ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງ ກະສິກໍາ ແລະ ປ່າໄມ້
ຫ້ອງການ    ເລກທີ່ 1790/ຫກ
ນະຄອນຫຼວງວຽງຈັນ,ວັນທີ 21 ສິງຫາ 2013

ແຈ້ງການແນະນໍາ

ຮຽນ: ທ່ານ ຫົວຫນ້າພະແນກກະສິກໍາ ແລະ ປ່າໄມ້ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃນຂອບເຂດທົ່ວປະເທດ.

ເລື່ອງ: ຂໍ້ກໍານົດເງື່ອນໄຂການສົ່ງອອກສາລີ ຈາກ ສປປ ລາວ ໄປ ຣາຊະອານາຈັກໄທ.

  • ອີງຕາມ ກົດໝາຍ ວ່າດ້ວຍ ການປ້ອງກັນພືດ ສະບັບເລກທີ 06/ສພຊ, ລົງວັນທີ 09 ທັນວາ 2008;
  • ອີງຕາມ ດໍາລັດ ແນະນໍາປະຕິບັດກົດໝາຍວ່າດ້ວຍການປ້ອງກັນພືດ ສະບັບເລກທີ 229/ລບ, ລົງວັນທີ 31 ພຶດສະພາ 2012;
  • ອີງຕາມ ປະກາດ ຂອງກົມວິຊາການກະເສດຂອງ ຣາຊະອານາຈັກໄທ ພສ 2556, ລົງວັນທີ28/06/2013.
  • ອີງຕາມ ການລາຍງານຂອງກົມປູກຝັງ ສະບັບເລກທີ 1182/ກປຝ, ລົງວັນທີ 07/08/2013.

ຫ້ອງການກະຊວງ ກະສິກໍາ ແລະ ປ່າໄມ້ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ໃນໄລຍະຜ່ານມາ, ການ ສົ່ງຝັກສາລີ ຫຼື ມານສາລີ (Corn ear), ເມັດສາລີ (Corn grain) ແລະ ແກນສາລີ (Corn cob) ຂອງ ສປປ ລາວ ໄປຍັງ ຣາຊະອານາຈັກໄທ ຍັງບໍ່ທັນສອດຄ່ອງກັບມາດຕະການ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ແລະ ການອອກ ໃບຢັ້ງຢືນສຸຂານາໄມພືດ ຍັງບໍ່ທັນໄປຕາມລະບົບມາດຕະຖານສາກົນ, ດ້ານສຸຂານາໄມພືດ ຂອງອົງການ ປ້ອງກັນພືດສາກົນ ຕາມທີ່ທາງການຂອງໄທຕ້ອງການ. ຜ່ານການວິໄຈຄວາມສ່ຽງສັດຕູພືດ (PRA) ຂອງຄະນະ ວິຊາການກົມປູກຝັງ ຮ່ວມກັບຜູ້ຊ່ຽວຊານອາວຸໂສ ຈາກປະເທດໄທໃນປີ 2012 ເຫັນວ່າ ເປົ້າໝາຍສັດຕູພືດຕ້ອງ ຄວບຄຸມແມ່ນມອດເຈາະເມັດສາລີ (Khapra beetle, Trogoderma granarium), ເຊິ່ງກົມວິຊາການກະເສດ ຂອງ ຣາຊະອານາຈັກໄທ ໄດ້ອອກແຈ້ງການ ກ່ຽວກັບ ຂໍ້ກໍານົດເງື່ອນໄຂການນໍາເຂົ້າສາລີ ຈາກ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄປຍັງ ຣາຊະອານາຈັກໄທ, ພສ 2556, ລົງວັນທີ 28/08/2013.

ດັ່ງນັ້ນ, ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ສົ່ງອອກສາລີ ແລະ ຜູ້ດໍາເນີນທຸລະກິດດ້ານສຸຂານາໄມພືດ ຫຼີກເວັ້ນຜົນກະທົບດ້ານລົບ ຕໍ່ ສິນຄ້າກະສິກໍາສົ່ງອອກ ຂອງ ສປປ ລາວ ໄປຕ່າງປະເທດ ພ້ອມທັງຮັບປະກັນການປະຕິບັດລະບຽບການດ້ານສຸຂານາໄມພືດສາກົນ ແລະ ປະເທດປາຍທາງນັ້ນ, ຫ້ອງການກະຊວງກະສິກໍາ ແລະ ປ່າໄມ້ຈຶ່ງອອກແຈ້ງການ ດັ່ງນີ້:

ກ່ອນສົ່ງອອກ ສາລີ ຈາກ ສປປ ລາວ ໄປ ຣາຊະອານາຈັກໄທ, ຜູ້ສົ່ງອອກຕ້ອງປະຕິບັດຕາມຂັ້ນຕອນ ດັ່ງນີ້:

1.   ການຂໍອະນຸຍາດນໍາເຂົ້າ

  • ຕ້ອງຂໍໃບອະນຸຍາດນໍາເຂົ້າຂອງໄທ ເຊິ່ງອອກໃຫ້ໂດຍກົມວິຊາການກະເສດ ຂອງປະເທດໄທ
  • ຕ້ອງນໍາເຂົ້າໂດຍມີຈຸດປະສົງ ເພື່ອໃຊ້ເປັນວັດຖຸດິບສໍາລັບການຜະລິດພາກອຸດສາຫາກໍາໂດຍມີ ເອກະສານຢັ້ງຢືນ ກ່ຽວກັບ ການເຮັດທຸລະກິດ ຄັດຕິດໃຫ້ທາງການກ່ຽວຂ້ອງຂອງໄທ.

2.   ວິທີການຂົນສົ່ງ

  • ຕ້ອງແມ່ນສາລີ ມາຈາກພື້ນທີໃດໜຶ່ງຂອງ ສປປ ລາວ ຂົນສົ່ງໄປປະເທດໄທ ໃນລັກສະນະເປັນສິນຄ້າທາງບົກ ຫຼື ທາງນໍ້າ;
  • ຕ້ອງຂົນສົ່ງໂດຍພາຫະນະທີຫຸ້ມປົກປິດເປັນຢ່າງດີ.

3.   ຂໍ້ກໍານົດເງື່ອນໄຂ ສໍາລັບການນໍາເຂົ້າ

  • ບໍ່ມີແມງໄມ້ສັດຕູພືດຕ້ອງຫ້າມຂອງ ຣາຊະອານາຈັກໄທ ແລະ ບໍ່ມີສິ່ງເຈືອປົນຂອງ ດິນ, ຫີນ, ຊາຍ ແລະ ສິ່ງເຈືອປົນອື່ນໆ
  • ການກໍາຈັດສັດຕູພືດມີ:

(1)  ຕ້ອງຜ່ານການຮົມຢາຂ້າເຊື້ອດ້ວຍສານ ມີຕີນໂບຣມາຍ (Methyl bromide) ໂດຍປະຕິບັດດັ່ງລຸ່ມນີ້:

ອຸນຫະພູມ

ອັດຕາ (ກຼາມຕໍ່ m3)

ໄລຍະເວລາ (ຊົ່ວໂມງ)

21 ອົງສາ ຫຼື ສູງກວ່າ

80

48

16-20 ອົງສາ

88

48

11-15 ອົງສາ

96

48

10 ອົງສາ

104

48

ຫມາຍເຫດ: ຖ້ານໍາໃຊ້ສານຟົດສຟີນ (Phosphine), ໃຊ້ອັດຕາ 8g/mo ໄລຍະເວລາ 160 ຊົ່ວໂມງ.

(2)  ຜູ້ປະກອບການຮົມຢາຕ້ອງໄດ້ຮັບການຂຶ້ນທະບຽນວິຊາການນໍາກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ;

(3)  ຕ້ອງມີໃບຢັ້ງຢືນການຮົມຢາ ຄັດຕິດໄປກັບຊຸດສິນຄ້າ ທຸກໆຄັ້ງທີ່ສົ່ງສິນຄ້າເຂົ້າ ປະເທດໄທ

(4)  ຕ້ອງລະບຸລາຍລະອຽດການນໍາໃຊ້ສານຮົມຢາຂ້າເຊື້ອໃສ່ໃນໃບຢັ້ງຢືນສຸຂານາໄມພືດ.

4.   ການຢັ້ງຢືນສຸຂານາໄມພືດ

  • ຕ້ອງມີໃບຢັ້ງຢືນສຸຂານາໄມພືດຕົ້ນສະບັບເຊິ່ງອອກໃຫ້ໂດຍເຈົ້າໜ້າທີ່ ທີ່ໄດ້ຮັບການແຕ່ງຕັ້ງ ຈາກ ອົງການຄຸ້ມຄອງວຽກງານປ້ອງກັນພືດ (ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້) ຕິດໄປພ້ອມກັບ ສິນຄ້າໃນທຸກໆຄັ້ງທີ່ສົ່ງສິນຄ້າໄປປະເທດໄທ;
  • ໃບຢັ້ງຢືນສຸຂານາໄມພືດຕ້ອງລະບຸຂໍ້ຄວາມເພີ່ມຕື່ມ ດັ່ງລຸ່ມນີ້:

 “The consignments were produced and prepared for export in accordance with the conditions for import of (imported plant part) from Lao PDR to

Thailand.” ແລະ “The consignments were inspected and found free from

Trogoderma granarium.”

5.   ການກວດກາການນໍາເຂົ້າຂອງໄທ

  • ເມື່ອສິນຄ້າ (ສາລີ) ຖືກຂົນສົ່ງເຖີງດ່ານຣາຊະອານາຈັກໄທແລ້ວ ການກວດກາສິນຄ້າຈະໄດ້ດໍາເນີນ ການກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານທັງໝົດທີຄັດຕິດມາກັບສິນຄ້າ
  • ພະນັກງານກັກກັນພືດຈະສູ່ມຕົວຢ່າງສາລີ ແລະ ກວດກາເພືອຢັ້ງຢືນວ່າ ບໍ່ມີແມງໄມ້ສັດຕູພືດ ແລະ ສິ່ງທີມີຊິວິດຊະນິດອື່ນທີ່ເປັນສັດຕູພືດຕ້ອງຫ້າມ ຂອງຣາຊະອານາຈັກໄທ ແລະ ສີ່ງເຈືອປົນອື່ນໆ;
  • ໃນກໍລະນີການນໍາເຂົາບໍ່ປະຕິບັດຕາມເງື່ອນໄຂທີ່ທາງການຂອງໄທກໍານົດໄວ້ຕ້ອງຖືກສົ່ງກັບ, ທໍາລາຍ ຫຼື ກໍາຈັດສັດຕູພືດດ້ວຍວິທີທີ່ເໝາະສົມ ໂດຍຜູ້ປະກອບການ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ.

6.   ການເຜີຍແຜ່ຂໍ້ມູນຂ່າວສານ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມ

ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ທີ່ມີດ່ານປ້ອງກັນພືດຊາຍແດນທີ່ຕິດ ກັບປະເທດໄທຕ້ອງເຜີຍແຜ່ຂໍ້ມູນຂ່າວສານໃຫ້ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆທີ່ ກ່ຽວຂ້ອງຮັບຊາບ ເປັນຕົ້ນຜູ້ຜະລິດ, ຜູ້ປະກອບການ ແລະ ເຈົ້າໜ້າທີ່ຂະແໜງການຕ່າງໆ ປະຈໍາດ່ານ ຊາຍແດນ ເຂົ້າ-ອອກ ກ່ຽວກັບ ສັດຕູພືດຕິດແປດກັບສາລີ ທີ່ເປັນເປົ້າໝາຍກວດກາ, ເງື່ອນໄຂການ ອະນຸຍາດນໍາເຂົ້າຂອງປະເທດປາຍທາງ, ຂັ້ນຕອນການອະນຸຍາດ ນໍາເຂົ້າ-ສົ່ງອອກ ແລະ ການແຈ້ງເອກະສານຢູ່ດ່ານປ້ອງກັນພືດ ເພືອອໍານວຍຄວາມສະດວກໃຫ້ແກ່ການສົງອອກ ຝັກສາລີ, ເມັດສາລີ ແລະ ແກນສາລີ ຈາກ ສປປ ລາວ ໄປຍັງ ຣາຊະອານາຈັກໄທ ໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງ ຕາມລະບຽບການກັກກັນພືດຂອງປະເທດປາຍທາງ.

ດັ່ງນັ້ນ,ຈຶ່ງແຈ້ງມາຍັງທຸກພາກສ່ວນກ່ຽວຂ້ອງເພື່ອພ້ອມກັນຈັດຕັງປະຕິບັດໃຫ້ມີປະສິດທິຜົນສູງ.

(ຫົວຫນ້າຫ້ອງການກະຊວງກະສິກໍາ ແລະ ປ່າໄມ້)

(ເຊັນ ແລະ ປະທັບຕາ)
ທ່ານ ນາງ ວິໄລພອນ ວໍລະພິມ

ບ່ອນນໍາສົ່ງ:

  • ລັດຖະມົນຕີວ່າການກະຊວງ ກ.ປ.      01 ສະບັບ (ເພື່ອຊາບ ແລະ ໃຊ້ຕາງລາຍງານ)
  • ລັດຖະມົນຕີຊ່ວຍວ່າການກະຊວງ ກປ, ທ່ານລະ   01 ສະບັບ (ເພື່ອຊາບ ແລະ ໃຊ້ຕາງລາຍງານ)
  • ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ   01 ສະບັບ (ເພື່ອລາຍງານ)
  • ຫ້ອງການກະຊວງການເງິນ (ກົມພາສີ)    01 ສະບັບ (ເພື່ອລາຍງານ)
  • ບັນດາກົມອ້ອມຂ້າງກະຊວງ ກ.ປ.    01 ສະບັບ
  • ກົມຄຸ້ມຄອງການນໍາເຂົ້າ-ສົ່ງອອກ, ກະຊວງ ອ.ຄ    01 ສະບັບ
  • ກົມສົ່ງເສີມ ພັດທະນາສິນຄ້າ, ກະຊວງ ອ.ຄ 01 ສະບັບ
  • ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງ ອ.ຄ  01 ສະບັບ
  • ເກັບມ້ຽນ    01 ສະບັບ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Guidance on Corn Export Condition to Thailand No. 1790/DOA PDF
2 ແຈ້ງການແນະນຳ ກ່ຽວກັບ ຂໍ້ກຳນົດເງື່ອນໄຂ ການສົ່ງອອກ ສາລີ ຈາກ ສປປ ລາວ ໄປ ໄທ ເລກທີ 1790/ກປຝ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.