ກອງປະຊຸມສຳມະນາ ກ່ຽວກັບ ‘‘ສູນ​ຂໍ້​ມູນ​​ດ້ານການຄ້າອາຊຽນ(ATR), ສູນ​ຂໍ້​ມູນດ້ານ​ການ​ຄ້າ​ແຫ່ງ​ຊາດ (NTR), ມາດ​ຕະການ​ທາງ​ດ້ານ​ການ​ຄ້າ​ທີ່​ບໍ່​ແມ່ນ​ພາສີ (NTMs) ​ແລະ ​ແຈ້ງ​ການ​ກ່ຽວກັບ​ຂັ້ນຕອນ​ຕ່າງໆພາຍ​​ໃຕ້​ສັນຍາ​ວ່າ​ດ້ວຍ​ການ​ຄ້າ​ດ້ານ​ສິນຄ້າ​ອາຊຽນ (ATIGA)’’ ໄດ້ຈັດໃນລະຫວ່າງວັນທີ 20-21 ຕຸລາ 2014, ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ນາງ ມະນີວອນ ວົງໄຊ ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ພາຍ​ໃຕ້​ການສະໜັບສະໜຸນຈາກອົງການ ARISE (ASEAN Regional Integration Support from the EU)  ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 41 ທ່ານ. ກອງປະຊຸມສຳມະນາຄັ້ງນີ້ ​ໄດ້​ດຳ​ເນີນ​ການ​ບັນຍາຍຫຼັກ​ໂດຍ ທ່ານ Paolo R. Vergano ແລະ ທ່ານ ນາງ Eugenia Costanza Laurenza  ຕາງໜ້າ​ອົງການ ARISE ແລະ ທ່ານ Anki Agustrin ຕາງໜ້າຈາກກອງເລຂາອາຊຽນ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອ​ເຜີຍ​ແຜ່​ແນວ​ຄວາມ​ຄິດ​ຂອງ​ ສູນ​ຂໍ້​ມູນສູນ​ຂໍ້​ມູນ​ດ້ານ​ການ​ຄ້າອາຊຽນ (ATR), ສຸນ​ຂໍ້​ມູນດ້ານ​ການ​ຄ້າ​ແຫ່ງ​ຊາດ (NTR), ມາດ​ຕະການ​ທາງ​ດ້ານ​ການ​ຄ້າ​ທີ່​ບໍ່​ແມ່ນ​ພາສີ (NTMs) ​ແລະ ບັນດາ​ແຈ້ງ​ການ​ກ່ຽວກັບ​ຂັ້ນຕອນ​ຕ່າງໆ ພາຍ​ໄຕ້​ສັນຍາ​ວ່າ​ດ້ວຍ​ການ​ຄ້າ​ດ້ານ​ສິນຄ້າ​ອາຊຽນ (ATIGA), ການ​ວິ​ເຄາະ​ບັນດາ​ລະບຽບການ ​ແລະ ນິຕິ​ກຳ​ຕ່າງໆກ່ຽວກັບ​ການ​ຄ້າ, ການວິໄຈກໍລະນີສຶກສາ ໂດຍການນຳໃຊ້ຄູ່ມືການຈັດແບ່ງປະເພດມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີຂອງ UNCTAD 2012 NTM Classification   ເຮັດໃຫ້ນັກສຳມະກອນສາມາດເຂົ້າໃຈວິທີການຈັດປະເພດມາດຕະການ NTMs ຂື້ນຕື່ມ. ນອກ​ນີ້ກົມ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ ກໍ​ຍັງ​ໄດ້ນຳ​ສະ​ເໜີກ່ຽວກັບ​ ສູນ​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ການ​ຄ້າ ຂ​ອງ ສປປ ລາວ ​ເພື່ອ​ຍົກ​ໃຫ້​ເຫັນ​ກ່ຽວກັບ​ບັນ​ດາ​ຂໍ້​ມູນ​ການ​ຄ້າ​ທີ່​ມີ​ຢູ່​​ໃນ LTP ນີ້ ສາມາດ​ປະຕິບັດ​ສອດຄ່ອງ​ຕໍ່ກັບ​ການ​ສ້າງ NTR ຂອງ ສປປ ລາວ​ ພາຍ​ໃຕ້​ສັນຍາ ATIGA ​ໃຫ້​ບັນດາ​ຖັນ​ແຖວ​ພະນັກງານ ​ເພື່ອ​ສ້າງ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ເຂົ້າ​ໃຈ ຕໍ່​ກັບ​ຄວາມ​ສຳຄັນ​ຂອງ​ການ​ນຳ​ໃຊ້​ສູນ​ຂໍ້​ມູນ​ຂ່າວສານ​ດັ່ງກ່າວ.

ກອງປະຊຸມສຳມະ​ນາ​ຄັ້ງນີ້​ ໄດ້​ເປັນ​ການສ້າງຂີດຄວາມສາມາດ ໃຫ້ແກ່ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ຂອງອາຊຽນ ເວົ້າລວມ, ເວົ້າສະເພາະແມ່ນເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ໂດຍແນໃສ່ ວຽກງານຂໍ້ມູນຂ່າວສານທາງດ້ານການຄ້າເປັນພິເສດໃນການສ້າງຄວາມໂປ່ງໃສ່ ທີ່ເປັນຕົວຜັກດັນພື້ນຖານໃນການພັດ ທະນາເສດຖະກິດ-ການຄ້າ-ລົງທຶນ ແລະ ສາມາດຫຼີກລ່ຽງຂໍ້ຄັດແຍ່ງທາງດ້ານການຄ້າໃຫ້ແກ່ຜູ້ປະກອບການ. ເພື່ອເຮັດໃຫ້ສູນຂໍ້ມູນອາຊຽນ ມີເນື້ອໃນຢ່າງສົມບູນ, ຄົບຖ້ວນ, ຫຼາກຫຼາຍ ແລະ ໂປ່ງໃສ. ສະນັ້ນ, ກ່ອນທີ່ຈະມີສູນຂໍ້ມູນ ອາຊຽນທີ່ສົມບູນແບບ ແລະ ບັນດາສະມາຊິກ ອາຊຽນ ກໍ່ຕ້ອງມີສຸນ​ຂໍ້​ມູນ​ແຫ່ງ​ຊາດເປັນຂອງຕົນເອງ ພາຍໃນປີ 2015 ເຊິ່ງຕ້ອງສອດຄອງກັບ ຂໍ້ກຳນົດທີ່ໄດ້ລະບຸໃນສັນຍາ ATIGA ໂດຍອີງຕາມ 09 ຂົງເຂດຂອງຄວາມໂປງໃສ່ ທີ່ຕ້ອງມີຂໍ້ມູນດັ່ງນີ້ :

1) ການຈັດລະຫັດພາສີ;
2) ອັດຕາພາສີ MFN ອັດຕາພາສີທີ່​ປະຕິບັດ​ຕໍ່​ປະ​ເທດ​ທີ່​ໄດ້​ຮັບ​ການ​ອະນຸ​ເຄາະ​ຍິ່ງ,ອັດຕາພາສີລະຫວ່າງອາຊຽນ ກັບ ປະເທດພາຄີອາຊຽນ ແລະ ອັດຕາພາສີ​ CEPT ຫຼື ອັດຕາ​ພາສີ​ພິ​ເສດ ສຳລັບທຸກ​ສິນຄ້າ​ທີ່​ມີ​ການ​ຄ້າ​ນໍາ​ກັນ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ;
3) ລະບຽບແຫຼ່ງກຳເນີດສິນຄ້າ;
4) ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ;
5) ກົດໝາຍການຄ້າ, ກົດໝາຍພາສີ ແລະ ນິຕິກຳອື່ນໆ;
6) ຂັ້ນຕອນ ແລະ ເອກະສານທີ່ຈຳ​ເປັນ;
7) ລະບຽບບໍລິຫານ;
8) ແບບຢ່າງຕົວ​ຈິງທີ່ດີໃນການ ອຳນວຍຄວາມສະດວກທາງດ້ານ ການການຄ້າ; ແລະ
9) ລາຍຊື່ຜູ້ປະກອບການທີ່ໄດ້ຮັບອຸນາຍາດ (ແບບອັດຕະໂນມັດ).

ປັດຈຸບັນ ສູນຂໍ້ມູນຂ່າວສານດ້ານການຄ້າ ສປປ ລາວ ສາມາດບັນບັນລຸໄດ້ 08 ຂົງເຂດແລ້ວ, ສ່ວນຂົງເຂດທີ່ 09 ແມ່ນຢູ່ໃນຂັ້ນຕອນການປັບປຸງຂອງກົມພາສີ. ທ່ານ Paolo R. Vergano ໄດ້ກ່າວວ່າ : ວຽກງານການສ້າງ NTR ຂອງ ສປປ ລາວ ເຫັນໄດ້ວ່າ ສູນຂໍ້ມູນຂ່າວສານທາງດ້ານ ການຄ້າຂອງ ສປປ ລາວ (LTP) ເປັນໜ່ວຍງານໜຶ່ງທີ່ດີທີ່ສຸດ ໃນການດຳເນີນການສ້າງ NTR ໃນປະຈຸບັນ ແລະ ສາມາດເວົ້າໄດ້ວ່າ LTP ເປັນສູນຂໍ້ມູນ ຂ່າວສານທາງດ້ານການຄ້າໜຶ່ງທີ່ດີທີ່ສຸດ ໃນພາກພື້ນ ແລະ ສາກົນ.

ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ໃຫ້ຮູ້ວ່າ Lao Trade Portal ເປັນເວັບໄຊ໌ທີ່ອາດຈະມີຄວາມແຕກຕ່າງຈາກເວັບໄຊ໌ອື່ນໆ ຢູ່ບ່ອນວ່າ ເປັນ​ເວັບ​ໄຊ້ທີ່​ເຕັມ​ໄປ​ດ້ວຍ​ພະລັງ​ແນວ​ຄິດ​ສ້າງສັນ ແລະ ມີຖານ​ຂໍ້​ມູນເຊິ່ງບັນຈຸ ມີບັນດາຂໍ້ມູນຂ່າວສານ ເຊັ່ນ: ອັດຕາພາສີ, ນິຕິກຳກົດໝາຍ, ຂັ້ນຕອນການນຳເຂົ້າ-ສົ່ງອອກ, ແບບຟອມຂໍອະນຸຍາດ ແລະ ອື່ນໆ ເຊິ່ງບັນດາຂໍ້ມູນສາມາດຄົ້ນຫາໄດ້ຢ່າງສະດວກ ໂດຍອີງໃສ່ເງື່ອນໄຂ ທີ່ຕ້ອງໃຫ້ມີ ຂໍ້ມູນທັງ 9 ຂົງເຂດ ເຊິ່ງລະບຸໄວ້ໃນມາດຕາ 13 ຂອງ ATIGA.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.