ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ອອກແຈ້ງການ ກ່ຽວກັບ ການໂຈະການດຳເນີນ ການນຳເຂົ້າຊົ່ວຄາວ ແລະ ຂາອອກຕໍ່ ໄມ້ທ່ອນ, ໄມ້ແປຮູບ ຈາກປ່າທຳມະຊາດຈາກ ສປປ ລາວ ແລະ ກຳປູເຈຍ ເພື່ອສົ່ງອອກຕໍ່ໄປ ປະເທດທີສາມ ສຳລັບໄມ້ທ່ອນ, ໄມ້ແປຮູບ ຈາກປ່າທຳມະຊາດ ທີ່ນອນໃນ ລະຫັດສິນຄ້າ HS 44.03 ແລະ 44.07 ຕາມຕາຕະລາງສິນຄ້ານຳເຂົ້າ ແລະ ສົ່ງອອກ ຂອງຫວຽດນາມ ເຊິ່ງມີຜົນສັກສິດນຳໃຊ້ ນັບແຕ່ວັນທີ 08/12/2014 ເປັນຕົ້ນໄປ.

ສຳລັບບັນດາສັນຍາທີ່ໄດ້ເຊັນກັນ ກ່ອນທີ່ ແຈ້ງການສະບັບນີ້ມີຜົນບັງຄັບໃຊ້, ຜູ້ປະກອບການ ສາມາດສືບຕໍ່ດຳເນີນ ການຂໍອະນຸຍາດນຳເຂົ້າຊົ່ວຄາວໄດ້ ຈົນເຖິງວັນທີ 31/12/2014.

ກົດທີ່ນີ້ ເພື່ອເບິ່ງແຈ້ງການສະບັບເຕັມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.