ກອງປະຊຸມສຳມະນາໄດ້ຈັດຂຶ້ນໃນວັນທີ 22 ກໍລະກົດ 2014 ທີ່ ໂຮງແຮມເອຣາວັນ ຣີເວີຊາຍດ໌, ​​ແຂວງ​ຈຳປາ​ສັກ ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ​ ຈາກ 03 ແຂວງພາກກາງ ແລະ 04 ແຂວງ ພາກ​ໃຕ້ ຄື: ແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ທີ່ຕາງໜ້າຈາກ ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກການເງິນ, ພະແນກກະສິກຳ ແລະ ປ່າໄມ້, ແລະ ສະພາການຄ້າ ແລະ ອຸດສາຫະກຳແຂວງ ເຂົ້າ​ຮ່ວມ, ທັງໝົດ 70 ທ່ານ. ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ໄປ​ເປັນເວ​ລາ 1 ວັນ​ ພາຍ​ໃຕ້​ການ​ເປັນການເປັນປະທານ ຂອງ ທ່ານ ນາງ ບານ​ສະ​ຕິ ເທບພະວົງ ຫົວໜ້າກົມການນໍາເຂົ້າ ແລະ ສົ່ງ​ອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.

ຈຸດປະສົງຂອງກອງປະຊຸມສຳມະນາໃນ​ຄັ້ງ​ນີ້ ​ແມ່ນເພື່ອທົບ​ທວນຄືນ​ ຜົນການຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຢັ້ງຢືນ​ແຫຼ່ງກຳ​ເນີດສິນຄ້າຂອງ ສປປ ລາວ, ລະບຽບ ແລະ ຫຼັກການຢັ້ງຢືນແຫຼ່ງກຳເນີດສິນຄ້າ ດ້ວຍຕົນເອງ ​ ເພື່ອກະກຽມ​ຄວາມ​ພ້ອມ​​ ໃຫ້​ແກ່ການ​ເຂົ້າຮ່ວມ​​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ຫຼື  AEC ​ໃນ​ປີ 2015. ວຽກຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າ​ ຖື​ເປັນໜຶ່ງ​ໃນ​ໜ້າ​ວຽກ​ ຂອງ​ໂຄງການ​ບູລິ​ມະ​ສິ​ດ​ຂອງ​ອາ​ຊຽນ, ​ເຊິ່ງ​ໄດ້​ຖືກ​ຍົກ​ຂື້ນ​ມາ​ປຶ​ກສາ​ຫາລື​ກັນ ​ເປັນ​ເວລາ​ດົນ​ນານ​​ໃນ​ອາ​ຊຽນ. ​ໂດຍ ສ​ປ​ປ ລາວ ໄດ້ເຂົ້າ​ຮ່ວມ​ໃນ​ໂຄ​ງການ ຢັ້ງຢືນ​ແຫຼ່ງກຳ​ເນີດ​ສິນຄ້າ ດ້ວຍ​ຕົວ​ເອງ​ໄລ​ຍະ II ​ເພື່ອ​ເປັນ​ການ​ຫຼຸດຜ່ອນ​ຕົ້ນ​ທຶນ​ຂອງ​ຜູ້​ດຳ​ເນີນ​ທຸ​ລະ​ກິດ-​ການ​ຄ້າ ​ແລະ ອຳນວຍ​ຄວາມ​ສະດວກ​ ໃຫ້​ແກ່​ຫົວໜ່ວຍ​ທຸລະ​ກິດທີ່​ສົ່ງ​ອອກ​ໄປ​ຕະຫຼາດ​ອາ​ຊຽນ.

ກອງປະຊຸມສຳມະນາໄດ້ອະທິບາຍ ຢ່າງລະອຽດ ກ່ຽວກັບ: ສິດທິພິເສດທາງການຄ້າ ທີ່ ສປປ ລາວ ໄດ້ຮັບ, ​ບັນ​ດານິຕິກໍາ
ແລະ ເຄື່ອງມືໃນການຈັດຕັ້ງປະຕິບັດ ວຽກງານຢັ້ງ​ຢືນແຫຼ່ງກຳເນີດສິນຄ້າ (CO), ຂັ້ນຕອນການກວດກາເງື່ອນໄຂ
ໄດ້ສິດທິພິເສດ ແລະ ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ, ການລາຍງານສະຖິຕິກ່ຽວກັບການຢັ້ງຢືນແຫຼ່ງກໍາເນີດ
ສິນຄ້າ ແລະ ໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ, ວີທີການບັນທຶກຂໍ້ມູນຂອງບໍລິສັດທີ່ມາອອກໃບ CO ລົງໃນແບບຟອມ
ແບບເອກະພາບທົ່ວປະເທດ, ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຢູ່ ສປປ ລາວ ພາຍໃຕ້ສັນຍາການຄ້າເສລີ
ອາຊຽນ, ແລະ ແຜນການໃນຕໍ່ໜ້າຂອງວຽກການຢັ້ງຢືນແຫຼ່ງກຳເນີດສິນຄ້າ.

ໃນຕໍ່ໜ້າ ຂອງວຽກການຢັ້ງຢືນແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ ມີ​ແຜນຈະ ຄົ້ນຄວ້າຄວາມເປັນໄປໄດ້
ໃນການມອບ​ສິດ​ອອກຟອມ A ໃຫ້​ແກ່ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໃນຂອບເຂດທົ່ວປະເທດ ແລະ ເຂດ
ເສດຖະກິດພິເສດ, ​ແລະ ລະດົມບໍລິສັດ ທີ່ມີເງື່ອນໄຂ ຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ ເຂົ້າຮ່ວມໂຄງການທົດລອງ
ທີ II ຂອງອາຊຽນ ເພື່ອກຽມຄວາມພ້ອມ ໃນການຈັດຕັ້ງປະຕິບັດ ເປັນເອກະພາບກັນ ໃນອາຊຽນ ໃນປີ 2015, ສືບຕໍ່
ອອກໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ ແລະ ສຶກສາຄວາມເປັນໄປໄດ້ ກ່ຽວກັບ ການຍື່ນຂໍໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຜ່ານລະບົບເອເລັກໂຕຣນິກ.

ພ້ອມດຽວກັນ, ກອງ​ປະ​ຊຸມຍັງໄດ້ປຶກ​ສາ​ຫາ​ລື ບັນ​ຫາ​ອື່ນ​ໆ ​ທີ່​ຕິດພັນ​ກັບ​ວຽກ​ງານ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ ແລະ ເຜີຍ
ແຜ່ຂັ້ນຕອນການຄົ້ນຄວ້າລາຄາພັນທະໄມ້ ສົກປີ 2013/2014, ການຄິດໄລ່ຄ່າພັນທະໄມ້ ໂດຍອີງຕາມລັດຖະບັນຍັດຂອງ
ປະທານປະເທດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 003/ປປທ ແລະ ການແບ່ງລາຍຮັບທີ່ໄດ້ຈາກການ
ຂາຍໄມ້, ພ້ອມ​ທັງປຶກສາຫາລື ກ່ຽວກັບ​ ຮ່າງແບບຟອມອອກອະນຸຍາດນຳເຂົ້າ ແລະ ສົ່ງອອກສິນຄ້າທີ່​ກຳ​ລັງ​ມີ​ການ
​ປັບ​ປຸງ​ໃໝ່.

ສຳ​ລັບຂັ້ນ​ຕອນ​ຂອງ​ການຄົ້ນ​ຄວ້າ​ລາ​ຄາ​ພັນ​ທະ​ໄມ້ ສົກປີ 2013/2014 ມີຂັ້ນ​ຕອນ​ດັ່ງ​ນີ້:
1)ສັງ​ລວມ​ຂໍ້​ມູນ​ຈາກ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ, ຂໍ້​ມູນ​ຊື້​-ຂາຍ​ຕົວ​ຈິງ ຢູ່​ຕະຫຼາດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ແນວ​ໂນ້ມ​ລາຄາ ແລະ ຊະ​ນິດໄມ້​ທີ່ພົ້ນ​ເດັ່ນ;
2)ປັບ​ປຸງ​ລາ​ຄາ, ໂດຍ​ອີງ​ຕາມ​ຂໍ້​ມູນ​ທີ່​ໄດ້​ສັງ​ລ​ວມ​ມາ​ຈາກ​ຂັ້ນ​ຕອນ​ທີ 01 ແລ້ວຈຶ່ງ​ພິ​ຈາ​ລະ​ນາ ແລະ ຄົ້ນ​ຄວ້າເພື່ອ​ໃຫ້​ໄດ້​ລ​າ​ຄາ​ທີ່​ເໝາະ​ສົມ​ຕາມ​ສ​ະ​ພາບ​ການ​ຕົວ​ຈິງ;
3)ສົ່ງຮ່າງ​ລາ​ຄາ​ໃຫ້​ຂະ​ແໜງ​ການ​ກ່ຽວ​ຂ້ອງ​ປະ​ກອບ​ຄຳ​ເຫັນ;
4)ຈັດ​ປະ​ຊຸ​ມ ປຶກ​ສາ​ຫາ​ລື​ພາຍ​ໃນ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ກ່ຽວ​ກັບ ຄຳ​ເຫັນຂະ​ແໜງ​ການ​ກ່ຽວ​ຂ້ອງ ພິ​ຈາ​ລະ​ນາປັບ​ປຸງ​ລາ​ຄາອີກ​ຄັ້ງ;
5)ປັບລາ​ຄາ ​ຕາມ​ການ​ຕົກ​ລົງ​ ຂອງກອງ​ປະ​ຊຸມ​ປຶກ​ສາ​ຫາ​​ລືພາຍ​ໃນ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ;
6)ສົ່ງ​ຮ່າງ​ລາ​ຄາ​ໃຫ້​ຂະ​ແໜງ​ການ​ກ່ຽວ​ຂ້ອງ ​ປະ​ກອບ​ຄຳ​ເຫັນຕື່ມ;
7)ປັບ​ລາ​ຄາ​ຄັ້ງ​ສຸດ​ທ້າຍ, ໂດຍພິ​ຈາ​ລະນ​າຕາມ​ການປະ​ກອບ​ຄຳ​ເຫັນ ​ຂອງ​ຂະ​ແໜງ​ການ​ກ່ຽວ​ຂ້ອງ ໃນ​ຂັ້ນ​ຕອນທີ 06;
8)ເມື່ອ​ສຳ​ລັດ​ຂັ້ນ​ຕອນ​ທີ 07 ຈາກນັ້ນຈຶ່ງນຳ​ສະ​ເໜີ​ລັດ​ຖະ​ບານພິ​ຈາ​ລະ​ນາ;

     ພາຍຫຼັງທີ່ລັດຖະບານພິຈາລະນາເຫັນດີ, ຫ້ອງວ່າ​ການລັດ​ຖະ​ບານ ຈຶ່ງອອກແຈ້ງ​​ການເລື່ອງ “ທິດ​ຊີ້​ນຳ ກ່ຽວ​ກັບ ລາ​ຄາ​
ພັນ​ທະ​ໄມ້ ສົກ​ປີ 2013-2014 ສະ​ບັບເລກ​ທີ 706/ຫລບ.ກ​ລ​ຂ, ລົງ​ວັນ​ທີ 28 ພຶດ​ສະ​ພາ 2014”. ເພື່ອເປັນພື້ນຖານໃຫ້
ກະຊວງອຸດສາຫະກຳ ແລະ ການຄ້າ, ອອກແຈ້ງການ ກ່ຽວ​ກັບ ​ລາ​ຄາ​ພັນ​ທະ​ໄມ້​ທ່ອນ​ສະ​ໜາມ II ແລະ ລາ​ຄາ​ພັນ​ທະ​ໄມ້
ສົ່ງ​ອອກ​ຕ່າງ​ປະ​ເທດ​ປະ​ຈຳ​ ສົກ​ປີ 2013-2014 ສະ​ບັບເລກ​ທີ 0992/ອ​ຄ.ກ​ຂອ. ລົງ​ວັນ​ທີ 29 ພຶດ​ສະ​ພາ 2014 ເພື່ອໃຫ້
ທົ່ວປະເທດ ເລີ່ມຈັດຕັ້ງປະຕິບັດ.

ສຳລັບການ​ຄິດ​ໄລ່​ລາ​ຄາ​ພັນ​ທະ​ໄມ້ ໄດ້​ຈຳ​ແນກ​ປະເພດ ໄມ້ທີ່​ມີ​ລັກ​ສະ​ນະແຕກ​ຕ່າງ​ກັນ ແລະ ມີ​ລາຄາພັນ​ທະ​ທີ່ແຕກ
ຕ່າງ​ກັນ ຕາມປະເພດ ແລະ ຕາມການຈັດເກຣດ. ເຊິ່ງ​ລາຄາພັນທະໄມ້ ແມ່ນຖືກກຳນົດຢູ່ທີ່ ສະໜາມ II ແລະ ໄດ້ຈັດແບ່ງ
ເປັນຮູບແບບ ຄື: ໄມ້ທ່ອນເພື່ອປຸງແຕ່ງພາຍໃນ ເປັນຜະລິດຕະພັນສຳເລັດຮູບ, ໄມ້ທ່ອນສົ່ງອອກຕ່າງປະເທດ, ໄມ້ຕີຕັບ
ສົ່ງອອກຕ່າງປະເທດ ແລະ ໄມ້ແປຮູບສົ່ງອອກຕ່າງປະເທດ. ເຊິ່ງ​ໂຄງ​ສ້າງ​ຂອງລາຄາພັນທະໄມ້ ປະກອບມີ: 1) ຄ່າສຳຫຼວດ
(ກ່ອນຂຸດຄົ້ນ, ໝາຍກາຕົ້ນຕັດ, ຫຼັງຂຸດຄົ້ນ), 2) ຄ່າພັນທະປູກໄມ້ແທນຄືນ (ຄ່າປູກໄມ້ທົດແທນ, ຄ່າຄຸ້ມຄອງ) ແລະ 3) ຄ່າຊັບພະຍາກອນ.

ໃນກອງປະຊຸມ ບັນດານັກສຳມະນາກອນ ໄດ້ໃຫ້ຄວາມສົນໃຈສູງຕໍ່ກັບເນື້ອໃນການເຜີຍແຜ່ຄັ້ງນີ້ ຊຶ່ງເຫັນໄດ້ໃນການ
ເອົາໃຈໃສ່ ຕິດຕາມການບັນຍາຍ ຂອງນັກວິທະຍາກອນ, ແລກປ່ຽນຄໍາຄິດ ຄໍາເຫັນ, ປະສົບການຕົວຈິງທີ່ໄດ້ພົບມາ,
ການຕັ້ງຄໍາຖາມ ໃສ່ບາງຈຸດ ທີ່ບໍ່ທັນຈະແຈ້ງ ແລະ ບໍ່ທັນເຂົ້າໃຈ. ໂດຍສະເພາະແມ່ນ ລະບຽບການ ໃນການອອກໃບຢັ້ງຢືນ ແຫຼ່ງກໍາເນີດສິນຄ້າ, ການຈັດຕັ້ງປະຕິບັດ ລາຄາພັນທະໄມ້ສົກປີ 2013 – 2014 ແລະ ບັນຫາອື່ນໆ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.