ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງກະສິກຳ ແລະ ປ່າໄມ້  
ກົມປູກຝັງ
ສູນປ້ອງກັນພືດ        ເລກທີ 0105/ສປພ 
ນະຄອນຫຼວງວຽງຈັນ, ວັນທີ 29 ມີນາ 2012

ແຈ້ງການ

ຮຽນ : ທ່ານຫົວໜ້າຂະແໜງປູກຝັງແຂວງ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໃນຂອບເຂດທົ່ວປະເທດ.

ເລື່ອງ: ແຈ້ງການກ່ຽວກັບການປ້ອງກັນ ແລະ ເຝົ້າລະວັງການລະບາດຂອງເພ້ຍແປ້ງສີບົວ Pinkmealy bug (Phenacocus mannihoti)

  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມປູກຝັງ ສະບັບເລກທີ 1058/ກປ ລົງວັນທີ 28/10/2007.
  • ອີງຕາມ ຂໍ້ຕົກລົງຂອງກົມປູກຝັງວ່າດ້ວຍການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວຂອງສູນປ້ອງກັນພືດ ສະບັບເລກທີ 0482/ກປຝ, ລົງວັນທີ 20/05/2009.

ສູນປ້ອງກັນພືດ ຂໍແຈ້ງມາຍັງຂະແໜງປູກຝັງແຂວງ, ນະຄອນຫຼວງ ຫ້ອງການກະສິກຳ ແລະ ປ່າໄມ້ ປະຈຳເມືອງ ພ້ອມດ້ວຍພໍ່ແມ່ປະຊາຊົນຊາວກະສິກອນທີ່ປູກມັນຕົ້ນ ໃນຂອບເຂດທົ່ວປະເທດຊາບວ່າ: ໃນລະດູການຜະລິດມັນຕົ້ນໃນປີ 2012, ປະຈຸບັນນີ້ ບາງທ້ອງຖິ່ນກໍ່ໄປແລ້ວ, ສະນັ້ນ ຄວນເອົາໃຈໃສ່ສໍາຫຼວດຕິດຕາມການທຳລາຍຂອງເພ້ຍແປ້ງສີບົວ ເພາະພົບການທຳລາຍຢູ່ແຂວງຂອງປະເທດເຮົາເຊັ່ນ: ເມືອງໄຊທານີ, ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ເມືອງນະຄອນເພັງ ແຂວງສາລະວັນ, ເມືອງ ໄຊພູຫຼວງ ແຂວງສະຫວັນນະເຂດ, ເມືອງບາຈຽງ ແຂວງຈຳປາສັັກ. ເພາະສະນັ້ນ ຊາວກະສິກອນຜູ້ເຮັດການຜະລິດມັນຕົ້ນໃຫ້ໝັ່ນຕິດຕາມເຝົ້າລະວັງ ການທຳລາຍຂອງເພ້ຍແປ້ງດັ່ງກ່າວເປັນພິເສດ, ໂດຍສະເພາະແມ່ນໃນຊ່ວງໄລຍະທຳອິດຂອງການຈະເລີນເຕີບໂຕ (1-4ເດືອນ) ມັນສົ່ງຜົນກະທົບຕໍ່ຜົນຜະລິດຫຼາຍກວ່າໄລຍະກາງ (4-8ເດືອນ) ແລະ ໄລຍະປາຍຂອງການຈະເລີນເຕີບໂຕ (8-12ເດືອນ), ເພື່ອຮັບປະກັນໃຫ້ໄດ້ຮັບຜົນຜະລິດ ຕາມຄາດໝາຍທີ່ວາງໄວ້ນັ້ນ ການເຝົ້າລະວັງ ແລະ ຕິດຕາມການລະບາດຂອງເພ້ຍແປ້ງສີບົວເປັນວຽກງານໜຶ່ງທີ່ ຕ້ອງເອົາໃຈໃສ່ໃນຊ່ວງໄລຍະນີ້ ເພາະການລະບາດຂອງສັດຕູພືດດັ່ງກ່າວ ແມ່ນ ມີຜົນກະທົບໂດຍກົງຕໍ່ກັບຜົນຜະລິດ ເຊິ່ງເຮັດໃຫ້ຜົນຜະລິດເສຍຫາຍ ແລະ ບໍ່ໄດ້ຄຸນະພາບ.

I.    ລັກສະນະການທຳລາຍ

ເພ້ຍແປ້ງໂຕອ່ອນ ແລະ ໂຕແກ່ຈະດູດ ກິນນ້ຳລ້ຽງຈາກໃບ, ຍອດ ແລະ ລໍາຕົ້ນຂອງມັນຕົ້ນ, ສາມາດສັງເກດເຫັນ ລັກສະນະການທຳລາຍເຊັ່ນ: ຍອດກູດ, ລຳຕົ້ນຄົດງໍ, ຂໍ້ຈະຖີ່ຜິດປົກປະຕິ, ລຳຕົ້ນຕາຍ, ຍອດແຫ້ງ, ບໍ່ມີຫົວ. ຖ້າຫາກພົບເພ້ຍແປ້ງສີບົວ 1 ຈຸດ (ຕົ້ນ) ຢູ່ໃນສວນຖືວ່າມີເພ້ຍແປ້ງຢູ່ໃນສວນປະມານ 4.000 ໂຕ, ຖ້າພົບ 1-2ຈຸດ ຈາກການສຸ່ມ 10 ຕົ້ນ ຈະຕ້ອງໄດ້ໝັ່ນກວດກາຕິດຕາມເພື່ອເຝົ້າລະວັງການລະບາດ, ຖ້າຫາກພົບ 3 ຕົ້ນຂຶ້ນໄປ ຈາກການສຸ່ມ 10 ຕົ້ນ ໃຫ້ຖືວ່າເປັນເຂດລະບາດຂອງເພ້ຍແປ້ງສີບົວໄດ້.

II.    ວິທີການປ້ອງກັນ ແລະ ຈຳກັດ

  • ວິທີການປ້ອງກັນ

-  ເລືອກທ່ອນພັນທີ່ປາສະຈາກເພ້ຍແປ້ງສີບົວຈາກແຫຼ່ງທີ່ເຊື່ອຖືໄດ້ມາປູກ
-  ໄຖດິນຕາກແດດໄວ້ປະມານ 14ວັນ ເພື່ອທຳລາຍສັດຕູພືດ
-  ເກັບສິ້ນສ່ວນຕ່າງໆຂອງມັນຕົ້ນທີ່ຈະປູກມັນຕົ້ນມາທຳລາຍຖິ້ມ (ເຜົາໄຟ)
-  ແຊ່ທ່ອນພັນ ດ້ວຍຢາເຄມີ Imidacloprid (70% NG) ຫຼື Thiamethoxam (25% WG) ໃນອັດຕາ 4g/ນໍ້າ 20ລິດ ຫຼື Dinotefuran (10% WP) 40g/ນ້ຳ 20 ແຊ່ທ່ອນພັນ 5-10 ນາທີ ແລ້ວນຳໄປຕາກລົມຢູ່ໃນບ່ອນຮົ່ມໃຫ້ແຫ້ງ ກ່ອນນໍາໄປປູກສາມາດຂ້າເພ້ຍແປ້ງທີ່ຕິດມາກັບທ່ອນພັນໄດ້ ແລະ ຍັງສາມາດປ້ອງກັນການນຳເຂົ້າທຳລາຍຂອງເພ້ຍແປ້ງຫຼັງການປູກໄດ້ອີກປະມານ 1 ເດືອນ.
-  ໝັ່ນລົງ ສຳຫຼວດຕິດຕາມສວນມັນຕົ້ນເປັນປະຈຳທຸກອາທິດຖ້າພົບເພ້ຍແປ້ງ 3 ຕົ້ນຈາກການສຸ່ມ 10 ຕົ້ນໃຫ້ຫາທາງປ້ອງກັນກຳຈັດທັນທີ ແລະ ສາມາດປະກາດເປັນພື້ນທີ່ລະບາດໄດ້.
-  ເອົາໃຈໃສ່ດູແລຮັກສາ, ເສຍຫຍ້າ, ໃສ່ຝຸ່ນໃຫ້ມັນຕົ້ນມີຄວາມສົມບູນ ແລະ ແຂງແຮງເພື່ອຕ້ານ ທານກັບພະຍາດ ແລະ ແມງໄມ້.
-  ອະນຸລັກແມງໄມ້ເປັນປະໂຫຍດເຊັ່ນ: ແມງຊ້າງປີກໃສ Lacewing, ແມງເຕົ່າທອງ Lady bird.

  • ວິທີການກຳຈັດ

1.ໃຫ້ໝັ່ນລົງສຳຫຼວດຕິດຕາມສວນມັນຕົ້ນເປັນປະຈຳ ນັບແຕ່ຕົ້ນມັນມີອາຍຸໄດ້ 1-4 ເດືອນ ຖ້າມີການລະບາດຂອງເພ້ຍແປ້ງໜ້ອຍໃຫ້ຕັດສ່ວນທີ່ມີເພ້ຍແປ້ງອອກ ເພື່ອໃຫ້ມັນຕົ້ນໄດ້ແຕກຍອດໃໝ່ ແລ້ວນຳເອົາສ່ວນດັ່ງກ່າວມາເຜົາທຳລາຍຖິ້ມ, ຖ້າລະບາດຮ້າຍແຮງໄຖດິນຕາກແດດປະມານ 1 ເດືອນປູກພືດອື່ນທົດແທນເພື່ອຕັດວົງຈອນຊີວິດຂອງເພ້ຍແປ້ງ.

2.   ຖ້າມັນຕົ້ນອາຍຸ 4-8 ເດືອນ ຖ້າມີການລະບາດຂອງເພ້ຍແປ້ງໃຫ້ຕັດສ່ວນທີ່ມີເພ້ຍແປ້ງອອກ ແລ້ວນຳສ່ວນດັ່ງກ່າວມາລວມກັນເຜົາທຳລາຍຖິ້ມ.

3.   ອາຍຸ 8 ເດືອນຂຶ້ນໄປຖ້າມີການລະບາດໃຫ້ຮິບຮ້ອນເກັບກ່ຽວຜົນຜະລິດຂອງມັນຕົ້ນທັນທີ ແລ້ວໄຖດິນຕາກແດດເພື່ອທຳລາຍເພ້ຍແປ້ງ ແລະ ໄຂ່ຂອງມັນ.

4.   ປ່ອຍແຕນ ບຽນ A. Lopezi 600-1200 ຄູ່/ha

ດັ່ງນັ້ນ, ຈຶ່ງແຈ້ງມາຍັງຂະແໜງປູກຝັງແຂວງ, ນະຄອນຫຼວງ, ຫົວໜ້າຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ແລະ ຊາວກະສິກອນຜູ້ທີ່ເຮັດການຜະລິດມັນຕົ້ນໄດ້ຮັບຊາບ ແລະ ພ້ອມທັງນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນຕົວຈິງຕາມຄວາມເໝາະສົມ.

ໝາຍເຫດ: ຖ້າມີບັນຫາກ່ຽວກັບສັດຕູພືດດັ່ງກ່າວສາມາດພົວພັນໄດ້ຕາມເບີໂທລະສັບລຸ່ມນີ້:
ສູນປ້ອງກັນພືດ ໂທ : 021 812164

ຮອງຫົວໜ້າປ້ອງກັນພືດ

(ເຊັນ ແລະ ປະທັບກາ)
ທ່ານ ຕຽງຄຳ ວົງສາບຸດ

ບ່ອນສົ່ງ:

  • ພະແນກກັກກັນພືດ
  • ພະແນກລະບຽບການ
  • ຂະແໜງການປູກຝັງແຂວງ 
  • ເກັບມ້ຽນ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on Prevention and Precaution on Pink Mealy Bug no. 0105/PPC PDF
2 ແຈ້ງການ ກ່ຽວກັບ ການປ້ອງກັນ ແລະ ເຝົ້າລະວັງ ການລະບາດຂອງ ເພ້ຍແປ້ງສີບົວ (Pink mealy bug) ເລກທີ 0105/ສປພ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.