, ຈຶ່ງຄາດວ່າແນວໂນ້ມຂອງການຳເຂົ້າແນວພັນຕົ້ນຢາງ ຍັງຈະເພີ່ມອີກຫຼາຍເທົ່າຕົວ.

ສະນັ້ນ ເພື່ອໃຫ້ສອດຄ່ອງກັບລະບຽບກົດໝາຍທີ່ມີຢູ່ ການນໍາເຂົ້າທຸກຄັ້ງຕ້ອງໄດ້ຜ່ານການຂ້າເຊຶື້ອປ້ອງກັນການເປັນພາລະແຜ່ຂະຫຍາຍເຊື້ອພະຍາດ ແລະ ສັດຕູພືດ ທີ່ເປັນອັນຕະລາຍຮ້າຍແຮງຕໍ່ການຈະເລີນເຕີບໂຕຂອງຕົ້ນຢາງທີ່ກຳລັງຈະປູກ ແລະ ຈຳນວນທີ່ໄດ້ປູກຜ່ານມາແລ້ວນັ້ນ; ທຸກພາກສ່ວນທີ່ດໍາເນີນທຸລະກິດດ້ານຢາງພາລາ ຈະຕ້ອງໄດ້ຊ່ວຍກັນເອົາໃຈໃສ່ເຝົ້າລະວັງ ການແຜ່ຂະຫຍາຍເຊື້ອພະຍາດທີ່ຕິດມາຈາກການນຳເຂົ້າ ຊຶ່ງຈະສາມາດທຳລາຍຕົ້ນຢາງພາລາໄດ້ໃນທຸກລະດູການ ອັນຈະສົ່ງຜົນກະທົບຕໍ່ເສດຖະກິດໂດຍລວມຂອງປະເທດ. ເພື່ອຫຼຸດຜ່ອນຄວາມສ່ຽງດັ່ງກ່າວນັ້ນ ຂະແໜງການປູກຝັງ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ປະຕິບັດສົນທິສັນຍາ ວ່າດ້ວຍການປ້ອງກັນພືດສາກົນ (IPPC: International Plant Protection Convention) ນໍາໃຊ້ມາດຕະການສຸຂະອະນາໄມພືດສະບັບທີ 20 ສຳລັບຄວບຄຸມລະບົບການນຳເຂົ້າ (ISPM N0 20: Guidelines for a phytosanitary import regulatory system); ຊຶ່ງການສະເໜີຂໍອະນຸຍາດນຳເຂົ້າຕົ້ນເບ້ຍ ຫຼື ແກ່ນພັນຢາງພາລາ ຈາກຢາງພາລາ ຈາກຕ່າງປະເທດ ຕ້ອງປະກອບມີບັນດາເອກະສານຄັດຕິດ ດັ່ງລຸ່ມນີ້:

1.  ໃບຢັ້ງຢືນຕົ້ນກຳເນີດຂອງແນວພັນ ທີ່ອອກໃຫ້ໂດຍໜ່ວຍງານກ່ຽວກັບຂອງປະເທດຕົ້ນທາງ.

2.  ໃບຢັ້ງຢືນສຸຂະອະນາໄມພືດ (Phytosanitary Certificate) ຈາກປະເທດຕົ້ນທາງ ໃຫ້ການຢັ້ງຢືນວ່າປອດຈາກບັນດາເຊື້ອພະຍາດທີ່ລະບຸໄວ້ໃນແຈ້ງການສະບັບນີ້.

3.  ໃບອະນຸຍາດນຳເຂົ້າພືດ/ຜະລິດຕະພັນ (Import Certificate for Plants/Plant Products) ທີ່ອອກໃຫ້ໂດຍກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້.

ທຸກຄັ້ງທີ່ມີການນຳເຂົ້າ ພະນັກງານກວດກາພືດປະຈຳຢູ່ດ່ານຊາຍແດນລະຫວ່າງປະເທດ ຈະຕ້ອງກວດກາບັນດາເອກະສານຈຳນວນດັ່ງກ່າວໃຫ້ຄົບຖ້ວນຕາມສົນທິສັນຍາສາກົນ.

ບັນດາເຊື້ອພະຍາດພືດທີ່ສຳຄັນ ມີດັ່ງນີ້:

1.  ພະຍາດໃບໃໝ້ຢາງພາລາ (South American Leaf Blight-SALB) ມີສາເຫດມາຈາກເຊື້ອ Microcyclus ulei  ສາມາດເຂົ້າທໍາລາຍໃບ ໃນທຸກໄລຍະການຈະເລີນເຕີບໂຕ ຂອງຕົ້ນຢາງພາລານັບທັງຕົ້ນອ່ອນ ແລະ ຕົ້ນແກ່. ໃບທີ່ຖືກທຳລາຍຈະຫ່ຽວແຫ້ງມ້ວນງໍເປັນສີດຳ ແລະ ຫຼົ່ນກ່ອນອາຍຸ. ພະຍາດນີ້ເຄີຍໄດ້ລະບາດ ໃນປະເທດແມກຊິກໂກ ແລະ ບຣາຊິນ.

2.  ພະຍາດຮາກຂາວ (White Root Disease) ມີສາເຫດມາຈາກເຊື້ອ Rigidoporus lignosus  ສາມາດທຳລາຍຮາກຝອຍ ແລະ ຮາກແກ້ວ ລັກສະນະອາການຊົງພຸ່ມຂອງຕົ້ນຢາງ ຈະກາຍເປັນສີນ້ຳຕານໄໝ້ ແລະ ຕາຍໄປໃນທີ່ສຸດ. ພະຍາດນີ້ເປັນອັນຕະລາຍຮ້າຍແຮງ ໃນປະເທດອິນໂດເນເຊຍ, ມາເລເຊຍ, ສີລັງກາ ແລະ ໄທ.

3.  ພະຍາດຂີ້ໝ້ຽງຢາງພາລາ (Pink Diseases)  ມີສາເຫດມາຈາກເຊື້ອ Corticium salmonicolo ສາມາດທຳລາຍລຳຕົ້ນ ແລະ ກິ່ງງ່າທີ່ມີອາຍຸລະຫວ່າງ 1ປີ ຫາ 8ປີ, ຊຶ່ງຈະເລີ່ມຕົ້ນທໍາລາຍເປືອກໂດຍມີຢົດນ້ຳໄຫຼໄປຕາມລຳຕົ້ນ. ພະຍາດນີ້ເປັນອັນຕະລາຍໃນປະເທດອິນເດຍ, ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ ແລະ ໄທ.

4.  ພະຍາດໃບຫຼົ່ນ (Corynespora Leaf Fall Diseases-CLFD) ມີສາເຫດມາຈາກເຊື້ອ Corynespora cassiicola  ສາມາດທໍາລາຍມ/ທັງໃບອ່ອນ ແລະ ໃບແກ່; ອາການຂອງພະຍາດນີ້ຈະເປັນບາດແຜທີ່ໃບ ເລີ່ມຈາກສີເຫຼືອງໄປຫາສີນ້ຳຕານແດງ ແລະ ຫຼົ່ນລົງໃນທີ່ສຸດ. ພະຍາດນີ້ບໍ່ສາມາດກຳຈັດໃຫ້ໝົດສິ້ນໄດ້ ຕ້ອງມີມາດຕະການກຳຈັດເປັນປົກກະຕິ ໂດຍສະເພາະແມ່ນເກີດໃນປະເທດ ອິນໂດເນເຊຍ, ສິລັງກາ ແລະ ໄທ.

5.  ພະຍາດໃບຫຼົ່ນ (Colletotrichum Leaf Fall) ມີສາເຫດທຳລາຍໃບທີ່ກຳລັງປົ່ງ ຫຼື ປົ່ງອອກຈາກຕຸ່ມຕາແລ້ວ. ພະຍາດນີ້ຖ້າເກີດຢູ່ໃນໜານກ້າເບ້ຍຈະເຮດໃຫ້ໃບຫຼົ່ນໝົດ. ແຕ່ຖ້າເກີດໃນໄລຍະທີ່ເປັນຕົ້ນແກ່ ຈະມີຜົນກະທົບຕໍ່ຜົນຜະລິດຢາງ. ພະຍາດນີ້ຢູ່ໃນປະເທດບຣາຊິວ, ກາເທຣູນ, ຈີນ, ກາບົງ, ກຸຍຢານ, ອິນເດຍ, ອິນໂດເນເຊຍ, ມາເລເຊຍ ແລະ ຫວຽດນາມ.

6.  ພະຍາດຮາກແດງ (Red Root Disease) ມີສາເຫດມາຈາດເຊື້ອ Ganoderma philippii ສາມາດທຳລາຍຮາກ ຄ້ານຄືກັບພະຍາດຮາກຂາວ ແຕ່ຂະຫຍາຍກະດ້າງ ແລະ ຊົງພຸ່ມຂອງຕົ້ນຢາງທີ່ຖືກພະຍາດນີ້ເຂົ້າທຳລາຍ ຈະກາຍເປັນສີນ້ຳຕານໄໝ້ ແລະ ຕາຍໃນທີ່ສຸດ. ພະຍາດນີ້ເປັນອັນຕະລາຍຮ້າຍແຮງ ຕໍ່ຕົ້ນຢາງທີ່ມີອາຍຸແຕ່ 8 ປີຂຶ້ນເມືອ ແລະ ມີຢູ່ທົ່ວໄປໃນປະເທດຈີນ, ມາເລເຊຍ ແລະ ອິນໂດເນເຊຍ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ

ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້

(ເຊັນ ແລະ ປະທັບກາ)
ທ່ານ ດຣ. ຕີ ພົມມະສັກ

ສຳເນົາສົ່ງ:

  • ຫ້ອງວ່າການສູນກາງພັກ     1 ສະບັບ
  • ຫ້ອງການຄະນະເລຂາທິການລັດຖະບານ 1 ສະບັບ
  • ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ    1 ສະບັບ
  • ບັນດາທ່ານເຈົ້າແຂວງ, ເຈົ້າຄອງນະຄອນ  17 ສະບັບ
  • ບັນດາກົມ ກອງ ສະຖາບັນ      11 ສະບັບ
  • ຍັນດາດ່ານກັກກັນພືດ     ­­9 ສະບັບ
  • ສູຍປ້ອງກັນພືດ         1 ສະບັບ
  • ເກັບມ້ຽນ          2 ສະບັບ

ຂ້າງເທິງ

ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງມີໃບອະນຸຍາດນຳເຂົ້າ - ຕົ້ນເບ້ຍ ແລະ ແກ່ນພັນຢາງພາລາ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າຕົ້ນເບ້ຍ ແລະ ແກ່ນພັນຢາງພາລາ ຕ້ອງໄດ້ຮັບອະນຸດຍາດ ຈາກພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງ ແຈ້ງການ ຂໍໃຫ້ກວດກາ ແລະ ຕິດຕາມ ການນຳເຂົ້າ ຕົ້ນ ເບ້ຍ ແລະ ແກ່ນພັນ ຢາງພາລາ ເລກທີ 0131/ກປ.07 9999-12-31 ALL
2 ຕ້ອງມີໃບຢັ້ງຢືນດ້ານສຸຂາອານາໄມພືດຈາກປະເທດສົ່ງອອກ - ຕົ້ນເບ້ຍ ແລະ ແກ່ນຢາງພາລາ SPS ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າຕົ້ນເບ້ຍ ແລະ ແກ່ນຢາງພາລາ, ຜູ້ນຳເຂົ້າ ຕ້ອງມີ ໃບຢັ້ງຢືນດ້ານສຸຂາອານາໄມພືດ ຈາກປະເທດສົ່ງອອກ ປະກອບກັບໃບຄຳຮ້ອງ ແລ້ວຍື່ນໃຫ້ເຈົ້າໜ້າທີ່ປະຈໍາດ່ານ ແຈ້ງການ ຂໍໃຫ້ກວດກາ ແລະ ຕິດຕາມ ການນຳເຂົ້າ ຕົ້ນ ເບ້ຍ ແລະ ແກ່ນພັນ ຢາງພາລາ ເລກທີ 0131/ກປ.07 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.