ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງສາທາລະນະສຸກ        ເລກທີ 585/ກຊສ
 ນະຄອນຫລວງວຽງຈັນ, ວັນທີ 12 ພຶດສະພາ 2006

ຂໍ້ຕົກລົງ
ວ່າດ້ວຍນ້ຳດື່ມໃນພາຊະນະບັນຈຸປິດ

  • ອີງຕາມ ກົດໝາຍວ່າດ້ວຍອາຫານ ສະບັບເລກທີ 04/ສພຊ, ລົງວັນທີ 15 ພຶດສະພາ
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສັບັບເລກທີ 020/ນຍ, ລົງວັນທີ 19 ມິນາ 99 ວ່າດ້ວຍ   ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສາທາລະນະສຸກ.
  • ອີງຕາມ ການສະເໜີຂອງກົມອາຫານ ແລະ ການຢາ ວັນທີ 16/12/2005

ລັດຖະມົນຕີວ່າການກະຊວງສາທາລະນະສຸກອອກຂໍ້ຕົກລົງ:

ໝວດທີ່ I
ຫລັກການທົ່ວໄປ

ມາດຕາ 1. ຈຸດປະສົງ ແລະ ລະດັບຄາດໝາຍ.

1.  ຈຸດປະສົງ ເພື່ອກຳນົດຫຼັກການ, ລະບຽບການ, ມາດຕະຖານ ແລະ ມາດຕະການຕ່າງໆ ໃນການຄຸ້ມຄອງ, ກວດກາ ຄວາມປອດໄພນ້ຳດື່ມໃນພາຊະນະປິດ ສຳລັບຈຳໜ່າຍ ເພື່ອປົກປ້ອງສຸຂະພາບຂອງຜູ້ບໍລິໂພກ.

2.  ລະດັບຄາດໝາຍ ເປັນເຄື່ອງມືໃນການຄຸ້ມຄອງຕິດຕາມກວດກາ ການຜະລິດນໍ້າດື່ມ ໃນພາຊະນະປິດ ປະຕິບັດຕາມລະບຽບຫລັກການ ແລະ ບັນລຸມາດຕະຖານ ທີ່ທາງການວາງອອກ.

ມາດຕາ 2. ຂອບເຂດນຳໃຊ້

ຂໍ້ກຳນົດສະບັບນີ້ມີຂອບເຂດ ການນຳໃຊ້ຕໍ່ຜູ້ປະກອບການ ດ້ານການຜະລິດ ຈຳໜ່າຍນໍ້າດື່ມໃນພາຊະນະບັນຈຸປິດໃນຂອບເຂດທົ່ວປະເທດ.

ມາດຕາ 3.   ຄວາມໝາຍຂອງຄຳສັບ

ນໍ້າດື່ມໃນພາຊະນະບັນຈຸປິດ ໝາຍເຖິງ ນໍ້າດື່ມທີ່ໄດ້ຜ່ານຂະບວນການຜະລິດ ແລະ ອະເຊື້ອ, ປະສົມ ຫຼື ບໍ່ປະສົມແຮ່ທາດອາຍແກດສ໌ກາກໂບນິກ (CO2) ແລ້ວຮ່າຍໃສ່ພາຊະນະບັນຈຸ, ອັດ, ປິດຝາແຈບດີ ພ້ອມທັງປິດສະຫລາກຕາມຂັ້ນຕອນຂອງການຜະລິດທີ່ ຖືກຕ້ອງຕາມຫລັກການ.

ນໍ້າດື່ມແຮ່ທາດ ໝາຍເຖິງ ນໍ້າດື່ມທີ່ໄດ້ຈາກແຫ່ລງທຳມະຊາດໂດຍກົງ ຫຼື ນໍ້າດື່ມ ທີ່ເພີ່ມເກືອ ແຮ່ທາດໃສ່ ແລະມີຄຸນລັກສະນະຄົບຖ້ວນ ຫຼື ຕາມມາດຕະຖານນໍ້າດື່ມແຮ່ທາດທີ່ທາງການຮັບຮອງ.

ຄວາມກະດ້າງຂອງນໍ້າດື່ມ ( Hardness ) ໝາຍເຖິງ ສາຍເຫດຂອງການເປື່ອຍລະລາຍ ຂອງທາດການ ຊິອອມ ( Calcium )  ແລະ ມາເຍຊິອອມ ( Magnesium ) ຊຶ່ງສະແດງອອກໂດຍເທົ່າກັບປະລິມານ        ( Calcium Carbonate ).

ການວິເຄາະຫາຈຸດທີ່ຕ້ອງໄດ້ຄວບຄຸມ HACCP (Hazard Analysis Critical Control point) ໝາຍເຖິງລະບົບຄວບຄຸມຄວາມປອດໄພຂອງນໍ້າດື່ມ ໂດຍເນັ້ນໜັກໃສ່ ມາດຕະຖານປ້ອງກັນ ຕໍ່ຄວາມອັນຕະລາຍ ແລະ ຄວາມສ່ຽງ ທີ່ສາມາດຄາດຄະເນໄວ້ລ່ວງໜ້າ ຊຶ່ງອາດເກີດຂຶ້ນ ໃນຈຸດໜຶ່ງສະເພາະຕາມຕ່ອງໂສ້ການຜະລິດ.

ໝວດທີ II
ມາດຕະຖານນໍ້າດື່ມໃນພາຊະນະບັນຈຸປິດ

ມາດຕາ 4. ຂອບເຂດອະນຸຍາດສູງສຸດທາງດ້ານເຄມີ

ນໍ້າດື່ມໃນພາຊະນະບັນຈຸປິດ ທີ່ລະບຸໃນຂໍ້ຕົກລົງສະບັບນີ້ ອາດບັນຈຸບັນດາສານເຄມີ ດັ່ງຕໍ່ໄປໄດ້ ແຕ່ບໍ່ໃຫ້ເກີນປະລິມານທີ່ກຳນົດໄວ້ຄື:

( 1 ). ອາກເຊນິກ (Arsenic)

( 2 ). ບາຣີອອມ (Barium)

( 3 ). ບໍຣອງ (Boron)

( 4 ). ແຄດນຽມ (Cadmium)

( 5 ). ໂກຣມ (Chromium)

( 6 ). ທອງ (Copper)

( 7 ). ຟລູອໍໄລ (Fluoride)

( 8 ). ຊື່ນ (Lead)

( 9 ). ມັງການ (Manganese)

( 10 ). ບາຫຼອດ (Mercury)

( 11 ). ໄນແຕຣດ (Nitrate)

( 12 ). ທາດເຫຼັກ ( lron )

( 13 ). ຄວາມກະດ້າງ (Hardness)

( 14 ). ຄວາມເປັນກົດ (  pH )

ມາດຕາ 5. ການກຳນົດທາງດ້ານຈຸລິນຊິວິທະຍາ

ການກຳນົດທາງດ້ານຈຸລິນຊິວິທະຍາ ແມ່ນການກຳນົດຄ່າ ທາງດ້ານຄວາມປອດໄພ ຂອງນ້ຳດື່ມ ໃນພາຊະນະບັນຈຸປິດ ທີ່ບໍລິການ, ຈຳໜ່າຍ, ສົ່ງອອກໃຫ້ຜູ້ບໍລິໂພກ ໃນສັງຄົມທົ່ວໄປ, ນໍ້າດື່ມດັ່ງກ່າວບໍ່ໃຫ້ມີເຊື້ອພະຍາດ E-coli ຫຼື ເຊື້ອ Faecal Coliform ( ຈາກອາຈົມ ) ທີ່ທົນຕໍ່ຄວາມຮ້ອນ. ເພື່ອຮັບປະກັນການປະຕິບັດຫລັກອານາໄມທີ່ດີ ຂອງການຜະລິດນໍ້າດື່ມໃນພາຊະນະບັນຈຸປິດ; ເຊື້ອ Coliform ລວມຢູ່ໃນນໍ້ານັ້ນ ຕ້ອງບໍ່ເກີນ 2.2 MPN ( Most Propably Number ) ໃນນໍ້າ 100 ມລ ຂອງນໍ້າດື່ມ.

ມາດຕາ 6. ເນື້ອໃນຂໍ້ຄວາມຂອງສະຫລາກ

ການກຳນົດເນື້ອໃນ, ຂໍ້ຄວາມຂອງສະຫລາກ ທີ່ຕິດໃສ່ ພາຊະນະບັນຈຸນໍ້າດື່ມບັນຈຸປິດຕ້ອງປະກອບ ດ້ວຍເນື້ອໃນດັ່ງລຸ່ມນີ້:

  • ຊື່ ແລະ ເຄື່ອງໝາຍຂອງການຜະລິດນໍ້າດື່ມ
  • ເລກທະບຽນ ອະນຸຍາດຈາກ ກົມອາຫານ ແລະ ຢາ
  • ຊື່ ແລະ ທີ່ຕັ້ງຂອງ ສະຖານທີ່ບ່ອນຜະລິດ, ເບີໂທລະສັບ
  • ບໍລິມາດສຸດທິ
  • ສ່ວນປະກອບຄິດໄລ່ເປັນສ່ວນຮ້ອຍທຽບໃສ່ນໍ້າໜນັກລວມໂດຍ ແຈ້ງບອກປະລິມານແຕ່ຫລາຍໄປຫາໜ້ອຍ.
  • ວັນເດືອນປີຂອງການຜະລິດ, ຊຸດຜະລິດ

ໝວດທີ III
ຄວາມປອດໄພຂອງນໍ້າດື່ມ

ມາດຕາ 7. ແຫ່ລງນໍ້າດື່ມທີ່ນຳມາຜະລິດ.

ນໍ້າທີ່ນຳມາຜະລິດນໍ້າດື່ມໃນພາຊະນະບັນຈຸປິດ ຕ້ອງໄດ້ມາຈາກແຫລ່ງນໍ້າທີ່ໃສສະອາດ, ບໍ່ປົນເປື້ອນຈາກສານເຄມີ, ເຊື້ອຈຸລິນຊິ, ສິ່ງເສດເຫຼືອ ແລະ ແສງກຳມັນຕະພາບ ລັງສີເກີດປະລິມານທີ່ກຳນົດ ຊຶ່ງອາດກໍ່ໃຫ້ເກີດອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ.

ມາດຕາ 8. ການເກັບຮັກສານໍ້າກ່ອນການຜະລິດ

ນໍ້າ ທີ່ນຳມາຜະລິດນໍ້າດື່ມໃນພາຊະນະບັນຈຸປິດ ຕ້ອງຖືກຮັກສາ ໃນພາຊະນະ ທີ່ດີ ແລະ ຕາມຫລັກວິຊາການກຳນົດໄວ້. ທັງນີ້ກໍ່ເພື່ອຫລີກລ້ຽງຈາກການປົນເປື້ອນຕ່າງໆ. ລວມທັງສະຖານທີ່ເກັບຮັກສານໍ້າຕ້ອງແໜ້ນໜາ, ເໝາະສົມເພື່ອ ບໍ່ປົນເປກັບກັບສິ່ງອື່ນ, ປ້ອງກັນບໍ່ໃຫ້ຄົນທີ່ບໍ່ໄດ້ຮັບອະນຸຍາດ ແລະ ສັດເຂົ້າໄປລົບກວນ.

ມາດຕາ 9. ສະຖານທີ່ ແລະ ສິ່ງອຳນວຍຄວາມສະດວກ.

ສະຖານທີ່ ແລະ ສິ່ງອຳນວຍຄວາມສະດວກ ກ່ຽວກັບການຜະລິດນໍ້າດື່ມໃນພາຊະນະບັນຈຸປິດ ນັ້ນຕ້ອງໄດ້ມາດຕະຖານ ຕາມການອອກແບບກໍ່ສ້າງ ທີ່ຖືກຕ້ອງຕາມຂໍ້ຕົກລົງຂອງພາກສ່ວນກ່ຽວຂ້ອງ ແລະ ປະຕິບັດຕາມຫລັກການຜະລິດທີ່ປອດໄພ ຂອງກະຊວງສາທາລະນະສຸກ ທີ່ກຳນົດໄວ້.

ມາດຕາ 10.ພາຊະນະບັນຈຸ ແລະ ວັດຖຸຫຸ້ມຫໍ່.

ພາຊະນະບັນຈຸນໍ້າດື່ມໃນພາຊະນະບັນຈຸປິດ ແລະ ວັດຖຸຫຸ້ມຫໍ່ນັ້ນປະກອບດ້ວຍ: ກວດ, ຕຸກ, ຝາອັດ ແລະ ຊິນ ຕ້ອງສະອາດ ຮັບປະກັນຄວາມປອດໄພ, ບໍ່ໃຫ້ເກີດປະຕິກິລິຍາ, ເຊື່ອມຄຸນນະພາບຂອງນໍ້າ ຢູ່ໃນພາຊະນະບັນຈຸປິດ.

ມາດຕາ 11. ການຮ່າຍ, ບັນຈຸ ແລະ ປິດຝາ.

ການຮ່າຍບັນຈຸ ແລະ ປິດຝາຕ້ອງປະຕິບັດໃນຫ້ອງສະເພາະທີ່ເປັນວົງປິດ, ມີຄວາມສະອາດ ແລະ ປອດໄພສາມາປ້ອງກັນການປົນເປື້ອນຈາກພາຍນອກ. ອຸປະກອນສຳລັບການຮ່າຍນໍ້າເຂົ້າໃສ່ໃນພາຊະນະບັນຈຸປິດຕ້ອງຢູ່ໃນສະພາບທີ່ສາມາດປ້ອງກັນ ການປົນເປື້ອນໄດ້ທຸກເວລາ. ຊິນທີ່ນຳມາໃຊ້ໃນການອັດນັ້ນ ຕ້ອງຢູ່ໃນສະພາບທີ່ ແໜ້ນໜາ ແລະ ບໍ່ໃຫ້ຈີກຂາດ.

ມາດຕາ 12. ການອານາໄມ ແລະ ບຳລຸງຮັກສາ ສະຖານທີ່ ແລະ ອຸປະກອນການຜະລິດ.

ການອະນາໄມ ແລະ ບຳລຸງຮັກສາສະຖານທີ່ ແລະ ອຸປະກອນ ການຜະລິດຕ້ອງໄດ້ປະຕິບັດຕາມຫລັກການ ການອະນາໄມ ໃນການຜະລິດອາຫານທີ່ດີ ( Good Hygiene practice ) ທີ່ກະຊວງສາທາລະນະສຸກໄດ້ກຳນົດອອກ.

ມາດຕາ 13. ການຝຶກອົບຮົມບຸກຄະລາກອນ.

ບຸກຄະລາກອນ ທີ່ເຮັດວຽກກ່ຽວກັບການຜະລິດນໍ້ຳດື່ມໃນພາຊະນະບັນຈຸປິດ ນັ້ນຕ້ອງໄດ້ຮັບການ ຝຶກອົບຮົມຢ່າງເໝາະສົມ ແລະ ຕໍ່ເນື່ອງກ່ຽວກັບເຕັກນິກການຜະລິດ, ການນຳໃຊ້ ເຄື່ອງມືກວດກາ, ການປະຕິບັດຫລັກການການອານາໄມລວມ ແລະ ການອານາໄມສ່ວນບຸກຄົນ.

ມາດຕາ 14. ການເກັບຮັກສາ ແລະ ຂົນສົ່ງ.

ການເກັບຮັກສາຜະລິດຕະພັນນໍ້ຳດື່ມໃນພາຊະນະບັນຈຸປິດ ຕ້ອງຮັກສາໄວ້ຢູ່ໃນຫ້ອງທີ່ສະອາດ ແລະ ຂົນສົ່ງດ້ວຍພາຫະນະທີ່ເໝາະສົມ ພ້ອມທັງຮັບປະກັນບໍ່ໃຫ້ມີການປົນເປື້ອນຈາກ ເຊື້ອພະຍາດພາຍນອກ.

ມາດຕາ 15. ການຄວບຄຸມຄວາມປອດໄພດ້ວຍການນຳໃຊ້ລະບົບ ( HACCP )

ລັດສົ່ງເສີມ ການຜະລິດຕະພັນນໍ້າດື່ມໃນພາຊະນະບັນຈຸປິດ ໃນໂຮງງານທັງຂະໜາດນ້ອຍ ແລະ ຂະ   ໝາດກາງທີ່ໄດ້ນຳໃຊ້ລະບົບວິເຄາະຫາຈຸດທີ່ຕ້ອງຄວບຄຸມ ( HACCP) ທີ່ຮັບຮອງໂດຍກົມອາຫານ ແລະ ຢາ.

ສຳລັບໂຮງງານນໍ້າດື່ມ ຂະໜາດໃຫ່ຍ ຕ້ອງໄດ້ນຳໃຊ້ລະບົບ ( HACCP )

ໝວດທີ IV:
ການຄຸມຄອງ ແລະ ກວດກາ

ມາດຕາ 16. ອົງການຄຸມຄອງ ແລະກວດກາ

ອົງການຄຸມຄອງ ແລະ ກວດການໍ້າດື່ມ ໃນພາຊະນະບັນຈຸປິດປະກອບດ້ວຍ:

  • ຂັ້ນສູນກາງ ແມ່ນກະຊວງສາທາລະນະສຸກ
  • ຂັ້ນແຂວງ ແມ່ນພະແນກສາທາລະນະສຸກແຂວງ ແລະ ນະຄອນ
  • ຂັ້ນເມືອງ ແມ່ນຫ້ອງການສາທາລະນະສຸກເມືອງ, ເທດສະບານ

ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜາທີ່ ແມ່ນປະຕິບັດຕາມພາກທີ່ 6 ກ່ຽວກັບການຄຸ້ມຄອງ ແລະ ກວດກາ ອາຫານຂອງກົດໝາຍວ່າດ້ວຍອາຫານ

ໝວດທີ V
ການເກືອດຫ້າມ

ມາດຕາ 17. ຂໍ້ຫ້າມ

1.  ຫ້າມໃຊ້ນໍ້າຈາກແຫລ່ງທີ່ປົນເປື້ອນດ້ວຍຈຸລິນຊີ ແລະ ສານເຄມີ ເກີນຂອບເຂດ ມາດຕະຖານອະນຸຍາດ ມາຜະລິດນໍ້າດື່ມໃນພາຊະນະບັນຈຸປິດ;

2.  ຫ້າມຈຳໜ່າຍ ນໍ້າດື່ມໃນພາຊະນະບັນຈຸປີີດ ທີ່ປົນເປື້ອນດ້ວຍຈຸລິນຊີ ແລະ ສານເຄມີທີ່ເກີນຂອບເຂດ ທີ່ໄດ້ກຳນົດໄວ້;

3.  ຫ້າມຈຳໜ່າຍ ນໍ້າດື່ມໃນພາຊະນະບັນຈຸປິດ ທີ່ປົນເປື້ອນ ເຊັ່ນ: ເລັບ, ຜົມ, ໜອນນໍ້າ...;

4.  ຫ້າມນຳໃຊ້ພາຊະນະບັນຈຸທີ່ບໍ່ໄດ້ມາດຕະຖານ ແລະ ບໍ່ໄດ້ຮັບອະນຸຍາດ;

5.  ຫ້າມຈຳໜ່າຍຜະລິດຕະພັນ ນໍ້າດື່ມໃນພາຊະນະບັນຈຸປິດ ທີ່ບໍ່ມີສະຫລາກທີ່ຖືກຕ້ອງ, ບໍ່ຈະແຈ້ງ, ບໍ່ມີຊິນ ( ສຳລັບຕຸກໃຫ່ຍ ) ຫຼື ຫ້າມນຳໃຊ້ສະຫລາກ ແລະ ຊິນ ( ສຳລັບຕຸກໃຫ່ຍ ) ຂອງໂຮງງານອື່ນ;

6.  ຫ້າມໂຄສະນາຄຸນປະໂຫຍດຂອງນ້ຳດື່ມໃນພາຊະນະບັນຈຸປິດ ໂດຍບໍ່ໄດ້ຮັບອານຸຍາດຈາກກະຊວງສາທາລະນະສຸກຢ່າງເດັດຂາດ;

7.  ຫ້າມຜະລິດ, ຈຳໜ່າຍ, ນຳເຂົ້າ-ສົ່ງອອກນໍ້າດື່ມໃນພາຊະນະບັນຈຸປິດ ທີ່ບໍ່ໄດ້ມາດຕະຖານ ຕາມທີ່ໄດ້ກຳນົດໄວ້ໃນຫົວຂໍ້ຕົກລົງສະບັບນີ້.

ໝວດທີ VI
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 18. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ກຳນົດສະບັບນີ້, ຈະໄດ້ຮັບການຍ້ອງຍໍ ແລະ ປະຕິບັດນະໂຍບາຍຕາມຄວາມເໝາະສົມ ຕາມການກຳນົດ ຂອງກະຊວງສາທາລະນະສຸກ ເຊັ່ນ: ໃບຢັ້ງຢືນ HACCP , ການຜະລິດທີ່ດີ GMP, ລະບົບຮັບປະກັນຄວາມປອດໄພຂອງນ້ຳດື່ມ ໃບຍ້ອງຍໍ ແລະ ອື່ນໆ.

ມາດຕາ 19. ມາດຕະການຜູ້ລະເມີດ

ບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ຫາກໄດ້ລະເມີດຂໍ້ກຳນົດສະບັບນີ້ ຈະຖືກສຶກສາອົບຮົມ, ກ່າວເຕື່ອນ, ປັບໄໝ ແລະ ລົງໂທດຕາມກໍລະນີໜັກ ຫຼື ເບົາດັ່ງລຸ່ມນີ້:

ຜູ້ລະເມີດຄັ້ງທີ 1: ສຶກສາອົບຮົມ,ກ່າວເຕື່ອນ ແລະ ບັນທຶກໄວ້ໃນປືມຕິດຕາມ

ຜູ້ລະເມີດຄັ້ງທີ 2: ຍຶດສິນຄ້າ ແລະ ປັບໄໝ 10 % ຂອງມູນຄ່າສິນຄ້າຕາມທ້ອງຕະຫລາດ ແລະ ບັນທຶກໄວ້ໃນປື້ມຕິຕາມ.

ຜູ້ລະເມີດຄັ້ງທີ 3: ຍຶດສິນຄ້າ ແລະ ປັບໄໝສອງເທົ່າຂອງມູນຄ່າສິນຄ່າຕາມທ້ອງຕະຫລາດ ບັນທຶນໄວ້ໃນປື້ມຕິດຕາມ ຫຼື/ແລະ ສົມທົບ ແລະ ສິເໜີຕໍ່ຂະແໜງ ການກ່ຽວຂ້ອງສັ່ງຢຸດຊົ່ວຄາວ ຫຼື ປິດກິດຈະການ ຕາມແຕ່ລະກໍລະນີການລະເມີດ ບໍ່ວ່າຈະເປັນ ຄັ້ງທີ 1,2 ຫຼື 3 ກໍ່ຕາມ ຖ້າຫາກສົ່ງຜົນກະທົບອັນຮ້າຍແຮງຕໍ່ສຸຂະພາບ, ເສດຖະກິດ ຫລື ເຖິ່ງແກ່ຊີວິດຂອງຜູ້ບໍລິ  ໂພກ ແມ່ນ ຈະຖືກດຳເນີນຄະດີຕາມ ລະບຽບກົດໝາຍ

ໝວດທີ VI
ບົດບັນຍັດສຸດທ້າຍ

ມາດຕາ 20. ການຈັດຕັ້ງປະຕິບັດ

ມອບໃຫ້ກົມອາຫານ ແລະ ຢາ ເປັນເຈົ້າການໃນການຜັນຂະຫຍາຍ ແລະ ສົມທົບກັບຂະແໜງການທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ປະກົດຜົນເປັນຈິງ.

ມາດຕາ 21. ຜົນສັກສິດ

ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ແລະ ໃຊ້ໄດ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຂໍ້ຕົກລົງສະບັບນີ້ໃຊ້ປ່ຽນແທນຂໍ້ຕົກລົງວ່າດ້ວຍມາດຕະຖານນ້ຳດື່ມບໍລິສຸດ ສະບັບເລກທີ 152/ຄອຢ, ລົງວັນທີ 11/9/1992 ແລະ ລະບຽບການອື່ນໆທີ່ຂັດກັບຂໍ້ຕົກລົງສະບັບນີ້.

ລັດຖະມົນຕີວ່າການກະຊວງສາທາລະນະສຸກ

(ເຊັນ ແລະ ປະທັບຕາ)
ດຣ ປອນເມກ ດາລາລອຍ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍນ້ຳດື່ມໃນ ພາຊະນະບັນຈຸປິດ ເລກທີ 585/ກຊສ, ລົງວັນທີ 12 ພຶດສະພາ 2006 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ສານເຄມີິີ່ທີ່ບັນຈຸໃນນ້ຳດື່ມໃນພາຊະນະບັນຈຸປິດ SPS ກະຊວງ ສາທາລະນະສຸກ ນ້ຳດື່ມໃນພາຊະນະບັນຈຸປິດທີ່ນຳເຂົ້າ ແລະ ຈຳໜ່າຍຢູ່ໃນ ສປປ ລາວ ຕ້ອງມີປະລິມານສານເຄມີທີ່ເໝາະສົມ ແລະ ປະຕິບັດຕາມມາດຕະຖານຄວາມປອດໄພທີ່ກຳນົດໄວ້ໂດຍກະຊວງສາທາລະນະສຸກ ຂໍ້ຕົກລົງ ວ່າດ້ວຍນ້ຳດື່ມໃນ ພາຊະນະບັນຈຸປິດ ເລກທີ 585/ກຊສ, ລົງວັນທີ 12 ພຶດສະພາ 2006 9999-12-31 ALL
2 ຈຸລິນຊີວິທະຍາຂອງນ້ຳດື່ມໃນພາຊະນະບັນຈຸປິດ SPS ກະຊວງ ສາທາລະນະສຸກ ຈຸລິນຊີວິທະຍາຂອງນ້ຳດື່ມໃນພາຊະນະບັນຈຸປິດທີ່ນຳເຂົ້າ ແລະ ຈຳໜ່າຍຢູ່ໃນ ສປປ ລາວ ຕ້ອງ ປະຕິບັດຕາມມາດຕະຖານຄວາມປອດໄພທີ່ກຳນົດໄວ້ໂດຍກະຊວງສາທາລະນະສຸກ ຂໍ້ຕົກລົງ ວ່າດ້ວຍນ້ຳດື່ມໃນ ພາຊະນະບັນຈຸປິດ ເລກທີ 585/ກຊສ, ລົງວັນທີ 12 ພຶດສະພາ 2006 9999-12-31 ALL
3 ຕ້ອງຕິດສະຫຼາກນ້ຳດື່ມໃນພາຊະນະບັນຈຸປິດ TBT ກະຊວງ ສາທາລະນະສຸກ ນ້ຳດື່ມໃນພາຊະນະບັນຈຸປິດທີ່ນຳເຂົ້າ ແລະ ຈຳໜ່າຍຢູ່ໃນ ສປປ ລາວ ຕ້ອງຕິດສະຫຼາກຕາມມາດຕະຖານຄວາມປອດໄພທີ່ກຳນົດໄວ້ໂດຍກະຊວງສາທາລະນະສຸກ ຂໍ້ຕົກລົງ ວ່າດ້ວຍນ້ຳດື່ມໃນ ພາຊະນະບັນຈຸປິດ ເລກທີ 585/ກຊສ, ລົງວັນທີ 12 ພຶດສະພາ 2006 9999-12-31 ALL
4 ຕ້ອງຫຸ້ມຫໍ່ນ້ຳດື່ມໃນພາຊະນະບັນຈຸປິດ SPS ກະຊວງ ສາທາລະນະສຸກ ນ້ຳດື່ມໃນພາຊະນະບັນຈຸປິດທີ່ນຳເຂົ້າ ແລະ ຈຳໜ່າຍຢູ່ໃນ ສປປ ລາວ ຕ້ອງຫຸ້ມຫໍ່ຕາມມາດຕະຖານຄວາມປອດໄພທີ່ກຳນົດໄວ້ໂດຍກະຊວງສາທາລະນະສຸກ ຂໍ້ຕົກລົງ ວ່າດ້ວຍນ້ຳດື່ມໃນ ພາຊະນະບັນຈຸປິດ ເລກທີ 585/ກຊສ, ລົງວັນທີ 12 ພຶດສະພາ 2006 9999-12-31 ALL
5 ຫຼັກການອະນາໄມນ້ຳດື່ມໃນພາຊະນະບັນຈຸປິດ SPS ກະຊວງ ສາທາລະນະສຸກ ການຜະລິດນ້ຳດື່ມໃນພາຊະນະບັນຈຸປິດທີ່ນຳເຂົ້າ ແລະ ຈຳໜ່າຍຢູ່ໃນ ສປປ ລາວ ຕ້ອງປະຕິບັດຕາມຫຼັກການອະນາໄມການຜະລິດທີ່ດີທີ່ກຳນົດໄວ້ໂດຍກະຊວງສາທາລະນະສຸກ ຂໍ້ຕົກລົງ ວ່າດ້ວຍນ້ຳດື່ມໃນ ພາຊະນະບັນຈຸປິດ ເລກທີ 585/ກຊສ, ລົງວັນທີ 12 ພຶດສະພາ 2006 9999-12-31 ALL
6 ຕ້ອງເກັບຮັກສາ ແລະ ຂົນສົ່ງນ້ຳດື່ມໃນພາຊະນະບັນຈຸປິດ SPS ກະຊວງ ສາທາລະນະສຸກ ນ້ຳດື່ມໃນພາຊະນະບັນຈຸປິດທີ່ນຳເຂົ້າ ແລະ ຈຳໜ່າຍຢູ່ໃນ ສປປ ລາວ ຕ້ອງເກັບຮັກສາ ແລະ ຂົນສົ່ງ ຕາມທີ່ກຳນົດໄວ້ໂດຍກະຊວງສາທາລະນະສຸກ ຂໍ້ຕົກລົງ ວ່າດ້ວຍນ້ຳດື່ມໃນ ພາຊະນະບັນຈຸປິດ ເລກທີ 585/ກຊສ, ລົງວັນທີ 12 ພຶດສະພາ 2006 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.