ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກຳ ແລະປ່າໄມ້                                ເລກທີ 2592/ກປ
ນະຄອນຫຼວງວຽງຈັນ, ວັນທີ 15 ສິງຫາ 2014

ຄຳສັ່ງ
ຂອງລັດຖະມົນຕີ
ກ່ຽວກັບ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ກວດກາຝຸ່ນ,
ແນວພັນພືດ ແລະຢາຂ້າຫຍ້າ ລວມທັງຢາປາບສັດຕູພືດອື່ນໆ ທີ່ນຳໃຊ້ຢູ່ ສປປ ລາວ

ເຖິງ:   -   ທ່ານຫົວໜ້າຫ້ອງການ, ບັນດາກົມ ແລະສະຖາບັນອ້ອມຂ້າງກະຊວງກະສິກໍາ ແລະປ່າໄມ້;

          -     ທ່ານ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ປະຈໍາແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວ ປະເທດ.

-     ອີງຕາມກົດໝາຍວ່າດ້ວຍກະສິກຳ ສະບັບເລກທີ 01/98 ສພຊ, ລົງວັນທີ 10 ຕຸລາ 1998;
-     ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 262/ນຍ, ລົງວັນທີ 28 ມິຖຸນາ 2012 ວ່າດ້ວຍການ ຈັດຕັ້ງ ແລະການເຄື່ອນໄຫວຂອງກະຊວງກະສິກໍາ ແລະປ່າໄມ້;
-     ອີງຕາມໜັງສືສະເໜີຂອງກົມປູກຝັງ ສະບັບເລກທີ 1023/ກປຝ, ລົງວັນທີ 30 ກໍລະກົດ 2014.

ໃນໄລຍະຜ່ານມາ, ບັນດາຂະແໜງການອ້ອມຂ້າງສູນກາງ ແລະອໍານາດການປົກຄອງທ້ອງຖິ່ນທຸກຂັ້ນ ໄດ້ ໃຫ້ການຮ່ວມມືເປັນຢ່າງດີ ຕໍ່ກັບການຄຸ້ມຄອງ, ຕິດຕາມ ແລະກວດກາການນຳເຂົ້າປັດໄຈຮັບໃຊ້ການຜະລິດກະ ສິກໍາ ເປັນຕົ້ນແມ່ນຝຸ່ນ, ແນວພັນພືດ ແລະຢາປາບສັດຕູພືດ ອັນໄດ້ເຮັດໃຫ້ຊາວກະສິກອນ ແລະຜູ້ປະກອບການ ໄດ້ຊົມໃຊ້ປັດໄຈຮັບໃຊ້ການຜະລິດທີ່ມີຄຸນນະພາບ, ຖືກຕ້ອງຕາມມາດຕະຖານເຕັກນິກ ແລະລະບຽບກົດໝາຍ ເຊິ່ງໄດ້ປະກອບສ່ວນເຂົ້າໃນການຍົກສະມັດຕະພາບການຜະລິດໃຫ້ສູງຂຶ້ນ, ສ້າງລາຍຮັບໃຫ້ຊາວກະສິກອນ ແລະ ຜູ້ປະກອບການ ໄດ້ເປັນຢ່າງດີ; ແຕ່ຄຽງຄູ່ກັນນັ້ນ ກໍຍັງມີຜູ້ປະກອບການຈຳນວນໜຶ່ງ ນໍາເຂົ້າປັດໄຈຮັບໃຊ້ການຜະລິດ ເຊັ່ນ: ຝຸ່ນ, ແນວພັນພືດ ແລະຢາປາບສັດຕູພືດ ໂດຍສະເພາະຢາຂ້າຫຍ້າທີ່ຫ້າມນຳໃຊ້ ແຕ່ຊໍ້າພັດລັກລອບ ນໍາເຂົ້າ, ຈໍາໜ່າຍ ແລະນໍາໃຊ້ ຢ່າງຊະຊາຍໂດຍບໍ່ຄຳນຶງເຖິງຜົນກະທົບຕໍ່ຄົນ, ສັດ, ພືດ ແລະສິ່ງແວດລ້ອມ ອັນໄດ້ ສ້າງພາບພົດບໍ່ດີໃຫ້ແກ່ການຊີ້ນຳ - ນຳພາທາງດ້ານເຕັກນິກວິຊາການ ຂອງຂະແໜງການກະສິກຳ ແລະປ່າໄມ້, ເຮັດໃຫ້ຊາວກະສິກອນ ໄດ້ຮັບຜົນກະທົບທາງລົບ, ອັບປະໂຫຍດ, ຫຼຸບທຶນ, ເກີດມີໜີ້ສິນ ແລະສ້າງຄວາມຫຍຸ້ງ ຍາກໃຫ້ແກ່ສັງຄົມ ແລະປະເທດຊາດ.

ເພື່ອແກ້ໄຂບັນຫາດັ່ງກ່າວ, ແນໃສ່ບັນລຸຄາດໝາຍສູ້ຊົນຜະລິດກະສິກຳ  ໂດຍສະເພາະການຜະລິດເຂົ້າລວມ ທົ່ວປະເທດ ບໍ່ຫຼຸດ 4,2 ລ້ານໂຕນໃນປີ 2015 ແລະ 5 ລ້ານໂຕນໃນປີ 2020,

ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ອອກຄຳສັ່ງ:

1.  ໃຫ້ ພະແນກກະສິກຳ ແລະປ່າໄມ້ປະຈຳແຂວງ, ນະຄອນຫຼວງ ຊີ້ນຳຂະແໜງປູກຝັງ, ດ່ານປ້ອງກັນພືດສາກົນ,

ຫ້ອງການກະສິກຳ ແລະປ່າໄມ້ປະຈໍາເມືອງ, ດ່ານປະເພນີ ແລະໜ່ວຍງານປູກຝັງເມືອງ ໃນການຄຸ້ມຄອງກວດ ກາການນຳເຂົ້າຝຸ່ນ, ແນວພັນພືດ ແລະຢາປາບສັດຕູພືດ ໂດຍສະເພາະຢາຂ້າຫຍ້າ ຈາກຕ່າງປະເທດ ເຂົ້າມາ ພາຍໃນທ້ອງຖິ່ນຂອງຕົນ ຢ່າງເຂັ້ມງວດ ຕາມເຕັກນິກ ແລະລະບຽບການ ໂດຍມີການປະສານສົມທົບກັບຂະ ແໜງການກ່ຽວຂ້ອງ ເປັນຕົ້ນຂະແໜງອຸດສາຫະກໍາ ແລະການຄ້າ, ພາສີ, ປກສ ແລະອົງການປົກຄອງທ້ອງ ຖິ່ນທຸກຂັ້ນ;

2.  ບໍ່ອະນຸຍາດໃຫ້ ໂຄງການພັດທະນາ ພາກລັດ, ພາກທຸລະກິດ ແລະຜູ້ປະກອບການ ທັງພາຍໃນ ແລະຕ່າງປະ ເທດນຳເຂົ້າຝຸ່ນ, ແນວພັນພືດ ແລະຢາປາບສັດຕູພືດ ໂດຍສະເພາະຢາຂ້າຫຍ້າ ທີ່ບໍ່ໄດ້ຈົດທະບຽນວິຊາການ ຕາມລະບຽບກົດໝາຍຂອງ ສປປ ລາວ;

3.  ໃຫ້ ກົມປູກຝັງ ຈັດສົ່ງ ບັນຊີ ຝຸ່ນ, ແນວພັນພືດ ແລະຢາປາບສັດຕູພືດ ທີ່ໄດ້ຮັບການຈົດທະບຽນວິຊາການ ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ແລະບັນຊີຢາປາບສັດຕູພືດທີ່ໄດ້ຍົກເລີກນຳໃຊ້ໃນ ສປປ ລາວ ໃຫ້ ພະແນກກະສິກຳ ແລະປ່າໄມ້ປະຈຳແຂວງ, ນະຄອນຫຼວງ ເພື່ອແຈ້ງຕໍ່ໃຫ້ແກ່ ຂະແໜງປູກຝັງແຂວງ, ໜ່ວຍງານປູກຝັງເມືອງ ແລະດ່ານປ້ອງກັນພືດສາກົນ ໃຫ້ທັນພາຍໃນເດືອນມັງກອນຂອງທຸກໆປີ. ໃນກໍລະນີ ມີການຈົດທະບຽນພາຍຫຼັງຈັດສົ່ງບັນຊີໄປແລ້ວນັ້ນ ແມ່ນໃຫ້ກົມປູກຝັງ ຮີບຮ້ອນແຈກຢາຍ ໂດຍກົງຢ່າງທົ່ວເຖິງ ໃຫ້ແກ່ອົງການຄຸ້ມຄອງທຸກຂັ້ນ;

4.  ໃຫ້ ກົມຄຸ້ມຄອງ ແລະພັດທະນາທີ່ດິນກະສິກຳ ເປັນເຈົ້າການຈັດຕັ້ງປະຕິບັດການວິໄຈ, ຢັ້ງຢືນຄຸນນະພາບ ແລະຄວາມຖືກຕ້ອງ ຂອງມາດຕະຖານຝຸ່ນ ສຳລັບການປູກຝັງ ທີ່ຜະລິດຢູ່ພາຍໃນ ແລະນຳເຂົ້າຈາກຕ່າງປະ ເທດ;

5.  ໃຫ້  ພະແນກກະສິກຳ ແລະປ່າໄມ້ປະຈຳແຂວງ, ນະຄອນຫຼວງ ປະສານສົມທົບກັບ ຂະແໜງການກ່ຽວຂ້ອງ ແລະອົງການປົກຄອງທ້ອງຖິ່ນ ຊີ້ນຳຂະແໜງປູກຝັງແຂວງ, ຫ້ອງການກະສິກຳ ແລະປ່າໄມ້ເມືອງ, ໜ່ວຍງານ ປູກຝັງເມືອງ ໃນການຄຸ້ມຄອງ, ກວດກາການບໍລິການຈຳໜ່າຍຝຸ່ນ, ແນວພັນພືດ ແລະຢາປາບສັດຕູພືດ ໂດຍ ສະເພາະຢາຂ້າຫຍ້າ ພາຍໃນທ້ອງຖິ່ນຂອງຕົນ ຕາມລະບຽບກົດໝາຍ, ລວມທັງກວດກາລາດຕະເວັນພາຫະ ນະທີ່ບັນທຸກຝຸ່ນ, ຢາປາບສັດຕູພືດ ແລະແນວພັນພືດ ທີ່ເລາະຂາຍ ແລະຈຳໜ່າຍ ຕາມບ້ານ ແລະກຸ່ມບ້ານ ຕ່າງໆ ພາຍໃນທ້ອງຖິ່ນຂອງຕົນ;

6.  ໃຫ້ ກົມປູກຝັງ ສ້າງຄູ່ມືການຄຸ້ມຄອງກວດກາຝຸ່ນ, ແນວພັນພືດ ແລະຢາປາບສັດຕູພືດ ໃຫ້ແກ່ ໜ່ວຍງານກວດກາຢາປາບສັດຕູພືດ ທຸກຂັ້ນ ແລະເຈົ້າໜ້າທີ່ປ້ອງກັນພືດປະຈຳດ່ານຊາຍແດນ ເພື່ອເປັນເຄື່ອງມືຄຸ້ມຄອງ ກວດກາທາງດ້ານເຕັກນິກວິຊາການ ໃນການປະຕິບັດວິຊາສະເພາະ ຕາມມາດຕະຖານສາກົນ;

7.  ໃຫ້ ພະແນກກະສິກຳ ແລະປ່າໄມ້ປະຈຳແຂວງ, ນະຄອນຫຼວງ ຊີ້ນໍາຂະແໜງປູກຝັງ ສົມທົບກັບຂະແໜງ ສົ່ງເສີມກະສິກຳ ແລະສະຫະກອນ, ສູນບໍລິການເຕັກນິກກະສິກຳ ແລະປ່າໄມ້ ແລະອົງການປົກຄອງທ້ອງຖິ່ນ

ເຜີຍແຜ່, ໃຫ້ຄວາມຮູ້ ແກ່ຊາວກະສິກອນ, ກຸ່ມຜະລິດ  ແລະຜູ້ປະກອບການ ກ່ຽວກັບການເກັບຮັກສາ ແລະນຳໃຊ້ ຝຸ່ນ, ແນວພັນພືດ ແລະຢາປາບສັດຕູພືດ ໂດຍສະເພາະຢາຂ້າຫຍ້າ ຖືກຕ້ອງຕາມຫຼັກວິຊາການ;

8.  ມອບໃຫ້ ບັນດາກົມ ແລະສະຖາບັນອ້ອມຂ້າງກະຊວງ, ພະແນກກະສິກຳ ແລະປ່າໄມ້ປະຈຳແຂວງ, ນະຄອນ ຫຼວງ ຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ ໃຫ້ມີຜົນສຳເລັດສູງ. ຜ່ານການຈັດຕັ້ງປະຕິບັດ ມີຂໍ້ສະດວກ, ຫຍຸ້ງຍາກ ແນວໃດ ໃຫ້ລາຍງານການນຳກະຊວງກະສິກຳ ແລະປ່າໄມ້ ຊາບເປັນປົກກະຕິ;

9.  ຄຳສັ່ງສະບັບນີ້ ມີຜົນສັກສິດ ແລະນໍາໃຊ້ໄດ້ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

                                                        ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້

# ຫົວຂໍ້ ດາວໂຫຼດ
1 Ministerial Order on Enhancing the restriction on inspection and management on fertilizer, seeds and Pesticide which are used in Lao PDR No. 2592/MAF,Dated 15 August 2014 PDF
2 ຄຳສັ່ງ ຂອງລັດຖະມົນຕີ ກ່ຽວກັບ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ກວດກາຝຸ່ນ, ແນວພັນພືດ ແລະຢາຂ້າຫຍ້າ ລວມທັງຢາປາບສັດຕູພືດອື່ນໆ ທີ່ນຳໃຊ້ຢູ່ ສປປ ລາວ ເລກທີ 2592/ກປ, ລົງວັນທີ 15 ສິງຫາ 2014 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງໄດ້ຮັບການກວດກາຝຸ່ນນຳເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ຝຸ່ນນຳເຂົ້າ ຕ້ອງໄດ້ຮັບການກວດກາໂດຍເຈົ້າໜ້າທີ່ປ້ອງກັນພືດທີ່ດ່ານພາສີນຳເຂົ້າ
  1. ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ການຄຸ້ມຄອງຝຸ່ນ ໃນ ສປປ ລາວ ເລກທີ 2169/ກປ, ລົງວັນທີ 24 ຕຸລາ 2013
  2. ຄຳສັ່ງ ຂອງລັດຖະມົນຕີ ກ່ຽວກັບ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ກວດກາຝຸ່ນ, ແນວພັນພືດ ແລະຢາຂ້າຫຍ້າ ລວມທັງຢາປາບສັດຕູພືດອື່ນໆ ທີ່ນຳໃຊ້ຢູ່ ສປປ ລາວ ເລກທີ 2592/ກປ, ລົງວັນທີ 15 ສິງຫາ 2014
9999-12-31 ALL
2 ຕ້ອງໄດ້ຮັບການກວດກາຢາປາບສັດຕູພຶດນຳເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ຢາປາບສັດຕູພືດນຳເຂົ້າ ຕ້ອງໄດ້ຮັບການກວດກາໂດຍເຈົ້າໜ້າທີ່ກັກກັນພືດທີ່ດ່ານນຳເຂົ້າ
  1. ຄຳສັ່ງ ຂອງລັດຖະມົນຕີ ກ່ຽວກັບ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ກວດກາຝຸ່ນ, ແນວພັນພືດ ແລະຢາຂ້າຫຍ້າ ລວມທັງຢາປາບສັດຕູພືດອື່ນໆ ທີ່ນຳໃຊ້ຢູ່ ສປປ ລາວ ເລກທີ 2592/ກປ, ລົງວັນທີ 15 ສິງຫາ 2014
  2. ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.