ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ       ເລກທີ 1797 / ອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 18 ທັນວາ 2006

ເຖິງ: ທ່ານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງວຽງຈັນ

ເລື້ອງ: ການມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ເປັນຜູ້ຄຸ້ມຄອງ ແລະ ອອກອະນຸຍາດ ນຳເຂົ້າລົດ ຮັບໃຊ້ການຜະລິດທາງກົງ.

  • ອີງຕາມຂໍ້ກຳນົດວ່າດ້ວຍການຄຸ້ມຄອງການນຳເຂົ້າ ແລະ ຈຳໜ່າຍລົດ ເລກທີ 0105/ກຄ.ຕປທ, ລົງວັນທີ 25/1/2002.
  • ອີງຕາມແຈ້ງການກ່ຽວກັບລາຍການສິນຄ້າທີ່ຄວບຄຸມການນຳເຂົ້າ ແລະ ສົ່ງອອກ ສະບັບເລກທີ 1376/ກອຄ.ກຂອ,ນຍ ລົງວັນທີ 10/10/2006.
  • ອີງຕາມແຈ້ງການຂອງຄະນະກຳມະການແຜນການ ແລະ ການລົງທຶນພາຍໃນ ແລະ ຕ່າງປະເທດ ສະບັບເລກທີ 364/ຄລຫ.ຫກ, ລົງວັນທີ 17/3/2006 ກ່ຽວກັບການເຊັນອະນຸຍາດ ນຳເຂົ້າວັດຖຸດິບ, ວັດຖຸອຸປະກອນ, ເຄື່ອງຈັກ ແລະ ພາຫະນະ ຮັບໃຊ້ວຽກງານທາງກົງ ຂອງບໍລິສັດລົງທຶນ ພາຍໃນ ແລະ ຕ່າງປະເທດ.

ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງມາຍັງທ່ານຊາບວ່າ: ເພື່ອເປັນການສົ່ງເສີມ ການລົງທຶນ ແລະ ເພື່ອປັບປຸງຂັ້ນຕອນການນຳເຂົ້າ ແລະ ສົ່ງອອກ ໃຫ້ສະດວກ ແລະ ສອດຄ່ອງກັບສະພາບປະຈຸບັນ, ຈຶ່ງແຈ້ງມາຍັງທ່ານ ປະຕິບັດດັ່ງນີ້:

1.   ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ເປັນຜູ້ຄຸ້ມຄອງ ແລະ ອະນຸຍາດການນຳເຂົ້າລົດຮັບໃຊ້ການຜະລິດທາງກົງ ທີ່ໄດ້ຮັບນະໂຍບາຍຫຼຸດຜ່ອນພາສີ-ອາກອນ 1% ຫຼື ຍົກເວັ້ນພາສີ-ອາກອນ ຈາກປະທານຄະນະກຳມະການລົງທຶນພາຍໃນ ແລະ ຕ່າງປະເທດ ຂັ້ນແຂວງ, ນະຄອນຫຼວງວຽງຈັນ. ລົດຮັບໃຊ້ການຜະລິດທາງກົງ ໝາຍເຖິງ: ລົດດ້າມ, ລົດບັນທຸກ, ລົດດຸດ, ລົດເກດ, ລົດຈົກ, ລົດລາກ, ລົດໂລ, ລົດຂົນສົ່ງ, ລົດເມຂະໜາດ 16 ບ່ອນນັ່ງຂຶ້ນໄປ, ລົດໄຖນາທຸກປະເພດ, ລົດນ້ຳ, ລົດຂົນສົ່ງນ້ຳມັນ, ລົດສີດຢາງ, ລົດໂຮງໝໍ, ລົດດັບເພີງ ແລະ ປະເພດອື່ນໆ ທີ່ມີລັກສະນະຮັບໃຊ້ການຜະລິດທາງກົງ.

2.   ຫຼັກການອະນຸຍາດ: ອະນຸຍາດຕາມແບບຟອມທີ່ໄດ້ຄັດຕິດມາພ້ອມນີ້, ມີ 6 ໃບ, ສຳເນົາ 2 ໃບ ແລະ ສົ່ງໃຫ້ຜູ້ນຳເຂົ້າ 4 ໃບ, ເອກະສານຊຸດໜຶ່ງສາມາດອະນຸຍາດ ນຳເຂົ້າລົດໄດ້ຫຼາຍຄັນ. ເອກະສານທີ່ປະກອບມີຄື: ໃບທະບຽນວິສາຫະກິດ, ໃບແຈ້ງລາຄາ, ເອກະສານອະນຸມັດ ຈາກຄະນະກຳມະການແຜນການ ແລະ ການລົງທຶນ ແຂວງ, ນະຄອນຫຼວງວຽງຈັນ.

3.   ດ່ານທີ່ອະນຸຍາດໃຫ້ເຂົ້າໄດ້ ສະເພາະແຕ່ ດ່ານສາກົນທີ່ເປີດເປັນທາງການເທົ່ານັ້ນ.

4.   ການເກັບຄ່າທຳນຽມຈາກການບໍລິການນຳເຂົ້າລົດ: ຜູ້ນຳເຂົ້າລົດຕ້ອງຈ່າຍຄ່າທຳນຽມ ແບບຟອມໃຫ້ໜ່ວຍງານ ທີ່ອອກອະນຸຍາດ ຈຳນວນ 7.000 ກີບ (ເຈັດພັນກີບ) ຕໍ່ຊຸດ. ນອກຈາກນັ້ນ ບໍ່ໃຫ້ເກັບຄ່າບໍລິການ ຫຼື ຄ່າໃຊ້ຈ່າຍຕ່າງໆ ຕື່ມອີກເດັດຂາດ.

5.   ການລາຍງານຂໍ້ມູນການນຳເຂົ້າລົດ: ໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ລາຍງານຂໍ້ມູນ ການນຳເຂົ້າລົດ ຂອງພາກສ່ວນດັ່ງກ່າວ ເປັນແຕ່ລະອາທິດ ໃຫ້ກົມການນຳເຂົ້າ ແລະ ສົ່ງອອກ ຕາມຕາຕະລາງ ທີ່ໄດ້ຄັດຕິດມາພ້ອມນີ້.

6.   ສິ່ງທີ່ຄວນເອົາໃຈໃສ່: ໃຫ້ອະນຸຍາດສະເພາະແຕ່ລົດ ທີ່ນຳເຂົ້າມາເພື່ອຮັບໃຊ້ການຜະລິດທາງກົງ ທີ່ໄດ້ລະບຸໄວ້ໃນຂໍ້ 1. ຂ້າງເທິງເທົ່ານັ້ນ. ບໍ່ໃຫ້ອະນຸຍາດລົດຮັບໃຊ້ບໍລິຫານ ເຊັ່ນ: ລົດເກັງ, ລົດກະບະ, ລົດຈິບ, ລົດຕູ້ 15 ບ່ອນນັ່ງລົງມາ, ລົດຈັກ ແລະ ສິ້ນສ່ວນປະກອບ ລົດເປັນຄັນ ທຸກປະເພດ.

7.   ມອບໃຫ້ກົມການນຳເຂົ້າ ແລະ ສົ່ງອອກ ລົງແນະນຳ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ໃນການຈັດຕັ້ງປະຕິບັດ ເພື່ອຫຼີກເວັ້ນຊ່ອງຫວ່າງ ແລະ ເພື່ອແກ້ໄຂຂໍ້ຫຍຸ້ງຍາກ ໃຫ້ທັນເວລາ.

8.   ແຈ້ງການສະບັບນີ້ ເລີ່ມຈັດຕັ້ງໄດ້ ນັບແຕ່ວັນທີ 01/01/2007 ເປັນຕົ້ນໄປ.

ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມນີ້.

(ຮອງ) ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ

(ເຊັນ ແລະ ປະທັບຕາ)
ສຽວສະຫວາດ ສະແຫວງສຶກສາ

ນຳສົ່ງ:

  • ກອງເລຂາລັດຖະບານ “ເພື່ອລາຍງານ”
  • ຄະນະກຳມະການແຜນການ ແລະ ການລົງທຶນ “ເພື່ອຊາບ”
  • ກະຊວງ ຄຂປກ “ເພື່ອຊາບ”
  • ກະຊວງການເງິນ “ເພື່ອຊາບ”
  • ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ “ເພື່ອຊາບ”

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Decision on authorization to MOIC’s province and the capital for import management and licensing of vehicle for direct production No. 1797/MOIC.DIMEX PDF
2 ຂໍ້ຕົກລົງ ວ່າດ້ວຍ ການມອບໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ເປັນຜູ້ຄຸ້ມຄອງ ແລະ ອອກອະນຸຍາດນຳເຂົ້າ ລົດຮັບໃຊ້ ການຜະລິດໂດຍກົງ ເລກທີ 1797/ອຄ.ກຂອ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.