ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທີປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງ ກະສິກຳ ແລະ ປ່າໄມ້
ຫ້ອງການກະຊວງ       ເລກທີ່ 1543 / ຫກ.ບຝ.03
ນະຄອນຫຼວງວຽງຈັນ, ວັນທີ  6 ຕຸລາ 2003

ແຈ້ງການ

ເຖິງ: ທ່ານ ຫົວໜ້າ ພະແນກ ກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດພິເສດ ໃນຂອບເຂດທົ່ວປະເທດ.

ເລື່ອງ: ການສົ່ງພືດຕະກຸນໝາກກ້ຽງ (Citrus) ໄປຍັງສາທາລະນະລັດ ເກົເຫຼີ

  • ອີງຕາມ ການຊີ້ນຳຂອງ ທ່ານ ລັດຖະມົນຕີ ວ່າການກະຊວງ ກະສິກຳ ແລະ ປ່າໄມ້ ໃນວັນທີ 30/9/2003
  • ອີງຕາມ ບົດລາຍງານ ຂອງກົມປູກຝັງກ່ຽວກັບ ຈົດໝາຍແຈ້ງການ ຂອງຫ້ອງການ ກັກກັນພືດ ແຫ່ງຊາດກະຊວງ ກະສິກຳ ແລະ ປ່າໄມ້, ສາທາລະນະລັດ ເກົາຫຼີ ໃນການສົ່ງພືດ ຕະກຸນໝາກກ້ຽງ (Citrus) ໄປຍັງສາທາລະນະລັດ ເກົາຫຼີ ເລກທີ 0797/ປຝ.2003 ລົງວັນທີ 29/9/2003.

ຫ້ອງການກະຊວງ ກະສິກຳ ແລະ ປ່າໄມ້ ຂໍແຈ້ງມາຍັງທ່ານ ຊາບວ່າ ຫ້ອງການ ກັກກັນພືດ ແຫ່ງຊາດ, ກະຊວງ ກະສິກຳ ແລະ ປ່າໄມ້, ສາທາລະນະລັດ ເກົາຫຼີ ໄດ້ສົ່ງ ຈົດໝາຍແຈ້ງການ ມາຫາກົມປູກຝັງ ສປປ ລາວ ກ່ຽວກັບພະຍາດ ໃບດ່າງຂອງໝາກກ້ຽງ (Citrus greening disease) ພະຍາດດັ່ງກ່າວມີຊື່ ວິທະຍາສາດວ່າ Liberobacier asiaticum ແລະ L. africanum.

ສະນັ້ນ ສາທາລະນະລັດ ເກົາຫຼີ ຈຶ່ງຫ້າມເດັດຂາດ ບໍ່ໃຫ້ສົ່ງ ໃບ, ໝາກ, ຕົ້ນຕໍ, ກິ່ງພັນ, ເມັດ, ແກ່ນ ຍອດພັນ ແລະ ທຸກຊິ້ນສ່ວນ ຂອງພືດ ຕະກຸນໝາກກ້ຽງ ເຂົ້າໄປຍັງປະເທດ ສາທາລະນະລັດ ເກົາຫຼີ ນັບຕັ້ງແຕ່ ວັນທີ 21 ກັນຍາ 2003 ເປັນຕົ້ນໄປ.

ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານ ເພື່ອຊາບ.

ຫົວໜ້າ ຫ້ອງການ ກະຊວງ ກະສິິກຳ ແລະ ປ່າໄມ້

( ເຊັນ ແລະ ປະທັບຕາ )
ທ່ານ ທອງຜຸ ວົງສີປະສົມ

ບ່ອນນຳສົ່ງ:

  • ກົມກວດກາ   
  • ກົມປູກຝັງ 
  • ຫ້ອງການ ກະຊວງ ການເງິນ 
  • ຫ້ອງການ ກະຊວງການຄ້າ 
  • ສະພາການຄ້າ
  • ເກັບມ້ຽນ 

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on Export Citrus to Korea Republic No. 1543/CO.DOA.03 PDF
2 ແຈ້ງການ ການສົ່ງອອກພືດ ຕະກຸນໝາກກ້ຽງ (Citrus) ໄປ ສ. ເກົາຫຼີ ເລກທີ 1543/ຫກ.ປຝ.03 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.