ກອງປະຊຸມຝຶກອົບຮົມອາຊຽນ ກ່ຽວກັບ ການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍ ຂອງປ່າໄມ້ ຄັ້ງທີ 4 ໄດ້ຈັດຂຶ້ນໃນ ລະຫວ່າງວັນທີ 22 – 24 ຕຸລາ 2014 ທີ່ໂຮງແຮມດອນຈັນພາເລດ ໂດຍມີກອງເລຂາອາຊຽນ, ມີຕົວແທນຈາກພາກລັດ ແລະ ແຜນງານບັງຄັບໃຊ້ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ສະຫະພາບເອີລົບ ໄດ້ຮ່ວມກັນຈັດກອງປະຊຸມດັ່ງກ່າວນີ້ຂຶ້ນ ເພື່ອຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ຫຼື TLAS ເຊິ່ງໄດ້ຮັບການສະໜັບສະໜູນຈາກສະຖາບັນປ່າໄມ້ເອີຣົບ (European Forest Institute).

ໃນປະຈຸບັນ, ຕະຫຼາດໄມ້ໃນໂລກໄດ້ເພີ່ມທະວີສະກັດກັ້ນ ຕໍ່ກັບບັນຫາການນຳໃຊ້ໄມ້ເຖື່ອນ ແລະ ການຄ້າໄມ້ທີ່ບໍ່ຖືກຕ້ອງເພີ່ມຂື້ນ, ເນື່ອງຈາກຄວາມຕ້ອງການຂອງລູກຄ້າ ກັບໄມ້ຖືກກົດໝາຍ ໄດ້ເພີ່ມຂື້ນໃນຕະຫຼາດຜູ້ບໍລິໂພກ ເຊິ່ງໄດ້ສະແດງອອກ ເຊັ່ນ: ສະຫະ ພາບເອີຣົບ, ສະຫະລັດອາເມຣິກາ ແລະ ອົດສະຕຣາລີ ໄດ້ອອກກົດລະບຽບຕ່າງໆ ເພື່ອສະກັດກັ້ນໄມ້ເຖື່ອນບໍ່ໃຫ້ເຂົ້າສູ່ຕະຫຼາດຂອງຕົນ ເພາະຖືວ່າເປັນການຄ້າທີ່ຜິດກົດໝາຍ. ແຕ່ເຫັນວ່າອັດຕາສ່ວນຂອງໄມ້ ແລະ ຜະລິດຕະພັນໄມ້ຈຳນວນຫຼວງຫຼາຍ ທີ່ຖືກສົ່ງອອກໄປ ຍັງຕະຫຼາດເຫຼົ່ານັ້ນ ແມ່ນມາຈາກບັນດາປະເທດສະມາຊິກອາຊຽນ. ດັ່ງນັ້ນ, ອາຊຽນກໍ່ຕ້ອງເອົາໃສ່ຕໍ່ກັບບັນຫາດັ່ງກ່າວ ເພື່ອໃຫ້ ມີຄວາມໂປ່ງໃສ.

ບັນດາປະເທດຜະລິດ ແລະ ປຸງແຕ່ງໄມ້ ໃນອາຊຽນ ໄດ້ເຊື່ອມໂຍງເຂົ້າຫາກັນ ໂດຍຜ່ານຕ່ອງໂສ້ການສະໜອງໄມ້ໃຫ້ແກ່ກັນ ໂດຍ ທ່ານ ດຽນ ສຸມາຈາຍາ ຊ່ຽວຊານອາວຸໂສດ້ານປ່າໄມ້ ຈາກພະແນກອຸດສາຫະກຳການກະເສດ ແລະ ຊັບພະຍາກອນທຳມະຊາດ ກອງເລຂາອາຊຽນ ກ່າວວ່າ: ຜະລິດຕະພັນໄມ້ທີ່ສົ່ງອອກ ທີ່ຖືກຕ້ອງຕາມກົດໝາຍສ່ວນໃຫຍ່ແມ່ນນຳໃຊ້ໄມ້ ທີ່ມາຈາກປະເທດສະມາຊິກອາຊຽນໃດໜຶ່ງ ແລະ ໄດ້ຖືກປຸງແຕ່ງຢູ່ອີກປະເທດສະມາຊິກໜຶ່ງ, ສິ່ງເຫຼົ່ານີ້ເຮັດໃຫ້ການປະສານງານ ລະຫວ່າງປະເທດອາຊຽນ ກ່ຽວກັບ ບັນຫາດັ່ງກ່າວຍິ່ງມີຄວາມສຳຄັນເພີ່ມຂື້ນ. ໃນຂະນະດຽວກັນ ແຜນງານການຮັບປະກັນຄວາມຖືກຕ້ອງທາງກົດໝາຍຂອງໄມ້ເຫຼົ່ານີ້ ຍັງຊ່ວຍຮອງຮັບຄວາມຕ້ອງການຜະລິດຕະພັນໄມ້ໃຫ້ເພີ່ມຂື້ນພາຍໃນພາກພື້ນອາຊຽນ. ແນວຄວາມຄິດດັ່ງກ່າວນີ້ ແມ່ນສອດຄ່ອງກັບ ຄວາມພະຍາຍາມໃນການສ້າງຄວາມໄດ້ປຽບຂອງຜະລິດຕະພັນໄມ້ ໃຫ້ແກ່ບັນດາປະເທດສະມາຊິກອາຊຽນ ແລະ ເພື່ອຍາດແຍ່ງການເຂົ້າເຖິງຕະຫຼາດສາກົນ ເພື່ອຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ຍົກສູງມູນຄ່າເພີ່ມ ໃຫ້ແກ່ຊັບພະຍາກອນທຳມະຊາດໃນຂົງເຂດພາກພື້ນແຫ່ງນີ້.

ໃນນີ້ ສະມາຊິກອາຊຽນ 05 ປະເທດ ໄດ້ມີສ່ວນຮ່ວມໃນຂະບວນການເຈລະຈາຂໍ້ຕົກລົງ ການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ຫຼື Voluntary Partnership Agreement ກັບສະຫະພາບເອີຣົບ, ໃນນີ້ມີໜຶ່ງປະເທດກຳລັງຈັດຕັ້ງປະຕິບັດ ຄື: ອິນໂດເນເຊຍ ແລະ 04 ປະເທດ ກຳລັງກະກຽມ ຫຼື ເລີ່ມການເຈລະຈາຄື: ສປປ ລາວ, ມາເລເຊຍ, ໄທ ແລະ ສສ ຫວຽດນາມ.

ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາແບບສະໝັກໃຈນີ້ ແມ່ນຂໍ້ຕົກລົງການຄ້າລະຫວ່າງສະຫະພາບເອີຮົບ ກັບບັນດາປະເທດກຳລັງ ພັດທະນາດ້ານການຜະລິດ ແລະ ປັບປຸງຜະລິດຕະພັນ ເຊິ່ງມີເປົ້າໝາຍທີ່ຈະຢຸດຢັ້ງການຕັດໄມ້ແບບຜິດກົດໝາຍ ແລະ ການຄ້າໄມ້ ທີ່ບໍ່ຖືກຕ້ອງ. ການຮ່ວມມືນີ້ ເພື່ອໃຫ້ແນ່ໃຈວ່າຈະມີພຽງແຕ່ຜະລິດຕະພັນໄມ້ທີ່ຖືກກົດໝາຍເທົ່ານັ້ນ ທີ່ສາມາດນຳເຂົ້າສູ່ຕະຫຼາດ ສະຫະພາບເອີຣົບໄດ້, ພ້ອມທັງເປັນການສົ່ງເສີມຄຸ້ມຄອງປ່າໄມ້ ແລະ ການບັງຄັບໃຊ້ກົດໝາຍໃນປະເທດທີ່ກຳລັງພັດທະນາດ້ານປ່າໄມ້ ແລະ ຍັງຄຳນຶງເຖິງສະພາບແວດລ້ອມໃນສັງຄົມ.

ສຳລັບ ສປປ ລາວ ກຳລັງຈັດຕັ້ງປະຕິບັດວຽກງານ ເພື່ອເສີມສ້າງການຄຸ້ມຄອງປ່າໄມ້ພາຍໃນປະເທດ. ທ່ານ ທອງພັດ ວົງມະນີ, ຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: FLEGT VPA ແມ່ນໜຶ່ງໃນກົມໄກ ທີ່ສາມາດປະກອບສ່ວນເຂົ້າໃນວຽກງານ ດັ່ງກ່າວໄດ້, ການຄຸ້ມຄອງທີ່ດີຂອງຂະແໜງການປ່າໄມ້ ຈະຊ່ວຍໃຫ້ພວກເຮົາສ້າງໂອກາດເພີ່ມຂື້ນ ໃຫ້ແກ່ການປຸງແຕ່ງໄມ້ພາຍໃນປະເທດ, ສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນຂອງພວກເຮົາ, ສ້າງວຽກງານໃນຂະແໜງປ່າໄມ້ ແລະ ເປີດກວ້າງຕະຫຼາດສົ່ງອອກເພີ່ມຂື້ນ. ຖ້າ FLEGT VPA ມີການດຳເນີນການຢ່າງເຕັມຕົວ, ຜະລິດຕະພັນໄມ້ ຈາກ ສປປ ລາວ ຈະຕ້ອງປະຕິບັດຕາມລະບຽບການຄຸ້ມຄອງໄມ້ຂອງ ເອີຣົບຢ່າງຮອບດ້ານ ເຊິ່ງຫ້າມບໍ່ໃຫ້ຈຳໜ່າຍໄມ້ທີ່ບໍ່ຖືກກົດໝາຍ ໃນຕະຫຼາດເອີຮົບ, ຂໍ້ຕົກລົງດັ່ງກ່າວນີ້ຍັງຊ່ວຍໃຫ້ພວກເຮົາເຂົ້າເຖິງ ຕະຫຼາດອື່ນໆໄດ້ງ່າຍຂື້ນເຊັ່ນ: ສະຫະລັດອາເມລິກາ ແລະ ອົດສະຕຣາລີ.

ຂະບວນການ  FLEGT VPA ຍັງຊ່ວຍໃນການປະກອບສ່ວນໃຫ້ຄຸ້ມຄອງປ່າໄມ້ໃຫ້ດີຂຶ້ນ ທ່ານ ສະເຕຟານ ຊະເລີນນິ໋ງ, ຫົວໜ້າຝ່າຍຮ່ວມມື ສຳນັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈຳລາວ ກ່າວວ່າ: ຂະບວນການດັ່ງກ່າວນີ້ ແມ່ນການສະໜັບສະໜູນການພັດທະນາ ລະບົບການອອກໃບອະນຸຍາດໃຫ້ແກ່ຜະລິດຕະພັນໄມ້, ຈັດຕັ້ງ ແລະ ສະໜັບສະໜູນການປຶກສາຫາລືກັບຫຼາຍພາກສ່ວນ ແລະ ຊ່ວຍໃຫ້ປະເທດກ້າວໄປຫາການບໍລິການຈັດການປ່າໄມ້ແບບຍືນຍົງ, ສິ່ງເຫຼົ່ານີ້ໄດ້ປະກອບສ່ວນເພື່ອຮັບປະກັນການຊົມໃຊ້ ຊັບພະຍາກອນປ່າໄມ້ແບບຍືນຍົງໃນໄລຍະຍາວໃນປະເທດລາວ.

ແຫຼ່ງຂ່າວ: ໜັງສືພິມເສດຖະກິດ-ການຄ້າ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.