ກອງ​ປະຊຸມ​ຄະນະ​ກໍາມະການ​ຮ່ວມເຂດ​ການ​ຄ້າ​ເສລີ​ອາ​ຊຽນ-ຈີນ​ຄັ້ງ​ທີ 6 ທີ່​ຈັດ​ຂຶ້ນ​ທີ່​ຮາ​ໂນ​ຍ ສສ ຫວຽດນາມ ລະຫວ່າ​ງວັນ​ທີ 22-24 ກັນຍາ 2014 ​ເຊີ່ງ​ມີຈຸດປະສົງເພື່ອປຶກສາ​ຫາລື ​ທິດ​ທາງໃນ​ການ​ຍົກ​ລະດັບ​ສັນຍາ​ການ​ຄ້າ​ເສລີ​ອາ​ຊຽນ-ຈີນ ທີ່​​ໄດ້​ຮັບ​ການຮັບຮອງເອົາ​​​​ໂດຍ​ລັດຖະມົນຕີອາຊຽນ-ຈີນ (AEM-MOFCOM) ຄັ້ງ​ທີ 13 ທີ່​​ຈັດ​ຂຶ້ນທີ່​ ນາປີ​ດໍ, ປະ​ເທດ​ມຽນມາ ​ໃນວັນ​ທີ 26 ສິງຫາ 2014. ກອງ​ປະຊຸມ​ສາມາດ​ຕົກລົງ​ໄດ້​ແຜນ​ດຳ​ເນີນ​ງານ (Work Programme 2015) ​ໃນ​ການ​ຍົກ​ລະດັບ​ສັນຍາ​​ ໂດຍ​ຄາດໝາຍ​ໃຫ້​ສໍາ​ເລັດພາຍໃນປີ 2015 ຊຶ່ງ ສປ ຈີນ​ໄດ້​ກ່າວ​ຢໍ້າວ່າ ການ​ຍົກ​ລະດັບ ​ຕ້ອງສໍາເລັດ​ກ່ອນ​​ການສະຫຼຸບ​ການເຈລະຈາ​ຂອບຄູ່ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ລະດັບ​ພາກ​ພື້ນ RCEP​. ໃນແຜນ​ດັ່ງກ່າວໄດ້​ກໍານົດ​ຂອບ​ວຽກ ​ແລະ ​ເພີ່ມ​​ຈໍານວນ​ຄັ້ງ​ຂອງ​ກອງ​ປະຊຸມຂຶ້ນ​ເປັນ​ 3 ຄັ້ງ​ຕໍ່​ປີ​ໃນ​ປີ 2015 ​ເຊິ່ງໃນ​ໄລຍະ​ຜ່ານ​ມາມີພຽງ 2 ຄັ້ງ​ຕໍ່​ປີ. ພ້ອມ​ນັ້ນ, ຂອບວຽກທີ່​ກໍານົດ​ໃນແຜນດໍາເນີນງານ ໄດ້​ກວມ​ເອົາ 4 ຂົງ​ເຂດ​ວຽກ​ໃຫຍ່ ຄື: 1) ການ​ຄ້າ​ດ້ານ​ສິນຄ້າ, 2)ການ​ຄ້າ​ດ້ານ​ບໍລິການ, 3)ການ​ລົງທຶນ ​ແລະ 4)ການ​ຮ່ວມ​ມື​ດ້ານ​​ເສດຖະກິດ. ໃນລາຍ​ລະອຽດ​​ແຕ່ລະຂົງ​ເຂດ​ວຽກ​ປະກອບ​ມີ​ດັ່ງ​ນີ້:

1.     ການ​ຄ້າ​ດ້ານ​ສິນຄ້າ
·         ​ການ​ລົບ​ລ້າງ​ອັດຕາ​ພາສີ
​ ຄະນະຜູ້ແທນ ຂອງ ຈີນ ​ໄດ້​ອະທິບາຍ​ວ່າ ສປປ ຈີນ ມີຄວາມຫຍຸ້ງຍາກ​ທີ່​ຈະສືບ​ຕໍ່​ລົບ​ລ້າງ​ອັດຕາ​ພາສີ​ຂອງ​ຕົນ ເພາະວ່າລະດັບການເປີດຕະຫລາດດ້ານການຄ້າສິນຄ້າຂອງຕົນ ແມ່ນສູງຫລາຍແລ້ວ (ປະມານ 94% ໂດຍສະເລັ່ຍ). ໃນກອງປະຊຸມຄັ້ງນີ້ ຄະນະຜູ້ນຳຂອງ ສປປ ລາວ ໄດ້ສະແດງຄວາມເຫັນຢ່າງຈະແຈ້ງວ່າ: ໃນຖານະເປັນປະເທດດ້ອຍພັດທະນາ ສປປ ລາວ ໄດ້ໃຫ້ຂໍ້ຜູກພັນໃນການເປີດຕະຫລາດດ້ານຄ້າສິນຄ້າ​​ສູງແລ້ວ ຄື ປະມານ 97% ຂອງ​ຈໍານວນ​ລາຍການ​ສິນຄ້າ​ທັງ​ໝົດຂອງຕົນ ຊຶ່ງຢູ່​ໃນ​ລະດັບ​ສູງ​​ເປັນ​ອັນດັບ​ສາມ​​ໃນ​ຈໍານວນ 11 ປະ​ເທດ ຖັດຈາກ ສິງກະ​ໂປ ​ແລະ ບຣູ​ໄນ.​
·         ການ​ສ້າ​ງຄູ່​ມື​ໂອນ​ຖ່າ​ຍລະຫັດ​ພາສີ
ການ​ໂອນ​ຖ່າຍ​ລະຫັດ​ພາສີຈາກ​ລະບົບ​ປີ 2007 ມາ​ເປັນລະບົບ​ປີ 2012 ກອງປະຊຸມຄັ້ງນີ້ ສຶບຕໍ່ປຶກສາຫາລື ກ່ຽວກັບ 3 ຫລັກການ ຫລື​ 3 ທາງເລືອກໃນການ​ໂອນ​ຖ່າຍ​ລະຫັດ​ພາສີ ແຕ່ອາຊຽນ ແລະ ຈີນຍັງມີຄວາມເຫັນແຕກຕ່າງກັນກ່ຽວກັບທາງເລືອກ ທີ 3.
·         ວຽກ​ງານແຫຼ່ງກໍາ​ເນີ​ດສິນຄ້າ
​​​ ໜ່ວຍງານ (Working Group)ວ່າ​ດ້ວຍ​ແຫຼ່ງກໍາ​ເນີ​ດສິນຄ້າ​ ​ແລກປ່ຽນ​ຄໍາ​ເຫັນ​ທີ່​ມີ​ເນື້ອ​ໃນ​ສໍາຄັນ​ດັ່ງ​ນີ້:
1)     ​ການ​ສະ​ຫຼຸບ​ຮ່າງ​ສັນຍາ ROO ສະບັບ​ໃໝ່ ຊຶ່ງ​ຝ່າຍ​ຈີນ​ໄດ້​ມີ​ຄໍາ​ເຫັນ​ ​ແລະ ສະ​ເໜີ​ປັບປຸງ​ຄືນ (counter proposal) ​ໃນ​ບາງ​ຈຸດ​ຕໍ່​ຮ່າງ​ທີ່​ສະ​ເໜີ​ໂດຍ​ອາ​ຊ່ຽນ ​ໃນ​ກອງ​ປະຊຸມ​ໄດ້​ແລກປ່ຽນ​​ຄໍາ​ເຫັນ​ເພື່ອ​ຄວາມ​ເຂົ້າ​ໃຈ​ຕໍ່ counter proposal ຂອງ ສປ ຈີນ​ທີ່​ໄດ້​​ຍື່ນ​ສົ່ງ​ສະມາຊິກ​ກ່ອນ​ໜ້າ​ນີ້;
2)    ການ​ຮັບຮອງ​ເອົາ​ລາຍການ​ສິນຄ້າ​ທີ່​ມີ​ລະບຽບ​ການສະ​ເພາະ (Product Specific Rules-PSR), ຜ່ານ​ມາ​ອາ​ຊຽນ​ໄດ້​ຍື່ນ​ບັນຊີ​ລາຍການ​ສິນຄ້າ​ທີ່​ມີ​ລະບຽບ​ການສະ​ເພາະ​ສໍາລັບ​ແຕ່ລະ​ຜະລິດ​ຕະພັນ​ໃຫ້ ສປ ຈີນ​ພິຈາລະນາ, ​ໃນ​ກອງ​ປະຊຸມ ສປ ຈີນ​ໄດ້​ມີ​ຄໍາ​ເຫັນ​ຕໍ່​ຂໍ້​ສະ​ເໜີວ່າ​ປະມານ 80% ​ໃນ PSR list ສະ​ເໜີ​ໃຫ້​ນໍາ​ໃຊ້​ລະບຽບ Regional Value Contain-RVC 40% . ນອກ​ນັ້ນ, ສປ ຈີນ​ ຍັງ​ມີ​ຄໍາ​ເຫັນ​ວ່າ ​ໃນ​ບາງ​ກຸ່ມ​ສິນຄ້າ​  ນໍ​າ​ໃຊ້​ພຽງ RVC ຫຼື Change in Tariff Classification (CTC) ຊະ​ນິດ​ດຽວ​ກໍ່​ຈະ​ສາມາດ​ຢັ້ງຢືນ​ແຫຼ່ງກໍາ​ເນີດ​ໄດ້​ແລ້ວ, ສະ​ນັ້ນ ສປ ຈີນ ຈະ​ສະ​ເໜີ​ໃຫ້​ອາ​ຊຽນພິຈາລະນາ​ຄືນ​ໃໝ່​ຕໍ່​ສິນຄ້າ​ເຫຼົ້າ​;
3)    ການປັບປຸງຂັ້ນຕອນການຢັ້ງຢືນ OCP, ສປ ຈີນ ສະເໜີໃຫ້ມີການປັັບຂັ້ນຕອນດັ່ງກ່າວ, ແຕ່ອາຊຽນຕ້ອງການປືກສາພາຍໃນກ່ອນ ເນື່ອງຈາກຂັ້ນຕອນປັດຈຸບັນຫາກໍ່ຈັດຕັ້ງປະຕິບັດ.
4)    ແຜນວຽກງານຕໍ່ໜ້າ ກອງປະຊຸມ JC ໄດ້ເຫັນດີໃນໜ່ວຍງານຈັດກອງປະຊຸມຕື່ມອີກເທື່ອໜຶ່ງກ່ອນຈະມີກອງປະຊຸມ JC ຄັ້ງຕໍ່ໄປ.
·         ຂັ້ນ​ຕອນດ້ານ​ອັດຕາ​ພາສີ ​ແລະ ການ​ອໍານວຍຄວາມ​ສະດວກ​ດ້ານ​ການ​ຄ້າ
ກອງປະຊຸມສືບຕໍ່ແລກປ່ຽນຄໍາເຫັນຕໍ່ຮ່າງສັນຍາ CPTF ຊຶ່ງ​​ຍັງ​ມີ 3 ມາດຕາ​ທີ່​ຍັງ​ບໍ່​ຕົກລົງ​ກັນ​ໄດ້ ​ເຊັ່ນ: ມາດຕາ 10, 11 ​ແລະ 12. ສປ ຈີນ ມີ​ຄວາມ​ຫຍຸ້ງຍາກ​ໃນ​ການຈັດ​ຕັ້ງ​ປະຕິບັດ​ ພ້ອມ​ນັ້ນ​ກໍ່​ຮຽກຮ້ອງ​ໃຫ້​ອາ​ຊຽນ​ເຂົ້າ​ໃຈສະພາບ​ຄວາມ​ຫຍຸ້ງຍາກ​ຂອງ ສປ ຈີນ​ຕື່ມ​ເນື່ອງ​ຈາກ​ບໍລິ​ມາດ​ການ​ຄ້າ​ຂອງ ສປ ຈີນ​​ມີ​ຈໍານວນ​ມະຫາສານ ​ແລະ ​ເຫັນ​ວ່າ​​ຈະ​ເປັນ​ໄປ​ໄດ້​ຍາກທີ່​ເຈົ້າ​ໜ້າ​ທີ່​ພາສີ​ຈະປະຕິບັດ​ຕາມ​ມາດຕາ​ເຫຼົ່າ​ນັ້ນ.

2.    ການ​ຄ້າ​ດ້ານ​ການ​ບໍລິການ

ການ​ຄ້າ​ດ້ານ​ການ​ບໍລິການ​​ໃນ​ຂອບ​ສັນຍາ​ການ​ຄ້າ​​ເສລີ​ອາ​ຊຽນຈີນ​ ປັດຈຸບັນ​ນີ້​ແມ່ນ​ສໍາ​ເລັດ​ການ​ເປີດ​ເສລີ​ສອງ​ຄັ້ງ​ແລ້ວ (2nd package of commitment), ກອງ​ປະຊຸມ​ເຫັນ​ດີ​ໃຫ້​ໜ່ວຍ​ງານ​ການ​ຄ້າ​ດ້ານການ​ບໍລິການກັບ​ຄືນ​ມາ​ສືບ​ຕໍ່​ຄົ້ນຄວ້າ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ເປີດ​ເສລີ​ຄັ້ງ​ທີ 3 ຕາມ​ທີ່​​ໄດ້​ຕົກລົງ​ໃນ​ສັນຍາ​ວ່າ​ດ້ວຍ​ການ​ຍົກ​ລະດັບ​ສັນຍາ.   ​

3.    ການ​ລົງທຶນ

ກອງ​ປະຊຸມ​ຊຸດ​ນີ້​ ຝ່າຍ​ອາ​ຊຽນຍັງ​ບໍ່​ທັນ​ມີ​ປະ​ທານ​ໜ່ວຍ​ງານ​ວຽກ​ການ​ລົງທຶນ ຊຶ່ງ​ໄທ​ໄດ້​ສະ​ເໜີ​​ເປັນ​ປະທານ​​ ​ແຕ່​​ຕົວ​​ແທນ​ລົງທຶນ​ຂອງ​ໄທ​ບໍ່​ສາມາດ​ມາ​ເຂົ້າ​ຮ່ວມ​​ໄດ້​ໃນ​ກອງ​ປະຊຸມ​ຊຸດ​ນີ້. ​

4.    ການ​ຮ່ວມ​ມື​ດ້ານ​​ເສດຖະກິດ

ກອງ​ປະຊຸມ​ໄດ້​ປຶກສາ​ກັນ​ກ່ຽວ​ກັບ​ການ​ນໍາ​ໃຊ້​ທຶນ​ຊ່ວຍ​ເຫຼືອ​ຂອງ​ລັດຖະບານ​ຈີນ​ໃນ​ການ​ຈັດ​ກິດຈະ​ກໍາ​ຍົກ​ລະ​ດັບ​ຄວາມ​ສາມາດ​ໃນ​ແຕ່ລະ​ຂົງ​ເຂດ, ​​​ໂດຍ​ອີງ​ໃສ່​ການຈັດ​ຕັ້ງ​ປະຕິບັດ​ໃນ​ໄລຍະ​ຜ່ານ​ມາ​ເຫັນ​ວ່າ ຂັ້ນ​ຕອນ​ການ​ອະນຸມັດ​ຂອງ​ລັດຖະບານ​ຈີນ​ ຍັງ​ມີ​ຄວາມ​ສັບສົນ ​ແລະ ​​ໃຊ້​ເວລາ​ຫຼາຍ​ເກີນ​ໄປ ​ເຮັດ​ໃຫ້​ສະມາຊິກ​ອາ​ຊຽນຫຼາຍ​ປະ​ເທດ​ມີ​ຄວາມ​ຂັດຂ້ອງ​ຕໍ່​ວິທີ​ການ​ອະນຸມັດ​ໂຄງການ​ດັ່ງກ່າວ. ຕໍ່​ຂໍ້​ຂ້ອງ​ໃຈ​ຝ່າຍ​ຈີນ​​ເຫັນ​ດີ​ທີ່​ຈະ​ປັບປຸງ​ຂອດ​ຂັ້ນ​ອະນຸມັດ​ໃຫ້​ມີ​ຄວາມ​ສະດວກ​ຂຶ້ນ​ກວ່າ​ເກົ່າ ​ໂດຍ​ບໍ່​ຈໍາ​ເປັນ​ຕ້ອງ​ໄປ​ຜ່ານ​ສະຖານທູດ​ຄື​​ເມື່ອ​ກ່ອນ.

ນອກ​ນີ້ ກອງ​ປະຊຸມ​ຍັງ​ໄດ້​ຮັບ​ຮູ້​ກ່ຽວ​ກັບ​ການ​ປະສານ​ງານ​ຂອງ​ກອງ​ເລຂາ WTO ທີ່​ຕ້ອງການ​​ໃຫ້​ຄະນະ​ກໍາມະການ​ການ​ຄ້າ​ເສລີ​ອາ​ຊຽນຈີນແຈ້ງ ​ກ່ຽວ​ກັບ​ຄວາມ​ສອດຄ່ອງ​ຂອງ​ສັນຍາ​ການ​ຄ້າ​ເສລີ​ ໃຫ້​ແກ່​ຄະນະ​ກໍາມະການ​ວ່າ​ດ້ວຍ​ສັນຍາ​ການ​ຄ້າ​ພາກ​ພື້ນ ຂອງ WTO ເພື່ອດຳເນີນຂັ້ນຕອນທົບທວນຄວາມສອດຄ່ອງດັ່ງກ່າວ. ສປປ ລາວ ຈໍາເປັນຈະຕ້ອງປັບປຸງລະດັບການເປີດໃນຂະແໜງການດ້ານການຄ້າດ້ານບໍລິການຕື່ມ ຊື່ງຍັງຈໍາກັດຫຼາຍ ມີພຽງ 19 ຂະແໜງຫຍ່ອຍ ເມືອທຽບໃສ່ລະດັບການເປີດໃນຂອບ WTO ທີ່ມີເຖີງ 79 ຂະແໜງຫຍ່ອຍ.

ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາອົງປະກອບ (Elements)ທີ່ໄດ້ກຳນົດໄວ້ໃນສັນຍາການຄ້າເສລີອາຊຽນ-ຈີນ ສະບັບເປີດກວ້າງ ຊຶ່ງໄດ້ຮັບການຮັບຮອງເອົາແລ້ວ ໂດຍລັດຖະມົນຕີເສດຖະກິດອາຊຽນແລະລັດຖະມົນຕີການຄ້າຂອງຈີນ. ທຸກຝ່າຍລ້ວນແຕ່ຮັບຮູ້ຄວາມສຳຄັນຂອງສັນຍາສະບັບນີ້ ແລະ ພະຍາຍາມເຮັດແນວໃດໃຫ້ຕົນເອງໄດ້ຮັບຜົນປະໂຫຍດສູງສຸດ. ເຖີງວ່າ ແຕ່ລະປະເທດຈະມີບູລິມະສິດແຕກຕ່າງກັນແຕ່ກໍໄດ້ໃຫ້ຄວາມຮ່ວມມືດີໃນການເຈລະຈາດ້ວຍທັດສະນະທີ່ສ້າງສັນ ຊຶ່ງຈະເຮັດໃຫ້ສັນຍາສະບັບເປີດກວ້າງມີຄຸນນະພາບດີ,ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທີ່ພໍໃຈ ແລະ ສາມາດສະຫລຸບການເຈລະຈາໃນປີ 2015 ຕາມແຜນການ.

ສຳຫລັບ ສປປ ລາວ ສັນຍາ ສະບັບເປີດກວ້າງ ຈະມີທັງໂອກາດ ແລະ ສິ່ງທ້າທາຍ. ໂອກາດ ຫລັກຄື: ຕະຫລາດສົ່ງອອກຂອງລາວ ແລະ ການລົງທຶນຈາກຈີນມາລາວ ຈະໄດ້ຮັບການຂະຫຍາຍກ້ວາງອອກ ແຕ່ສິ່ງທ້າທາຍທີ່ລາວຈະຕ້ອງຜ່ານຜ່າ ຄື: ການກະກຽມຄວາມພ້ອມພາຍໃນຂອງລາວເຮົາເອງ. ຖ້າບໍ່ມີຄວາມພ້ອມທາງດ້ານການຄຸ້ມຄອງມະຫາພາກ ແລະ ດ້ານຄຸນນະພາບຂອງການຜະລິດ ລາວຈະບໍ່ໄດ້ຮັບຜົນປະໂຫຍດເທົ່າທີ່ຄວນ.

ຍ້ອນຄຳໜຶງເຖີງໂອກາດ ແລະ ສິ່ງທ້າທາຍ ດັ່ງກ່າວ  ຄະນະເຈລະຈາ ຂອງ ລາວ ຈຶ່ງ ນຳໃຊ້ວິທີການເຈລະຈາ(Negotiation Approach) ແບບເປີດ ແລະ ປິດ. ເປີດສິ່ງທີ່ ລາວໄດ້ຜົນປະໂຫຍດ ແລະ ປິດສິ່ງທີ່ລາວເສຍປຽບ ບໍ່ສາມາດແຂ່ງຂັນ ເພື່ອມີເວລາປັບຕົວ ໂດຍສະເພາະຂົງເຂດການຄ້າດ້ານສິນຄ້າ ແລະ ການຄ້າບໍລິການ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.