ການຝຶກອົບຮົມ ໃນຫົວຂໍ້ “ແນະນຳ​ວິທີ​ການ​​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ ທີ່ໄດ້ຮັບສິດທິພິເສດ​ຂອງ​ ສປປ ລາວ”, ໄດ້ໄຂຂຶ້ນໃນລະຫວ່າງວັນທີ 10-11 ກໍລະກົດ 2014, ທີ່ ໂຮງແຮມເມີກຽວ, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ນາງ ບານສະຕິ ເທບພະວົງ ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ຊຶ່ງມີນັກສຳມະນາກອນຈາກ ພະແນກ
ອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງ ແລະ 09 ແຂວງ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ພ້ອມດ້ວຍສາຂາໃນຂອບເຂດທົ່ວປະເທດ, ແລະ ເຂດນິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນ-ໂນນທອງ ລວມທັງໝົດ 47 ທ່ານ.

ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອແນະນໍາວິທີການຢັ້ງຢືນແຫຼ່ງກໍາເນີດສິນຄ້າ ທີ່ໄດ້ຮັບສິດທິພິເສດຂອງ ສປປ ລາວ ​ໃຫ້ເຈົ້າໜ້າທີ່ຄຸ້ມຄອງ ແລະ ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຂອງລາວ ໄດ້ເຂົ້າໃຈ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດ
ວຽກງານອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຂອງ​ພະ​ແນກ​ອຸດ​ສາ​ຫະ​ກຳ​ ແລະ ການ​ຄ້າ​ ແລະ ສະ​ພາການ​ຄ້າ ແລະ
ອຸດ​ສາ​ຫະ​ກຳ​ແຂວງ, ນະ​ຄອນຫຼວງ ໄດ້ຢ່າງຄ່ອງຕົວ ເພື່ອແນໃສ່​ອໍານວຍ​ຄວາມ​ສະດວກ​ ໃຫ້​ແກ່​ພາກ​ທຸລະ​ກິດ​ພາຍໃນ
ປະເທດ ແລະ ເພື່ອກຽມຄວາມພ້ອມກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນໃນ​ປີ 2015 ຫຼື AEC 2015.

ນັກວິທະຍາກອນທີ່​ຂຶ້ນ​ບັນ​ຍາຍ​ໃນ​ການ​ຝຶກ​ອົບຮົບ​ຄັ້ງ​ນີ້​ແມ່ນ​ມາຈາກ ພະແນກຢັ້ງຢືນແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ
ແລະ ສົ່ງອອກ ທີ່ເຮັດວຽກໃກ້ຊິດຕິດແທດ ກັບວຽກງານອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທີ່ໄດ້ຮັບສິດທິພິເສດ ໃນຫຼາຍ
ຮູບແບບ ທັງໃນກອບສອງຝ່າຍ, ພາກພື້ນ ແລະ ສາກົນ. ການຝຶກອົບຮົມໃນ​ຄັ້ງ​ນີ້ມີຄວາມແຕກກຕ່າງຈາກການຈັດທີ່ຜ່ານມາ ເພາະໄດ້ລົງເລິກກ່ຽວກັບວິທີການຈັດຕັ້ງ ປະຕິບັດການອອກ ຟອມ CO ໃນກອບຕ່າງໆ ພ້ອມຕົວຢ່າງລະອຽດ, ໂດຍສະເພາະບັນດາແບບຟອມທີ່ມອບໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ/ແຂວງ, ສະພາອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ/ແຂວງ ແລະ ຫົວໜ່ວຍທຸລະກິດ ເປັນຜູ້ອອກ. ພ້ອມນີ້, ກໍໄດ້ຈັດແບ່ງກຸ່ມເຮັດບົດຝຶກຫັດ ເພື່ອເພີ່ມທັກສະໃຫ້ແກ່ນັກສໍາມະນາກອນ ແລະ ສ້າງເຂົ້າໃຈຢ່າງຈະແຈ້ງຕື່ມ ກ່ຽວກັບວຽກງານຢັ້ງຢືນແຫຼ່ງກໍາເນີດສິນຄ້າ ທີ່ໄດ້ຮັບສິດທິພິເສດ.

ນອກຈາກການຝຶກອົບຮົມ ແລະ ເຮັດບົດຝຶກຫັດຕົວຈິງໃນຫ້ອງຮຽນ, ບັນດານັກສຳມະນາກອນຍັງໄດ້ລົງໄປທັດສະນະສຶກສາຢູ່ ບໍລິສັດທຣີໂອ​ (ລາວ) ເອັກສະປອດ ຈໍາກັດ ຊຶ່ງແມ່ນໜຶ່ງໃນບໍລິສັດ ທີ່ສົ່ງອອກເຄື່ອງຕັດຫຍິບໃຫຍ່ອັນດັບແຖວໜ້າຢູ່ ສປປ ລາວ ທີ່ສ້າງຕັ້ງຂຶ້ນໃນປີ 1996, ປະຈຸບັນມີພະນັກງານທັງໝົດ 2.500 ຄົນ, ຕະຫຼາດສົ່ງອອກຕົ້ນຕໍແມ່ນ EU. ພ້ອມນີ້ ໄດ້ຢ້ຽມຢາມເບິ່ງຂະບວນການຜະລິດຕົວຈິງ ຂອງບໍລິສັດ ເຊັ່ນ: ຂະບວນການນໍາເຂົ້າວັດຖຸດິບ ມາສູ່ຂັ້ນຕອນການຜະລິດຕົວຈິງ ໃນແຕ່ລະບາດກ້າວຂອງໂຮງງານ.​

ການ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້ ໄດ້​ຮັບ​ໝາກ​ຜົນ​ອັນ​ຈົບ​ງານ ແລະ ສາ​ມາດ​ບັນ​ລຸ​ລະ​ດັບ​ຄາດ​ໝາຍ​ທີ່​ວາງ​ໄວ້ ຄື: ບັນ​ດາ​ນັກ​ສຳ​ມະ​ນາ​ກອນ​ໄດ້​ເຂົ້າ​ໃຈ​ເປັນ​ສ່ວນ​ໃຫ​ຍ່ ກ່ຽວ​ກັບ ​ວິ​ທີ​ການອອ​ກໃບ​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ຂອງ ສ​ປ​ປ ລາວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.