ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງສາທາລະນະສຸກ          ເລກທີ 519/ກຊສ
ນະຄອນຫລວງວຽງຈັນ ວັນທີ 18 ມີນາ 2009

ຂໍ້ຕົກລົງ
ວ່າດ້ວຍສະຫລາກຂອງຜະລິດຕະພັນອາຫານທີບັນຈຸໃນເຄືອງຫຸ້ມຫໍ້

  • ອີງຕາມ ກົດໝາຍວ່າດ້ວຍອາຫານ ສະບັບເລກທີ 04/ສພຊ ລົົງວັນທີ15 ພືດສະພາ2004.
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີວາດ້ວຍການຈັດຕ້ງແລະເຄືອນໄຫວຂອງກະຊວງສາທາລະນະສຸກ ສະ ບັບເລກທີ14/ນຍ ລົງວັນທີ 4 ກໍລະກົດ.
  • ອີງຕາມ ການສະເຫນີຂອງກົມອາຫານ ແລະ ຢາ.

ລັດຖະມົນຕີວ່າການກະຊວງສາທາລະນະສຸກ ອອກຂໍ້ຕົກລົງ

ໝວດທີ1
ຫລັກການທົ່ວໄປ

ມາດຕາ 1. ຈດຸປະສົງ ແລະ ລະດັບຄາດໝາຍ.

1.   ຈຸດປະສົ່ງ

ເພືອກຳນົດຫັລກການ,ລະບຽບການ ແລະມາດຕະການຕ່າງໆກ່ຽວກັບສະຫຼາກແລະການໃສ່ສະ ຫຼາກອາຫານສຳລັບອາຫານທີບັ້ນຈຸໃນເຄືອງຫຸ້ມຫໍ້ ແນ່ໃສ່ເພືອຕິກຳ, ກວດກາ ສະຫຼາກແລະອາຫານໃຫ້ມີຄວາມຖື້ກຕ້ອງຕາມຄວາມເປັນຈີ່ງ ແລະເພືອເປັນການຊຸກຍູ້ຫົວໜ່ວຍທຸລະກິດຜະລິດອາຫານໃຫ້ມີ ການຂະຫຍາຍຕົວ

2.   ລະດັບຄາດຫມາຍ

  • ເປັນເຄືອງມືໃນການຄຸ້ມຄອງ ຕິດຕາມ ກວດກາການຜະລິດ, ການປຸງແຕ່ງ, ນຳເຂົ້າ  ສົງອອກ, ຈຳໜາຍແລະເກັບຮັກສາຜະລິດຕະພັນອາຫານທີບັ້ຈຸໃນເຄືອງຫຸ້ມຫໍ້ຢູ່ສປປລາວ
  • ປົກປ້ອງສຸຂະພາບຂອງຜູ້ບໍລິໂພກ ດ້ວຍການສະໜອງຂໍ້ມູນທີຖື້ກຕ້ອງກ້ຽວກັບອາຫານທີບັ້ນຈຸໃນເຄືອງຫຸ້ມຫໍ້

ມາດຕາ 2. ຂອບເຂດນໍາໃຊ້

ຂໍ້ຕົກລົງສະບັບນີ້ ມີຂອບເຂດການນຳ້ໃຊ້ຕໍ່ຫົວໜ່ວຍທຸລະກີດຜະລິດ, ປຸງແຕ່ງ ແບ່ງບັ້ນຈຸ, ນຳ້ເຂົ້າ-ສົ່ງອອກ ແລະ ຈຳໜ່າຍຜະລິດຕະພັນອາຫານທີບັ້ນຈຸໃນເຄືອງຫຸ້ມຫໍ້

ມາດຕາ 3. ຄວາມໝາຍຂອງຄຳສັບ

  • ຂໍ້ກ່າວອ້າງ (claim) ໝາຍເຖິງ ທຸກຂໍ້ມູນທີ່ໄດ້ແຈ້ງ, ແນະນໍາ ຫຼື ສະແດງເຖິງອາຫານທີ່ມີຄຸນນະ ພາບສະເພາະ ຊຶ່ງພົວພັນກັບ ຕົ້ນກໍາເນີດ, ຄຸນສົມບັດທາງດ້ານໂພຊະນາການ, ຄຸນລັກສະນະ, ກໍາມະວິທີ, ສ່ວນປະກອບ ຫຼື ຄຸນນະພາບອື່ນໆ.
  • ວັນທີທີ່ຄວນບໍລິໂພກກ່ອນ (Best before date) ໝາຍເຖິງ ວັນເດືອນປີ ຂອງການປະເມີນການ ສິ້ນສຸດ ອາຍຸການ ນໍາໃຊ້ຜະລິດຕະພັນອາຫານ ທີ່ຢູ່ພາຍໃຕ້ທຸກເງື່ອນໄຂຂອງການເກັບຮັກສາທີ່ໄດ້ກໍານົດ. ຜະລິດຕະພັນອາຫານທີ່ໝົດ ກໍານົດວັນທີ ທີ່ບໍ່ຄວນບໍລິໂພກແລ້ວ ແມ່ນບໍ່ອະນຸຍາດໃຫ້ວາງຂາຍທົ່ວໄປ.
  • ວັນໝົດອາຍຸ ຫຼື ວັນໝົດຂອບເຂດຂອງການນໍາໃຊ້ (Expiry date or use by date ) ໝາຍເຖິງ ວັນເດືອນປີ ຂອງ ການສິ້ນສຸດໄລຍະເວລາທີ່ໄດ້ຄາດຄະເນ ຊຶ່ງຜະລິດຕະພັນນັ້ນບໍ່ມີ ຄວາມສົດ ແລະ ບໍ່ມີຄຸນນະພາບ, ພາຍໃຕ້ເງື່ອນໄຂ ຂອງການເກັບຮັກສາທີ່ໄດ້ກໍານົດ. ຫຼັງຈາກວັນໝົດອາຍຸແລ້ວ, ອາຫານບໍ່ຄວນບໍລິໂພກ ແລະ ບໍ່ອະນຍຸາດໃຫ້ວາງຂາຍ ທົ່ວໄປ.
  • ອາຫານ ໝາຍເຖິງ ອາຫານແມ່ນວັດຖຸໃດໜຶ່ງທີ່ຄົນເຮົາກິນ, ດື່ມ ຊຶ່ງຢູ່ໃນຮູບແບບສົດ, ສຸກ, ດິບ ຫຼື ໄດ້ຜ່ານການປຸງ ແຕ່ງແລ້ວ ຍົກເວັ້ນຢາປົວພະຍາດ.
  • ຜະລິດຕະພັນອາຫານ ໝາຍເຖິງ ອາຫານທີ່ບັນຈໃຸນພາຊະນະຫຸ້ມຫໍ່ໃດໜຶ່ງ ຊຶ່ງມີສະຫລາກຕິດ ຫຼື ໃສ່ ມານໍາ ອາດຈະເປັນອາຫານດິບ, ອາຫານເຄິ່ງສໍາເລັດຮູບ ຫຼື ອາຫານສໍາເລັດຮູບ.
  • ທາດເພີ້ມ (food additive) ໝາຍເຖິງ ບັນດາສານທີ່ຕື່ມເຂົ້າໃສ່ອາຫານ ເພື່ອຈດຸປະສົງການຜະ ລິດ, ການ ປຸງແຕ່ງ, ການບໍາບັດ, ການບັນຈມຸັດຫໍ່, ການຂົນສົ່ງ ຫຼື ການເກັບມ້ຽນຮັກສາ.  ທາດເພີ້ມ ດັ່ງກ່າວບໍ່ກວມເອົາສານທີ່ ມີຄຸນນະພາບທາງດ້ານໂພຊະນາການ ແລະ ການປົນເປື້ອນ ອື່ນໆ...
  • ສ່ວນປະກອບ (Ingredient) ໝາຍເຖິງ ທຸກໆສານ ລວມທັງທາດເພີ້ມ ທີ່ໄດ້ນໍາໃຊ້ ໃນການຜະລິດ, ແປຮູບ ຫຼື ປຸງແຕ່ງ ຫຼື ບໍາບັດອາຫານ ແລະ ອາດມີໃນຜະລິດຕະພັນສຸດທ້າຍ.
  • ລະບົບວັດແທກເມຕຼິກ (metric system)  ແມ່ນລະບົບວັດແທກມາດຕະຖານອັນໜຶ່ງ ຊຶ່ງ ມີຫົວໜ່ວຍ ເປັນແມັດ, ລິດ ແລະ ກຼາມ ທີ່ໃຊ້ກໍານົດວັດແທກ ແລະ ປຽບທຽບທາງດ້ານຄວາມຍາວ, ບໍລິມາດ ແລະ ນ້ຳຫນັກ.
  • ລະບົບວັກແທກອີມເພຣຽນ(Imperial system) ແມ່ນລະບົບວັດແທກມາດຕະຖານອັນໜຶ່ງ ທີ່ໃຊ້ຢາດ (yards), ຟິດ(feet) ແລະ ນີ້ວ(inches) ເປັນຫົວຫນ່ວຍວັດແທກຄວາມຍາວ; ເກລອນ(gallon) ເປັນ ພື້ນຖານຫົວຫນ່ວຍ ວັດແທກບໍລິມາດ ແລະ ປອນ(pounds) ແລະ ອອນ (ounces) ເປັນພື້ນຖານຫົວ ຫນ່ວຍວັດແທກນໍ້າຫນັກ.
  • ສະຫລາກ(label) ໝາຍເຖິງ ປ້າຍ, ຍີ່ຫໍ້, ກາ, ເຄື່ອງຫມາຍ, ຮູບພາບ ຫຼື ຂໍ້ຄວາມຂອງການພັນ ລະນາດ້ວຍ ການຂຽນ, ການພິມ, ຮູບພິມທີ່ມີລັກສະນະນູນຂຶ້ນ ຫຼື ປະທັບຕາຢູ່ເທິງ ຫຼື ຕິດຢູ່ພາຊະນະ ບັນຈຸອາຫານ ຫຼື ຕິດມາ ນໍາອາຫານ, ລວມທັງຈດຸປະສົງຂອງການສົ່ງເສີມໃນການຂາຍ ແລະ ການນໍາໃຊ້.
  • ຊື່ອາຫານ ໝາຍເຖິງຊື່ ຫລື ການພັນລະນາສະເພາະຂອງຜູ້ຜະລິດ ແລະບໍ່ແມ່ນຊື່ທົ່ວໄປ ຫຼື ການພັນລະນາທົ່ວໄປ ຊຶ່ງ ສະແດງໃຫ້ຜ ູ້ ບໍລິໂພກເຫັນໄດ້ທໍາມະຊາດ ຫຼື ຄຸນລັກສະນະທີ່ແທ້ຈິງ ຂອງສ່ວນປະ ກອບ ຫຼື ຜະລິດຕະພັນທີ່ໄດ້ນໍາ ໃຊ້.
  • ສະຫລາກທາງດ້ານໂພຊະນາການ ແມ່ນການພັນລະນາທີ່ມີເຈດຕະນາແຈ້ງໃຫ້ຜູ້ບໍລິໂພກ ເຂົ້າໃຈກ່ຽວ ກັບທາດບໍາລຸງລ້ຽງ ທີ່ບັນຈໃຸນຜະລິດຕະພັນອາຫານນັ້ນ.
  • ເຄື່ອງຫຸ້ມຫໍ່ (Prepackaged)  ໝາຍເຖິງ ວັດຖຸຫຸ້ມຫໍ່ ຫລື ວັດຖຸຫຸ້ມຫໍ່ທີ່ໄດ້ກະກຽມລ່ວງຫນ້າ ເພື່ອ ກຽມພ້ອມໃນການບັນຈອຸາຫານ ແນໃສ່ສະຫນອງໃຫ້ຜູ້ບໍລິໂພກ ຫຼື ສໍາລັບຈດຸປະສົງຂອງການບໍລິການ ຂາຍອາຫານ ໃນວິທີການຊຶ່ງສິ່ງບັນຈຸບໍ່ສາມາດດັດແປງແກ້ໄຂ ໂດຍປັດສະຈາກການເປີດ ຫຼື ປ່ຽນແປງການມັດຫໍ່. 

ໝວດທີ II
ສະຫລາກ ແລະເນື້ອໃນຂອງສະຫລາກ

ມາດຕາ 4. ສະຫລາກອາຫານ               

ອາຫານທີ່ຜະລິດ, ປຸງແຕ່ງ, ບັນຈຫຸຸ້ມຫໍ່ ເພື່ອຈໍາໜ່າຍ ຫຼື ແຈກຢາຍຢູ່ ສປປລາວ ຍົກເວັ້ນເຄື່ອງ ສໍາອາງ ຫຼື ເຫຼົ້າ ຕ້ອງ ໃສ່ສະຫລາກທີ່ຖືກຕ້ອງ. ໃນສະຫລາກ ນອກຈາກໄດ້ສະແດງເຄື່ອງໝາຍ ຫຼື ກົນໄກ ການຄ້າແລ້ວ,  ຍັງປະກອບດ້ວຍ ບັນດາຂໍ້ມູນພື້ນຖານ ຕາມການກໍານົດ ດັ່ງລຸ່ມນີ້:

  • ຊື່ຂອງອາຫານ;
  • ສ່ວນປະສົມ ຫຼື ສ່ວນປະກອບຂອງອາຫານ;
  • ນໍ້າໜັກ ຫຼື ບໍລິມາດ ໃນການບັນຈຸ;
  • ຊື່ ທີ່ຢູ່ ແລະ ເງື່ອນໄຂ ໃນການຕິດຕໍ່ ຂອງຜູ້ຜະລິດ;
  • ຄໍາແນະນໍາກ່ຽວກັບການເກັບຮັກສາ ແລະ/ຫຼື ການນໍາໃຊ້;
  • ວັນເດືອນປີ ຜະລິດ ແລະ ໝົດອາຍຸ;
  • ຊຸດ ຜະລິດ ຫຼື ເຄື່ອງໝາຍການຄ້າ;
  • ເລກທີຂຶ້ນທະບຽນຜະລິດຕະພັນອາຫານ (ຖ້າມີ);
  • ຄໍາເຕືອນ (ຖ້າມີ);

ມາດຕາ 5. ເນື້ອໃນທີ່ສະແດງໃນສະຫລາກ

1.  ທຸກຜະລິດຕະພັນອາຫານທີ່ບັນຈໃຸນເຄື່ອງຫຸ້ມຫໍ່; ຍົກເວັ້ນເຄື່ອງສໍາອາງ ຫຼື ເຫຼົ້າ ເພື່ອຈໍາໜ່າຍ ຕ້ອງໃສ່ສະຫລາກ ມີ ເນື້ອໃນທີ່ຖືກຕ້ອງ ຕາມການກໍານົດ ດັ່ງລຸ່ມນີ້:

(ກ) ຊື່ຂອງອາຫານ;

(ຂ) ລາຍຊື່ຂອງສ່ວນປະກອບ.

1)  ຖ້າອາຫານໃດໜຶ່ງຫາກມີສ່ວນປະກອບ ແຕ່ສອງຊະນິດຂຶ້ນໄປ ນອກຈາກນໍ້າ, ສ່ວນປະກອບອື່ນ ຕ້ອງໄດ້ຈັດ ລຽງຕາມອັດຕາສ່ວນຂອງນໍ້າຫນັກ (ມວນສານ/ມວນສານ) ແຕ ່ ໃຫຍ ່ຫານ້ອຍ.

2)  ຖ້າອາຫານໃດໜຶ່ງຫາກມີສ່ວນປະກອບ ທີ່ໄດ້ມາຈາກບາງເຕັກນິກ ຂອງການດັດແປງພັນທຸກໍາ/ວິສະວະກໍາ ທາງດ້ານພັນທຸກໍາ, ຕ້ອງໄດ້ບອກແຈ້ງຢູ່ໃນສະຫລາກ ເຊັ່ນ: ອາຫານທີ່ປຸງ ແຕ່ງມາຈາກພືດ ຫຼື ສັດ ຕັດແຕ່ງ ພັນທຸກໍາ (GMO).

3)  ຖ້າອາຫານໃດໜຶ່ງຫາກປະກອບດ້ວຍທາດເພີ້ມຕ້ອງໄດ້ແຈ້ງຊື່, ຊະນິດ ຫຼື ປະເພດຂອງທາດເພີ້ມນັ້ນ. ພ້ອມກັນນັ້ນ ກໍຄວນລະບຸລະບົບການໃສ່ເລກທີສາກົນ (International Numbering System (INS).

4)  ຕ້ອງແຈ້ງກ ່ຽວກັບສ່ວນປະກອບອາຫານທີ່ໄດ້ບໍາບັດ ໂດຍການໃຊ້ແສງອີອົງ ການສາຍແສງ ຫຼື ສາຍລັງສີ (Ionizing radiation).

5)  ຕ້ອງໄດ້ແຈ້ງສ່ວນປະກອບອາຫານ ທີ່ເຫັນວ່າ ຫຼື ມັກກໍ່ໃຫ້ເກີດອາການແພ້, ບາງຕົວຢ່າງ ດັ່ງລຸ່ມນີ້:

  • ພືດພັນທັນຍາຫານທີ່ບັນຈ ຸທາດກລຸຍເຕັນ (gluten)ເຊັ່ນ: ເຂົ້າວິດ(wheat), ເຂົ້າໄຣ(rye), ເຂົ້າບາເລ (barley), ເຂົ້າໂອດ(oat), ສະແປວ(spelt) ຫຼື ສາຍພັນ ແລະ ຜະລິດຕະພັນຂອງມັນ;
  • ກຸ້ງ ແລະ ຜະລິດຕະພັນກຸ້ງ;
  • ໄຂ່ ແລະ ຜະລິດຕະພັນໄຂ່
  • ປາ ແລະ ຜະລິດຕະພັນປາ
  • ຖົ່ວດີນ, ຖົ່ວຂຽວ ແລະ ຜະລິດຕະພັນຂອງມັນ
  • ນົມ ແລະ ຜະລິດຕະພັນນົມ (ລວມທັງ lactose)
  • ຖົ່ວເປືອກແຂງ(Tree nut) ແລະ ຜະລິດຕະພັນຂອງມັນ
  • ຊັນໄຟ(Sulphite)ໃນຄວາມເຂັ້ມຂຸ້ນ 10 mg/kg ຫຼື ຫຼາຍກ່ວານັ້ນ

(ຄ) ການບັນຈຸສຸດທິ ແລະ ນ້ຳຫນັກທີ່ບໍ່ມີນໍ້າ

1)  ການບັນຈຸສຸດທິ ຫຼື ນ້ຳໜັກທີ່ບໍ່ມີນໍ້າ ຕ້ອງໄດ້ແຈ້ງເປັນລະບົບວັດແທກເມຕຼິກ (ລະບົບຫົວໜ່ວຍສາກົນ) ຫຼື ທັງລະບົບວັດແທກເມຕຼິກ ແລະ ລະບົບວັດແທກອີມພີຣຽນ (imperial system)

2)  ສໍາລັບອາຫານແຂງເປັນກ້ອນ ໃຫ້ແຈ້ງເປັນນໍ້າຫນັກ; ສໍາລັບອາຫານທີ່ເປັນທາດແຫຼວ ໃຫ້ແຈ້ງເປັນບໍລິມາດ; ສໍາລັບອາຫານເປັນທາດເຄິ່ງແຂງ ຫຼື ອາຫານທີ່ໜຽວໃຫ້ແຈ້ງ ເປັນນ້ຳຫນັກ ຫຼື ບໍລິມາດ.

(ງ) ຊື່ ແລະ ທີ່ຢູ່ຂອງສະຖານທີ່ຜະລິດ, ປຸງແຕ ່ງ, ຫຸ້ມຫໍ່ ຫຼື ຈໍາຫນ່າຍ

1)  ໃນກໍລະນີອາຫານປຸງແຕ່ງ ຫຼື ບັນຈຫຸຸ້ມຫໍ່ຢູ່ພາຍໃນປະເທດ, ຕ້ອງໄດ້ແຈ້ງຊື່ ແລະ ບ່ອນຢູ່ ຂອງສະຖານທີ່ ຜະລິດປຸງແຕ່ງ ຫຼື ບັນຈຫຸຸ້ມຫໍ່ ຫຼື ຈໍາໜ່າຍ ຫຼື ເຈົ້າຂອງລິຂະສິດ.

2)  ສໍາລັບອາຫານນໍາເຂົ້າ, ຕ້ອງໄດ້ແຈ້ງຊື່ ແລະ ບ່ອນຢູ່ຂອງຜູ້ນໍາເຂົ້າ ແລະ/ຫຼືຜູ້ຈໍາໜ່າຍ ແລະ ປະເທດຕົ້ນທາງຂອງອາຫານ.

3)  ໃນເມື່ອອາຫານນັ້ນ ຫາກຖືກປຸງແຕ່ງໃນປະເທດທີສອງ ໂດຍມີການປ່ຽນແປງຄຸນລັກສະນະຂອງມັນ, ປະເທດທີ່ໄດ້ດໍາເນີນການປຸງແຕ ່ງນັ້ນ ຕ້ອງແຈ້ງເປັນປະເທດຕົ້ນທາງ ຂອງການ ຜະລິດ.

(ຈ) ການໃສ່ຊື່, ວັນທີ ແລະ ຂໍ້ແນະນໍາໃນການເກັບຮັກສາ

1)  ການໃສ່ຊື່ ວັນທີໝົດອາຍຸ ແລະ ວັນທີ ທີ່ຄວນບໍລິໂພກກ່ອນ ແລະ ວັນທີທີ່ຜະລິດ/ໝົດອາຍຸ ຂອງ ຜະລິດຕະພັນອາຫານ ຄວນຢູ່ໃນບອ່ນ ແລະ ມີລັກສະນະທີ່ຈະແຈ້ງ:  ວັນທີ/ເດືອນ/ປີ ຕ້ອງແຈ້ງເປັນຕົວ ເລກ ຍົກເວັ້ນ ເດືອນ ຕ້ອງໄດ້ແຈ້ງເປັນຕົວໜັງສື (ສາກົນ) ຊຶ່ງນໍາໃຊ້ ເພື່ອບໍ່ໃຫ້ຜູ້ບໍລິໂພກສັບສົນ ຊຶ່ງຕ້ອງ ພິມ ຫຼື ໝາຍແບບຖາວອນ ໃສ່ສະຫລາກ.

2)  ການແຈ້ງຂໍ້ແນະນຳ ໃນການເກັບຮັກສາອາຫານ ຕ້ອງອີງໃສ່ຄຸນລັກສະນະສະເພາະ ຂອງແຕ່ລະຊະນິດ ອາຫານ ຫຼືື ເງື່ອນໄຂການນໍາໃຊ້ໃດນຶ່ງ.

(ສ) ການໃສ່ເລກທະບຽນ ກອຢ ຜະລິດຕະພັນອາຫານຕ້ອງໄດ້ຈົດທະບຽນ ໂດຍມີເລກທະບຽນ ກອຢ ຊຶ່ງໄດ້ຖືກຮັບຮອງ ໂດຍກົມອາຫານແລະຢາ ແລະ ມີອາຍຸການໃຊ້ໄດ້.

(ຊ) ຂໍ້ແນະນໍາສໍາລັບການນໍາໃຊ້ ສໍາລັບອາຫານສະເພາະໃດໜຶ່ງ ທີ່ມີຄວາມຈໍາເປັນເພື່ອນໍາໃຊ້ໃຫ້ຖືກຕ້ອງເຫມາະສົມ ຕ້ອງໄດ້ແຈ້ງຂໍ້ແນະນໍາໃນການນໍາໃຊ້ ລວມທັງຂໍ້ບັງຄັບຖ້າມີ. 

2.  ພາສາທີ່ໃຊ້ໃນສະຫລາກຂອງຜະລິດຕະພັນອາຫານ ທີ່ຜະລິດພາຍໃນ ຕ້ອງເປັນພາສາລາວ ຫຼື ທັງພາ ສາລາວ ແລະ ພາສາອັງກິດ. ສໍາລັບຜະລິດຕະພັນອາຫານນໍາເຂົ້າກໍ່ຕ້ອງມີພາສາລາວ ແລະ/ຫຼື ພາສາ ອັງກິດ ຫຼື ພາສາຂອງປະເທດຕົ້ນທາງ ແລະ ພາສາອັງກິດ

3.  ຊື່ຂອງອາຫານ, ການບັນຈຸສຸດທິ ແລະ ການໃສ່ວັນທີທີ່ຜະລິດ ແລະ/ຫຼື ໝົດອາຍຸຂອງອາຫານ ຕ້ອງປະກົດຢູ່ໃນຕໍາແຫນ່ງທີ່ເຫັນໄດ້ຈະແຈ້ງ.

4.  ລາຍລະອຽດຂອງເນື້ອໃນທີ່ໄດ້ກ່າວໃນຂໍ້ 1 ຕ້ອງຊັດເຈນ ອ່ານງ່າຍ, ເຂົ້າໃຈແຈ້ງ ແລະ ບໍ່ສາມາດລຶບໄດ້.

5.  ອາຫານທີ່ມີຈດຸປະສົງເພື່ອສົ່ງອອກ ຕ້ອງມີລາຍລະອຽດ ດັ່ງທີ່ໄດ້ກ່າວໄວ້ໃນ ຂໍ້ 5.1 ຊຶ່ງອາດ ເປັນທັງພາສາລາວ ແລະ ອັງກິດ ຫຼື ຕາມການຕົກລົງຂອງປະເທດນໍາເຂົ້າ.

ມາດຕາ 6. ການໃສ່ສະຫລາກຕາມການຮຽກຮ້ອງສະເພາະ ໃນການສົ່ງອອກ

1.  ການໃສ່ສະຫລາກສະເພາະ ອາດປະຕິບັດບົນພື້ນຖານຕາມການຮຽກຮ້ອງຂອງຜູ້ບໍລິໂພກ ສະເພາະຂອງ ປະເທດນັ້ນໆ , ໂດຍອີງໃສ່ ສິ່ງແວດລ້ອມທາງດ້ານສາດສະໜາ ແລະ ພຶດຕິກໍາ ໃນການບໍລິໂພກອາຫານຄື:

(ກ) ຖ້າອາຫານບັນຈໄຸຂມັນ ຫຼື ນໍ້າມັນ ທີ່ກິນໄດ້ ຫຼື ທັງສອງ, ຕ້ອງບອກແຈ້ງ ຊື່ທົ່ວໄປຂອງ ສັດ ຫຼື ພືດ ທີ່ໃຫ້ທາດດັ່ງກ່າວ.

(ຂ) ຕ້ອງໄດ້ບອກແຈ້ງຢູ່ໃນສະຫຼາກອາຫານ ຖ້າມີສ່ວນປະກອບ ຫຼື ທາດເພີ້ມທີ່ມາຈາກສັດ ເຊັ່ນ: ງົວ, ໝູ, ໝາ, ... ແລະ ຜະລິດຕະພັນຂອງສັດດັ່ງກ່າວ.

(ຄ) ຖ້າຫາກໄດ້ຕື່ມເຫຼົ້າເຂົ້າໃນຜະລິດຕະພັນອາຫານ ຕ້ອງໄດ້ກໍານົດແຈ້ງເປັນຕົວໜັງສືໂຕ ໃຫຍ່ເຂັ້ມ “ບັນຈເຸຫຼົ້າ”

(ງ) ສໍາລັບອາຫານທີ່ໃຊ້ສະເພາະສາສະໜາ ຕ້ອງໄດ້ບອກແຈ້ງເຄື່ອງໝາຍ ຫຼື ກາໝາຍ ທີ່ຮັບຮູ້ກ່ຽວ ກັບສາສະໜາ ເຊັ່ນ: halal ຫຼື kosher....

2.   ສະຫລາກ ແລະ ຂໍ້ກ່າວອ້າງສະເພາະທາງດ້ານໂພຊະນາການ ແມ່ນໃຫ້ອີງຕາມຄວາມຮຽກຮ້ອງ ຕ້ອງ ການຂອງ ປະເທດນັ້ນ.

(ກ) ການແຈ້ງທາງດ້ານພະລັງງານ, ທາດຊີ້ນ, ທາດໄຂມັນ ແລະ ທາດແປ້ງ.

(ຂ) ຂໍ້ມູນກ່ຽວກັບ ມູນຄ່າທາງດ້ານພະລັງງານ ຄວນໄດ້ສະແດງອອກ ເປັນ:

  • kcal ຕໍ່ 100 g ຫຼື ຕໍ່ 100 ml ຫຼື;
  • kcal ຕໍ່ ຫີບຫໍ່ ຖ້າຫີບຫໍ່ ຫາກບັນຈ ຸສໍາລັບບໍລິໂພກພຽງຄັ້ງດຽວ ຊຶ່ງເປັນປະລິມານ ທີ່ແຈ້ງ ຢູ່ໃນສະຫລາກ ຫຼື;
  • kcal ຕໍ່ ກອ່ງ ທີ່ສະຫນອງເປັນຈໍານວນຂອງກ່ອງ ທີ່ໄດ້ບັນຈໃຸນຫີບຫໍ່ທີ່ໄດ້ກ່າວໄວ້.

(ຄ) ຂໍ້ມູນກ່ຽວກັບປະລິມານຂອງ ທາດຊີ້ນ(Protein), ທາດແປ້ງ (Carbohydrate) ແລະ ທາດໄຂ ມັນໃນ ອາຫານ ຄວນໄດ້ສະແດງອອກເປັນ:

  • g ຕໍ່ 100 g ຫຼື ຕໍ່100 ml ຫຼື;
  • g ຕໍ່ ຫີບຫໍ່ ຖ້າຫີບຫໍ່ ຫາກບັນຈຸສໍາລັບບໍລິໂພກພຽງຄັ້ງດຽວ ຊຶ່ງເປັນປະລິມານທີ່ແຈ້ງຢູ່ ໃນສະຫລາກ ຫຼື;
  • g ຕໍ່ກ່ອງ ທີ່ສະຫນອງ ເປັນຈໍານວນຂອງກ່ອງ ທີ່ໄດ້ບັນຈໃຸນຫີບຫໍ່ທີ່ໄດ້ກ່າວໄວ້.

(ງ) ຂໍ້ມູນທີ່ເປັນຕົວເລກກ່ຽວກັບໄວຕາມີນ ແລະ ເກືອແຮ່ ຄວນໄດ້ສະແດງອອກເປັນຫົວໜ່ວຍ ເມຕຼິກ ແລະ /ຫຼື ເປັນເປີເຊັນ ຂອງມູນຄ່າທາງດ້ານໂພຊະນາການ

  • ຕໍ່100 g ຫຼື ຕໍ່ 100 ml ຫຼື
  • ຕໍ່ຫີບຫໍ່ຖ້າຫີບຫໍ່ຫາກບັນຈຸສຳລັບບໍລິໂພກພຽງຄັ້ງດຽວ ຊຶ່ງເປັນປະລິມານທີ່ແຈ້ງຢູ່ໃນ ສະຫລາກ ຫຼື
  • ຕໍ່ກ່ອງທີ່ສະຫນອງເປັນຈໍານວນຂອງກ່ອງ ທີ່ໄດ້ບັນຈໃຸນຫີບຫໍ່ທີ່ໄດ້ກ່າວໄວ້.

(ຈ) ທາດບໍາລຸງລ້ຽງ ຕ້ອງໄດ້ສະແດງອອກເປັນຕົວເລກ

(ສ) ຖ້າຫາກມີຂໍ້ກ່າວອ້າງ ຕ້ອງໄດ້ແຈ້ງປະລິມານຂອງທາດບໍາລຸງລ້ຽງ ທີ່ສະແດງເປັນຫົວໜ່ວຍ ເມຕຼິກ ຕໍ່ 100 g ຫຼື ຕໍ່ 100 ml, ແລະ/ຫຼື ຕໍ່ການກີນເທື່ອນຶ່ງ (per serving)

(ຊ) ການແຈ້ງບັນດາທາດບໍາລຸງລ້ຽງ ແມ່ນຕ້ອງໄດ້ປະຕິບັດຕາມການກໍານົດ ສໍາລັບອາຫານ ທີ່ມີຂໍ້ກ່າວ ອ້າງ ທາງ ດ້ານໂພຊະນາການ

(ດ) ຂໍ້ກ່າວອ້າງຂອງການບັນຈທຸາດບໍາລຸງລ້ຽງ, ຂໍ້ກ່າວອ້າງຂອງການສົມທຽບທາດບໍາລຸງລ້ຽງ ແລະ ຂໍ້ກ່າວອ້າງຂອງ ຫນ້າທີ່ການຂອງທາດບໍາລຸງ ອາດຖືກອະນຸຍາດ ໃຫ້ບັນລຸເງື່ອນໄຂຕໍ່າສຸດ ຕາມຂໍ້ແນະນໍາຂອງກົດລະຫັດ ອາຫານ (Codex Guidelines) ສໍາລັບການນໍາໃຊ້ ຂໍ້ກ່າວອ້າງທາງ ດ້ານສຸຂະພາບ ແລະ ໂພຊະນາການ (Nutrition and Health claims).

3.  ຂໍ້ກ່າວອ້າງ, ເຄື່ອງໝາຍ ຫຼື ກາໝາຍ ທີ່ສະແດງເຖິງລະດັບ, ຄຸນນະພາບທີ່ດີຂອງຜະລິດຕະພັນ ຢູ່ໃນ ສະຫລາກ ເຊັ່ນ: ອາຫານທໍາມະຊາດ, ອາຫານປອດສານພິດ, ອາຫານອິນຊີ ຕ້ອງໄດ້ຮັບຮອງດ້ານມາດຕະຖານຈາກກະຊວງກະສີ ກໍາ ແລະ ປ່າໄມ້ ແລະ ຂະແຫນງການທີ່ ກ່ຽວຂ້ອງ.

ໝວດທີ III
ບັນດາຂໍ້ຫ້າມ

ມາດຕາ 7. ຂໍ້ຫ້າມໃນການກ່າວອ້າງ

ຫ້າມມີການກ່າວອ້າງ ດັ່ງລຸ່ມນີ້ :

(ກ.) ການກ່າວອ້າງປະສິດທິຜົນຂອງອາຫານ ທີ່ນໍາໃຊ້ເພື່ອປ້ອງກັນ, ຫຼຸດຜ່ອນ, ບໍາບັດ ຫຼື ປິ່ນປົວພະຍາດ, ຄວາມບົກ ຜ່ອງ ຫຼື ເງື່ອນໄຂທາງດ້ານສາລິລະອື່ນໆ

(ຂ.) ການກ່າວອ້າງປະສິດທິຜົນ ທີ່ກ່າວເຖິງການສະໜອງຢ່າງພຽງພໍ ແຫຼ່ງຂອງທຸກທາດບໍາລຸງລ້ຽງທີ່ຈໍາເປັນ.

(ຄ) ການກ່າວອ້າງປະສິດທິຜົນ ທີ່ມີຄວາມໝາຍເຖິງການດຸນດ່ຽງທາດບໍາລຸງລ້ຽງ ທີ່ອາຫານທໍາມະດາ ບໍ່ສາມາດ ສະຫນອງຢ່າງພຽງພໍໄດ້.

(ງ) ການກ່າວອ້າງປະສິດທິຜົນ ຊຶ່ງເຮັດໃຫ້ມີຄວາມສົງໃສກ່ຽວກັບຄວາມປອດໄພຂອງອາຫານ ທີ່ຄ້າຍຄືກັນ ຫຼື ເຮັດໃຫ້ ມີພຶດຕິກໍາຢ້ານກົວແກ່ຜູ້ບໍລິໂພກ.

(ຈ) ການກ່າວອ້າງປະສິດທິຜົນ ຂອງທາດເພີ້ມ ຫຼື ທາດບຳລຸງລ້ຽງທີ່ບໍ່ໄດ້ອະນຸຍາດ ຫຼື ບໍ່ໄດ້ບັນຈຸໃສ່ໃນ ອາຫານ.

(ສ) ການກ່າວອ້າງວ່າ ມີສ່ວນປະກອບຂອງຊີ້ນງົວ ຫຼື ຊີ້ນໝູ ຫຼື ຜະລິດຕະພັນຂອງຊີ້ນດັ່ງກ່າວ ຫຼື ນໍ້າມັນໝູ ຫຼື ເພີ້ມເຫຼົ້າ , ແຕ່ອາຫານນັ້ນພັດບໍ່ມີສ່ວນປະກອບດັ່ງກ່າວ. ຫຼື ກົງກັນຂ້າມ, ການກ່າວອ້າງ ການ ບໍ່ມີສ່ວນປະກອບຂອງຊີ້ນງົວ ຫລື ຊິ້ນຫມູ ຫລື ຜະລິດຕະພັນຂອງຊີ້ນດັ່ງກ່າວ ຫຼື ນໍ້າມັນໝູ ຫລື ເພີ່ມເຫລົ້າ ແຕ່ຜະລິດຕະພັນອາຫານນັ້ນ ພັດມີສ່ວນ ປະກອບຂອງທາດດັ່ງກ່າວ.

ຊ) ການກ່າວອ້າງປະສິດທິຜົນ ຂອງຜະລິດຕະພັນຕົນ ດີກ່ວາຜະລິດຕະພັນອື່ນທີ່ຄ້າຍຄືກັນ, ແຕ່ພັດບໍ່ສາມາດພິສູດໄດ້.

ໝວດທີ IV
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 8. ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້, ຈະໄດ້ຮັບການຍ້ອງຍໍ ແລະ ປະຕິບັດນະໂຍບາຍຕາມຄວາມເໝາະສົມ ຕາມການກໍານົດຂອງກະຊວງສາ ທາລະນະສຸກ.

ມາດຕາ 9. ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ຫລື ການຈັດຕັ້ງໃດນຶ່ງ ຫາກໄດ້ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກສຶກສາອົບຮົມ, ກ່າວເຕືອນ ຫຼື ປັບໃໝ ຕາມແຕ່ລະກໍລະນີ ດັ່ງລຸ່ມນີ້ :

ຜູ້ລະເມີດຄັ້ງທີ່ 1: ສຶກສາອົບຮົມ, ກ່າວເຕືອນແລະບັນທຶກໄວ້ໃນປື້ມຕິດຕາມ. 

ຜູ້ລະເມີດຄັ້ງທີ່ 2: ບໍ່ພິຈາລະນາຂຶ້ນທະບຽນຜະລິດຕະພັນອາຫານ ແລະ ອາຫານເສີມ, ຖ້າພົບເຫັນ ຈະ ອາຢັດ ຫຼື ຢຶດສິນຄ້າ ແລະ ປັບໃຫມ ຕາມມູນຄ່າຂອງສິນຄ້າ.

ຜູ້ລະເມີດຄັ້ງທີ່ 3: ສະເໜີພາກສ່ວນທີ່ກ່ຽວຂ້ອງ ບໍ່ອະນຸຍາດໃຫ້ຜະລິດ, ນໍາເຂົ້າ ແລະ ຈໍລະຈອນ ຈໍາຫນ່າຍຜະລິດຕະ ພັນນັ້ນ.

ການລະເມີດ ບໍ່ວ່າຈະເປັນ ຄັ້ງທີ 1, 2 ຫລື 3 ກໍ່ຕາມ ຖ້າຫາກສົ່ງຜົນກະທົບອັນຮ້າຍ ແຮງຕໍ່ສຸ ຂະພາບ, ເສດຖະກິດ ຫຼື ເຖິງແກ່ຊີວິດຂອງຜູ້ບໍລິໂພກ ແມ່ນຈະຖືກດໍາເນີນຄະດີ ຕາມ ລະບຽບກົດຫມາຍ

ໝວດທີ V
ບົດບັນຍັດສຸດທ້າຍ

ມາດຕາ 10. ການຈັດຕັ້ງປະຕິບັດ

ມອບໃຫ້ກົມອາຫານແລະຢາ ເປັນເຈົ້າການໃນການຜັນຂະຫຍາຍ ແລະ ສົມທົບກັບຂະແຫນງການ ທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ປະກົດຜົນເປັນຈິງ.

ມາດຕາ 11. ຜົນສັກສິດ

ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ແລະ ໃຊ້ໄດ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ຂໍ້ຕົກລົງ ແລະ ລະບຽບການ ສະບັບໃດ ທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກລົບລ້າງ.

ລັດຖະມົນຕີວ່າການກະຊວງສາທາລະນະສຸກ

(ເຊັນ ແລະ ປະທັບຕາ)
ດຣ ປອນເມກ ດາລາລອຍ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍສະຫລາກຂອງຜະລິດຕະພັນອາຫານ ທີ່ບັນຈຸໃນເຄື່ອງຫຸ້ມຫໍ່ ເລກທີ 519/ກຊສ, ລົງວັນທີ 18 ມີນາ 2009 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.