ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າ
ຫ້ອງການ                                        ເລກທີ: 2261 /ຫອຄ.ກຂອ.ຄຄ
ນະຄອນຫຼວງວຽງຈັນ, ວັນທີ 15 ສິງຫາ 2014

ແຈ້ງການ

ເຖິງ :  -  ທ່ານຫົວໜ້າກົມພາສີ, ກະຊວງການເງິນ
          -  ທ່ານປະທານສະພາບໍລິຫານເຂດນິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນ-ໂນນທອງ
          -  ທ່ານປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ   ຫ້ອງການສະພາການຄ້າ ແລະ ອຸດສາຫະກໍາແຂວງ

ເລື່ອງ : ການນໍາໃຊ້ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ Form AJ ສະບັບປັບປຸງໃໝ່.

      - ອີງໃສ່ບົດບັນທຶກກອງປະຊຸມຄະນະກໍາມະການດ້ານລະບຽບແຫຼ່ງກໍາເນີດສິນຄ້າອາຊຽນ-ຍີ່ປຸ່ນ ຄັ້ງທີ 9, ລະຫວ່າງ 18-21 ມີນາ 2014 ກ່ຽວກັບການຕົກລົງເຫັນດີປັບປຸງ Form AJ.

 ຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ນັບແຕ່ວັນທີ 1 ຕຸລາ 2014 ເປັນຕົ້ນໄປ ຈະໄດ້ເລີ່ມນໍາໃຊ້ Form AJ (ພາຍໃຕ້ຂອບສັນຍາ ການຄ້າເສລີອາຊຽນ-ຍີ່ປຸ່ນ) ສະບັບປັບປຸງໃໝ່, ຊຶ່ງໄດ້ມີການປັບປຸງຫົວຂໍ້ຂອງຫ້ອງທີ 9 ຈາກ ຄໍາວ່າ “Quantity (gross or net weight or other quantity) and value, e.g. FOB if required by exporting Party” ມາເປັນ “Gross weight or other quantity and value (FOB) only when RVC criterion is used”, ແລະ ໄດ້ເພີ່ມຄຳອະທິບາຍອີກໜຶ່ງຫົວຂໍ້ໃສ່ດ້ານ ຫຼັງຂອງໃບຟອມ ຄື: FREE-ON-BOARD (FOB) VALUE: The FOB value in Box 9 shall be reflected only when the Regional Value Content criterion is applied in determining the origin of goods. The CO (Form AJ) issued to and from Cambodia and Myanmar shall reflect the FOB value, regardless of the origin criteria used, for the next two (2) years upon the implementation of this new arrangement”

Form AJ ສະບັບປະຈຸບັນ ແມ່ນສາມາດນໍາໃຊ້ຄວບຄູ່ກັບ Form AJ ສະບັບປັບປຸງໃໝ່ ໄດ້ 6 ເດືອນ ຫຼື ຮອດວັນທີ 31 ມີນາ 2015. ຫຼັງຈາກນັ້ນ ຫຼື ເລີ່ມຈາກວັນທີ 1 ເມສາ 2015 ເປັນຕົ້ນໄປ ແມ່ນໃຫ້ນໍາໃຊ້ແຕ່ຟອມສະບັບປັບປຸງໃໝ່ ຢ່າງດຽວເທົ່ານັ້ນ. ສະນັ້ນ, ຢູ່ໃນຊ່ວງນີ້ ບໍ່ ຄວນສັ່ງພິມ Form AJ ສະບັບປະຈຸບັນໄວ້ເປັນຈໍານວນຫຼາຍ ເພື່ອຫຼີກລ້ຽງການນໍາໃຊ້ບໍ່ໝົດ ເຮັດໃຫ້ສິ້ນເປືອງງົບປະມານໂດຍບໍ່ຈໍາເປັນ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ກະກຽມຈັດຕັ້ງປະຕິບັດ ພ້ອມທັງແຈ້ງໃຫ້ ພາກສ່ວນທີ່ກ່ຽວຂ້ອງທີ່ຂຶ້ນກັບການຄຸ້ມຄອງຂອງທ່ານຊາບ ແລະ ຈັດຕັ້ງປະຕິບັດໃຫ້ທັນຕາມກຳ ນົດເວລາ.

                                                    ຫົວໜ້າຫ້ອງການ,

ບ່ອນນຳສົ່ງ:

-    ຫົວໜ່ວຍທຸລະກິດທີ່ນຳໃຊ້ Form AJ “ເພື່ອຈັດຕັ້ງປະຕິບັດ”
-    ກົມນະໂຍບາຍການຄ້າຕ່າງປະເທດ “ເພື່ອຊາບ”
-    ກົມອາຊຽນ, ກະຊວງການຕ່າງປະເທດ “ເພື່ອຊາບ”
-    ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງ “ເພື່ອຊາບ”

# ຫົວຂໍ້ ດາວໂຫຼດ
1 Notification on Revised Form AJ for utilizing Certificate of Origin No. 2261/PSO.DIMEX.CO, dated 15 August 2014. PDF
2 ແຈ້ງການ ກ່ຽວກັບ ການນໍາໃຊ້ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ Form AJ ສະບັບປັບປຸງໃໝ່ ສະບັບເລກທີ: 2261/ຫອຄ.ກຂອ.ຄຄ, ລົງວັນທີ 15 ສິງຫາ 2014 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.