(ບົດແປບໍ່ເປັນທາງການ)

 ກະຊວງອຸດສາຫະກຳ ແລະ ການຄ້າ      ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

                                                                      ເອກະລາດ - ເສລິພາບ - ຜາສຸກ

                                                                      

     ເລກທີ: 37/2014/TT-BCT                  ຮ່າໂນ້ຍ, ວັນທີ 24 / 10 / 2014

 

ແຈ້ງການ

ວ່າດ້ວຍ ການໂຈະການດຳເນີນການນຳເຂົ້າຊົ່ວຄາວ ແລະ ຂາອອກຕໍ່ ໄມ້ທ່ອນ, ໄມ້ແປຮູບ

ຈາກປ່າທຳມະຊາດຂອງ ລາວ ແລະ ກຳປູເຈຍ

 

-         ອີງຕາມດຳລັດຂອງລັດຖະບານ ວ່າດ້ວຍການກຳນົດພາລະບົດບາດ, ສິດ, ໜ້າທີ່ ແລະ ໂຄງຮ່າງການຈັດຕັ້ງ ຂອງ ກະຊວງອຸດສາຫະກຳ ແລະ ການຄ້າ, ສະບັບເລກທີ 95/2012/NĐ-CP, ລົງວັນທີ 12 ພະຈິກ 2012;

-         ອີງຕາມດຳລັດຂອງລັດຖະບານ ວ່າດ້ວຍ ລາຍລະອຽດການຈັດຕັ້ງປະຕິບັດ ກົດໝາຍການຄ້າ ຕໍ່ກັບການດຳເນີນ ການຄ້າຂາຍສິນຄ້າສາກົນ ແລະ ບັນດາຕົວແທນຈຳໜ່າຍຊື້-ຂາຍ, ປຸງແຕ່ງເພື່ອສົ່ງອອກ ແລະ ສິນຄ້າຜ່ານແດນກັບຕ່າງປະເທດ, ສະບັບເລກທີ 187/2013/NĐ-CP, ລົງວັນທີ 20 ພະຈິກ 2013;

                  ເພື່ອຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງ ທ່ານ ຫວາງ ຈຸງ ຫາຍ, ຮອງນາຍົກລັດຖະມົນຕີ ຕາມສືທາງການ ສະບັບເລກທີ 4505/VPCP-KTN, ລົງວັນທີ 18/06/2014 ຂອງຫ້ອງວ່າການລັດຖະບານ ກ່ຽວກັບ ກົນໄກ ຄຸ້ມຄອງການນຳເຂົ້າວັດຖຸດິບໄມ້ ຈາກ ກຳປູເຈຍ ແລະ ໜັງສືທາງການ ສະບັບເລກທີ 7294/VPCP-KTN, ລົງວັນທີ 19/19/2014 ຂອງຫ້ອງວ່າການລັດຖະບານ ກ່ຽວກັບ ການໂຈະການນຳເຂົ້າຊົ່ວຄາວ ແລະ ຂາອອກຕໍ່ ໄມ້ທ່ອນ, ໄມ້ແປຮູບ ຈາກປ່າທຳມະຊາດ;

                  ອີງຕາມການສະເໜີຂອງ ທ່ານ ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ;

                  ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ກ່ຽວກັບ ການໂຈະການດຳເນີນ ການນຳເຂົ້າຊົ່ວຄາວ ແລະ ຂາອອກຕໍ່ ໄມ້ທ່ອນ, ໄມ້ແປຮູບ ຈາກປ່າທຳມະຊາດຈາກ ສປປ ລາວ ແລະ ກຳປູເຈຍ.

 

ມາດຕາ 1. ການໂຈະການດຳເນີນການນຳເຂົ້າຊົ່ວຄາວ ແລະ ຂາອອກຕໍ່ ໄມ້.

1.     ໂຈະການດຳເນີນການນຳເຂົ້າຊົ່ວຄາວ ຈາກ ສປປ ລາວ ແລະ ກຳປູເຈຍ ເພື່ອສົ່ງອອກຕໍ່ໄປ ປະເທດທີສາມ ສຳລັບໄມ້ທ່ອນ, ໄມ້ແປຮູບ ຈາກປ່າທຳມະຊາດ ທີ່ນອນໃນ ລະຫັດສິນຄ້າ HS 44.03 ແລະ 44.07 ຕາມຕາຕະລາງສິນຄ້ານຳເຂົ້າ ແລະ ສົ່ງອອກ ຂອງຫວຽດນາມ.
2.    ສຳລັບບັນດາສັນຍາທີ່ໄດ້ເຊັນກັນ ກ່ອນທີ່ ແຈ້ງການສະບັບນີ້ມີຜົນບັງຄັບໃຊ້, ຜູ້ປະກອບການ ສາມາດສືບຕໍ່ດຳເນີນການຂໍອະນຸຍາດນຳເຂົ້າຊົ່ວຄາວໄດ້ ຈົນເຖິງວັນທີ 31 ທັນວາ 2014.

ມາດຕາ 2. ຜົນສັກສິດນຳໃຊ້

1.     ແຈ້ງການສະບັບນີ້ມີຜົນສັກສິດນຳໃຊ້ ນັບແຕ່ວັນທີ 08 ທັນວາ 2014 ເປັນຕົ້ນໄປ.
2.    ກະຊວງ, ອົງການທຽບເທົ່າກະຊວງ ແລະ ບັນດາຜູ້ປະກອບການ, ອົງການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ ທີ່ກ່ຽວຂ້ອງ ມີໜ້າທີ່ຮັບຜິດຊອບ ຈັດຕັ້ງປະຕິບັດບັນດາຂໍ້ກຳນົດຂອງແຈ້ງການນີ້ ແລະ ບັນດາຂໍ້ກຳນົດອື່ນໆ ຂອງກົດໜາຍທີ່ກ່ຽວຂ້ອງ.
3.    ໃນໄລຍະຈັດຕັ້ງປະຕິບັດ, ຖ້າພົບບັນຫາ ຫຼື ຂໍ້ຫຍຸ້ງຍາກ, ບັນດາໜ່ວຍງານ ຫຼື ຫົວໜ່ວຍທຸລະກິດ ດັ່ງກ່າວ ສາມາດສະເໜີມາຍັງກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອຈະໄດ້ພິຈາລະນາ ແລະ ແກ້ໄຂໃຫ້ທັນກັບສະພາບການ.

 

                                     ເຊັນແທນ ລັດຖະມົນຕີວ່າການ

                                    ລັດຖະມົນຕີຊ່ວຍວ່າການ

                                    (ລາຍເຊັນ ແລະ ປະທັບຕາ)

                                    ເຈິນ ຕວນ ແອງ

 

ດາວໂຫຼດພາສາຫວຽດນາມ: ແຈ້ງການວ່າດ້ວຍ ການໂຈະການດຳເນີນການນຳເຂົ້າຊົ່ວຄາວ ແລະ ຂາອອກຕໍ່ ໄມ້ທ່ອນ, ໄມ້ແປຮູບຈາກປ່າທຳມະຊາດຂອງ ລາວ ແລະ ກຳປູເຈຍ

# ຫົວຂໍ້ ດາວໂຫຼດ
1 Notice On Temporarily Ceased Importation and Re-exportation of Logs, Semi Processed Woods from Natural Forest of Lao PDR and Kingdom of Cambodia PDF
2 ແຈ້ງການ ວ່າດ້ວຍ ການໂຈະການດຳເນີນການນຳເຂົ້າຊົ່ວຄາວ ແລະ ຂາອອກຕໍ່ ໄມ້ທ່ອນ, ໄມ້ແປຮູບ ຈາກປ່າທຳມະຊາດຂອງ ລາວ ແລະ ກຳປູເຈຍ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.