ສາລະບານ

ໝວດທີ 1 ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ການຄຸ້ມຄອງກິດຈະການຟາມລ້ຽງສັດ
ມາດຕາ 3. ການອະທິບາຍຄຳສັບ
ມາດຕາ 4. ຂອບເຂດການນຳໃຊ້

ໝວດທີ 2. ການສ້າງຕັ້ງຟາມລ້ຽງສັດ

ມາດຕາ 5. ການຂໍອະນຸຍາດສ້າງຕັ້ງຟາມລ້ຽງສັດ
ມາດຕາ 6 ການຕໍ່ໃບອະນຸຍາດສ້າງຕັ້ງ ແລະ ດຳເນີນກິດຈະການຟາມລ້ຽງສັດ
ມາດຕາ 7 ການປະຕິບັດໃນກໍລະນີໃບອະນຸຍາດເສຍຫາຍ
ມາດຕາ 8 ການໂຈະ, ຍົກເລີກ ແລະ ຖອນໃບອະນຸຍາດ ດຳເນີນກິດຈະການຟາມລ້ຽງສັດ

ໝວດທີ 3 ມາດຕະຖານຟາມລ້ຽງສັດ

ມາດຕາ 9 ການກຳນົດມາດຕະຖານຟາມລ້ຽງສັດ
ມາດຕາ 10 ອົງປະກອບ ຂອງຟາມລ້ຽງສັດ
ມາດຕາ 11 ການຈັດການຟາມ
ມາດຕາ 12 ການຈັດການດ້ານອາຫານສັດ
ມາດຕາ 13 ການຈັດການນໍ້າໃຊ້ຢູ່ໃນຟາມລ້ຽງສັດ
ມາດຕາ 14 ມາດຕະຖານດ້ານບຸກຄະລະກອນ
ມາດຕາ 15 ການຈັດການດ້ານສຸຂະພາບສັດ
ມາດຕາ 16 ການຈັດການດ້ານສິ່ງແວດລ້ອມພາຍໃນຟາມ
ມາດຕາ 17 ມາດຕະການສຸກເສີນ

ໝວດທີ 4 ສິດ ແລະ ພັນທະຂອງຜູ້ປະກອບການ

ມາດຕາ 18 ສິດຂອງຜູ້ປະກອບການຟາມລ້ຽງສັດ
ມາດຕາ 19 ພັນທະຂອງຜູ້ປະກອບການຟາມລ້ຽງສັດ

ໝວດທີ 5 ການຄຸ້ມຄອງ ແລະ ກວດກາຟາມລ້ຽງສັດ

ມາດຕາ 20 ອົງການຄຸ້ມຄອງກວດກາຟາມລ້ຽງສັດ
ມາດຕາ 21 ສິດ ແລະ ໜ້າທີ່ ຂອງກົມລ້ຽງສັດ ແລະ ການປະມົງ
ມາດຕາ 22 ສິດ ແລະ ໜ້າທີ່ ຂອງຂະແໜງລ້ຽງສັດ ແລະ ການປະມົງປະຈຳແຂວງ, ນະຄອນ
ມາດຕາ 23 ສິດ ແລະ ໜ້າທີ່ ຂອງໜ່ວຍງານລ້ຽງສັດ ແລະ ການປະມົງປະຈຳເມືອງ, ເທດສະບານ
ມາດຕາ 24 ສິດ ແລະ ໜ້າທີ່ ຂອງໜ່ວຍລ້ຽງສັດ ແລະ ສັດຕະວະແພດບ້ານ
ມາດຕາ 25 ການຈັດຕັ້ງປະຕິບັດ
ມາດຕາ 26 ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກໍາ ແລະປ່າໄມ້         ເລກທີ 0209/ກປ
ນະຄອນຫຼວງວຽງຈັນ, ວັນທີ 06 ກຸມພາ 2013

ຂໍ້ຕົກລົງ

ຂອງລັດຖະມົນຕີ
ວ່າດ້ວຍການຄຸ້ມຄອງກິດຈະການຟາມລ້ຽງສັດ ໃນ ສປປ ລາວ

  • ອີງຕາມກົດຫມາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ເລກທີ 03/ສພຊ, ລົງວັນທີ 25 ກໍລະກົດ 2008;
  • ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ເລກທີ 262/ນຍ, ລົງວັນທີ 28 ມິຖຸນາ 2012 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກໍາ ແລະ ປ່າໄມ້;
  • ອີງຕາມໜັງສືສະເໜີ ຂອງກົມລ້ຽງສັດ ແລະ ການປະມົງ ເລກທີ 1620/ກລປ, ລົງວັນທີ 16 ຕຸລາ 2012.

ລັດຖະມົນຕີວ່າການກະຊວງກະສິກໍາ ແລະປ່າໄມ້ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ1   ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການສ້າງຕັ້ງ, ການຄຸ້ມຄອງ ແລະ ກວດກາຟາມລ້ຽງສັດ ລວມທັງມາດຕະຖານເຕັກນິກດ້ານຕ່າງໆຂອງຟາມລ້ຽງສັດແຕ່ລະຂະຫນາດ ເພື່ອຮັບປະກັນໃຫ້ການດໍາເນີນທຸລະກິດຟາມລ້ຽງສັດ ຖືກຕ້ອງຕາມກົດ ຫມາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ, ແນໃສ່ຕອບສະໜອງຜະລິດຕະພັນສັດ ທີ່ມີຄຸນນະພາບ ແລະ ມີຄວາມປອດໄພຕໍ່ຜູ້ບໍລິໂພກ, ທັງຮັບປະກັນການປົກປັກຮັກສາສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ເຂັ້ມແຂງ.

ມາດຕາ 2    ການຄຸ້ມຄອງກິດຈະການຟາມລ້ຽງສັດ

ການຄຸ້ມຄອງກິດຈະການຟາມລ້ຽງສັດ ແມ່ນການກໍານົດລະບຽບການ ແລະ ຂັ້ນຕອນການສ້າງຕັ້ງກິດຈະການຟາມລ້ຽງສັດ, ລວມທັງຂອດການລ້ຽງສັດທີ່ດີ ຕາມເຕັກນິກວິຊາການ ເຊັ່ນ: ການຂໍອະນຸຍາດ, ການອອກໃບອະນຸຍາດ, ການກໍານົດມາດຕະຖານຟາມລ້ຽງສັດ, ເງື່ອນໄຂການດໍາເນີນວຽກງານການລ້ຽງສັດ, ການປະຕິບັດພັນທະ, ສິດ ແລະ ໜ້າທີ່ຂອງຜູ້ປະກອບກິດຈະການຟາມລ້ຽງສັດ, ລະບົບການຄຸ້ມຄອງ ແລະ ກວດກາຂອງອົງການຄຸ້ມຄອງ ຂອງລັດຂັ້ນຕ່າງໆ.

ມາດຕາ 3    ການອະທິບາຍສັບ

ຄໍາສັບທີນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1.   ຟາມລ້ຽງສັດ ຫມາຍເຖິງ ສະຖານທີ່ ທີ່ລັດອະນຸຍາດໃຫ້ບຸກຄົນ, ຄອບຄົວ ຫຼື ການຈັດຕັ້ງສ້າງຂຶ້ນ ເພື່ອດໍາເນີນການລ້ຽງສັດເປັນຈໍານວນຫຼາຍ ຂາຍເປັນສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກ ເຊັ່ນ: ຟາມ ລ້ຽງໄກ່, ຟາມລ້ຽງເປັດ, ຟາມລ້ຽງຫມູ, ຟາມລ້ຽງນົກກະທາ, ຟາມລ້ຽງງົວ ແລະ ຟາມລ້ຽງສັດເສດຖະກິດອື່ນ ຕາມການກໍານົດຂອງກົມລ້ຽງສັດ ແລະການປະມົງ;

2.   ຟາມລ້ຽງສັດຂະໜາດນ້ອຍ ຫມາຍເຖິງ ຟາມລ້ຽງສັດປະເພດຕ່າງໆ ທີ່ມີການລ້ຽງຕາມຊະນິດ ແລະ ຈໍານວນສັດລ້ຽງຕໍ່ຟາມ ດັ່ງນີ້:

  • ຟາມໄກ່ພັນໄຂ່ ເພື່ອຜະລິດໄຂ່ທີມີແມ່ໄກ່ ແຕ່ 1.000 ເຖິງ 2.000 ໂຕ
  • ຟາມໄກ່ພັນຊີ້ນ ເພື່ອຜະລິດໄກ່ຊີ້ນ ແຕ່ 1.000 ເຖິງ 2.000 ໂຕຕໍ່ຊຸດ;
  • ຟາມເປັດໄຂ່ທີ່ມີແມ່ເປັດ ແຕ່ 300 ເຖິງ 1.000 ໂຕ
  • ຟາມເປັດພັນຊີ້ນ ແຕ່ 500 ເຖິງ 1.000 ໂຕຕໍ່ຊຸດ;
  • ຟາມນົກກະທາຜະລິດໄຂ່ທີ່ມີແມ່ນົກ ແຕ່ 3.000 ເຖິງ 6.000 ໂຕ
  • ຟາມນົກກະທາຊີ້ນ ແຕ່ 1.500 ເຖິງ 3.000 ໂຕຕໍ່ຊຸດ ,
  • ຟາມໝູຊີ້ນ ແຕ່ 50 ເຖິງ 100 ໂຕຕໍ່ຊຸດ ຫລື ໜ້ອຍກວ່າ 400 ໂຕຕໍ່ປີ;
  • ຟາມລ້ຽງແກະ ຫລື ແບ້ ທີ່ມີແມ່ພັນ ແຕ່ 20 ເຖິງ 40 ໂຕ;
  • ຟາມງົວຊີ້ນ ແຕ່ 30 ເຖິງ 60 ໂຕຕໍ່ຊຸດ;
  • ຟາມງົວທົ່ວໄປທີ່ມີແມ່ພັນ ແຕ່ 10 ເຖິງ 30 ໂຕ,
  • ຟາມງົວນົມ ແຕ່ 10 ເຖິງ 20 ແມ່ຕໍ່ປີ.

3.   ຟາມລ້ຽງສັດຂະຫນາດກາງ ໝາຍເຖິງ ຟາມລ້ຽງສັດປະເພດຕ່າງໆ ທີ່ມີການລ້ຽງຕາມຊະນິດ ແລະ ຈໍານວນສັດທີ່ລ້ຽງຕໍ່ຟາມ ດັ່ງນີ້:

  • ຟາມໄກ່ພັນໄຂ່ ເພື່ອຜະລິດໄຂ່ທີ່ມີແມ່ໄກ່ ແຕ່ 2001 ເຖິງ 10.000 ໂຕ,
  • ຟາມໄກ່ພັນຊີ້ນ ເພື່ອຜະລິດໄກ່ຊີ້ນ ແຕ່ 2001 ເຖິງ 5.000 ໂຕຕໍ່ຊຸດ;
  • ຟາມເປັດໄຂ່ທີ່ມີແມ່ເປັດ ແຕ່ 1.000 ເຖິງ 5.000 ໂຕ
  • ຟາມເປັດພັນຊີ້ນ ແຕ່ 1.000 ເຖິງ 3.000 ໂຕຕໍ່ຊຸດ;
  • ຟາມນົກກະທາຜະລິດໄຂ່ທີ່ມີແມ່ນົກ ແຕ່ 6.000 ເຖິງ 15.000 ໂຕ
  • ຟາມນົກກະທາຊີ້ນ ແຕ່ 3.000 ເຖິງ 6.000 ໂຕຕໍ່ຊຸດ;
  • ຟາມຫມູຊີ້ນ ແຕ່ 100 ເຖິງ 500 ໂຕຕໍ່ຊຸດ ຫລື ໜ້ອຍກວ່າ 2.000 ໂຕຕໍ່ປີ;
  • ຟາມລ້ຽງແກະ ຫລື ແບ້ ທີ່ມີແມ່ພັນ ແຕ່ 41 ຫາ 100 ໂຕ
  • ຟາມງົວຊີ້ນ ແຕ່ 60 ເຖິງ 100ໂຕຕໍ່ຊຸດ;
  • ຟາມງົວທົ່ວໄປທີ່ມີແມ່ພັນ ແຕ່ 30 ເຖິງ 100 ໂຕ;
  • ຟາມງົວນົມ ແຕ່ 20 ເຖິງ 50 ແມ່.

4.   ຟາມລ້ຽງສັດຂະໜາດໃຫຍ່ ໝາຍເຖິງ ຟາມລ້ຽງສັດປະເພດຕ່າງໆ ທີ່ມີການລ້ຽງຕາມຊະນິດ ແລະ ຈໍານວນສັດທີ່ລ້ຽງຕໍ່ຟາມ ດັ່ງນີ້:

  • ຟາມໄກ່ພັນໄຂ່ ເພື່ອຜະລິດໄຂ່ທີ່ມີແມ່ໄກ່ ແຕ່ 10.001 ໂຕຂື້ນໄປ;
  • ຟາມໄກ່ພັນຊີ້ນ ເພື່ອຜະລິດໄກ່ຂຶ້ນ ແຕ່ 5.001 ໂຕຕໍ່ຊຸດຂຶ້ນໄປ;
  • ຟາມເປັດໄຂ່ທີ່ມີແມ່ເປັດ ແຕ່ 5.001 ໂຕຂຶ້ນໄປ;
  • ຟາມເປັດພັນຊີ້ນ ແຕ່ 3.001 ໂຕຕໍ່ຊຸດຂຶ້ນໄປ;
  • ຟາມນົກກະທາຜະລິດໄຂ່ທີ່ມີແມ່ນົກ ແຕ່ 15.001 ໂຕ ຂຶ້ນໄປ;
  • ຟາມນົກກະທາຊີ້ນ ແຕ່ 6.001 ໂຕຕໍ່ຂູດຂຶ້ນໄປ;
  • ຟາມຫມູຊີ້ນ ແຕ່ 501 ໂຕຕໍ່ຊູດ ຫລື ຫລາຍກວ່າ 2.001 ໂຕຕໍ່ປີຂື້ນໄປ;
  • ຟາມລ້ຽງແກະ ຫລື ແບ້ ທີ່ມີແມ່ພັນ ແຕ່ 101 ໂຕຕໍ່ປີຂື້ນໄປ;
  • ຟາມງົວຊີ້ນ ແຕ່ 101 ໂຕຕໍ່ຊຸດຂຶ້ນໄປ;
  • ຟາມງົວທົ່ວໄປທີ່ມີແມ່ພັນ ແຕ່ 101 ຂື້ນໄປ
  • ຟາມງົວນົມ ແຕ່ 51 ແມ່ຂື້ນໄປ.

5.   ຟາມລ້ຽງສັດເພື່ອປັບປຸງ ແລະ ຂະຫຍາຍແນວພັນ ຫມາຍເຖິງ ຟາມລ້ຽງສັດປະເພດຕ່າງໆ ທີ່ຜະລິດເພື່ອຈໍາໜ່າຍຕາມຊະນິດ ແລະ ຈໍານວນສັດຕໍ່ຟາມ ດັ່ງນີ້:

  • ແມ່ພັນໄກ່ໄຂ່ ແຕ່ 500 ໂຕຂຶ້ນໄປ;
  • ແມ່ພັນໄກ່ຂຶ້ນ ແຕ່ 500 ໂຕຂຶ້ນໄປ;
  • ແມ່ພັນເບັດ ແຕ່ 500 ໂຕຂຶ້ນໄປ;
  • ພໍ່ພັນໝູ ແຕ່ 1 ໂຕ ແລະ ແມ່ພັນຫມູ ແຕ່ 20 ໂຕຂຶ້ນໄປ;
  • ພໍ່ພັນງົວ ແຕ່ 1 ໂຕ ແລະ ແມ່ພັນງົວ ແຕ່ 10 ໂຕຂຶ້ນໄປ.

6.   ໂຮງລ້ຽງສັດລະບົບເປີດ ໝາຍເຖິງ ໂຮງລ້ຽງສັດ ທີ່ມີສະພາບແວດລ້ອມອ້ອມຕົວສັດຕາມທຳມະຊາດ ແລະ ອຸນຫະພູມຈະປ່ຽນໄປ ຕາມສະພາບອາກາດອ້ອມໂຮງລ້ຽງສັດ;

7.   ໂຮງລ້ຽງສັດລະບົບປິດ ຫມາຍເຖິງ ໂຮງລ້ຽງສັດ ທີ່ສາມາດຄວບຄຸມສະພາບແວດລ້ອມ ເປັນຕົ້ນ: ອຸນຫະພູມ, ຄວາມຊຸ່ມ, ການລະບາຍອາກາດ ແລະ ແສງສະຫວ່າງ ໃຫ້ເຫມາະສົມກັບຄວາມເປັນຢູ່ຂອງສັດ ລ້ຽງ, ສາມາດປ້ອງກັນສັດ ທີ່ອາດເປັນພາຫະຂອງພະຍາດລະບາດໄດ້;

8.   ວິຊາການລ້ຽງສັດປະຈໍາຟາມ ຫມາຍເຖິງ ພະນັກງານຂອງລັດ ທີ່ເຮັດວຽກງານກ່ຽວກັບການລ້ຽງສັດຊຶ່ງມີວິຊາສະເພາະດ້ານການລ້ຽງສັດ;

9.   ສັດຕະວະແພດຜູ້ຄວບຄຸມຟາມ ຫຼື ທີ່ປຶກສາດ້ານການລ້ຽງສັດ ຫມາຍເຖິງ ຊ່ຽວຊານດ້ານສັດຕະວະແພດ ຫຼື ລ້ຽງສັດ ທີ່ເຮັດວຽກບາງເວລາ ຕາມຂໍ້ຜູກພັນສັນຍາ ກັບຜູ້ປະກອບການລ້ຽງສັດ;

10. ຜູ້ປະກອບການ ຫມາຍເຖິງ ບຸກຄົນ, ຄອບຄົວ ຫລື ການຈັດຕັ້ງທີ່ໄດ້ຮັບອະນຸຍາດໃຫ້ສ້າງຕັ້ງ ແລະ ດໍາເນີນກິດຈະການຟາມລ້ຽງສັດ;

11. ການຂຶ້ນທະບຽນພິມສັດ ຫມາຍເຖິງ ການເຮັດເຄື່ອງໝາຍປະຈໍາຕົວສັດ ເພື່ອເກັບກໍາປະຫວັດ ແລະ ຂໍ້ມູນ ພໍ່ແມ່ພັນສັດທີ່ລ້ຽງຢູ່ໃນຟາມ.

ມາດຕາ 4    ຂອບເຂດການນໍາໃຊ້

ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ພົວພັນກັບກິດຈະການຟາມລ້ຽງໄກ່, ຟາມລ້ຽງເປັດ, ຟາມລ້ຽງໝູ, ຟາມລ້ຽງນົກກະທາ ແລະ ຟາມລ້ຽງງົວ ຢູ່ ສປປ ລາວ ຕາມການກໍານົດຂອງກົມລ້ຽງສັດ ແລະ ການປະມົງ.

ໝວດທີ 2
ການສ້າງຕັ້ງຟາມລ້ຽງສັດ

ມາດຕາ 5    ການຂໍອະນຸຍາດສ້າງຕັ້ງຟາມລ້ຽງສັດ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດດປະສົງສ້າງຕັ້ງ ແລະ ດໍາເນີນກິດຈະການຟາມລ້ຽງສັດ ເພື່ອຜະລິດເປັນສິນຄ້າ ຕ້ອງໄດ້ຮັບການອະນຸຍາດຈາກອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ແລະ ຕ້ອງປະຕິບັດຕາມລະບຽບກົດໝາຍທີກ່ຽວຂ້ອງກໍານົດໄວ້.

ສໍາລັບເອກກະສານ ເພື່ອປະກອບໃນການຂໍອະນຸຍາດ ມີດັ່ງນີ້:

1.   ໃບຄໍາຮ້ອງຕາມແບບຟອມທີ່ອົງການກ່ຽວຂ້ອງກໍານົດ;

2.   ໃບອະນຸຍາດດໍາເນີນທຸລະກິດຈາກຂະແໜງການທີ່ກ່ຽວຂ້ອງ;

3.   ບົດວິພາກເສດຖະກິດເຕັກນິກ;

4.   ໃບປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຈາກຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;

5.   ໃບຊີວະປະຫວັດ;

6.   ໃບຢັ້ງຢືນທີ່ຢູ່;

7.   ໃບຢັ້ງຢືນສຸຂະພາບ;

8.   ໃບແຈ້ງໂທດ.

ເມື່ອອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ໄດ້ຮັບຄໍາຮ້ອງຈາກຜູ້ສະ ເໜີ ແລ້ວ ຕ້ອງດໍາເນີນການຄົ້ນຄວ້າ ແລະ ອອກໃບອະນຸຍາດ ຫຼື ໃນກໍລະນີທີ່ບໍ່ມີເງື່ອນໄຂຄົບຖ້ວນ, ບໍ່ສາມາດອອກໃບອະນຸຍາດໃຫ້ໄດ້ ກໍຕ້ອງແຈ້ງເຫດຜົນໃຫ້ຜູ້ສະເໜີໄດ້ຮັບຮູ້ ຢ່າງເປັນລາຍລັກອັກສອນ ພາຍໃນ 15 ວັນ ນັບແຕ່ວັນທີ່ໄດ້ຮັບ ຄໍາສະເຫນີເປັນຕົ້ນໄປ.

ໃບອະນຸຍາດສ້າງຕັ້ງ ແລະດໍາເນີນກິດຈະການຟາມລ້ຽງສັດ ທຸກຂະຫນາດ ມີອາຍຸນໍາໃຊ້ໄດ້ 2 ປີ.

ມາດຕາ 6   ການຕໍ່ໃບອະນຸຍາດສ້າງຕັ້ງ ແລະ ດໍາເນີນກິດຈະການຟາມລ້ຽງສັດ

ຖ້າຜູ້ປະກອບການ ມີຈຸດປະສົງຢາກສືບຕໍ່ດໍາເນີນກິດຈະການຟາມລ້ຽງສັດ ຕ້ອງສະເໜີຂໍຕໍ່ໃບອະນຸຍາດ ສ້າງຕັ້ງ ແລະ ດໍາເນີນກິດຈະການ ກ່ອນຈະໝົດກໍານົດນໍາໃຊ້ຢ່າງຫນ້ອຍ 45 ວັນ ໂດຍປະກອບເອກກະສານ ດັ່ງນີ້:

1.   ໃບຄໍາຮ້ອງຂໍຕໍ່ໃບອະນຸຍາດ ຕາມແບບຟອມ ທີ່ອົງການກ່ຽວຂ້ອງກໍານົດ

2.   ສໍາເນົາໃບອະນຸຍາດສະບັບເດີມ;

3.   ສໍາເນົາໃບອະນຸຍາດດໍາເນີນທຸລະກິດ ຈາກຂະແຫນງການກ່ຽວຂ້ອງ.

ເມື່ອໄດ້ຄໍາຮ້ອງຈາກຜູ້ສະເໜີແລ້ວ ອົງການຄຸ້ມຄອງວຽງກງານການລ້ຽງສັດ ແລະ ການສັດຕະວະ ແພດ ທີ່ ກ່ຽວຂ້ອງ ຕ້ອງໄດ້ຄົ້ນຄ້ວາໂດຍໄວ ແລະ ຕໍ່ໃບອະນຸຍາດ ໃຫ້ແກ່ຜູ້ປະກອບການ ພາຍໃນກໍານົດເວລາ 10 ວັນ. ໃນກໍລະນີ ຫາກມີເຫດການຈໍາເປັນ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະການສັດຕະວະແພດ ບໍ່ສາມາດຕໍ່ໃບອະນຸຍາດໃຫ້ໄດ້ ຕ້ອງມີໜັງສືແຈ້ງການເຖິງເຫດຜົນ ແລະ ຄວາມຈໍາເປັນນັ້ນ ໃຫ້ຜູ້ສະເໜີຮັບຊາບນໍາ.

ມາດຕາ 7    ການປະຕິບັດໃນກໍລະນີໃບອະນຸຍາດເສຍຫາຍ

ໃນກໍລະນີທີ່ໃບອະນຸຍາດ ສ້າງຕັ້ງ ແລະ ດໍາເນີນກິດຈະການຟາມລ້ຽງສັດ ເສຍຫາຍ ຫຼື ຖືກທໍາລາຍ ໃຫ້ຜູ້ປະກອບການ ແຈ້ງຕໍ່ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ໂດຍຍື່ນໃບຄໍາຮ້ອງຂໍຮັບໃບ ແທນໃບອະນຸຍາດ ພາຍໃນ 15 ວັນ ນັບແຕ່ວັນທີ ອອກໃບອະນຸຍາດເສຍຫາຍ ຫລື ຖືກທໍາລາຍ ໂດຍຕ້ອງປະກອບເອກກະສານ ດັ່ງນີ້:

1.   ໃບຄໍາຮ້ອງຂໍໃບແທນໃບອະນຸຍາດຕາມແບບຟອມທີ່ອົງການກ່ຽວຂ້ອງກໍານົດ;

2.   ສໍາເນົາໃບອະນຸຍາດເດີມ;

3.   ໃບຊີວະປະຫວັດ;

4.   ໃບຢັ້ງຢືນທີ່ຢູ່.

ມາດຕາ 8    ການໂຈະ, ຍົກເລີກ ແລະ ຖອນໃບອະນຸຍາດ ດໍາເນີນກິດຈະການຟາມລ້ຽງສັດ

ອົງການຄຸ້ມຄອງຟາມລ້ຽງສັດ ມີສິດ ສັ່ງໂຈະການດໍາເນີນກິດຈະການຟາມລ້ຽງສັດ ຖ້າກວດພົບເຫັນວ່າ ຜູ້ປະກອບການ ມີການລະເມີດມາດຕະຖານເຕັກນິກ ທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງສະບັບນີ້ ຈົນ  ກ່ວາຜູ້ປະກອບການ ຟາມລ້ຽງສັດ ຈະໄດ້ປັບປຸງ ແລະ ແກ້ໄຂ ໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກທີ່ໄດ້ກໍານົດໄວ້ ຕາມການແນະນໍາ ຂອງອົງການຄຸ້ມຄອງຟາມລ້ຽງສັດ.

ຖ້າຜູ້ປະກອບການບໍ່ປະຕິບັດ ຫຼື ບໍ່ສາມາດປັງປຸງແກ້ໄຂມາດຕະຖານເຕັກນິກ ຕາມການແນະນໍາຂອງອົງການຄຸ້ມຄອງຟາມລ້ຽງສັດ ຊຶ່ງອາດສົ່ງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ອົງການຄຸ້ມຄອງຟາມລ້ຽງສັດ ມີສິດສັ່ງຍົກເລີກ ພ້ອມທັງນໍາສະເໜີຂັ້ນເທິງຖັດຕົນ ຖອນໃບອະນຸຍາດດ້ານເຕັກນິກຟາມລ້ຽງສັດ ແລະ ໃບອະນຸຍາດດໍາເນີນທຸລະກິດຈາກຂະແຫນງການທີກ່ຽວຂ້ອງ.

ໝວດທີ 3
ມາດຕະຖານຟາມລ້ຽງສັດ

ມາດຕາ 9    ການກໍານົດມາດຕະຖານຟາມລ້ຽງສັດ

ການກໍານົດມາດຕະຖານຟາມລ້ຽງສັດ ປະກອບດ້ວຍ: ມາດຕະຖານລວມ ແລະ ມາດຕະຖານສະເພາະ.

ມາດຕະຖານລວມ ແມ່ນມາດຕະຖານເຕັກນິກກ່ຽວກັບການສ້າງຕັ້ງ ແລະ ດໍາເນີນກິດຈະການຟາມ ເຊັ່ນ: ອົງປະກອບຂອງຟາມລ້ຽງສັດ, ການຈັດການກ່ຽວກັບຟາມ, ອາຫານສັດ, ນໍ້າໃຊ້, ບຸກຄະລາກອນ, ສຸຂະພາບສັດ, ສິ່ງແວດລ້ອມ ແລະ ມາດຕະການສຸກເສີນອື່ນໆ.

ມາດຕະຖານສະເພາະ ແມ່ນມາດຕະຖານຟາມລ້ຽງສັດ ຕາມຊະນິດສັດ, ຂະໜາດ ແລະຈຸດປະສົງສະເພາະຂອງຟາມລ້ຽງສັດ ເປັນຕົ້ນແມ່ນ: ມາດຕະຖານຟາມລ້ຽງງົວນົມ, ມາດຕະຖານຟາມລ້ຽງງົວຊີ້ນ, ມາດຕະຖານ ຟາມລ້ຽງຫມູພໍ່ແມ່ພັນ, ມາດຕະຖານຟາມລ້ຽງຫມູຊີ້ນ, ມາດຕະຖານຟາມລ້ຽງແບ້, ມາດຕະຖານຟາມລ້ຽງໄກ່ແມ່ໄຂ່, ຟາມລ້ຽງໄກ່ໄຂ່, ມາດຕະຖານຟາມເປັດໄຂ່, ມາດຕະຖານຟາມໄກ່ຊີ້ນ, ມາດຕະຖານຟາມນົກກະທາ ແລະ ອື່ນໆ.

ມາດຕາ 10   ອົງປະກອບ ຂອງຟາມລ້ຽງສັດ

ຟາມລ້ຽງສັດ ຕ້ອງມີອົງປະກອບພື້ນຖານສໍາຄັນ ດັ່ງນີ້:

1.  ສະຖານທີ່ຕັ້ງຂອງຟາມລ້ຽງສັດ:

  • ຫ່າງຈາກໂຮງຂ້າສັດ ຫລືຕະຫລາດສັດຂອງຊຸມຊົນ ຢ່າງຫນ້ອຍ 5 ກິໂລແມັດ;
  • ສາມາດກັນ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອພະຍາດ ຈາກພາຍນອກເຂົ້າສູ່ໃນຟາມ;
  • ເປັນບໍລິເວນທີ່ປອດໂປ່ງ ສາມາດຖ່າຍເທອາກາດໄດ້ດີ;
  • ມີແຫຼ່ງນໍ້າສະອາດ ຢ່າງພຽງພໍຕະຫລອດປີ;
  • ເປັນບໍລິເວນ ທີ່ບໍ່ມີນ້ໍາຖ້ວມຂັງ,
  • ໄກຈາກຊຸມຊົນ ແລະ ໄດ້ຮັບການເຫັນດີຈາກອົງການປົກຄອງທ້ອງຖິ່ນ ແລະ ອົງການທີ່ກ່ຽວຂ້ອງ;
  • ຢູ່ໃນບ່ອນທີ່ມີເສັ້ນທາງຄົມມະນາຄົມ ຫລື ມີລະບົບໄຟຟ້າເຂົ້າເຖິງ;
  • ມີເນື້ອທີ່ເໝາະສົມກັບຈໍານວນໂຮງລ້ຽງສັດຂອງຟາມ ໂດຍມີການຈັດແບ່ງພື້ນທີ່ໃຫ້ເປັນສັດສ່ວນ ແລະ ມີແຜນຜັງການຈັດວາງສິ່ງປຸກສ້າງພາຍໃນຟາມ ເປັນຕົ້ນ: ໂຮງ ຫລື ຄອກລ້ຽງສັດ, ອາຄານ ສໍານັກງານ, ເຮືອນພັກ, ຮົ້ວກັ້ນພາຍໃນ, ບ່ອນລ້າງ ແລະ ອະນາໄມ ຫຼື ປ່ຽນຖ່າຍເຄື່ອງນຸ່ງ, ບ່ອນເກັບ ແລະ ຂ້າເຊື້ອ, ສາງ ຫຼື ບ່ອນປະສົມອາຫານສັດ, ບ່ອນທໍາລາຍຊາກສັດ ແລະ ບ່ອນບໍາບັດ ແລະ ກໍາຈັດສິ່ງເສດເຫຼືອຈາກຟາມ.

2.  ລັກສະນະຂອງຟາມລ້ຽງສັດ:

  • ຮົ້ວ ຄວນໃຫ້ຫ່າງຈາກໂຮງລ້ຽງສັດ ຢ່າງຫນ້ອຍ 10 ແມັດ ແລະ ມີຄວາມສູງ ທີ່ສາມາດປ້ອງກັນສັດບໍ່ໃຫ້ໂດດ ຫຼື ລອດເຂົ້າໄປໃນຟາມໄດ້;
  • ປະຕູເຂົ້າຟາມ ໃຫ້ແຍກຕ່າງຫາກ ສໍາລັບຄົນ ແລະ ຍານພາຫະນະ ພ້ອມທັງໃຫ້ມີລະບົບກໍາຈັດຂ້າເຊື້ອສໍາລັບຄົນ ແລະ ຍານພາຫະນະ ຢ່າງມີປະສິດທິພາບ;
  • ສາງເກັບຮັກສາອາຫານ ຕ້ອງສ້າງຢ່າງແຂງແຮງ, ຖາວອນ, ປິດໄດ້ຢ່າງສະໜິດ ເພື່ອບໍ່ໃຫ້ ຫມູ ຫລື ນົກ ເຂົ້າໄປໄດ້ ແລະ ສາມາດຂ້າເຊື້ອ ຫຼື ຮົມຢາຂ້າເຊື້ອ ໄດ້ຢ່າງມີປະສິດທິພາບ ຢູ່ພາຍໃນສາງ ຕ້ອງມີຊັ້ນວາງອາຫານສັດ ໃຫ້ສູງຈາກພື້ນ ຢ່າງຫນ້ອຍ 10 ຊັງຕີແມັດ;
  • ຕູ້ຢາຕ້ອງຕິດຕັ້ງໄວ້ໃນຫ້ອງອຸປະກອນທີ່ມີປະຕູລັອກກະແຈໄດ້;
  • ໂຮງລ້ຽງສັດ ຕ້ອງສ້າງດ້ວຍວັດຖຸແຂງແຮງ ຄົງທົນ, ໂຮງລ້ຽງສັດບາງຊະນິດ ເປັນຕົ້ນແມ່ນ ໂຮງ ລ້ຽງສັດປີກ ເບື້ອງເທິງຂອງຝາໂຮງລ້ຽງສັດ ຕ້ອງແອ້ມດ້ວຍຕາໜ່າງທີ່ສາມາດປ້ອງກັນນົກໄດ້, ໂຮງລ້ຽງສັດຕ້ອງມີອ່າງຂ້າເຊື້ອເກີບ ຢູ່ຕໍ່ຫນ້າປະຕູທາງເຂົ້າ ແລະ ຮອບໂຮງລ້ຽງສັດ ຕ້ອງເທກັນເປື້ອນ ດ້ວຍຊີມັງ ທີ່ມີຄວາມກ້ວາງ ຢ່າງຫນ້ອຍ 1 ແມັດ ແລະ ຕ້ອງມີຮ່ອງລະບາຍນ້ໍາ ຂະຫນາດຄວາມກ້ວາງ 30 ຊັງຕີແມັດ;
  • ບ້ານພັກ ຕ້ອງຢູ່ນອກພື້ນທີ່ລ້ຽງສັດ;
  • ພື້ນທີ່ທໍາລາຍຊາກສັດ ຄວນຢູ່ເບື້ອງທ້າຍຂອງຟາມ ແລະ ຫ່າງຈາກໂຮງລ້ຽງສັດ ຢ່າງຫນ້ອຍ 15ແມັດ.

3.  ລັກສະນະຂອງໂຮງລ້ຽງສັດ:

  • ຕ້ອງມີໂຄງສ້າງ ແລະ ສິ່ງປະກອບທີ່ແຂງແຮງ ແລະ ປູກສ້າງຕາມລວງຍາວ ໄປຕາມທິດຕາເວັນ ອອກ-ຕາເວັນຕົກ;
  • ສະພາບໂຮງລ້ຽງສັດ ຕ້ອງໂລ່ງ, ລົມສາມາດຜ່ານໄດ້ສະດວກ ມີຂະໜາດເຫມາະສົມກັບຄອກ ແລະ ຈໍານວນສັດແຕ່ລະກຸ່ມ, ຖືກຫຼັກສຸຂານາໄມ ແລະ ໃຫ້ສັດຢູ່ຢ່າງສະບາຍ ໂດຍມີໄລຍະຫ່າງທີ່ເຫມາະສົມ.
  • ເຊິ່ງໜ້າປະຕູໂຮງລ້ຽງສັດ ຕ້ອງມີອ່າງຂ້າເຊື້ອເກີບ ແລະ ປະຕູ ຕ້ອງໃຫ້ສາມາດອັດລັອກດ້ວຍກຸນແຈໄດ້;
  • ໂຮງລ້ຽງສັດລະບົບປິດ ຕ້ອງມີລະບົບຄວບຄຸມອຸນຫະພູມ, ຄວາມຊຸ່ມ ແລະ ການລະບາຍອາກາດ ທີ່ດີ ໂດຍມີຝາປິດຮອບໂຮງລ້ຽງສັດ ທີ່ເຮັດດ້ວຍວັດຖຸເຫມາະສົມ ເຊັ່ນ: ຜ້າຢາງປະລາສະຕິກ ເພື່ອໃຫ້ສາມາດບັງຄັບທິດທາງຂອງລົມ, ມີການລະບາຍອາກາດໄດ້ດີ ແລະ ການອອກແບບໃຫ້ ມີການເປີດ-ປິດສະດວກໃນກໍລະນີໄຟຟ້າບໍ່ມາ;
  • ການໝູນວຽນຂອງອາກາດ, ຝຸ່ນລະອອງ, ອຸນຫະພູມ, ຄວາມຊຸ່ມ ຫຼື ອາຍແກັດ ພາຍໃນໂຮງລ້ຽງ ສັດແບບປິດ ຕ້ອງມີບໍ່ໃຫ້ເກີນກໍານົດ ທີ່ຈະເປັນອັນຕະລາຍຕໍ່ສັດໄດ້;
  • ໂຮງລ້ຽງສັດ ຕ້ອງມີແສງສະຫວ່າງພຽງພໍ ຫຼື ມີລະບົບຄວບຄຸມແສງສະຫ່ວາງ ແລະ ການຖ່າຍເທອາກາດໄດ້ດີ.

4.  ລັກສະນະຂອງຄອກລ້ຽງ ຫຼື ກົງລ້ຽງສັດ:

  • ສ້າງດ້ວຍວັດຖຸທີ່ແໜ້ນແກ່ນ, ສາມາດທໍາຄວາມສະອາດອະນາໄມ ຫຼື ຂ້າເຊື້ອໄດ້ງ່າຍ ແລະ ມີຂະໜາດເໝາະສົມກັບຈໍານວນສັດລ້ຽງ;
  • ບັນຈຸສັດໃຫ້ຖືກຕ້ອງຕາມກໍານົດໝາຍເຕັກນິກທີ່ກໍານົດໄວ້ ແລະ ຮັບປະກັນໃຫ້ສັດ ຢູ່ຢ່າງສະບາຍແລະ ບໍ່ມີຜົນກະທົບຕໍ່ສຸຂະພາບ ຫຼື ເຮັດໃຫ້ສັດໄດ້ຮັບບາດເຈັບ.

ມາດຕາ 11   ການຈັດການຟາມ

ການຈັດການຟາມລ້ຽງສັດ ແມ່ນການບໍລິຫານຈັດການຢູ່ພາຍໃນໂຮງລ້ຽງສັດ, ອຸປະກອນ, ການຈັດການຢູ່ ພາຍນອກໂຮງລ້ຽງສັດ ແລະ ການຈັດການລະບົບທັງໝົດທີ່ກ່ຽວຂ້ອງກັບການລ້ຽງສັດຢູ່ໃນຟາມລ້ຽງສັດ ເຊັ່ນ:

1.   ການຈັດການໂຮງລ້ຽງສັດ:

  • ຕ້ອງມີລະບົບທໍາຄວາມສະອາດ ແລະ ຂ້າເຊື້ອໂຮງລ້ຽງສັດ, ກົງລ້ຽງສັດ ຢ່າງມີປະສິດ ທິພາບ;
  • ຕ້ອງມີລະບົບກະກຽມໂຮງລ້ຽງສັດ, ຄອກ ຫຼື ອຸປະກອນສໍາລັບລ້ຽງສັດ ກ່ອນນໍາສັດເຂົ້າມາລ້ຽງໃນແຕ່ລະຊຸດ.

2.   ການປະຕິບັດງານໃນໂຮງລ້ຽງສັດ:

  • ປ່ຽນເກີບໂດຍໃສ່ເກີບ ທີ່ຈັດໄວ້ໃນໂຮງລ້ຽງສັດເທົ່ານັ້ນ;
  • ກ່ອນເຂົ້າໂຮງລ້ຽງສັດ ຕ້ອງຂ້າເຊື້ອເກີບ ດ້ວຍນໍ້າຢາຂ້າເຊື້ອທີ່ມີປະສິດທິພາບ;
  • ກ່ອນເຂົ້າໄປປະຕິບັດງານ ຕ້ອງລ້າງມືດ້ວຍສະບູ ແລະ ຂ້າເຊື້ອດ້ວຍນ້ໍາເຫຼົ້າ;
  • ເຄື່ອງມືອຸປະກອນໃນຟາມ ຕ້ອງລ້າງ ແລະ ຂ້າເຊື້ອ ປະໄວ້ໃຫ້ແຫ້ງກ່ອນນໍາເຂົ້າໄປໃຊ້
  • ເຄື່ອງນຸ່ງທີ່ໃຊ້ຢູ່ໃນໂຮງລ້ຽງສັດ ຕ້ອງບໍ່ນໍາອອກນອກຟາມ, ຕ້ອງຊັກ ແລະ ຂ້າເຊື້ອ ຫຼັງການໃຊ້ທຸກຄັ້ງ;
  • ຈັດແບ່ງພື້ນທີ່ໂຮງລ້ຽງສັດຢ່າງຊັດເຈນ ແລະ ຫຼີກເວັ້ນການນໍາໃຊ້ພື້ນທີ່ ແລະ ເຄື່ອງມືປົນເປກັນ;
  • ການເຂົ້າໄປປະຕິບັດງານໃນໂຮງລ້ຽງສັດ ຕ້ອງເລີ່ມເຮັດຈາກບ່ອນທີ່ສະອາດ ໄປຫາບ່ອນທີ່ເປື້ອນ;
  • ຕ້ອງໃຫ້ມີການພັກຄອກຕາມການກໍານົດ ຕາມຫຼັກການປ້ອງກັນ ແລະ ຄວບຄຸມພະຍາດ
  • ຫຼັງຈາກການທໍາຄວາມສະອາດໂຮງລ້ຽງສັດແລ້ວ ຕ້ອງປະໃຫ້ແຫ້ງ ແລະ ອັດປະຕູ ບໍ່ໃຫ້ຄົນ, ສັດເຂົ້າ ໄປປົນເປື້ອນອີກ;
  • ວັດຖຸຮອງພື້ນຄອກ ຕ້ອງສະອາດ, ແຫ້ງ ແລະ ນໍາມາຈາກແຫຼ່ງທີໝັ້ນໃຈວ່າ ບໍ່ມີພະຍາດລະບາດ;
  • ຝຸ່ນຝອຍ ແລະສິ່ງຮອງພື້ນ ຕ້ອງບໍ່ໃຫ້ຟຸ້ງກະຈາຍ, ການຂົນສົ່ງວັດຖຸດັ່ງກ່າວ ຕ້ອງມີການປົກຄຸມ;
  • ອາຈົມສັດ ແລະ ສິ່ງຮອງພື້ນທີ່ໃຊ້ແລ້ວ ຕ້ອງນໍາໄປໄວ້ໃນບ່ອນເກັບມ້ຽນສະເພາະ ແລະ ບໍ່ໃຫ້ນໍາເອົາສິ່ງຮອງ ພື້ນທີ່ໃຊ້ແລ້ວ ນໍາມາໃຊ້ຄືນອີກ.

3.  ການປະຕິບັດ ເພື່ອກຽມຄວາມພ້ອມກ່ອນນໍາເອົາສັດເຂົ້າມາລ້ຽງໃຫມ່:

  • ຕ້ອງມີການດູແລໂຮງລ້ຽງສັດ ແລະ ອຸປະກອນການລ້ຽງສັດໃຫ້ຖືກຕ້ອງຕາມຫຼັກສຸຂານາໄມ
  • ຄອກສັດ ແລະ ຮາງອາຫານ ຕ້ອງໃຫ້ສະອາດ ແລະແຫ້ງດີ;
  • ປັບສະພາບແວດລ້ອມພາຍໃນໂຮງລ້ຽງສັດ ໃຫ້ສະດວກໃນການປະຕິບັດງານ;
  • ມີການບໍາລຸງຮັກສາໂຮງລ້ຽງສັດ ແລະ ຄອກສັດ ໃຫ້ມີຄວາມປອດໄພຕໍ່ສັດ ແລະ ຕໍ່ຜູ້ປະຕິບັດງານ;
  • ຫຼັງຈາກນໍາສັດອອກຈໍາຫນ່າຍແຕ່ລະຊຸດແລ້ວ ຕ້ອງລ້າງ, ອະນາໄມ ແລະ ຂ້າເຊື້ອຄອກສັດທຸກຄັ້ງ ແລະ ຕ້ອງໄດ້ພັກຄອກໄວ້ ໃນເວລາອັນສົມຄວນກ່ອນນໍາສັດຊຸດໃໝ່ເຂົ້າມາລ້ຽງ
  • ເຄື່ອງມື ແລະ ອຸປະກອນລ້ຽງສັດບາງຢ່າງໃນຟາມລ້ຽງສັດທັນສະໄໝທີ່ມີເຄື່ອງມື, ເຄື່ອງຈັກແບບ ອັດຕະໂນມັດເປັນຕົ້ນແມ່ນ: ເຄື່ອງໃຫ້ອາຫານ, ເຄື່ອງໃຫ້ນ້ໍາ, ເຄື່ອງປັບອຸນຫະພູມ, ເຄື່ອງລະບາຍອາກາດ ແລະ ເຄື່ອງຄວບຄຸມເອເລັກໂຕຼນິກຕ່າງໆ ຕ້ອງມີການກວດກາທຸກມື້ ຫາກມີບັນຫາ ກໍ ຕ້ອງສ້ອມແປງ ຫຼື ມີເຄື່ອງມືສໍາຮອງໄວ້ ເພື່ອຮັບປະກັນໃຫ້ສັດມີຄວາມເປັນຢູ່ຢ່າງສະບາຍ
  • ມີການຕິດຕັ້ງດອກໄຟໃຫ້ແສງສະຫວ່າງຢ່າງທົ່ວເຖິງພາຍໃນໂຮງລ້ຽງສັດ ພ້ອມທັງກວດກາລະບົບໃຫ້ແສງສະຫ່ວາງ ຢ່າງເປັນປົກກະຕິ.

4.  ການຈັດການຢູ່ບໍລິເວນອ້ອມຮອບໂຮງລ້ຽງສັດ:

  • ບໍ່ຄວນລ້ຽງສັດຊະນິດອື່ນ ປະປົນຢູ່ນໍາ;
  • ຕ້ອງປະຕິບັດມາດຕະການປ້ອງກັນສັດທີ່ເປັນພາຫະນໍາເຊື້ອພະຍາດເຂົ້າໄປໃນໂຮງລ້ຽງສັດ;
  • ບໍລິເວນອອ້ມຮອບ ຫ່າງຈາກໂຮງລ້ຽງສັດ ຢ່າງຫນ້ອຍ 3 ແມັດ ຕ້ອງຕັດຫ້ຍາໃຫ້ສັ້ນ, ປັດກວາດ  ແລະ ເກັບມ້ຽນສິ່ງເສດເຫຼືອຕ່າງໆໃຫ້ກ້ຽງສະອາດ ເພື່ອປ້ອງກັນບໍ່ໃຫ້ສັດອື່ນອາໄສຢູ່;
  • ບໍ່ຄວນປູກຕົ້ນໄມ້ ໃກ້ກັບໂຮງລ້ຽງສັດ ອາດຈະເຮັດໃຫ້ສັດອື່ນ ປີນໄຕ່ເຂົ້າໄປໃນໂຮງເຮືອນ ຍົກ ເວັ້ນໂຮງລ້ຽງສັດໃຫຍ່.

5.  ການຄຸ້ມຄອງສັດລ້ຽງພາຍໃນຟາມ;

  • ຕ້ອງຈັດຫາແນວພັນສັດທີມີສຸຂະພາບແຂງແຮງດີ, ຈະເລີນເຕີບໂຕໄວ ຈາກແຫຼ່ງທີ່ມີປະຫວັດທີ່ເຊື່ອຖືໄດ້ວ່າເປັນບ່ອນທີ່ປອດພະຍາດ ເຂົ້າມາລ້ຽງໃນຟາມ;
  • ໃນກໍລະນີນໍາໃຊ້ນໍ້າເຊື້ອສົດ ຫຼື ແຊ່ເຢັນ, ໄຂ່ເຊື້ອ ຫຼື ຕົວອ່ອນ, ຕ້ອງນໍາມາຈາກແຫຼ່ງຜະລິດທີ່ເຊື່ອຖືໄດ້ ແລະຕ້ອງມີໃບຢັ້ງຢືນຄຸນນະພາບ ຈາກອົງການກ່ຽວຂ້ອງຂອງຜູ້ຜະລິດເຂົ້າມານໍາໃຊ້ຢູ່ ພາຍໃນຟາມ;
  • ການລ້ຽງສັດພັນຊີ້ນເພື່ອຈໍາຫໜ່າຍຄວນປະຕິບັດຫຼັກການ ເຂົ້າຫມົດອອກຫມົດ; ເມື່ອສັດເຈັບປ່ວຍ ຄວນເອົາໃຈໃສ່ແຍກ ແລະ ຕິດຕາມປິ່ນປົວຢ່າງທັນການ ຫຼື ຖ້າພົບເຫັນສັດ ຕາຍ ຕ້ອງແຍກເກັບໄວ້ໃນສະຖານທີ່ທີ່ຮັບປະກັນ ບໍ່ໃຫ້ສັດອື່ນທີ່ອາດເປັນໂຕນໍາເຊື້ອພະຍາດເຂົ້າ ໄປປົນເປື້ອນ ແລະຕ້ອງຮີບຮ້ອນນໍາເອົາໄປກວດສອບ ຫຼື ທໍາລາຍຖິ້ມ ໂດຍດ່ວນ;
  • ຖ້າມີການນໍາສັດຕາຍອອກນອກຟາມ ຕ້ອງຢູ່ພາຍໃຕ້ການດູແລຂອງເຈົ້າຫນ້າທີ່ສັດຕະວະແພດ;
  • ການທໍາລາຍ ຕ້ອງໄດ້ນໍາໃຊ້ວິທີການທີ່ເໝາະສົມ ເຊັ່ນ: ເຜົາ, ຝັງ ຫຼື ວິທີອື່ນທີ່ສາມາດຂ້າເຊື້ອໄດ້.

6.  ການຈັດການກ່ຽວກັບພາຫະນະ:

  • ຟາມລ້ຽງສັດ ຄວນມີພາຫະນະຮັບໃຊ້ ແລະ ມີການອະນາໄມຂ້າເຊື້ອຕາມຄວາມເໝາະສົມ;
  • ຟາມລ້ຽງສັດຂະຫນາດໃຫຍ່ ຄວນມີການແຍກພາຫະນະສະເພາະ ທີ່ຮັບໃຊ້ຢູ່ພາຍໃນຟາມ ແລະ ນອກຟາມ ແລະ ຕ້ອງມີການກໍານົດບ່ອນຈອດພາຫະນະຢ່າງຊັດເຈນ;
  • ອ່າງ ຫຼື ສະຖານທີ່ເປັນບ່ອນຂ້າເຊື້ອພາຫະນະ ຕ້ອງກໍ່ສ້າງດ້ວຍສີມັງ, ມີຄວາມແຂງແຮງທົນທານ ແລະ ທໍາຄວາມສະອາດໄດ້ງ່າຍ;
  • ຕ້ອງຂ້າເຊື້ອພາຫະນະໃຫ້ທົ່ວເຖິງ ໂດຍສະເພາະແມ່ນ ຕີນລົດ ແລະ ແຜ່ນຮອງພື້ນພາຫະນະ ຕ້ອງມີການຄວບຄຸມ ແລະ ຫຼີກເວັ້ນບໍ່ໃຫ້ຂອງເສຍ ທີ່ເກີດຈາກການລ້າງ ຫຼື ການຂ້າເຊື້ອພາຫະ ນະເຂົ້າ ໄປໃນໂຮງລ້ຽງສັດ.

7.  ການສ້າງລະບົບການບັນທຶກຂໍ້ມູນ:

ຜູ້ປະກອບການລ້ຽງສັດ ຕ້ອງດໍາເນີນການບັນທຶກຂໍ້ມູນກ່ຽວກັບການລ້ຽງສັດຂອງຕົນຢ່າງຮອບຄອບ ແລະ ໃຫ້ບັນທຶກລາຍລະອຽດ ດັ່ງນີ້:

  • ທະບຽນປະຫວັດຂອງພໍ່ແມ່ພັນສັດ;
  • ການໃຊ້ຢາສັດຕະວະແພດ, ຢາຂ້າເຊື້ອ, ຢາປາບສັດຕູພືດ ແລະຢາກັນພະຍາດ;
  • ແຍກ ຈໍານວນສັດ ເປັນກຸ່ມສັດທີ່ມີຢູ່ໃນຟາມ;
  • ສະພາບການເກີດພະຍາດລະບາດ, ຊື່ພະຍາດ, ອັດຕາການຕາຍ, ອັດຕາການເຈັບ, ວັນເດືອນປີທີ່ ເກີດພະຍາດ, ປະຫວັດການບົ່ງມະຕິພະຍາດ, ຈໍານວນສັດທີ່ໄດ້ຮັບຜົນກະທົບ ລວມທັງການແກ້ໄຂປິ່ນປົວ;
  • ການນໍາສັດເຂົ້າມາລ້ຽງໃຫມ່ ຕ້ອງສ້າງເປັນລະບົບ ໃຫ້ສາມາດຈໍາແນກສັດທີ່ນໍາເຂົ້າມາໃໝ່ ຊຶ່ງຕ້ອງ ບັນທຶກຈໍານວນ, ນໍ້າເບີ, ວັນເດືອນປີ ທີ່ຮັບເຂົ້າມາ ແລະ ແຫຼ່ງທີ່ມາ ການນໍາໃຊ້ອາຫານສັດ, ການປ່ຽນອາຫານ, ຄຸນນະພາບອາຫານສັດ, ລວມທັງຂໍ້ມູນການນໍາໃຊ້ທົ່ງ ຫຍ້າ ຫຼື ພືດອາຫານສັດ;
  • ການນໍາໃຊ້ນໍ້າ ຫຼື ການກວດສອບຄຸນນະພາບນໍ້າ;
  • ການຕິດຕາມສັດທີ່ເປັນພາຫະ;
  • ບັນຊີອຸປະກອນສັດຕະວະແພດທີ່ນໍາໃຊ້ຢູ່ໃນຟາມ;
  • ການເຂົ້າອອກ ແລະເຫດຜົນຂອງຄົນ ແລະ ພາຫະນະ
  • ການຄວບຄຸມພະຍາດ ແລະ ການວາງມາດຕະການຄວາມສ່ຽງດ້ານຊີວະພາບ;
  • ການຕິດຕາມຂໍ້ມູນຂອງຜົນຜະລິດ, ການໄລ່ລຽງ ຫຼື ການວິເຄາະດ້ານເສດຖະກິດກ່ຽວກັບລາຄາສັດ, ອາຫານສັດ ລວມທັງພັນສັດ,

8.  ຄູ່ມື ການຈັດການຟາມລ້ຽງສັດ:

  • ເອກະສານຄູ່ມືການຈັດການຟາມ ທີບົງຊີລາຍລະອຽດສໍາລັບການປະຕິບັດງານພາຍໃນຟາມ;
  • ຄູ່ມືແຜນການການຜະລິດທີ່ເປັນຢູ່ໃນປັດຈຸບັນ;
  • ເອກະສານການວິເຄາະຄວາມສ່ຽງ, ຈຸດວິກິດ ແລະອັນຕະລາຍ;
  • ຜົນການກວດກາ ຕິດຕາມແຜນການຜະລິດ;
  • ເອກະສານການຈັດການຄວາມປອດໄພທາງດ້ານຊີວະ;
  • ຄູ່ມືຫຼັກການ ແລະ ວິທີການລ້ຽງສັດ

ມາດຕາ 12   ການຈັດການດ້ານອາຫານສັດ

ການຈັດການດ້ານອາຫານສັດ ຕ້ອງປະຕິບັດຕາມມາດຕະຖານ ດັ່ງນີ້:

1.   ອາຫານສໍາເລັດຮູບ ຕ້ອງຊື້ຈາກໂຮງງານ ຫຼື ຜູ້ປະກອບການຂາຍອາຫານສັດ ທີ່ໄດ້ຮັບອະນຸຍາດ, ກໍລະນີປະສົມອາຫານສັດໃຊ້ເອງ ຕ້ອງຊື້ອາຫານເຂັ້ມຂຸ້ນທີ່ມີຄຸນຄ່າທາງດ້ານອາຫານ, ວິຕາມີນ ແລະ ແຮ່ທາດຄົບຖ້ວນ ຈາກໂຮງງານ ຫຼື ຜູ້ປະກອບການຂາຍອາຫານສັດທີ່ໄດ້ຮັບອະນຸຍາດ ຖືກຕ້ອງ ຕາມລະບຽບກົດຫມາຍ ແລະ ສູດອາຫານປະສົມ ຕ້ອງມີຄຸນະພາບມາດຕະຖານຕາມທີ່ກໍານົດໄວ້ໃນ ປຶ້ມຄູ່ມືມາດຕະຖານຄຸນນະພາບອາຫານສັດ ແລະສູດອາຫານສັດ ເລກທີ 0380/ກປ2001, ລົງວັນທີ 14 ພຶດສະພາ 2001;

2.   ການຂົນສົ່ງອາຫານສັດ ຕ້ອງຂົນສົ່ງດ້ວຍຍານພາຫະນະທີ່ສະອາດ, ແຫ້ງ ແລະຂົນສົ່ງຕາມເສັ້ນທາງທີ່ກໍານົດໄວ້;

3.   ມີສາງເກັບອາຫານສັດ ແຍກໄວ້ຕ່າງຫາກ ແລະ ຫ້ອງເກັບອາຫານສັດ ຕ້ອງສາມາດຮັກສາຄຸນນະພາບ ຂອງອາຫານສັດໃຫ້ຢູ່ໃນສະພາບເດີມ, ສາງຕ້ອງສະອາດ, ແຫ້ງ ແລະສາມາດປ້ອງກັນແມງໄມ້ ແລະ ພາຫະນໍາເຊື້ອຕ່າງໆ, ມີຖານຮອງພື້ນເພື່ອໃຫ້ອາກາດຖ່າຍເທໄດ້ສະດວກ ຖ້າຮັກສາວັດຖຸດິບທີ່ເປັນວິຕາມິນ ແລະ ແຮ່ທາດຕ່າງໆ ເພື່ອນໍາໃຊ້ປະສົມອາຫານສັດ ໃຫ້ເກັບມ້ຽນໃນຫ້ອງປັບອາກາດ, ຖ້າພົບ ອາຫານສັດຕົກເຮັ່ຍຢູ່ໃນສາງ ຕ້ອງອະນາໄມທໍາຄວາມສະອາດ ໂດຍທັນທີ;

4.   ຖົງບັນຈຸອາຫານສັດ ຕ້ອງແຫ້ງ, ສະອາດ, ກັນຄວາມຊຸ່ມໄດ້, ບໍ່ມີສານປົນເປື້ອນ ຫຼື ສານເຄືອບອື່ນ ຫຼື ວັດຖຸມີພິດ, ປຸ໋ຍ ຫຼື ວັດຖຸອື່ນທີ່ເປັນອັນຕະລາຍຕໍ່ສັດ, ບໍ່ມີສານຕົກຄ້າງຂອງວັດຖຸປົນເປື້ອນ ທີ່ເຮັດໃຫ້ອາຫານສັດເຊື່ອມຄຸນນະພາບ;

5.   ກໍລະນີ ທີ່ບັນຈຸອາຫານສັດໃນສາງໃສ່ໂລ ຕ້ອງມີການທໍາຄວາມສະອາດໃນຖັງໃສ່ໂລທຸກຄັ້ງກ່ອນນໍາເອົາອາຫານຊຸດໃໝ່ມາໃສ່;

6.   ຕ້ອງມີການກວດກາຄຸນະພາບອາຫານສັດ ຢ່າງເປັນປົກກະຕິ ໂດຍການສຸ່ມເອົາຕົວຢ່າງອາຫານສັດສົ່ງ ເຂົ້າຫ້ອງວິໄຈອາຫານສັດ ທີ່ສາມາດເຊື່ອຖືໄດ້ ເພື່ອກວດກາວິເຄາະຄຸນນະພາບອາຫານສັດຢ່າງເປັນປະຈໍາ, ຈົດບັນທຶກ ແລະ ຕົວຢ່າງນັ້ນ ຕ້ອງເກັບຮັກສາໄວ້ຢ່າງຫນ້ອຍ 2 ປີ ເພື່ອສາມາດກວດກາຄືນໄດ້;

7.   ຫຼີກລ້ຽງການນໍາເອົາອາຫານຈາກຟາມໜຶ່ງໄປລ້ຽງສັດອີກຟາມຫນຶ່ງ ແຕ່ຖ້າຫາກຈໍາເປັນ ກໍຕ້ອງມີການຮັບປະກັນຄວບຄຸມບໍ່ໃຫ້ເກີດຄວາມສ່ຽງການປົນເປື້ອນຈາກຟາມໜຶ່ງໄປອີກຟາມໜຶ່ງ

8.   ອາຫານທີ່ໃຊ້ລ້ຽງສັດ ຕ້ອງມີຄຸນນະພາບ ແລະ ໃຫ້ສັດກິນແຕ່ລະລຸ້ນອາຍຸ ຢ່າງເຫມາະສົມ;

9.   ຕ້ອງຫລີກເວັ້ນການນໍາໃຊ້ຢາຕ້ານເຊື້ອ ປະສົມໃສ່ອາຫານສັດທີ່ມີຈຸດປະສົງໃຫ້ເປ້ນສານກະຕຸ້ນການຈະເລີນເຕີບໂຕຂອງສັດ ທີ່ບໍ່ໄດ້ມີການປະເມີນຄວາມສ່ຽງດ້ານຄວາມປອດໄພຕໍ່ສຸຂະພາບຂອງສັດ ຫຼືຕໍ່ຜູ້ບໍລິໂພກ ຫຼືຍັງບໍ່ທັນໄດ້ມີການຢັ້ງຢືນ ແລະ ແນະນໍາໃຫ້ນໍາໃຊ້ຢານັ້ນປະສົມລົງໃສ່ໃນອາຫານສັດມາກ່ອນ;

10. ບໍ່ເອົາສິ້ນສ່ວນຈາກສັດຄ້ຽວເອື້ອງ ນຳໄປເປັນສ່ວນປະກອບຂອງສັດຄ້ຽວເອື້ອງ.

11. ການລ້ຽງສັດຄ້ຽວເອື້ອງໃນທົ່ງຫຍ້າ ຕ້ອງມີການນໍາໃຊ້ທົ່ງຫຍ້າຢ່ງຖືກວິທີ ໂດຍແບ່ງຕອນໃຫ້ສັດໄດ້ກິນແບບໝູນວຽນ ເພື່ອນໍາໃຊ້ທົ່ງຫຍ້າຢ່າງມີປະສິດຕິຜົນ ແລະ ຫຼຸດຜ່ອນວົງຈອນຂອງພະຍາດກາຝາກ ໂດຍມີການຕິດຕາມບັນທຶກຮອບວຽນການເຄື່ອນຍ້າຍ ແລະ ຈໍານວນສັດທີ່ໃຫ້ເຂົ້າໄປກິນໃນແຕ່ລະຮອບຢ່າງຕໍ່ເນື່ອງ.

12. ຫຼີກເວັ້ນການນໍາເອົາສັດໄປລ້ຽງໃສ່ທົ່ງຫຍ້າທີ່ຕິດກັບບ່ອນຖິ້ມຂີ້ເຫຍື້ອ ຫຼືແຫຼ່ງກໍ່ສ້າງທີ່ຈະສ້າງໂອກາດໃຫ້ສັດກິນອາຫານທີ່ປົນເປື້ອນວັດຖຸ ຫຼື ໂລຫະເຂົ້າໄປໃນຮ່າງກາຍ ຊຶ່ງຈະກໍ່ໃຫ້ສັດເປັນອັນຕະລາຍໄດ້.

13. ຄວນລະວັງການປົນເປື້ອນຂອງສານເຄມີໃນອາຫານສັດ ຊຶ່ງຕ້ອງຫຼີກເວັ້ນບັນຫາການປົນເປື້ອນຂອງຢາຂ້າຫຍ້າ, ຢາຂ້າແມງໄມ້ ແລະ ທາດເຄມີ ທີ່ຜູ້ຜະລິດ ຫຼື ຜູ້ປຸງແຕ່ງອາຫານປະສົມໃສ່ອາຫານສັດ, ເພື່ອຜ່ອນຄວາມສ່ຽງດັ່ງກ່າວນີ້, ຜູ້ລ້ຽງສັດຕ້ອງການເອົາໃຈໃສ່ເປັນພິເສດ ໃນການນໍາໃຊ້ທີ່ຜູ້ຜະລິດແນະນຳຢ່າງເຄັ່ງຄັດ;

14. ມີການກວດກາອະນາໄມ ແລະ ຂ້າເຊື້ອເຄື່ອງມືທີ່ໃຊ້ ໃນການໃຫ້ອາຫານ ແລະ ນໍ້າດື່ມດ້ວຍຢາຂ້າເຊື້ອທີ່ເໝາະສົມ ຢ່າງເປັນປະຈຳ ເພື່ອປ້ອງກັນ ຫຼື ຫຼຸດຜ່ອນການເກີດເຊື້ອພະຍາດ ແລະ ເຫັນລາ ຫຼື ເກີດບັນຫາການເປັນພິດຕ່າງໆ.

ມາດຕາ 13   ການຈັດການນໍ້າໃຊ້ຢູ່ໃນຟາມລ້ຽງສັດ

ຟາມລ້ຽງສັດ ຕ້ອງມີການຈັດການນໍ້າໃຊ້ສຳລັບການລ້ຽງສັດດັ່ງນີ້:

1.   ຟາມລ້ຽງສັດ ຕ້ອງມີແຫຼ່ງນໍ້າທີ່ສະດວກ;

2.   ນໍ້າທີ່ນໍາມາລ້ຽງສັດ ຕ້ອງພຽງພໍ, ເໝາະສົມສຳລັບການລ້ຽງສັດ, ບໍ່ປົນເປື້ອນກັບສິ່ງອັນຕະລາຍທີ່ເປັນຜົນກະທົບທີ່ບໍ່ດີຕໍ່ສຸຂະພາບຂອງສັດ, ຕ້ອງມີການກວດກາຄຸນນະພາບເປັນປະຈຳຢ່າງໜ້ອຍ 1 ຄັັັັັັັ້ງຕໍ່ປີ ໂດຍຫ້ອງທົດລອງທີ່ເຊື່ອຖື ຖ້າມີຄວາມຈຳເປັນ ຕ້ອງມີການບຳບັດ ຫຼື ປັບປຸງຄຸນນະພາບນໍ້າເສຍກ່ອນຈຶ່ງເອົາໄປລ້ຽງສັດ;

3.   ອ່າງເກັບນໍ້າ ອາດຂ້າເຊື້ອດ້ວຍສານຄລໍໍຣີນ ດ້ວຍຄວາມເຂັ້ມຂຸ້ນ 1-2 ສ່ວນ ຂອງນໍ້າ (ppm) ພາຍໃນໄລຍະເວລາ 2 ຊົ່ວໂມງເສຍກ່ອນ ຈຶ່ງນໍາໃຊ້ນໍ້າ;

4.   ຟາມລ້ຽງສັດຂະໜາດໃຫຍ່ຕ້ອງມີການກວດກາ ຢ່າງເປັນລະບົບ ເຂັ້ມງວດ ແລະ ອາດມີການກວດກາການປົນເປື້ອນເຊື້ອຈຸລິນຊີຮ່ວມນຳອີກດ້ວຍ;

5.   ຟາມລ້ຽງສັດໂດຍສະເພາະແມ່ນ ສັດປີກທີ່ທັນສະໄໝ ຕ້ອງມີການອະນາໄມທໍ່ສົ່ງນໍ້າລະຫວ່າງລຸ້ນ ຫຼື ລະຫວ່າງຄອກໃຫ້ສະອາດຢູ່ສະເໝີ.

ມາດຕາ 14   ມາດຕະຖານດ້ານບຸກຄະລາກອນ

ຟາມລ້ຽງສັດ ຕ້ອງມີບຸກຄະລາກອນທີ່ມີຄວາມຮູູ້ ແລະ ປະສົບການກ່ຽວກັບການລ້ຽງສັດເປັນຢ່າງດີ ແລະ ມີຈໍານວນພຽງພໍກັບຕໍາແໜ່ງຕ່າງໆ ທີ່ສາມາດດູແລສັດໄດ້ເປັນຢ່າງທົ່ວເຖິງ. ຟາມລ້ຽງສັດຂະໜາດໃຫຍ່ ຄວນປະກອບບຸກຄະລາກອນ ດັ່ງນີ້:

1.   ຜູ້ຈັດການຟາມ ທີ່ຜ່ານການຮຽນດ້ານບໍລິຫານ ຫຼື ດ້ານການລ້ຽງສັດ - ສັດຕະວະແພດ;

2.   ສັດຕະວະແພດ ແລະ ນັກລ້ຽງສັດປະຈໍາຟາມ ຫຼື ເປັນທີ່ປຶກສາ ເພື່ອເປັນຜູ້ຊ່ວຍຜູ້ຈັດການຟາມ;

3.   ນັກວິຊາການທີ່ມີຄວາມຮູ້ວິຊາຊີບລ້ຽງສັດ ຊັ້ນກາງ ຫຼື ຊັ້ນສູງ;

4.   ຜູ້ລ້ຽງສັດທີ່ຮູ້ຈັກອ່ານພາສາລາວ ຫຼື ພາສາຕ່າງປະເທດ ຕ້ອງໄດ້ຜ່ານການເຝິກອົບຮົມ ໃນການດູແລສັດ ເປັນຜູ້ລ້ຽງສັດຕົວຈິງ;

5.   ນັກວິຊາການດ້ານອື່ນ ຕາມຄວາມຈໍາເປັນ.

ສຳລັບຟາມຂະໜາດກາງ ຕ້ອງມີສັດຕະວະແພດ ປະຈໍາຟາມຢູ່ຟາມ ເພື່ອດູແລສຸຂະພາບສັດ ແລະ ສຸຂານາໄມພາຍໃນຟາມ, ສັດຕະວະແພດດັ່ງກ່າວ ຕ້ອງມີໃບປະກາສະນີຍະບັດຊັ້ນສູງຂຶ້ນໄປ ແລະ ມີປະສົບການມາກ່ອນ.

ສໍາລັບຟາມຂະໜາດນ້ອຍ ຕ້ອງມີວິຊາການລ້ຽງສັດທີ່ມີໃບປະກາສະນີຍະບັດຊັ້ນກາງຂຶ້ນໄປປະຈໍາຢູ່ຟາມ, ສ່ວນຜູ້ລ້ຽງສັດຕົວຈິງ ແມ່ນກໍາມະກອນທີ່ໄດ້ຜ່ານການຝຶກອົບຮົມດ້ານການລ້ຽງສັດມາແລ້ວເປັນຢ່າງດີ.

ບຸກຄະລາກອນທັງໝົດເຫຼົ່ານີ້ ຕ້ອງໄດ້ຮັບການກວດກາສຸຂະພາບເປັນປະຈໍາ ຕາມຄວາມຈໍາເປັນ.

ສຳລັບການປະຕິບັດງານຂອງບຸກຄະລາກອນ ຄວນເອົາໃຈໃສ່ ປະຕິບັດຫຼັກການປະຕິບັດງານທີ່ດີ ດັ່ງນີ້:

1.   ເຄົາລົບກົດລະບຽບຂອງຟາມຢ່າງເຄັ່ງຄັດ ແລະ ປະຕິບັດແບບບໍ່ມີກໍລະນີຍົກເວັ້ນ;

2.   ຜ່ານການຝຶກອົບຮົມກ່ຽວກັບຄວາມປອດໄພທາງຊີວະພາບ;

3.   ຜູ້ລ້ຽງສັດຢູ່ໃນໂຮງລ້ຽງສັດ ຕ້ອງບໍ່ແມ່ນຄົນດຽວກັນກັບຜູ້ຈໍາໜ່າຍສັດ ຫຼື ນໍາເອົາສັດໄປຂາຍຢູ່ຕະຫຼາດ ຫຼື ເອົາໄປໂຮງຂ້າສັດ;

4.   ຜູ້ລ້ຽງສັດ ຕ້ອງບໍ່ລ້ຽງສັດເປັນການສ່ວນຕົວຢູ່ເຮືອນຂອງຕົນ ຫຼືໄປກ່ຽວຂ້ອງກັບສັດທີ່ຢູ່ນອກຟາມ;

5.   ຖ້າເປັນໄປໄດ້ຜູ້ລ້ຽງສັດຄວນອາໄສຢູ່ກັບບ້ານພັກຂອງຟາມລ້ຽງສັດ;

6.   ແຂກທີ່ມາຢ້ຽມຢາມຟາມ ຕ້ອງມີການບັນທຶກ ແລະ ພົບປະກັນຢູ່ສະຖານທີ່ທີ່ຈົດໄວ້ສະເພາະ;

7.   ພະນັກງານຂັບລົດ ຕ້ອງບໍ່ເຂົ້າໄປໃນໂຮງງານລ້ຽງສັດ

8.   ພະນັກງານສ້ອມແປງ ທີ່ຜ່ານການສຳພັດກັບສັດອື່ນມາແລ້ວ ກໍ່ບໍ່ຄວນເຂົ້າໄປໃນຟາມຍົກເວັ້ນກໍລະນີສຸກເສີນ;

9.   ຜູ້ສັກຢາວັກຊີນ ຕ້ອງເຮັດໜ້າທີ່ສັກຢາເທົ່ານັ້ນ ແລະ ຜູ້ຊ່ວຍຈັບສັດ ຕ້ອງເຮັດວຽກບໍລິເວນທີ່ກ່ຽວຂ້ອງ ທີ່ກຳລົງດຳເນີນການສັກຢາເທົ່ານັ້ນ ບໍ່ຄວນເຂົ້າໄປເຂດອື່ນ ທີ່ບໍ່ກ່ຽວຂ້ອງ;

10. ນັກວິຊາການ ທີ່ຈຳເປັນໄປບໍລິການຢູ່ຫຼາຍຟາມໃນມື້ດຽວກັນ ຕ້ອງຍຶດຖືຫຼັກການຄວາມປອດໄຟ ທາງດ້ານຊີວະພາບຢ່າງເຄັ່ງຄັດ, ການເຂົ້າ-ອອກ ຟອມ ຕ້ອງເລີ່ມຈາກເຂດສະອາດໄປຫາເຂດເປຶື້ອນຖ້າຈຳເປັນ ກໍສາມາດເຮັດຢູ່ເຂດເປື້ອນກ່ອນໄດ້ແຕ່ຕ້ອງອາບນໍ້າໃຫ້ສະອາດ ແລະ ປ່ຽນຖ່າຍເຄື່ອງນຸ່ງທີ່ສະອາດໃໝ່ ຈຶ່ງເຂົ້າໄປໃນເຂດສະອາດໄດ້.

ມາດຕາ 15   ການຈັດການດ້ານສຸຂະພາບສັດ

ການຈັດການດ້ານສຸຂະພາບສັດ ແມ່ນການນຳໃຊ້ມາໃຊ້ມາດຕະການຕ່າງໆ ດ້ານສັດຕະວະແພດເຊັ່ນ: ການປ້ອງກັນ ແລະ ຄວບຄຸມພະຍາດ, ການປິ່ນປົວພະຍາດສັດ ແລະ ການຄວຍຄຸມສັດທີ່ເປັນພາຫະນຳເຊື້ອພະຍາດ ບໍ່ໃຫ້ເຂົ້າມາສຳພັດກັບສັດໃນຟາມ ໂດຍມີການຈັດການ ດັ່ງນີ້:

1.   ການກັນ, ຄວບຄຸມ ພະຍາດສັດຢູ່ໃນຟາມ:

  • ຟາມລ້ຽງສັດ ຕ້ອງມີລະບົບເຝົ້າລະວັງ, ກັນ ແລະ ຄວບຄຸມພະຍາດສັດ ຢ່າງມີປະສິດທິພາບ;
  • ຟາມລ້ຽງສັດ ໂດຍສະເພາະແມ່ນຟາມລ້ຽງສັດຂະໜາດໃຫຍ່ ຕ້ອງມີສັດຕະວະແພດ ຫຼື ມີທີ່ປຶກສາດ້ານສຸຂະພາບສັດປະຈຳຟາມ ແລະ ຕ້ອງແຕ່ງຕັ້ງຜູ້ລ້ຽງສັດປະຈຳຢູ່ຟາມ ເປັນຜູ້ຊ່ວຍສັດຕະວະແພດ ເພື່ອຮັບຜິດຊອບຕິດຕາມສະພາບຂອງສັດ ທັງເປັນຜູ້ລາຍງານໃຫ້ແກ່ສັດຕະວະແພດ ປະຈຳຟາມ ຮັບຊາບສະພາບ ຂອງຟາມໃນແຕ່ລະວັນ;
  • ຕ້ອງສ້າງລະບຽບກ່ຽວກັບການຄວບຄຸມການເຄື່ອນຍ້າຍ, ເຂົ້າ-ອອກຟາມ ແລະ ໃຫ້ທຸກຄົນປະຕິບັດຕາມກົດລະບຽບດັ່ງກ່າວຢ່າງເຂັ້ມງວດ ໂດຍບໍ່ມີການຍົກເວັ້ນ, ແຂກຄົນ ແລະ ສັດຈະນຳເຂົ້າມາໃນຟາມຕ້ອງຜ່ານທາງປະຕູ ທີ່ອະນຸຍາດໃຫ້ເຂົ້ານັ້ນ;
  • ຂ້າເຊື້ອຍານພາຫະນະ ແລະ ບຸກຄົນ ໂດຍສະເພາະຢູ່ຕາມຈຸດເຂົ້າ-ອອກ ທີ່ສ່ຽງຕໍ່ການນຳເຊື້ອພະຍາດເຂົ້າສູ່ຟາມ ຫຼື ຄອກສັດ;
  • ນຸ່ງເຄື່ອງເຮັດວຽກ ແລະ ເກີບໂບກ ທີ່ສະອາດ ສຳລັບບຸກຄົນທີ່ອະນຸຍາດ ໃຫ້ເຂົ້າໄປໃນຟາມ ເປັນຄັ້ງຄາວ ນັບທັງວິຊາການລ້ຽງສັດ-ສັດຕະວະແພດ ແລະ ກຳມະກອນ ທີ່ເຮັດວຽກໃນຄອກສັດ, ເຄື່ອງນຸ່ງດັ່ງກ່າວ ຕ້ອງກຽມພ້ອມໄວ້ໃກ້ກັບທາງເຂົ້າ ພ້ອມທັງມີກັອກນໍ້າ ຫຼື ອ່າງລ້າງມື ແລະ ອ່າງຂ້າເຊື້ອພື້ນເກີບຕ້ອງ ຢູ່ຕໍ່ໜ້າຄອກສັດ;
  • ກັກກັນສັດທີ່ນຳເຂົ້າມາໃໝ່ໄວ້ສະຖານທີ່ຕ່າງຫາກໃນການກຳນົດເວລາທີ່ເໝາະສົມ ເພື່ອຕິດຕາມອາການ ແລະ ກວດກາສຸຂະພາບ ຫຼື ນຳໃຊ້ມາດຕະການອື່ນ ທີ່ເຫັນວ່າຈຳເປັນກ່ອນນຳເອົາສັດເຂົ້າໄປລ້ຽງຢູ່ໃນຟາມ;
  • ຮັບປະກັນໃຫ້ສັດ ໄດ້ປັບຕົວເຂົ້າສະພາບແວດລ້ອມ ແລະ ອາຫານໃນກໍລະນີທີ່ນໍາສັດເຂົ້າມາລ້ຽງໃໝ່ ຫຼື ປ່ຽນສູດອາຫານໃໝ່;
  • ຕ້ອງທຳຄວາມສະອາດ ແລະ ຂ້າເຊື້ອຄອກສັດ, ອຸປະກອນ ແລະ ວັດຖຸອື່ນໆທີ່ກ່ຽວຂ້ອງກັບການລ້ຽງສັດຢ່າງເປັນປະຈຳ;
  • ສັດໃນຟາມ ກໍຕ້ອງມີການກວດສຸຂະພາບ ຢ່າງສະໝໍ່າສະເໝີ;
  • ມີການປ້ອງກັນ ແລະ ກຳຈັດສັດ ທີ່ຖືກເຊື້ອພະຍາດ;
  • ຕ້ອງມີການສັກຢາກັນພະຍາດສັດ ໃຫ້ແກ່ສັດຢ່າງຄົບຖ້ວນ ແລະ ເປັນປົກກະຕິຕາມການແນະນຳຂອງຜູ້ດູແລຟາມ ເພື່ອສ້າງພູມຄຸ້ມກັນໃຫ້ແກ່ສັດ;
  • ຖ້າມີອັດຕາການເຈັບ ຫຼື ຕາຍຂອງສັດຜິດປົກກະຕິ ຫຼື ສັດໃຫ້ຜົນຜະລິດຕໍ່າ ໂດຍບໍ່ຮູ້ສາເຫດຕ້ອງແຈ້ງໃຫ້ສັດຕະວະແພດຜູ້ດູແລຟາມ ຫຼືແຈ້ງໃຫ້ເຈົ້າໜ້າທີ່ສັດຕະວະແພດຂອງລັດໂດຍດ່ວນ ເພື່ອຕິດຕາມກວດກາເຝົ້າລະວັງ ແລະ ເກັບຕົວຢ່າງສົ່ງໄປກວດຢູ່ຫ້ອງວິໄຈ ແລະ ຕ້ຶງເອົາໃຈໃສ່ໃນການແຍກສັດລ້ຽງ ທີ່ມີສຸຂະພາບດີອອກຈາກສັດທີ່ເຈົບປ່ວຍ ອລະ ມີມາດຕະການກັນ ຫຼື ປິ່ນປົວຢ່າງຖືກຕ້ຶງ;
  • ຊາກສັດທີ່ຕາຍ ຫຼື ຖືກທຳລາຍຍ້ອນພະຍາດ ຕ້ອງນໍາໄປກໍາຈັດທໍາລາຍຕາມຫຼັກວິຊາການ;
  • ການທຳລາຍຊາກສັດແຕ່ລະຄັ້ງຕ້ອງມີການຕິດຕາມ ແລະ ບັນທຶກຢ່າງເຂັ້ມງວດ.

2.   ການປິ່ນປົວພະຍາດສັດ:

  • ການນຳໃຊ້ຢາສັດຕະວະແພດ ຕ້ອງເອົາໃຈໃສ່ເປັນພິເສດ ສໍາລັບຂໍ້ຫ້າມທີ່ຜູ້ຜະລິດຢາໄດ້ໃຫ້ຄຳເຕືອນໄວ້ ແລະ ໃຫ້ປະຕິບັດຕາມວິທີການນຳໃຊ້ຢາ ທີ່ຜູ້ຜະລິດ ແນະນໍາໄວ້ຢ່າງເຂັ້ມງວດ;
  • ການນນຳໃຊ້ຢາຕ້ານເຊື້ອ ຕ້ອງນຳໃຊ້ຢ່າງລະມັດລະວັງ ແລະ ປະຕິບັດຕາມລະບຽບການນຳໃຊ້ຢາຕ້ານເຊື້ອ ທີ່ອົງການກ່ຽວຂ້ອງກຳນົດ ແລະ ປະຕິບັດຕາມການຊີ້ນໍາຂອງສັດຕະວະແພດຜູ້ຄວບຄຸມຟາມ ຫຼືທີ່ປຶກສາດ້ານການລ້ຽງສັດຢ່າງເຄັ່ງຄັດ;
  • ການໃຊ້ຢາ ຕ້ອງມີການບັນທຶກ ແລະ ເກັບກຳຂໍ້ມູນຂອງການໃຊ້ຢາເຊັ່ນ: ແຫຼ່ງທີ່ມາ, ຊຸດຜະລິດ, ວັນເດືອນປີນຳໃຊ້ຢາ, ປະລິມານທີ່ໃຊ້, ສັດ ຫຼື ກຸ່ມສັດລ້ຽງທີ່ຖືກໃຊ້ຢາ ແລະ ໄລຍະເວລາຂອງຢາຕົກຄ້າງໃນຮ່າງກາຍສັດ;
  • ຕ້ອງເກັບຮັກສາຢາສັດຕະວະແພດ ໄວ້ຕາມເງື່ອນໄຂທີ່ຜູ້ຜະລິດແນະນຳ;
  • ນຳໃຊ້ອຸປະກອນສັດຕະວະແພດ ທີ່ຖືກຕ້ອງ, ຮັບປະກັນຄວາມປອດໄພຂອງສັດ, ພະນັກງານ ແລະ ກຳມະກອນ ຕ້ອງມີການກວດສອບປະລິມານ ຫຼື ບໍລິມາດຢາໃຫ້ແນ່ນອນກ່ອນນຳໃຊ້ ແລະ ຕ້ອງມີການອະນາໄມຂ້າເຊື້ອອຸປະກອນສັດຕະວະແພດຢ່າງ  ເໝາະສົມທັງກ່ອນ ແລະ ຫຼັງການນຳໃຊ້, ເກັບຮັກສາເຄື່ອງມືໄວ້ ບ່ອນທີ່ປອດໄພ ແລະ ທຳລາຍເຂັມ ແລະ ກ້ອງສີດຢາທີ່ໃຊ້ແລ້ວ ຫຼື ສິ່ງເສດເຫຼືອຈາກການນຳໃຊ້ຢ່າງ ຖືກຫຼັກການ.

3.   ການຄວບຄຸມສັດທີ່ເປັນພາຫະນະນຳເຊື້ອພະຍາດ ບໍ່ໃຫ້ເຂົ້າມາສຳພັດກັບສັດໃນຟາມ:

  • ຟາມລ້ຽງສັດ ຕ້ອງມີລະບົບການກັນ ແລະ ຄວບຄຸມສັດທີ່ເປັນພາຫະນໍາເຊື້ອພະຍາດເປັນຢ່າງດີ ແລະ ຕ້ອງມີການຄວບຄຸມ ສັດຈຳພວກໝາ, ແມວ, ນົກ, ໜູ, ແມງໄມ້, ແມງວັນ ຫຼື ແມງດູດເລືອດ ຢ່າງຕໍ່ເນື່ອງ ແລະ ສະໝໍ່າສະເໝີ;
  • ການນຳໃຊ້ວັດຖຸຮອງພື້ນຄອກສັດ ຕ້ອງຮັບປະກັນວ່າວັດຖຸດັ່ງກ່າວ ນໍາມາຈາກແຫຼ່ງທີ່ບໍ່ມີພະຍາດລະບາດ ແລະ ເປັນແຫຼ່ງທີ່ເຊື່ອຖືໄດ້ວ່າປອດໄພເໝາະສົມສຳລັບເປັນສິ່ງປູຮອງພື້ນຄອກສັດ, ການນຳໃຊ້ວັດຖຸຮອງພື້ນ ຕ້ອງມີການປ່ຽນຖ່າຍເປັນປະຈຳ ແລະ ຕ້ອງຮັບປະກັນວ່າ ກ່ອນນຳສັດຊຸດໃໝ່ເຂົ້າມາລ້ຽງ ວັດຖຸຮອງພື້ນຕ້ອງໃໝ່ ແລະ ໄດ້ຮັບການຂ້າເຊື້ອແລ້ວເທົ່ານັ້ນ.

ມາດຕາ 16   ການຈັດການດ້ານສິ່ງແວດລ້ອມພາຍໃນຟາມ

ຜູ້ປະກອບການຟາມລ້ຽງສັດ ຕ້ອງຈັດການດ້ານສິ່ງແວດລ້ອມພາຍໃນຟາມ ດັ່ງນີ້:

1.   ມີລະບົບເກັບ ແລະ ບຳບັດອາຈົມສັດ, ນໍ້າເສຍ ແລະ ສິ່ງເສດເຫຼືອພາຍໃນຟາມ ຢ່າງມີປະສິດທິພາບ;

2.   ມີລະບົບບຳບັດຂີ້ເຫຍື້ອ, ຊາກສົບສັດ, ອາຈົມສັດ ແລະ ນໍ້າເສຍ ເພື່ອບໍ່ໃຫ້ເກີດຜົນກະທົບຕໍ່ຜູ້ຢູ່ອາໄສທີ່ໃກ້ຄຽງ ຫຼື ຕໍ່ສິ່ງແວດລ້ອມທຳມະຊາດ;

3.   ຂີ້ເຫຍື້ອ ຕ້ອງເກັບໄວ້ໃນຖັງທີ່ມີຝາປິດ ແລະ ນຳໄປຖິ້ມຢູ່ບ່ອນທີ່ທາງການໄດ້ກຳນົດໄວ້;

4.   ຊາກສັດ ຕ້ອງມີການຈັດການກຳຈັບຊາກສັດຕາຍໃຫ້ຖືກຕ້ອງຕາມຫຼັກສຸຂານາໄມ;

5.   ອາຈົມສັດ ຕ້ອງສ້າງບໍ່ແກັດ ຫຼື ຂະບວນການບົ່ມ ເພື່ອນຳໄປເປັນປຸຍ ຫຼື ເຮັດຝຸ່ນບົ່ມເພື່ອບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ;

6.   ນໍ້າເສຍ ຕ້ອງມີບໍ່ພັກນໍ້າເປື້ອນ ແລະ ຖັງມີນໍ້າເສຍປ່ອຍລົງສູ່ນໍ້າສາທາລະນະ ຕ້ອງມີການບຳບັດ ໃຫ້ໄດ້ມາດຕຖານສິ່ງແວດລ້ອມແຫ່ງຊາດ ສະບັບເລກທີ 2734/ສນຍ-ອຊນສ, ລົງວັນທີ 07 ທັນວາ 2009

ມາດຕາ 17   ມາດຕະການສຸກເສີນ

 ຟາມລ້ຽງສັດ ຕ້ອງຮັບປະກັນໃຫ້ມີລະບົບປ້ອງກັນສຸກເສີນໄວ້ລ່ວງໜ້າ ໂດຍມີມາດຕະການຢ່າງເຂັ້ມງວດໃນການປະຕິບັດກົດລະບຽບຂອງຟາມ ທີ່ທຸກຄົນຕ້ອງປະຕິບັດໂດຍບໍ່ມີຂໍ້ຍົກເວັ້ນ, ພ້ອມທັງມີລະບົບປະສານງານກັນຢ່າງຄ່ອງແຄ້ວ ໂດຍມີເບີໂທລະສັບສາຍດ່ວນຕິດຕໍ່ຫາສັດຕະວະແພດໄດ້ທຸກເມື່ຶອ ຫຼື ໃຫ້ສາມາດຕິດຕໍ່ໜ່ວຍງານຮັບຜິດຊອບຂອງລັດ ໃນກໍລະນີມີພະຍາດລະບາດສຸກເສີນເກີດຂຶ້ນ.

ໝວດທີ 4
ສິດ ແລະ ພັນທະຂອງຜູ້ປະກອບການ

ມາດຕາ 18 ສິດຂອງຜູ້ປະກອບການຟາມລ້ຽງສັດ

ຜູ້ປະກອບການຟາມລ້ຽງສັດ ມີສິດພື້ນຖານ ດັ່ງນີ້:

1.   ຄຸ້ມຄອງ, ນຳໃຊ້, ຈຳໜ່າຍ ແລະ ສືບທອດສັດລ້ຽງໃນຟາມຂອງຕົນ ຕາມລະບຽບກົດ  ໝາຍ;

2.   ໄດ້ຮັບການປົກປ້ອງການຜະລິດດ້ວຍຮູບການຊົມເຊີຍ ແລະ ຮູບການອື່ນ ໃນກໍລະນີມີການຂ້າທຳລາຍຕາມລະບຽບກົດໝາຍ;

3.   ໄດ້ຮັບການຊ່ວຍເຫຼືອ ຫຼືການແນະນຳທາງດ້ານວິຊາການ ແລະ ເຕັກໂນໂລຊີໃໝ່ກ່ຽວກັບການດຳເນີນການຜະລິດສັດ;

4.   ໄດ້ຮັບຄວາມສະດວກ, ຍົກເວັ້ນ ຫຼື ຫຼຸດຜ່ອນພາສີອາກອນ ໃນການນຳເຂົ້າພໍ່ແມ່ພັນສັດ, ແນວພັນສັດ, ອາຫານສັດ, ອຸປະກອນຮັບໃຊ້ໃນການລ້ຽງສັດ ແລະ ເຄື່ອງມືສັດຕະວະແພດທີ່ຈຳເປັນ ໃນການດຳເນີນການຜະລິດທຸລະກິດຂອງຕົນ, ການສົ່ງອອກສັດລ້ຽງທີ່ຜະລິດໄດ້ ລວມທັງຜະລິດຕະພັນສັດ ຕາມລະບຽບກົດໝາຍ;

5.   ໄດ້ຮັບການສົ່ງເສີມຈາກພາກສ່ວນທີ່ກ່ຽວຂ້່ອງ ແລະ ຊຸກຍູ້ທາງດ້ານສິນເຊື່ອທະນາຄານ, ການຕະຫຼາດ ລວມທັງລາຄາຢ່າງຍຸຕິທຳ;

6.   ເຂົ້າສະມາຄົມລ້ຽງສັດ ຕາມພາລະບົດບາດ ທີ່ສະມາຄົມ ໄດ້ກຳນົດໄວ້.

ມາດຕາ 19 ພັນທະຂອງຜູ້ປະກອບການຟາມລ້ຽງສັດ

ຜູ້ປະກອບການຟາມລ້ຽງສັດ ມີພັນທະຕົ້ນຕໍ ດັ່ງນີ້:

1.   ດຳເນີນການຜະລິດຕາມການອະນຸຍາດ, ບົດວິພາກເສດຖະກິດ-ເຕັກນິກ ໂດຍປະຕິບັດຖືກຕ້ອງຕາມຂັ້ນຕອນ, ກຳນົດເວລາ ແລະ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍວິສາຫະກິດ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ;

2.   ຄັດເລືອກເອົາພໍ່ແມ່ພັນສັດ, ນ້ຳເຊື້ອສົດ ຫຼືແຊ່ເຢັນ, ໄຂ່ເຊື້ອ ຫຼືຕົວອ່ອນຈາກບໍລິສັດຜະລິດທີ່ໄດ້ມາດຕະຖານ, ເຊື່ອຖືໄດ້ ແລະ ມີໃບຢັ້ງຢືນດ້ານສຸຂະພາບຢ່າງຖືກຕ້ອງ ຈາກອົງການກ່ຽວຂ້ອງຂອງຜູ້ຜະລິດເຂົ້າມານຳໃຊ້ຢູ່ພາຍໃນຟາມ;

3.   ຂຶ້ນທະບຽນພໍ່ແມ່ພັນສັດລ້ຽງໃນຟາມຂອງຕົນ;

4.   ກັກຂັງສັດທີ່ເຂົ້າມາໃໝ່ໃນສະຖານທີ່ຕ່າງຫາກຢ່າງໜ້ອຍ 10 ວັນ ເພື່ອຕິດຕາມ ແລະ ກວດກາດ້ານສຸຂະພາບ ແລະ ຄວບຄຸມພະຍາດກ່ອນນຳເຂົ້າໄປລ້ຽງຢູ່ໃນຟາມ;

5.   ໃຫ້ຄວາມຮາວມມື, ຕອບສະໜອງຂໍ້ມູນຂ່າວສານ ແລະ ເອື້ອຍອໍານວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລັດ;

6.   ປະຕິບັດຫຼັກສຸຂານາໄມ ແລະ ກັນພະຍາດສັດ ເພື່ອເຝົ້າລະວັງ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດລະບາດສັດ ແລະ ບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ.

ໝວດທີ 5
ການຄຸ້ມຄອງ ແລະ ກວດກາຟາມລ້ຽງສັດ

ມາດຕາ 20   ອົງການຄຸ້ມຄອງກວດກາຟາມລ້ຽງສັດ

ອົງການຄຸ້ມຄອງ ແລະ ກວດກາຟາມລ້ຽງສັດ ແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 77 ແລະ ມາດຕາ 85 ຂອງກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ ຊຶ່ງປະກອບມີ 3 ຂັ້ນດັ່ງນີ້:   

1.   ຂັ້ນສູນກາງ ແມ່ນກົມລ້ຽງສັດ ແລະ ການປະມົງ ເປັນເສນາທິການໃຫ້ກະຊວງກະສິກຳ ແລະ ປ່າໄມ້;

2.   ຂັ້ນແຂວງ ແມ່ນຂະແໜງລ້ຽງສັດ ແລະ ການປະມົງປະຈຳແຂວງ, ນະຄອນ ເປັນເສນາທິການໃຫ້ພະແນກ ກະສິກຳ ແລະ ປ່າໄມ້;

3.   ຂັ້ນເມືອງ ແມ່ນໜ່ວຍລ້ຽງສັດ ແລະ ການປະມົງປະຈຳເມືອງ, ເທດສະບານ ເປັນເສນາທິການຫ້ອງການກະສິກຳ ແລະ ປ່າໄມ້ປະຈຳເມືອງ, ເທດສະບານ;

4.   ຂັ້ນບ້ານ ແມ່ນໜ່ວຍລ້ຽງສັດ ແລະ ສັດຕະວະແພດບ້ານ ເປັນເສນາທິການໃຫ້ອົງການປົກຄອງບ້ານ.

ມາດຕາ 21   ສິດ ແລະ ໜ້າທີ່ຂແງກົມລ້ຽງສັດ ແລະ ການປະມົງ

ໃນການຄຸ້ມຄອງ ແລະ ກວດກາກິດຈະການຟາມລ້ຽງສັດ ກົມລ້ຽງສັດ ແລະ ການປະມົງ ມີສິດ ແລະ ໜ້າທີ່ຕົ້ນຕໍດັ່ງນີ້:

1.   ເປັນເສນາທິການໃຫ້ກະຊວງກະສິກຳ ແລະ ປ່າໄມ້ ໃນການຜັນຂະຫຍາຍແນວທາງຍຸດທະສາດ, ນະໂຍບາຍຕ່າງໆ ໃຫ້ການເປັນແຜນການດ ແຜນງານ, ໂຄງການລະອຽດ ເພື່ອຄຸ້ມຄອງຟາມລ້ຽງສັດ ໃນຂອບເຂດທົ່ວປະເທດ;

2.   ຄົ້ນຄວ້າ ແລະ ນຳສະເໜີກະຊວງກະສິກຳ ແລະ ປ່າໄມ້ ໃນການອອກ ແລະ ຢັ້ງຢືນມາດຕະຖານເຕັກນິກຟາມລ້ຽງສັດຂະໜາດໃຫຍ່;

3.   ພິຈາລະນາ ແລະ ອະນຸຍາດສ້າງຕັ້ງ ແລະ ດຳເນີນກິດຈະການຟາມລ້ຽງສັດ ທີ່ເປັນການລົງທຶນໂດຍຊາວ ຕ່າງປະເທດ ແລະ ຟາມລ້ຽງສັັດທີ່ມີເປົ້າໝາຍການພັດທະນາ, ຜະລິດ ແລະ ຈຳໜ່າຍແນວພັນສັດຂອງລັດ ແລະ ເອກະຊົນ ບົນພື້ນຖານຜົນຂອງການລົງກວດກາຕົວຈິງ ຂອງພະນັກງານລ້ຽງສັດ ຫຼື ສັດຕະວະແພດ;

4.   ສະເໜີໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເພື່ອອອກຄຳສັ່ງໂຈະ, ຍົກເລີກ ຫຼື ຖອນໃບອະນຸຍາດຟາມລ້ຽງສັດຂະໜາດໃຫຍ່ ພ້ອມທັງສະເໜີອົງການກ່ຽວຂ້ອງຂັ້ນສູນກາງ ຖອນໃບອະນຸຍາດດຳເນີນທຸລະກິດ ເມື່ອເຫັນວ່າຜູ້ປະກອບການຟາມລ້ຽງສັດ ໄດ້ມີການລະເມີດມາດຕະຖານເຕັກນິກຢ່າງຮ້າຍແຮງ ທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ບໍລິໂພກ, ສິ່ງແວດລ້ອມ ແລະ ສັງຄົມ;

5.   ສ້າງ ແລະ ປັບປຸງກຳນົດໝາຍ, ມາດຕະຖານເຕັກນິກ, ຄຳສັ່ງ ແລະ ຄຳແນະນຳ ຫຼື ແຈ້ງການເພື່ອໃຫ້ກະຊວງພິຈາລະນາຮັບຮອງ;

6.   ພົວພັນຮ່ວມມືກັບຕ່າງປະເທດທີ່ກ່ຽວກັບການຄຸ້ມຄອງຟາມລ້ຽງສັດ ເພື່ອນຳເອົາບົດຮຽນ ຫຼື ເຕັກໂນໂລຊີ ທີ່ມີປະສິດທິພາບສູງ;

7.   ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງກະຊວງ ຫຼື ລັດຖະບານ

ມາດຕາ 22   ສິດ ແລະ ໜ້າທີ່ຂອງຂະແໜງລ້ຽງສັດ ແລະ ການປະມົງປະຈຳແຂວງ, ນະຄອນ

ໃນການຄຸ້ມຄອງ ແລະ ກວດກາກິດຈະການຟາມລ້ຽງສັດ ຂະແໜງລ້ຽງສັດ ແລະ ການປະມົງປະຈຳແຂວງ, ນະຄອນ ມີສິດ ແລະ ໜ້າທີ່ ຕົ້ນຕໍດັ່ງນີ້:

1.   ເປັນເສນາທິການໃຫ້ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນຂອງຕົນ ໃນການຈັດຕັ້ງປະຕິບັດແຜນການ; ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ, ແຈ້ງການ ຫຼື ກຳນົດ  ໝາຍເຕັກນິກ ຂອງຂັ້ນເທິງໃນຂອບເຂດຄວາມຮັບຜິດຊອບຂອງຕົນ;

2.   ຄົ້ນຄວ້າ ແລະ ນຳສະເໜີພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນຂອງຕົນ ໃນການອອກ ແລະ ຢັ້ງຢືນມາດຕະຖານເຕັກນິກຟາມລ້ຽງສັດຂະໜາດກາງ ພ້ອມທັງປະກອບຄຳເຫັນຕໍການຂໍອະນຸຍາດດຳເນີນທຸລະກິດກ່ຽວກັບຟາມລ້ຽງສັດຂະໜາດກາງ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;

3.   ພິຈາລະນາ ແລະ ອະນຸຍາດສ້າງຕັ້ງ ແລະ ດໍາເນີນກິດຈະການຟາມລ້ຽງສັດຂະໜາດໃຫຍ່ ທີ່ເປັນການລົງທຶນພາຍໃນ ແລະ ຟາມລ້ຽງສັດຂະໜາດກາງ ບົນພື້ນຖານຜົນຂອງການລົງກວດກາຕົວຈິງຂອງພະນັກງານລ້ຽງສັດ ຫຼື ສັດຕະວະແພດ ແລະ ການສະເໜີ ຂອງຂະແໜງການລ້ຽງສັດ ແລະ ການປະມົງແຂວງ, ນະຄອນ ທີ່ຟາມລ້ຽງສັດນັ້ນຕັ້ງຢູ່;

4.   ໂຄສະນາເຜິຍແຜ່ມາດຕະຖານເຕັກນິກຟາມລ້ຽງສັດ ແລະ ລະບຽບການກ່ຽວຂ້ອງ ໃຫ້ຜູ້ປະກອບການ ແລະ ສາທາລະນະຊົນໄດ້ຮັບຊາບຢ່າງກວ້າງຂວາງ ເພື່ອຈັດຕັ້ງປະຕິບັັດຢ່າງມີປະສິດທິພາບ;

5.   ສະເໜີພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນຂອງຕົນ ເພື່ອອອກຄຳສັ່ງ, ໂຈະ, ຍົກເລີກ ຫຼື ຖອນໃບອະນຸຍາດດຳເນີນທຸລະກິດຂອງຜູ້ປະກອບການລ້ຽງສັດຂະ  ໜາດກາງ, ພ້ອມທັງສະເໜີພາກສ່ວນກ່ຽວຂ້ອງໃນຂັ້ນຂອງຕົນ ເພື່ອຖອນໃບອະນຸຍາດດຳເນີນທຸລະກິດ ເມື່ອເຫັນວ່າຜູ້ປະກອບການຟາມລ້ຽງສັດ ໄດ້ມີການລະເມີດມາດຕະຖານເຕັກນິກຢ່າງຮ້າຍແຮງ ທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ບໍລິໂພກ, ສິ່ງແວດລ້ອມ ແລະ ສັງຄົມ;

6.   ລົງຕິດຕາມກວດກາສະພາບການດຳເນີນກິດຈະການຟາມລ້ຽງສັດພາຍໃນທ້ອງຖິ່ນຂອງຕົນ ພ້ອມທັງລາຍງານໃຫ້ກົມລ້ຽງສັດ ແລະ ການປະມົງ ໄດ້ຮັບຊາບຢ່າງເປັນປົກກະຕິ;

7.   ພົວພັນຮ່ວມມືກັບຕ່າງປະເທດກ່ຽວຂ້ອງກັບການຄຸ້ມຄອງຟາມລ້ຽງສັດ ຕາມການມອບ  ໝາຍ;

8.   ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂັ້ນເທິງ.

ມາດຕາ 23   ສິດ ແລະ ໜ້າທີ່ຂອງໜ່ວຍງານລ້ຽງສັດ ແລະ ການປະມົງປະຈຳເມືອງ, ເທດສະບານ

ໃນການຄຸ້ມຄອງ ແລະ ກວດກາກິດຈະການຟາມລ້ຽງສັດ ໜ່ວຍງານລ້ຽງສັດ ແລະ ການປະມົງປະຈຳເມືອງ, ເທດສະບານ ມີສິດ ແລະ ໜ້າທີ່ຕົ້ນຕໍດັ່ງນີ້:

1.   ເປັນເສນາທິການໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ປະຈຳເມືອງ, ເທດສະບານ ໃນການຈັດຕັ້ງປະຕິບັດແຜນການ, ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ, ແຈ້ງການ ຫຼື ກຳນົດ  ໝາຍເຕັກນິກຂອງຂັ້ນເທິງໃນຄວາມຮັບຜິດຊອບຂອງຕົນ;

2.   ຄົ້ນຄວ້າ ແລະ ນຳສະເໜີຫ້ອງການກະສິກຳ ແລະ ປ່າໄມ້ປະຈຳເມືອງ, ເທດສະບານ ໃນການອອກ ແລະ ຢັ້ງຢືນມາດຕະຖານເຕັກນິກຟາມລ້ຽງສັດຂະໜາດນ້ອຍທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;

3.   ພິຈາລະນາ ແລະ ອະນຸຍາດສ້າງຕັ້ງ ແລະ ດໍາເນີນກິດຈະການຟາມລ້ຽງສັດຂະໜາດນ້ອຍບົນພື້ນຖານຜົນຂອງການລົງກວດກາຕົວຈິງ ຂອງພະນັກງານລ້ຽງສັດ ຫຼື ສັດຕະວະແພດ ແລະ ການສະເໜີຂອງໜ່ວຍງານລ້ຽງສັດ ແລະ ການປະມົງເມືອງ, ເທດສະບານ ທີ່ຟາມລ້ຽງສັດນັ້ນຕັ້ງຢູ່;

4.   ໂຄສະນາເຜີຍແຜ່ມາດຕະຖານເຕັກນິກຟາມລ້ຽງສັດ ແລະ ລະບຽບການກ່ຽວຂ້ອງໃຫ້ຜູ້ປະກອບການ ແລະ ສາທາລະນະຊົນ ໄດ້ຮັບຊາບຢ່າງກວ້າງຂວາງ ເພື່ອຈັດຕັ້ງປະຕິບັດຢ່າງມີປະສິດທິພາບ;

5.   ສະເໜີຫ້ອງການກະສິກຳ ແລະ ປ່າໄມ້ປະຈຳເມືອງ, ເທດສະບານຂອງຕົນ ເພື່ອອອກຄຳສັ່ງ, ໂຈະ, ຍົກເລີກ ຫຼືຖອນໃບອະນຸຍາດຟາມຂະໜາດນ້ອຍ ພ້ອມທັງສະເໜີພາກສ່ວນທີ່ກ່ຽວຂ້ອງ ເພື່ອຖອນໃບອະນຸຍາດດຳເນີນທຸລະກິດ ຖ້າເຫັນວ່າຜູ້ປະກອບການຟາມລ້ຽງສັດ ໄດ້ມີການລະເມີດມາດຕະຖານເຕັກນິກຢ່າງຮ້າຍແຮງ ທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ບໍລິໂພກ, ສິ່ງແວດລ້ອມ ແລະ ສັງຄົມ;

6.   ຕິດຕາມກວດກາສະພາບການດຳເນີນກິດຈະການຟາມລ້ຽງສັດຂະໜາດນ້ອຍໃນເມືອງ, ເທດສະບານຕົນ ພ້ອມທັງລາຍງານພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນໄດ້ຮັບຊາບຢ່າງເປັນປົກກະຕິ;

7.   ປະຕິບັດ ສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ.

ມາດຕາ 24 ສິດ ແລະ ໜ້າທີ່ຂອງໜ່ວຍລ້ຽງສັດ ແລະ ສັດຕະວະແພດບ້ານ.

ໃນການຄຸ້ມຄອງ ແລະ ກວດກາກິດຈະການຟາມລ້ຽງສັດ ໜ່ວຍລ້ຽງສັດ ແລະ ສັດຕະວະແພດບ້ານ ມີສິດ ແລະ ໜ້າທີ່ຕົ້ນຕໍດັ່ງນີ້:

1.   ຕິດຕາມກວດກາສະຖານທີ່ ທີ່ຈະສ້າງຕັ້ງຟາມລ້ຽງສັດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;

2.   ນຳສະເໜີອົງການປົກຄອງບ້ານ ເພື່ອສະເໜີຕໍ່ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດແຕ່ລະຂັ້ນ ທີ່ມີຄວາມຮັບຜິດຊອບ ໃນການພິຈາລະນາອະນຸຍາດສ້າງຕັ້ງ ແລະ ດຳເນີນກິດຈະການຟາມລ້ຽງສັດ;

3.   ລາຍງານສະພາບການບໍລິຫານ - ຈັດການຟາມລ້ຽງສັດແຕ່ລະຂະໜາດ ທີ່ຕັ້ງຢູ່ໃນພື້ນທີ່ຄວາມຮັບຜິດຊອບຂອງຕົນ ເປັນຕົ້ນ ສະພາບການຈັດການດ້ານສິ່ງແວດລ້ອມ, ບຸຄະລາກອນ ແລະ ມາດຕະຖານເຕັກນິກວິຊາການ;

4.   ປະຕິບັດ ສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ.

ໝວດທີ 6
ບົດບັນຍັດສຸດທ້າຍ

ມາດຕາ 25   ການຈັດຕັ້ງປະຕິບັດ

ມອບໃຫ້ກົມລ້ຽງສັດ ແລະ ການປະມົງ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຂັ້ນສູນກາງ, ພະແນກ, ກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນ ແລະ ອົງການປົກຄອງທ້ອງຖິ່ນ ຈັດຕັ້ງປະຕິບັດຂໍ້ຕົກລົງ ສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 26   ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ, ທຸກຂໍ້ກຳນົດ ແລະ ກົດລະບຽບທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນ ແລ້ວແຕ່ຖືກຍົກເລີກ.

ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້

 (ເຊັນ ແລະ ປະທັບຕາ)
ທ່ານ ວິໄລວັນ ພົນເຂ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ ກິດຈະການຟາມລ້ຽງສັດ ໃນ ສປປ ລາວ ເລກທີ 0209/ກປ, ລົງວັນທີ 06 ກຸມພາ 2013 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.