ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງສາທາລະນະສຸກ        ເລກທີ 937 /ກຊສ
ນະຄອນຫຼວງວຽງຈັນ, ວັນທີ 12/5/2004

ຂໍ້ກຳນົດ
ວ່າດ້ວຍການຜະລິດຢາ ແລະ ຜະລິດຕະພັນການແພດ

  • ອີງຕາມ ກົດໝາຍວ່າ ດ້ວຍຢາ ແລະ ຜະລິດຕະພັນການແພດສະບັບເລກທີ 01 / ສພຊ, ລົງວັນທີ 08 ເມສາ 2000.
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ສາທາລະນະສຸກ ສະບັບເລກທີ 020/ນຍ, ລົງວັນທີ 19 ມິນາ 1999.
  • ອີງຕາມ ການສະເໜີຂອງກົມອາຫານ ແລະ ຢາ ແລະ ການຄົ້ນຄ້ວາຂອງກົມມະຫາພາກ ແລະ ການນຳຂອງກະຊວງສາທາລະນະສຸກ.

ລັດຖະມົນຕີວ່າການກະຊວງສາທາລະນະສຸກຕົກລົງ
ອອກຂໍ້ກຳນົດດັ່ງລຸ່ນນີ້:

ໝວດທີ I
ຫຼັກການລວມ

ມາດຕາ 1. ຈຸດປະສົງ-ລະດັບຄາດໝາຍ

1.  ຈຸດປະສົງ: ເພື່ອເຮັດໃຫ້ການຄຸ້ມຄອງ, ການເຄື່ອນໄຫວຂອງໂຮງງານຜະລິດຢາ ແລະ ຜະລິດ ຕະພັນ ການແພດ ມີຄວາມເປັນລະບຽບຮຽບຮ້ອຍໃນການດຳເນີນທຸລະກິດ ໃຫ້ຖືກຕ້ອງຕາມລະ ບຽບກົດໝາຍ ແລະ ຫຼັກການວິຊາສະເພາະ, ແນ່ໃສ່ຮັບປະກັນການຜະລິດຢາ ແລະ ຜະລິດຕະພັນການແພດໃຫ້ມີຄຸນນະພາບດີ, ມີຄວາມປອດໄພ ແລະ ມີປະສິດທິພາບສູງໃຫ້ແກ່ຜູ້ບໍລິໂພກ, ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

2.  ລະດັບຄາດໝາຍ: ເພື່ອເຮັດໃຫ້ໂຮງງານຜະລິດຢາ ແລະ ຜະລິດຕະພັນການແພດບັນລຸໄປຕາມເງື່ອນໄຂ, ລະບຽບ, ຫຼັກການ ແລະ ມາດຕະຖານຂອງຂະແໜງວິຊາການທີ່ວາງອອກ.

ມາດຕາ 2. ວ່າດ້ວຍຄຳນິຍາມ

1.  ໂຮງງານຜະລິດຢາ ແລະ ຜະລິດຕະພັນການແພດ ແມ່ນສະຖານທີ່ທຳການຜະລິດຢາ ແລະ ຜະລິດຕະພັນການແພດທີ່ໄດ້ຖືກສ້າງຂຶ້ນບົນຫຼັກການ ໂດຍການອະນຸມັດຂອງກະຊວງສາທາລະນະສຸກ.

2.  ຢາ, ຢາສາກົນ ຫຼື ຢາຫຼວງ, ຢາພື້ນເມືອງ, ຜະລິດຕະພັນການແພດ, ເພສັດຊະການ ( ແມ່ນເບິ່ງຢູ່ໃນ ກົດ ໝາຍຢາ ແລະ ຜະລິດຕະພັນການແພດເຊິ່ງນອນຢູ່ໃນມາດຕາ 8, 9, 10, 15 ແລະ 16 ).

3.  ວັດຖຸດິບ: ໝາຍເຖິງວັດຖຸ, ຈະແມ່ນທາດອອກລິດຕົ້ນຕໍກໍ່ຕາມ ຫຼື ຈະຄົງຕົວບໍ່ປ່ຽນແປງກໍ່ຕາມຊຶ່ງວັດຖຸດິບທັງໝົດເຫຼົ່ານັ້ນຫາກໄດ້ຖືກນຳໃຊ້ເຂົ້າໃນການຜະລິດຢາ ແລະ ຜະລິດຕະພັນການແພດ.

4.  ການຜະລິດ: ໝາຍເຖິງການປະຕິບັດທີ່ກ່ຽວພັນຢູ່ໃນການຜະລິດຢາ ແລະ ຜະລິດຕະພັນການແພດ ລວມທັງຂະບວນການຜະລິດ, ການສ້າງສູດຕຳລາ, ການປຸງແຕ່ງ, ການບັນຈຸ, ການຕິດສະຫຼາກ, ການຫຸ້ມຫໍ່, ການແນະນຳໃຊ້, ການທໍາຄວາມສະອາດ, ການເກັບມ້ຽນຮັກສາ ແລະ ການກວດກາ.

5.  ຊຸດຜະລິດ: ໝາຍເຖິງຈຳນວນຂອງຜະລິດຕະພັນໃດໜຶ່ງ ທີ່ໄດ້ຜ່ານຂະບວນການຜະລິດຄົບວົງຈອນ ຊຶ່ງປັດໃຈສຳຄັນຂອງຊຸດຜະລິດນັ້ນແມ່ນມີລັກສະນະດຽວກັນ.

6.  ຫຼັກການການຜະລິດທີ່ດີ: ແມ່ນພາກສ່ວນໜຶ່ງຂອງລະບົບຄວບຄຸມຄຸນນະພາບ, ຊຶ່ງຜູ້ທຳການຜະລິດຕ້ອງໄດ້ນຳໃຊ້ ແລະ ປະຕິບັດຢ່າງເຂັ້ມງວດ ຕາມບັນດາອົງປະກອບຂອງຫຼັກການຜະລິດທີ່ດີ ທີ່ກະຊວງ ສາທາລະນະສຸກວາງອອກ.

7.  ເລກໝາຍຂອງຊຸດຜະລິດ: ໝາຍເຖິງຕົວເລກ ຫຼື ຕົວອັກສອນ ຫຼື ລະຫັດຊຶ່ງເປັນຕົວແທນຢັ້ງຢືນ ຊຸດຜະລິດນັ້ນໆແນ່ໃສ່ເພື່ອຕິດຕາມ ແລະ ກວດກາ.

8.  ການນຳໃຊ້: ໝາຍເຖິງການບົ່ງບອກວິທີໃຊ້ຢາ ແລະ ຜະລິດຕະພັນການແພດໃຫ້ຖືກຕາມປະລິມານທີ່ໄດບົ່ງບອກຕາມໃບສັ່ງຂອງແພດ.

ໝວດທີ II
ການດຳເນີນການສ້າງຕັ້ງໂຮງງານຜະລິດຢາ ແລະ ຜະລິດຕະພັນການແພດ

ມາດຕາ 3. ເງື່ອນໄຂຂອງຜູ້ໄດ້ຮັບອະນຸຍາດໃຫ້ສ້າງຕັ້ງໂຮງງານຜະລິດຢາ ແລະ ຜະລິດຕະພັນການແພດ.

1.  ຕ້ອງແມ່ນເພັສດຊະກອນເປັນຄົນສັນຊາດລາວ ທີ່ມີໃບປະກາດຊະນີຍະບັດ ຫຼື ໃບຢັ້ງຢືນສຳເລັດການສຶກສາວິຊາຊີບເພັສດຊະກຳ, ຊຶ່ງໄດ້ຮັບຮອງຈາກຊະຊວງສາທາລະນະສຸກ ແລະ ຕ້ອງຜ່ານການຮັບ ໃຊ້ວຽກງານວິຊາສະເພາະຢ່າງຕ່ຳ 5 ປີ ຈາກບ່ອນທີ່ຕົນສັງກັດ ເພື່ອເປັນວິຊາການໃຫ້ບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງທີ່ດຳເນີນທຸລະກິດໃນດ້ານນີ້.

2.  ຖ້າແມ່ນເພສັດຊະກອນທີ່ເປັນຄົນຕ່າງປະເທດ ທີ່ມີໃບປະກາດຊະນີຍະບັດ ຫຼື ໃບຢັ້ງຢືນການສຳເລັດ ສຶກສາວິຊາຊີບເພັສດຊະກຳຕ້ອງໄດ້ຖືກຮັບຮອງ ແລະ ຢັ້ງຢືນຈາກສະຖາບັນການ ສຶກາທີ່ກ່ຽວຂ້ອງ ແລະ ກະຊວງສາທາລະນະສຸກລາວ.

3.  ຕ້ອງແມ່ນຜູ້ທີ່ບໍ່ຢູ່ໃນໄລຍະຖືກດຳເນີນຄະດີ ຫຼື ປະລະໜ້າທີ່ ຫຼື ຖືກປະຕິບັດວິໄນຍ້ອນການຜິດພາດ ທາງດ້ານວິຊາຊີບເພສັດຊະກຳ.

4.  ຕ້ອງມີສຸຂະພາບດີບໍ່ເປັນໂລກຈິດ, ບໍ່ເສບຢາເສບຕິດ ແລະ ພະຍາດຕິດແປກອື່ນໆ.

ມາດຕາ 4. ເງື່ອນໄຂຂອງສະຖານທີ່ເພື່ອສ້າງຕັ້ງໂຮງງານຜະລິດຢາ ແລະ ຜະລິດຕະພັນແພດ.

1.  ການເລືອກສະຖານທີ່ປຸກສ້າງໂຮງງານ: ສະຖານທີ່ປຸກສ້າງໂຮງງານຕ້ອງຕັ້ງບ່ອນທີ່ ບໍ່ມີການປົນເປື່ອນຈາກພາຍນອກ ແລະ ສິ່ງແວດລ້ອມອື່ນໆເຊັ່ນ: ບໍ່ຄວນປຸກສ້າງອາຄານໃກ້ກັບໂຮງງານຜະລິດຢາຂ້າແມງໄມ້, ໂຮງງານຜະລິດຊີມັງ, ໂຮງງານເຮັດໃຫ້ເກີດການປົນເປື່ອນຕໍ່ສິ່ງແວດລ້ອມໄດ້ງ່າຍດາຍ, ໃກ້ກັບຖະໜົນທີ່ເຕັມແຕ່ຂີ້ຝຸ່ນ.

2.  ຮູບແບບ ແລະ ໂຄງສ້າງສະຖານທີ່: ການຈັດວາງຫ້ອງທີ່ເປັນສ່ວນປະກອບຂອງໂຮງງານ ຕ້ອງຮັບປະກັນ ບໍ່ໃຫ້ເກີດການປົນເປື່ອນໄດ້ງ່າຍນັບແຕ່ປະຕູເຂົ້າ, ຫ້ອງການ, ຫ້ອງປະຊຸມ, ຫ້ອງນ້ຳ, ອ່າງລ້າງມື, ຫ້ອງຜະລິດຢາ ແລະ ປະຕູທາງອອກເພື່ອໃຫ້ສາມາດຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນຢາ ແລະ ຜູ້ທຳການຜະລິດ.

3.  ສິ່ງອຳນວຍຄວາມສະດວກ ໃນການຮັບປະກັນມາດຕະຖານການຜະລິດທີ່ດີ ຂອງກະຊວງສາທາລະນະສຸກວາງອອກ: ພື້ນ, ເພດານ, ເຄື່ອງຫຸ້ມຫໍ່ ແລະ ວັດຖຸເສດເຫຼືອ ຕ້ອງໄດ້ມາດຕະຖານ, ຫຼີກເວັ້ນການທຳລາຍຈາກສະພາບພາຍນອກ ( ອາກາດ, ຄວາມຊຸ່ມ, ຄວາມຮ້ອນ, ອຸ່ນນະພູມ, ຄວາມເປີເປື້ອນ, ຂີ້ຝຸ່ນ...), ບໍ່ສົ່ງຜົນກະທ້ອນອັນບໍ່ດີຕໍ່ສິ່ງແວດລ້ອມ ແລະ ສຸຂະພາບປະຊາຊົນ.

4.  ມີການຕິດຕັ້ງເຄື່ອງເຕື່ອນໄພໂດຍສະເພາະ ຕໍ່ອັກຄີໄພທີ່ອາດເກີດຂຶ້ນໄດ້, ມີລະບົບຄວບຄຸມສ່ຽງ, ແສງ, ຄວບຄຸມກິ່ນ ແລະ ເຄື່ອງກັ່ນຕອງຂີ້ຝຸ່ນ ເພື່ອບໍ່ໃຫ້ກະທົບຕໍ່ສຸຂະພາບຂອງພະນັກງານ ກຳມະກອນພາຍໃນ ແລະ ປະຊາຊົນ.

5.  ຫ້ອງວິໄຈຄຸນນະພາບ: ໂຮງງານຜະລິດຢາ ແລະ ຜະລິດຕະພັນການແພດຕ້ອງມີຫ້ອງວິໄຈ ສະເພາະ ຂອງໂຮງງານ, ປະກອບດ້ວຍບຸກຄະລາກອນວິໄຈທີ່ສາມາດ ແລະ ປະສົບການສູງ ພ້ອມດ້ວຍອຸປະກອນຮັບໃຊ້ການວິໄຈຢ່າງເໝາະສົມ ແລະ ພຽງພໍເພື່ອໃຫ້ບັນລຸເປົ້າມາຍການວິໄຈທົດລອງ, ກວດກາຄຸນນະພາບໃນເວລາດຳເນີນການຜະລິດ ແລະ ຫຼັງການຜະລິດ.

6.  ສາງ ລະ ສະຖານທີ່ເກັບມ້ຽນຢາ:

  • ເນື້ອທີ່ບ່ອນເກັບມ້ຽນ ຫຼື ສາງ: ຕ້ອງແຍກເນື້ອທີ່ເກັບມ້ຽນສຳລັບວັດຖຸທີ່ຕ້ອງກັກໄວ້ (ຢາຕົວແບບ) ເພື່ອກວດກາ ແລະ ເປັນຫຼັກຖານຫຼັງການຈຳໜ່າຍອອກຈາກເນື້ອທີ່ເກັບມ້ຽນຜະລິດຕະພັນສຳເລັດຮູບ ແລະ ວັດຖຸອື່ນໆ, ຕ້ອງຂຽນຂໍ້ຄວາມ ຫຼື ເລກໝາຍໃຫ້ຈະແຈ້ງ (ບ່ອນມ້ຽນຢາຄວບຄຸມ ຫຼື ຢາເສບຕິດ )
  • ມາດຕະຖານລວມຂອງສາງ: ສາງ ແລະ ສະຖານທີ່ເກັບມ້ຽນຢາຕ້ອງມີເນື້ອທີ່ກ້ວາງຂວາງ, ມີແສງ ສະຫວ່າງພຽງພໍ, ປະກອບເຄື່ອງຍົກຍໍໃຫ້ເໝາະສົມ, ພາຍໃນສາງຕ້ອງສະອາດ ແລະ ແຫ້ງດີ, ມີເຄື່ອງວັດແທກອຸ່ນຫະພູມ ແລະ ຄວາມຊຸ່ມທີ່ສາມາດວັດແທກໄດ້ທຸເວລາຕາມມາດຕະຖານ ກຳນົດໄວ້, ຕ້ອງມີແປ້ນຮອງ ແລະ ຖານເກັບມ້ຽນທີ່ ໄດ້ມາດຕະຖານ, ສາມາດປ້ອງກັນການລັກລອບ, ງັດແງະ, ການທຳລາຍຈາກແມງໄມ້, ສັດລົບກວນ ແລະ ຕ້ອງມີລະບົບປ້ອງກັນອັກຄີໄພ.
  • ເກັບມ້ຽນວັດຖຸໄວໄຟ ແລະ ວັດຖຸອັນຕະລາຍອື່ນໆ: ວັດຖຸໄວໄຟ, ວັດຖຸທີ່ມີການສ່ຽງຕໍ່ໄຟຫລາຍ, ວັດຖຸທີ່ສາມາດລະເບີດໄດ້ງ່າຍ ຕ້ອງເກັບຮັກສາຫ້ອງໜຶ້ງຕ່າງຫາກ, ສຳລັບທາດເບື່ອສູງ, ທາດເສບຕິດ ແລະ ວັດຖຸອັນຕະລາຍອື່ນໆ ຕ້ອງເກັບຮັກສາໄວ້ໃນຫ້ອງພິເສດ, ຊຶ່ງຕ້ອງ ແໜ້ນໜາພຽງພໍ ແລະ ຄວນຕິດຕັ້ງອຸປະກອນເພື່ອເຕື່ອນໄພໃນຍາມເກີດເຫດຕ່າງໆ.
  • ຫ້ອງເກັບມ້ຽນຢາ ຫຼື ວັດຖຸທີ່ບໍ່ໄດ້ມາດຕະຖານເພື່ອລໍຖ້າການທຳລາຍ; ຫ້ອງນີ້ນຳໃຊ້ສະເພາະ ເກັບມ້ຽນຢາ ແລະ ວັດຖຸທີ່ບໍ່ໄດ້ມາດຕະຖານເພື່ອລໍຖ້າການທຳລາຍເທົ່ານັ້ນ. ຫ້າມເອົາຢາ ຫຼື ວັດຖຸທີ່ໄດ້ມາດຖານມາເກັບມ້ຽນໃນຫ້ອງນີ້ເດັດຂາດ.

ມາດຕາ 5. ເອກະສານ, ຂໍ້ມູນທີ່ສຳຄັນ ແລະ ຈຳເປັນເພື່ອປະກອບການພິຈາລະນາມີດັ່ງນີ້:

ການປະກອບເອກະສານເພື່ອຂໍໃບອະນຸຍາດສ້າງຕັ້ງ ແລະ ຂໍຕໍ່ໃບອະນຸຍາດສ້າງຕັ້ງໂຮງງານຜະລິດຢາ ແລະຜະລິດຕະພັນແພດ.

1.   ການປະກອບເອກະສານເພື່ອຂໍໃບອະນຸຍາດສ້າງຕັ້ງ ແລະ ຂໍຕໍ່ໃບອະນຸຍາດສ້າງຕັ້ງໂຮງງານຜະລິດຢາ ແລະ ຜະລິດຕະພັນການແພດ:

1.  ຊີວະປະຫວັດຫຍໍ້ທີ່ມີຮູບຕິດ ( ບໍ່ກາຍ 1 ປີ )

2.  ໃບປະກາດຊະນີຍະບັດ

3.  ບັດກິນເບ້ຍບຳນານ ຫຼື ໃບອອກການ

4.  ໃບຢັ້ງຢືນສຸຂະພາບ (  ບໍ່ກາຍ 3 ເດືອນ )

5.  ໃບຢັ້ງຢືນການຮັບໃຊ້ວິຊາສະເພາະ

6.  ໃບຢັ້ງຢືນທີ່ຢູ່ປະຈຸບັນທີ່ມີຮູບຕິດ

7.  ຮູບຖ່າຍຂະໜາດ 4x6 ( ບໍ່ກາຍ 1 ປີ )

8.  ແຜນວາດທີ່ຕັ້ງຂອງໂຮງງານ

9.  ແຜນວາດພາຍໃນຂອງໂຮງງານ

10. ໃບຢັ້ງຢືນກຳມະສິດເຮືອນ ຫຼື ຮ້ານ

11. ໃບຢັ້ງຢືນແຈ້ງໂທດ

12. ໃບຢັ້ງຢືນສັນຊາດ ( ຖ້າເປັນຄົນຕ່າງປະດ້າວ )

13. ຖ້າເປັນຄົນຕ່າງປະເທດຕ້ອງມີໃບຢັ້ງຢືນ ແລະ ໃບອະນຸຍາດທີ່ຖືກຕ້ອງຕາມລະບຽບການຂອງ ສປປ ລາວ.

2.   ການປະກອບເອກະສານເພື່ອຂໍອະນຸຍາດສ້າງຕັ້ງໂຮງງານຜະລິດຢາ ແລະ ຜະລິດຕະພັນການແພດ:

1.  ໃບຄຳຮ້ອງຂໍຕໍ່ອາຍຸ

2.  ໃບຢັ້ງຢືນສຸຂະພາບ

3.  ໃບຢັ້ງຢືນກຳມະສິດຂອງໂຮງງານ

4.  ບົດສະຫຼຸບການເຄື່ອນໄຫວ 1 ປີຜ່ານມາ ແລະ ແຜນການປີຕໍ່ໄປ

5.  ໃບທະບຽນເກົ່າຂອງປີຜ່ານມາ ( ສະບັບແທ້ ).

ມາດຕາ 6. ວິທີການພິຈາລະນາອະນຸມັດດຳເນີນການຜະລິດຢາ ແລະ ຜະລິດຕະພັນການແພດ.

1.  ການຍື່ນໃບຄຳຮ້ອງ ຂໍອະນຸຍາດໂຮງງານຜະລິດ: ຜູ້ມີຈຸດປະສົງຢາກດຳເນີນການຜະລິດຢາ ແລະ ຜະລິດຕະພັນການແພດ ຕ້ອງຍື່ນໃບຄຳຮ້ອງເຖິງພະແນກສາທາລະນະສຸກແຂວງ, ນະຄອນຫລວງ ແລະ ເຂດພິເສດ ໂດຍຜ່ານຂະແໜງການຄ້າ ແລະ ຂະແໜງອຸດສາຫະກຳບ່ອນທີ່ຈະສ້າງຕັ້ງໂຮງງານ, ເພື່ອຄົ້ນຄ້ວາ ແລະ ມີຄຳເຫັນຈຶ່ງສົ່ງໃຫ້ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ເພື່ອພິຈາລະນາສະເໜີອອກໃບອະນຸຍາດທາງດ້ານວິຊາສະເພາະ (ໄລຍະຂອງການຄົ້ນຄວ້າພິຈາລະນາເອກະສານມີ ກຳນົດພາຍໃນ 45 ວັນ). ໃບອະນຸຍາດທາງດ້ານວິຊາສະເພາະ ມີອາຍຸນຳໃຊ້ 3 ປີ, ກ່ອນໝົດອາຍຸ 3 ເດືອນຕ້ອງສະເໜີຕໍ່ອາຍຸຄືນໃໝ່.

2.  ການດຳເນີນທຸລະກິດການຜະລິດຢາ ແລະ ຜະລິດຕະພັນການແພດ: ພາຍຫຼັງທີ່ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກໄດ້ອອກໃບອະນຸຍາດທາງດ້ານວິຊາສະເພາະແລ້ວ, ຂະແໜງການຄ້າ ແລະ ຂະ   ແໜງອຸດສາຫະກຳເປັນຜູ້ຄົ້ນຄ້ວາ ອອກອະນຸຍາດດຳເນີນທຸລະກິດດັ່ງກ່າວ.

3.  ການປິດຊົ່ວຄາວ ຫຼື ຍົກເລີກການດຳເນີນທຸລະລິດຢາ ແລະ ຜະລິດຕະພັນການແພດ:

ການດຳເນີນທຸລະກິດຜະລິດຢາ ແລະ ຜະລິດຕະພັນການແພດຈະຖືກປິດຊົ່ວຄາວ ຫຼື ຍົກເລີກ ຕາມແຕ່ລະກໍລະນີ ດັ່ງລຸ່ມນີ້:

  • ວິຊາການເສຍຊີວິດ
  • ໃນກໍລະນີຖືກກ່າວເຕືອນ ແລະ ປັບໄໝເກີນ 3 ຄັ້ງ
  • ໃນກໍລະນີທີ່ມີການກະທຳຜິດ ຫຼື ຜ່າຝືນຕໍ່ລະບຽບກົດໝາຍ
  • ມີການຮ້ອງຟ້ອງຈາກຜູ້ໄດ້ຮັບຜົນກະທົບ ແລະ ຜູ້ເສຍຫາຍ ຫຼື ຖືກສານຕັດສິນ

ມາດຕາ 7: ຄວາມຮັບຜິດຊອບຂອງເຈົ້າຂອງໂຮງງານ

ໃນການດຳເນີນທຸລະກິດການຜະລິດຢາ ແລະ ຜະລິດຕະພັນການການແພດ ເຈົ້າຂອງໂຮງງານ ຕ້ອງຮັບຜິດຊອບໂດຍກົງ ຕໍ່ໜ້າກົດໝາຍ.

ໃນການເວລາເຈົ້າໜ້າທີ່ລົງກວດໂຮງງານ ເຈົ້າຂອງໂຮງງານຕ້ອງໃຫ້ຄວາມຮ່ວມມື ແລະ ຄວາມສະດວກທຸກປະການ.

ໝວດທີ III
ຂັ້ນຕອນການດຳເນີນການຜະລິດຢາ ແລະ ຜະລິດການແພດ

ມາດຕາ 8. ການຂໍອະນຸຍາດຜະລິດທົດລອງຢາ ແລະ ຜະລິດຕະພັນການແພດ

ຜູ້ທີ່ຈະດຳເນີນການຜະລິດ ຕ້ອງຍື່ນຄຳຮ້ອງຕໍ່ກະຊວງສາທາລະນະສຸກ ເພື່ອຂໍອະນຸຍາດຜະລິດທົດລອງຢາ ແລະ ຜະລິດຕະພັນການແພດຕາມແບບຟອມ ຜຢ 1 ຊຶ່ງໃນນັ້ນ ປະກອບດ້ວຍ:

1.  ສະຫຼາກ ແລະ ພາຊະນະບັນຈຸທຸກຂະໜາດ ( ຈຳນວນ 2 ຊຸດ )

2.  ເອກະສານກຳກັບການຜະລິດຢາຄົບຊຸດ ( ຈຳນວນ 2 ຊຸດ )

3.  ຢາຕົວຢ່າງ

ມາດຕາ 9. ການຈົດທະບຽນຢາ ແລະ ຜະລິດຕະພັນການແພດ

ພາຍຫຼັງໄດ້ຮັບອະນຸຍາດໃຫ້ຜະລິດທົດລອງຢາ ແລະ ຜະລິດຕະພັນການແພດ ແບຟອມ ຜຢ2 ຊຶ່ງໃນນັ້ນ ປະກອບດ້ວຍ:

1.   ໃບວິໄຈຄຸນນະພາບຢາ ຊື່ງໃນນັ້ນ ບອກເຖິງເຕັກນິກການວິໄຈ ແລະ ເອກະສານທີ່ນຳໃຊ້ເພື່ອວິໄຈ         ( ຈຳນວນ 2ຊຸດ )

2.   ສຳເນົາໃບຢັ້ງຢືນຄຸນນະພາບວັດຖຸດິບທີ່ນຳມາຜະລິດຢາຕົວຢ່າງ ( ຈຳນວນ 2 ຊຸດ )

3.   ເອກະສານ ຫຼື ຫຼັກຖານທີ່ຢັ້ງຢືນເຖິງຄຸນປະໂຫຍດຂອງຢາ (ຂໍ້ມູນກ່ຽວກັບການທົດລອງ ຈຳນວນ 1 ຊຸດ)

4.   ເອກະສານກ່ຽວກັບເຕັກນິກການຜະລິດ ( ຈຳນວນ 1ຊຸດ )

5.   ຂໍ້ມູນການສຶກສາກ່ຽວກັບອາຍຸຂອງຢາ

6.   ສະຫຼາກ ແລະ ເອກະສານການນຳໃຊ້ຢາ ( ຈຳນວນ 1ຊຸດ )

7.   ຕົວແບບຢາເພື່ອກວດກາ ແລະ ຕິດຕາມຄຸນນະພາບ.

ມາດຕາ 10. ການຜະລິດ, ຈຳໜ່າຍຢາ ແລະ ຜະລິດຕະພັນການແພດ

ທຸກໆລາຍການຢາ ແລະ ຜະລິດຕະພັນການແພດກ່ອນການຜະລິດ ແລະ ຈຳໜ່າຍຕ້ອງໄດ້ຮັບການ ຈົດທະບຽນ ແລະ ຕິດຕາມສະແຕມໃຫ້ຖືກຕ້ອງຕາມລະບຽບການຂອງຂະແໜງສາທາລະນະສຸກວາງອອກ.

ໝວດທີ IV
ການຮັບປະກັນຄຸນນະພາບ

ມາດຕາ 11. ສຸຂະພາບຂອງບຸກຄະລາກອນທີ່ເຮັດການຜະລິດ

ບຸກຄະລາກອນທີ່ເຮັດການຜະລິດ ຕ້ອງມີສຸຂະພາບແຂງແຮງ, ບໍ່ເປັນພະຍາດຕິດແປດ, ຊຶມເຊື້ອ ແລະ ພະຍາດຜີວໜັງ, ບຸກຄະລາກອນທຸກຄົນຕ້ອງກວດສຸຂະພາບ ແລະ ໃບຢັ້ງຢືນສຸຂະພາບຄັ້ງຕໍ່ປີ ທີ່ອອກໃຫ້ໂດຍໂຮງໝໍທີ່ທາງການກຳນົດ.

ມາດຕາ 12. ລະດັບຄວາມຮູ້ ແລະ ຄວາມສາມາດຂອງບຸກຄະລາກອນ

ບຸກຄະລາກອນທີ່ເຮັດການຜະລິດ ຕ້ອງມີລະດັບຄວາມຮູ້, ຄວາມສາມາດທີ່ເໝາະສົມກັບໜ້າທີ່ວຽກງານການຜະລິດ ແລະ ໄດ້ຮັບການອົບຮົມຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນຫຼັກການຜະລິດທີ່ດີ.

ມາດຕາທີ 13. ການນຸ່ງຫົ່ມຂອງບຸກຄະລາກອນ

ບຸກຄະລາກອນທີ່ປະຕິບັດງານ ຢູ່ໃນບໍລິເວນທີ່ທຳການຜະລິດ ຕ້ອງນຸ່ງເຄື່ອງສະອາດ ແລະ ໃສ່ຊຸດ ປ້ອງກັນທີ່ເໝາະສົມຕາມຫຼັກການການຜະລິດທີ່ດີຂອງບ່ອນຜະລິດແຕ່ລະບ່ອນເຊັ່ນ: ໝວກ, ຖົງມື, ຜ້າອັດປາກ, ອັດດັງ, ເກີບ ແລະ ອື່ນໆ.

ມາດຕາ 14. ການປ້ອງກັນການປົນເປື້ອນ ແລະ ການປົນເປກັນ ຕ້ອງປະຕິບັດດັ່ງນີ້:

1.  ກຳນົດຫ້ອງຜະລິດສະເພາະ

2.  ການປະກອບເຄື່ອງຈັກ ແລະ ອຸປະກອນຮັບໃຊ້ການຜະລິດໃຫ້ແທດເໝາະ ຕາມຈຸດປະສົງ ແລະ ຂະໜາດຂອງເນື້ອທີ່ຫ້ອງ.

ມາດຕາ 15. ການຜະລິດຢາທີ່ດີ

ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງການຜະລິດຕະພັນ ທຸກໆຂະແໜງການຜະລິດຢາ ແລະ ຜະລິດຕະພັນການແພດ ຕ້ອງປະຕິບັດຕາມຫຼັກການການຜະລິດຢາທີ່ດີ (GMP) ທີ່ກະຊວງສາທາລະ ນະສຸກວາງອອກ.

ໝວດທີ V
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 16. ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງທີ່ມີຜົນງານດີເດັ່ນໃນການປະຕິບັດຂໍ້ກຳນົດສະບັບນີ້ ຈະໄດ້ຮັບການ ຍ້ອງຍໍ ແລະ ປະຕິບັດນະໂຍບາຍຕ່າງໆ ຊຶ່ງກະຊວງສາທາລະນະສຸກເປັນຜູ້ກຳນົດ.

ມາດຕາ 17. ບັນດາຂໍ້ຫ້າມຕ່າງໆ

ເນື່ອງຈາກຢາເປັນ ( ສິນຄ້າພິເສດ ) ໂຮງງານຜະລິດຢາຕ້ອງປະຕິບັດເຂັ້ມງວດ ຕໍ່ຂໍ້ຫ້າມ ດັ່ງລຸ່ມນີ້:

  1. ຫ້າມໂອນກຳມະສິດ, ຂາຍ ຫຼື ໃຫ້ເຊົ່າໃບທະບຽນວິຊາສະເພາະເພສັດຊະກຳ;
  2. ຫ້າມຜະລິດຢາຕ້ອງຫ້າມ, ຢາອັນຕະລາຍ, ຢາປອມ, ຢາບໍ່ໄດ້ມາດຕະຖານຢາເສບຕິດ ແລະ ຢາອອກລິດຕໍ່ຈິດ ແລະ ຢາປະສາດ ທີ່ກະຊວງສາທາລະນະສຸກບໍ່ໄດ້ອະນຸຍາດ ໃຫ້ຜະລິດ;
  3. ຫ້າມຍົກຍ້າຍໂຮງງານກ່ອນໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ;
  4. ຫ້າມບຸກຄົນ ຫຼື ນິຕິບຸກຄົນຜະລິດຢາໂດຍບໍ່ໄດ້ຮັບອະນຸຍາດ ແລະ ບໍ່ຂຶ້ນທະບຽນຢູ່ກົມອາຫານ ແລະ ຢາກະຊວງສາທາລະນະສຸກ.

ມາດຕາ 18. ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ ຫຼື ນິຕິບຸກຄົນທີ່ເປັນເຈົ້າຂອງໂຮງງານທີ່ລະເມີດຕໍ່ກົດໝາຍ ແລະ ຂໍ້ກຳນົດສະບັບນີ້:

ຄັ້ງທີ 1. ຈະຖືກສຶກສາອົບຮົມ, ປັບໃໝ 01 ເທົ່າຕົວຂອງມູນຄ່າສິນຄ້າໃນທ້ອງຕະຫຼາດປະຈຸບັນ ແລະ ບັນທຶກໄວ້ໃນສຳນວນຄະດີ ຂອງກົມອາຫານ ແລະ ຢາ;

ຄັ້ງທີ 2.  ຈະຖືກຢຶດຢາ ປັບໃໝ 02 ເທົ່າຕົວ ຂອງມູນຄ່າຂາຍສິນຄ້າໃນທ້ອງຕະຫຼາດປະຈຸບັນໃນກໍລະນີບໍ່ປະຕິບັດຕາມຄຳຕັດສີນຂອງເຈົ້າໜ້າທີ່ ຈະຖືກປິດກິດຈະການ 6 ເດືອນ ແລະ ບັນທຶກໄວ້ໃນສຳນວນຄະດີ ຂອງກົມອາຫານ ແລະ ຢາ;

ຄັ້ງທີ 3.  ຈະຖືກຢຶດຢາ ປັບໃໝ 04 ເທົ່າຕົວ ຂອງຂອງມູນຄ່າຂາຍສິນຄ້າໃນທ້ອງຕະຫຼາດປະຈຸບັນ ປິດກິດຈະການຖາວອນ ແລະ ສັ່ງຟ້ອງສານ.

ໝວດທີ VI
ບົດບັນຍັດສຸດທ້າຍ

ມາດຕາ 19. ການຈັດຕັ້ງປະຕິບັດ

ມອບໃຫ້ກົມອາຫານ ແລະ ຢາ ຈັດຕັ້ງປະຕິບັດຂໍ້ກຳນົດສະບັບນີ້ ໂດຍສົມທົບກັບ ພະແນກສາທາລະນະສຸກແຂວງ, ນະຄອນຫລວງວຽງຈັນ, ເຂດພິເສດ ແລະ ບັດຂະແໜງການອື່ນໆ ທີ່ກ່ຽວຂ້ອງໃນ ຂອບເຂດທົ່ວປະເທດ.

ທຸກຂໍ້ກຳນົດ, ກົດລະບຽບ, ຄຳສັ່ງແນະນຳ ທີ່ໄດ້ປະກາດໃຊ້ໃນເມື່ອກ່ອນ ທີ່ຂັດກັບ ເນື້ອໃນຂໍ້ກຳນົດສະບັບນີ້ລ້ວນແຕ່ຖືກລົບລ້າງ.

ມາດຕາ 20. ຂໍ້ກຳນົດສະບັບນີ້ ມີຜົນບັງຄັບນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີວ່າການກະຊວງສາທາລະນະສຸກ

(ເຊັນ ແລະ ປະທັບຕາ)
ດຣ ປອນເມກ ດາລາລອຍ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Provision on Drug and Medical Manufacture No. 937/MOH PDF
2 ຂໍ້ກຳນົດ ວ່າດ້ວຍການຜະລິດ ຢາ ແລະ ຜະລິດຕະພັນການແພດ ເລກທີ 937/ກຊສ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.