ສອງຝ່າຍໄດ້ສະຫຼຸບຕີລາຄາຢ່າງກົງໄປກົງມາ ການຮ່ວມມືໃນໄລຍະຜ່ານມາ ເຫັນວ່າພັກ ແລະ ລັດຖະບານຂອງສອງປະເທດ ໄດ້ໃຫ້ການຊີ້ນໍາ ຢ່າງໃກ້ຊິດຕໍ່ການພົວພັນຮ່ວມມືລະຫວ່າງ ລາວ ແລະ ຫວຽດນາມ ໂດຍສະເພາະການພົວພັນທາງດ້ານເສດຖະກິດ-ການຄ້າຂອງສອງປະເທດ ຊຶ່ງສະແດງອອກໃນຕົວເລກຄ້າລາວ-ຫວຽດນາມ ແມ່ນໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ສະເພາະໃນປີ 2013  ມູນຄ່າການນຳເຂົ້າ-ສົ່ງອອກ ບັນລຸໄດ້ຫຼາຍກວ່າ 1,25 ຕື້ ໂດລາສະຫະລັດ ເພີ່ມຂຶ້ນຫຼາຍກວ່າ 27% ທຽບໃສປີ 2012 ແລະ ໃນ 6 ເດືອນຕົ້ນປີ 2014,  ສາມາດບັນລຸໄດ້ 888,03 ລ້ານ ໂດລາສະຫະລັດ ເພີ່ມຂຶ້ນຫຼາຍກວ່າ 33%  ທຽບໃສ່ໄລຍະດຽວກັນຂອງປີ 2013. ໝາກຜົນອັນນີ້ ສ່ວນໜຶ່ງແມ່ນການປະກອບສ່ວນຢ່າງຕັ້ງໜ້າຂອງພາກລັດ ແລະ ຫົວໜ່ວຍທຸລະກິດ ລາວ ແລະ ຫວຽດນາມ ຊຶ່ງໃນກອງປະຊຸມຄັ້ງນີ້ ກະຊວງ ອຄ ລາວ ແລະ ຫວຽດນາມ ໄດ້ຍ້ອງຍໍ  26 ກົມກອງ ແລະ 18 ບຸກຄົນ ຂອງຝ່າຍຫວຽດນາມ ແລະ 29 ກົມກອງ ແລະ 15 ບຸກຄົນຂອງຝ່າຍລາວ ຕາມລໍາດັບ.

ພ້ອມດຽວກັນນັ້ນ, ສອງຝ່າຍເຫັນວ່າໃນອະນາຄົດ ຈະເພີ່ມຄວາມເອົາໃຈໃສ່ ໃນການເຜີຍແຜ່ບັນດາຂໍ້ມູນຂ່າວສານ ທີ່ຕິດພັນກັບວຽກ ງານການຄ້າຊາຍແດນ ແລະ ສ້າງແຜນໂຄງການພັດທະນາ ການຄ້າຊາຍແດນໃຫ້ຊັດເຈນ ລວມທັງການລະດົມທຶນ ແລະ ດຶງດຸດນັກລົງທຶນ ຈາກທັງພາຍໃນ ແລະ ຕ່າງປະເທດ ເພື່ອເຂົ້າມາຈັດຕັ້ງປະຕິບັດ ແລະ ພັດທະນາຕະຫຼາດຊາຍແດນ ລາວ-ຫວຽດນາມ ໃຫ້ນັບມື້ນັບຫຼາຍຂຶ້ນ ເພື່ອປະກອບສ່ວນໃຫ້ແກ່ການເສີມສ້າງ ສາຍພົວພັນມິດຕະພາບແບບພິເສດ, ຄວາມສາມັກຄີຮອບດ້ານ ແລະ ການຮ່ວມມືຍຸດທະສາດ ຮອບດ້ານ ລາວ-ຫວຽດ ໃຫ້ຈະເລີນຮູ່ງເຮືອງຂຶ້ນໄປເລື້ອຍໆ ແລະ ເພື່ອປະກອບສ່ວນໃຫ້ແກ່ການຜັນຂະຫຍາຍນະໂຍບາຍຫຼຸດຜ່ອນຄວາມ ທຸກຍາກຂອງປະຊາຊົນຂອງ ສປປ ລາວ.

ນອກນັ້ນ, ສອງຝ່າຍ ໄດ້ຮ່ວມກັນລົງນາມໃນບົດບັນທຶກກອງປະຊຸມການຮ່ວມມືພັດທະນາການຄ້າຊາຍແດນ ຄັ້ງທີ IX ເພື່ອເປັນທິດທາງ ໃຫ້ແກ່ການຮ່ວມມືໃນຕໍ່ໜ້າ, ໂດຍສະເພາະແມ່ນການຫັນແຜນແມ່ບົດພັດທະນາຕາໜ່າງຕະຫຼາດຊາຍແດນລາວ-ຫວຽດນາມ ຮອດປີ 2020 ລົງສູ່ການຈັດຕັ້ງປະຕິບັດຕົວຈິງ ແລະ ສ້າງກົນໄກເພື່ອປະເມີນການຈັດຕັ້ງປະຕິບັດໃນປະຈໍາປີ ພ້ອມທັງເລັ່ງການຈັດຕັ້ງປະຕິບັດ ການກວດກາ “ປະຕຸດຽວ, ຈຸດດຽວ” ເພື່ອອໍານວຍຄວາມສະດວກໃຫ້ແກ່ສິນຄ້າເຂົ້າອອກຂອງສອງປະເທດ.

ຄຽງຄຸ່ກັບການຈັດກອງປະຊຸມ ທັງສອງຝ່າຍຍັງໄດ້ຈັດໃຫ້ມີການວາງສະແດງສິນຄ້າຂອງລາວ ແລະ ຫວຽດນາມ ເພື່ອເປັນການຊຸກຍູ້ສົ່ງເສີມ ການພົວພັນຄ້າຂາຍຮ່ວມກັນ ແລະ ໄດ້ໄປຢ້ຽມຢາມພື້ນຖານການຜະລິດ ແລະ ສະຖານທີ່ ມູນເຊື້ອປະຫວັດສາດ ແລະ ບູຮານນະສະຖານ ຂອງແຂວງ ດຽນບຽນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.