ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງີນ           ເລກທີ 3281/ກງ
ນະຄອນຫລວງວຽງຈັນ, ວັນທີ 06 ຕຸລາ 2014

ບົດແນະນຳ
ວ່າດ້ວຍການຄຸ້ມຄອງເກັບລາຍຮັບສ່ວຍອາກອນ

  • ອີງຕາມ ກົດຫມາຍວ່າດ້ວຍສ່ວຍສາອາກອນ ສະບັບເລກທີ 05/ສພຊ, ລົງວັນທີ 20 ທັນວາ 2011;
  • ອີງຕາມ ກົດຫມາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 04/ສພຊ, ລົງວັນທີ 26 ທັນວາ 2006;
  • ອີງຕາມ ລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ, ລັງວັນທີ 26 ທັນວາ 2012 ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 354/ນຍ, ລົງວັນທີ 5 ຕຸລາ 2007 ວ່າດ້ວຍເລກປະຈຳຕົວຜູ້ເສຍອາກອນ;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 80/ນຍ, ລົງວັນທີ 28 ກຸມພາ 2007 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງີນ.

ລັດຖະມົນຕີວ່າການກະຊວງການເງີນ
ອອກບົດແນະນຳວ່າດ້ວຍການຄູ້ມຄອງເກັບລາຍຮັບສ່ວຍສາອາກອນ

I.    ຫລັກການລວມ

1.  ຈຸດປະສົງ

ລະບຽບການຄຸ້ມຄອງສ່ວຍສາອາກອນສະບັບນີ້ ວາງອອກເພື່ອຄຸ້ມຄອງວຽງງານສ່ວຍສາອາກອນ ໂດຍການກຳນົດຫລັກການ, ວິທີການ ແລະ ຂັ້ນຕອນການຄຸ້ມຄອງການເກັບລາຍຮັບສ່ວຍສາອາກອນເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງ, ຄົບຖ້ວນ, ຕາມກົດຫມາຍກຳນົດ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.

2.  ເປົ້າຫມາຍການຄຸ້ມຄອງ

ເປົ້າຫມາຍການຄຸ້ມຄອງ ມີດັ່ງນີ້:

  • ບຸກຄົນ, ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮັບອະນຸຍາດລົງທຶນໃນກິດຈະການສຳປະທານ, ກິດຈະການທົ່ວໄປ ຕາມທີ່ໄດ້ກຳນົດໄວ້ໃນກົດຫມາຍວ່າດ້ວຍການສົ່ງເສີມການລົງທຶນ;
  • ບຸກຄົນ, ນິຕິບຸກຄົນ ທີ່ບໍ່ມີພູມລຳເນົາ ແລະ ບໍ່ໄດ້ຂຶ້ນທະບຽນ ຢູ່ ສປປ ລາວ ທີ່ມີການສະຫນອງການບໍລິການ ຢູ່ ສປປ ລາວ ຕາມທີ່ໄດ້ກຳນົດໄວ້ໃນກົດຫມາຍວ່າດ້ວຍສ່ວຍສາອາກອນ, ກົດຫມາຍວ່າດ້ວຍອາກອນມູນຄ່າເພີ່ມ;
  • ບຸກຄົນທີ່ມີພູມລຳເນົາ ຢູ່ ສປປ ລາວ ຊຶ່ງໄປເຮັດວຽກມີລາຍໄດ້ຢູ່ຕ່າງປະເທດ ແລະ ຄົນຕ່າງປະເທດ ທີ່ເຂົ້າມາເຮັດວຽກ ຢູ່ ສປປ ລາວ ຕາມທີ່ໄດ້ກຳນົດໄວ້ໃນກົດຫມາຍວ່າດ້ວຍສ່ວຍສາອາກອນ;
  • ອົງການຈັດຕັ້ງລັດບໍລິຫານ-ວິຊາການ, ອົງການຈັດຕັ້ງສັງຄົມອື່ນໆ, ສະຖານທູດ, ອົງການຈັດຕັ້ງສາກົນ, ໂຄງການອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ;
  • ບຸກຄົນທົ່ວໄປທີ່ມີລາຍໄດ້ ເຊັ່ນ : ພະນັກງານ, ລັດຖະກອນ, ກຳມະກອນ, ລູກຈ້າງ ຫລື ຜູ້ອື່ນໆ;
  • ພະນັກງານ, ເຈົ້າຫນ້າທີ່ສ່ວຍອາກອນ ແຕ່ລະຂັ້ນ (ແຕ່ສູນການຮອດທ້ອງຖິ່ນ) ໂດຍສະເພາະແມ່ນພະນັກງານເຮັດຫນ້າທີ່ຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ.

II.    ລະບຽບການຄຸ້ມຄອງ

1.    ຫລັກການຄຸ້ມຄອງ

ຫລັກການລວມສູນເປັນເອກະພາບ ຕາມລະບຽບກົດຫມາຍ ໃນການອອກໃບຢັ້ງຢືນ, ການສ້າງແຜນ, ການແຈ້ງເສຍການນຳໃຊ້ແບບຟອມ, ການກວດກາ, ການປະສານງານ ແລະ ການສະຫລຸບລາຍງານ.

ຫລັກການແບ່ງຂັ້ນຄຸ້ມຄອງຕາມທີ່ໄດ້ກຳນົດໃນລະບຽບການສະບັບນີ້ ແລະ ຄຳແນະນຳການຈັດຕັ້ງປະຕິບັດການເຮັດທົດລອງວຽກງານສາມສ້າງຂອງຂະແຫນງການເງີນ.

2.    ຫນ້າທີ່ຂອງຂະແຫນງສ່ວຍສາອາກອນ

1)    ອອກເລກປະຈຳຕົວໃຫ້ແກ່ຜູ້ລິເລີ່ມດຳເນີນທຸລະກິດໃຫມ່;

2)    ອອກໃບຢັ້ງຢືນການມອບພັນທະອາກອນປະເພດຕ່າງໆເປັນແຕ່ລະປີການບັນຊິ;

3)    ສັງລວມສະຖິຕິພຶ້ນຖານວິສາຫະກິດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຕາມການແບ່ງຂັ້ນຄຸ້ມຄອງ;

4)    ຕິຕາມ, ກວດກາການປະຕິບັດພັນທະອາກອນປະເພດຕ່າງໆ ເປັນແຕ່ລະເດືອນ, ງວດ, ປີ;

5)    ຕິດຕາມ, ກວດກາ ແລະ ຄຸ້ມຄອງຫນີ້ສິນອາກອນປະເພດຕ່າງໆລວມທັງຄ່າ່ປັບໃຫມ່

6)    ປະຕິບັດຫນ້າທີ່ອື່ນໆຕາມພາລະບົດບາດ ແລະ ຕາມການຊີ້ນຳຂອງຂັ້ນເທິງ.

3.    ການອອກເລກປະຈຳຕົວໃຫ້ແກ່ຜູ້ເສຍອາກອນ

ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທີ່ເລີ່ມດຳເນີນທຸລະກິດໃຫມ່ ຕ້ອງປະກອບເອກະສານ ເພື່ອຂໍເລກປະຈຳຕົວຜູ້ເສຍອາກອນນຳຂະແຫນງສ່ວຍສາອາກອນ, ເອກະສານທີ່ຕ້ອງປະກອບ ມີດັ່ງນີ້:

  • ສຳເນົາໃບທະບຽນສຳປະທານ, ໃບທະບຽນວິສາຫະກິດ, ໃບອະນຸຍາດຈາກຂະແຫນງການທີ່ກ່ຽວຂ້ອງ ແລະ ໃບອະຍາດອື່ນໆ(ຖ້າມີ);
  • ສຳເນົາບັດປະຈຳຕົວ, ສຳມະໂນຄົວ, ໃບຢັ້ງຢືນທີ່ຢູ່ ຫລື ຫນັງສືຜ່ານແດນຂອງເຈົ້າຂອງທຸລະກິດ ຫລື ຂອງຜູ້ທີ່ໄດ້ຮັບມອບສິດ;
  • ແຜນວາດຢັ້ງຢືນສະຖານທີ່ຕັ້ງສຳນັກງານ ໂດຍມີການເຊັນຢັ້ງຢືນຈາກອຳນາດການປົກຄອງທ້ອງຖິ່ນ, ເບີໂທລະສັບຕັ້ງໂຕະ, ມີຖື, ເບີແຟັກ, ອີເມວ ທີ່ສາມາດຕິດຕໍ່ໄດ້;

ຂະແຫນ່ງການສ່ວຍສາອາກອນ ຫລັງຈາກໄດ້ຮັບເອກະສານ ຂໍເລກປະຈຳຕົວຜຸ້ເສຍອາກອນ ຕ້ອງກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງເອກະສານໃນທັນທີທັນໃດ, ຖ້າເອກະສານບໍ່ຄົບຖ້ວນຕ້ອງແຈ້ງໃຫ້ຜູ້ເສຍອາກອນຊາບໃນເວລານັ້ນ, ຖ້າເອກະສານຄົບຖ້ວນ ຕ້ອງອອກເລກປະຈຳຕົວຜູ້ເສຍອາກອນໃຫ້ແກ່ຜູ້ເສຍອາກອນພາຍໃນກຳນົດ 3 ຫາ 5 ວັນລັດຖະການ ນັບແຕ່ມື້ທີ່ໄດ້ຮັບເອກະສານຂໍເລກປະຈຳຕົວຜູ້ເສຍອາກອນ ທີ່ຖືກຕ້ອງ ແລະ ຄົບຖ້ວນເປັນຕົ້ນໄປ;

ຫລັກການ ແລະ ວິທີການກຳນົດເລກປະຈຳຕົວຜູ້ເສຍອາກອນໄດ້ກຳນົດໄວ້ໃນດຳລັດວ່າດ້ວຍເລກປະຈຳຕົວເສຍອາກອນ ສະບັບເລກທີ 354/ນຍ, ລົງວັນທີ 05 ຕຸລາ 2007 ແລະ ບົດແນະນຳຈັດຕັ້ງປະຕິບັດສະບັບເລກທີ 0559/ກງ, ລົງວັນທີ 13 ມີນາ 2008.

4.    ສະຖິຕິພື້ນຖານວິສາຫະກິດ

ພະນັກງານສ່ວຍສາອາກອນ ຜູ້ຮັບຜິດຊອບ ຕ້ອງສາມາດສັງລວມສະຖິິຕິພື້ນຖານວິສາຫະກິດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ໄດ້ເປັນແຕ່ລະເດືອນ, ງວດ, ປີ, ວິທີການຄຸ້ມຄອງສະຖິຕິໃຫ້ປິຕິບັດ ດັ່ງນີ້:

1)   ໃຫ້ແຍກວິສາຫະກິດອອກເປັນແຕ່ລະຂະແຫນງວິຊາຊິບ ໂດຍໃຫ້ເຫັນລະອຽດປະເພດອາກອນທີ່ຖືກເສຍ, ປະເພດອາກອນທີ່ຖືກຍົກເວັ້ນ, ກຳນົດເວລາໄລຍະການຍົກເວັ້ນ (ລະອຽດໃຫ້ປະຕິບັດຕາມແບບຟອມ ທີ່ກົມສ່ວຍສາອາກອນໄດ້ກຳນົດໄວ້);

2)   ແຕ່ລະປີຕາມປະຕິທິນ ພະນັກງານຜູ້ຮັບຜິດຊອບ ກ່ຽວກັບສະຖິຕິພື້ນຖານວິສາຫະກິດ ຕ້ອງສະຫລຸບຈຳນວນພື້ນຖານວິສາຫະກິດທີ່ມີທັງຫມົດ, ໃນນັ້ນຕ້ອງແຍກໃຫ້ເຫັນ: ຈຳນວນພື້ນຖານທີ່ໄດ້ສົ່ງເອກະສານລາຍງານການເງິນປະຈຳປີ, ຈຳນວນພື້ນຖານວິສາຫະກິດ ທີ່ຢຸດເຊົາການເຄື່ອນໄຫວຊົ່ວຄາວ ແລະ ຖາວວອນ, ຈຳນວນພື້ນຖານວິສາຫະກິດທີ່ຖືກຮັບຮອງເປັນບໍລິສັດ ທີ່ຖືກຫລົ້ມລະລາຍ, ຈຳນວນພຶ້ນຖານວິສາຫະກິດ ທີ່ມີການເຄື່ອນຍ້າຍ, ຈຳນວນພື້ນຖານວິສາຫະກິດ ທີ່ຈະລົບລ້າງອອກຈາກບັນຊີຕິດຕາມ, ຈຳນວນພື້ນຖານວິສາຫະກິດ ທີ່ຢູ່ໃນໄລຍະການຍົກເວັ້ນອາກອນແຕ່ລະປະເພດ ແລະ ຈຳນວນພຶ້ນຖານວິສາຫະກິດທີ່ຈະຫມົດໄລຍະການຍົກເວັ້ນອາກອນປະເພດຕ່າງໆໃນປີທີ່ມີການສະຫລຸບ.

5.    ການອອກໃບຢັ້ງຢືນການມອບພັນທະອາກອນ

ບຸກຄົນ, ນິຕິບຸກຄົນ ທີ່ດຳເນີນທຸລະກິດ, ທີ່ມີລາຍໄດ້, ທີ່ຢູູ່ໄດ້ໃນລະບົບ ຫລື ບໍ່ຢູ່ໃນລະບົບອາກອນມູນຄ່າເພີ່ມ ໂດຍບໍ່ຈຳແນກວ່າເປັນຄົນລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ຫລື ຄົນທີ່ບໍ່ມີສັນຊາດ ແຕ່ລະປິການບັນຊີຕ້ອງປະກອບເອກະສານລາຍງານການເງີນ ເພື່ອຂໍໃບຢັ້ງຢືນການມອບພັນທະອາກອນ, ເອກະສານປະກອບມີດັ່ງນີ້:

  • ໃບດຸ່ນດ່ຽງການບັນຊີກ່ອນການກວດນັບ ແລະ ຫລັງການກວດນັບ;
  • ໃບສະຫລຸບຊັບສິນ, ຫນີ້ສິນ ໃນກປີການບັນຊີ;
  • ໃບລາຍງານຜົນໄດ້ຮັບໃນປີການບັນຊີ;
  • ໃບສະຫລຸບ ສັງລວມລາຍການມອບພັນທະອາກອນປະເພດຕ່າງໆ ໃນປີການບັນຊີ ພ້ອມເອກະສານຢັ້ງຢຶນການມອບເງິນອາກອນດັ່ງກ່າວ;
  • ໃບສະຫລຸບ ສັງລວມການນຳໃຊ້ໃບເກັບເງິນ;
  • ແຜນການຜະລິດ, ແຜນລາຍຮ້ບ-ລາຍຈ່າຍທຸລະກິດ ແລະ ແຜນມອບພັນທະອາກອນ ຂອງປີການບັນຊິ.

ຂະແຫນງສ່ວຍອາກອນ ຫລັງຈາກໄດ້ຮັບເອກະສານລາຍງານການເງິນປະຈຳປີ ຕ້ອງກວດກາຄວນຄົບຖ້ວນຂອງເອກະສານໃນທັນທີທັນໃດ, ຖ້າເອກະສານບໍ່ຄົບຖ້ວນ ຕ້ອງແຈ້ງໃຫ້ຜູ້ເສຍອາກອນຊາບໃນເວລານັ້ນເພື່ອປະກອບເພີ່ມເຕິມ, ຖ້າເອກະສານຄົບຖ້ວນ ຕ້ອງກວດກາຄືນການປະຕິບັດພັນທະອາກອນປະເພດຕ່າງໆຕາມໃບດຸ່ນດ່ຽງບັນຊີປະຈຳປີ ໂດຍມີການສົມທຽບຕົວເລກການມອບພັນທະອາກອນຕົວຈິງກັບເອກະສານຢັ້ງຢຶນການມອບພັນທະອາກອນ. ຖ້າເຫັນວ່າກາອນມອບອາກອນຄົບຖ້ວນແລ້ວ ແມ່ນ ໃຫ້ອອກໃບຢັ້ງຢືນໃຫ້ແກ່ຜູ້ເສຍອາກອນ ພາຍໃນກຳນົດ 3 ຫາ 5 ວັນລັດຖະການ ນັບແຕ່ມື້ທີ່ໄດ້ຮັບເອກະສານລາຍງານການເງິນເປັນຕົ້ນໄປ; ກໍລະນີເຫັນວ່າພັນທະອາກອນປະເພດຕ່າງໆໃນໃບດຸ່ນດ່ຽງບັນຊີປະຈຳປີຍັງມອບບໍ່ຄົບຖ້ວນ ພະນັກງານຮັບຜິດຊອບຕ້ອງຄິດໄລ່ ແລະ ອອກໃບສັ່ງມອບແຈ້ງເປັນລາຍລັກອັກສອນ ໃຫ້ຜູ້ປະກອບການຊາບທັນທີ, ຫລັງຈາກວິສາຫະກິດມອບເງິນອາກອນຈຳນວນດັ່ງກ່າວຄົບຖ້ວນແລ້ວ ຈົ່ງພິຈາລະນາອອກໃບຢັ້ງຢືນການມອບພັນທະອາກອນ.

ສຳລັບຫົວຫນ່ວຍທຸລະກິດທີ່ຂຶ້ນກັບການຄຸ້ມຄອງແຂວງຫນຶ່ງ ແຕ່ໄປເຄື່ອນໄຫວຢູ່ແຂວງຫນື່ງທີ່ໄດ້ປະຕິບັດມອບອາກອນບ່ອນທີ່ໄດ້ໄປເຄື່ອນໄຫວ ໃຫ້ພະແນກສ່ວຍສາອາກອນແຂວງ, ນະຄອນ ຫລວງບ່ອນທີ່ທູລະກິດໄປເຄື່ອນໄຫວນັ້ນອອກໃບຢ້້ງຢືນການມອບພັນທະອາກອນໃຫ້ຫົວຫນ່ວຍທຸ ລະກິດ ເພື່ອນຳມາສະເຫນີຕໍ່ພະແນກສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບ. ພະແນກສ່ວຍສາອາກອນແຂວງ, ນະຄອນຫລວງ ຕ້ອງຮັບຜິດຊອບຕໍ່ຫນ້າກົດຫມາຍ, ຕໍ່ກັບການອອກໃບຢັ້ງຢືນການມອບພັນທະອາກອນດັ່ງກ່າວ.

ສຳລັບຢູ່ຂັ້ນເມືອງໃຫ້ປະຕິບັດການເກັບພັນທະອາກອນເບບມອບເຫມົາຕາມມາດຕາ 56 ຂອງກົດຫມາຍວ່າດ້ວຍສ່ວຍສາອາກອນ ສະບັບເລກທີ 05/ສພຊ, ລົງວັນທີ 20 ທັນວາ 2011, ຕາມການມອບຫມາຍໃຫ້ຄຸ້ມຄອງເກັບຂອງພະແນກສ່ວຍສາອາກອນແຂວງ, ນະຄອນຫລວງ ແລະ ຕາມນິຕິກຳວຽກງານສາມສ້າງໄດ້ກຳນົດ.

6.    ການຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ

1)   ຕິດຕາມການແຈ້ງເສຍອາກອນປະເພດຕ່າງໆ ຂອງບັນດາວິສາຫະກິດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເປັນແຕ່ລະວັນ, ເດືອນ, ງວດ, ປີ;

2)   ບັນທຶກຂໍ້ມູນການແຈ້ງ - ມອບອາກອນປະເພດຕ່າງໆຂອງບັນດາວິສາຫະກິດທີ່ຢູ່ໃນຄວາມຮັບຜິດ ຊອບຂອງຕົນເປັນແຕ່ລະວັນ, ເດືອນ, ງວດ, ປີ ຕາມຟອມເອກແຊວ ຫລື ຕາມໂປແກມທີ່ກົມສ່ວຍອາກອນກຳນົດໄວ້;

3)    ທຸກໆວັນທີ 20 ຂອງເດືອນຖັດໄປ ຜູ້ຮັບຜິດຊອບຕິດຕາມການແຈ້ງມອບອາກອນ ຕ້ອງສະ ຫລຸບລາຍງານໃຫ້ແກ່ຂັ້ນເທິງຂອງຕົນກ່ຽວກັບຕົວເລກລາຍຮັບອາກອນປະເພດຕ່າງໆ ທີ່ເກັບໄດ້ໃນເດືອນ, ຈຳນວນພື້ນຖານວິສາຫະກິດ ທີ່ໄດ້ແຈ້ງມອບແບບປົກກະຕີໃນເດືອນ, ມອບການຈາກຕົວເລກກວດກາໄລ່ລຽງ, ຕົວເລກຫນີ້ໄລຍະຜ່ານມາ, ຫນີ້ອາກອນຄ້າງມອບ ທີ່ເກີດຂື້ນໃນເດືອນ, ຈຳນວນພື້ນຖານວິສາຫະກິດ ທີ່ບໍ່ແຈ້ງມອບໃນເດືອນພ້ອມເຫດຜົນຂອງແຕ່ລະວິສາຫະກິດ ທີ່ບໍ່ແຈ້ງມອບໃນເດືອນ;

4)   ພາຍຫລັງໄດ້ຮັບການລາຍງານຂໍ້ມູນຈາກຜູ້ຮັບຜິດຊອບ ຫົວຫນ້າຫນ່ວຍງານຄຸ້ມຄອງເກັບລາຍຮັບຂັ້ນເມືອງ, ຫົວຫນ້າຫ້ອງຄຸ້ມຄອງເກັບລາຍຮັບຂອງແຂວງ, ນະຄອນຫລວງ, ຫົວຫນ້າພະແນກຄຸ້ມຄອງເກັບລາຍຮັບສ່ວຍສາອາກອນຂອງກົມ ຕ້ອງຄົ້ນຄ້ວາ ວິທີການ, ມາດຕະການ ເພື່ອຂໍທີດຊີ້ນຳຈາກຂັ້ນເທິງຖັດໄປໃນການຈັດຕັ້ງປະຕິບັດ;

5)   ພາຍຫລັງທີ່ຂັ້ນເທິງມີທິດຊີ້ນຳ ໃຫ້ຈັດຕັ້ງປະຕິບັດແລ້ວ ຜູ້ຮັບຜິດຊອບຕ້ອງເປັນເຈົ້າການຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ, ຜ່ານການຈັດຕັ້ງປະຕິບັດ ຖ້າມີບັນຫາຫຍັງໃຫ້ຮິບຮ້ອນລາຍງານຄືນ ເພື່ອຂໍຄຳເຫັນຊີ້ນຳຕື່ມອີກ.

6)   ພາຍໃນ 3-6 ເດືອນຖ້າຫາກບໍ່ເຫັນວິສາຫະກິດມາແຈ້ງມອບອາກອນ, ພະນັກງານອາກອນຕ້ອງລົງໄປເກັບກຳຂໍ້ມູນຢູ່ສຳນັກງານ ຫລື ທີ່ຕັ້ງຂອງວິສາຫະກິດ ເພື່ອເລັ່ງທວງ, ຊຸກຍູ້ໃຫ້ວິສາຫະກິດມາແຈ້ງມອບອາກອນຕາມລະບຽບກົດຫມາຍທີ່ໄດ້ກຳນົດ.

7.    ການຄຸ້ມຄອງຫນີ້ສິນອາກອນປະເພດຕ່າງໆ

1)   ພະນັກງານຜູ້ຮັບຜິດຊອບ ແຕ່ລະເດືອນຕ້ອງຕິດຕາມ, ສັງລວມຫນີ້ສິນອາກອນທັງຫມົດ ທີ່ມີຢູ່ໃນຄວາມຮັບຜິດຊອບຂອງຕົນ (ຫນີ້ສິນຍົກມາ, ຫນີ້ສິນເກິດຂຶ້ນໃຫມ່) ໂດຍສາມາດແຍກລະອຽດເປັນແຕ່ລະປະເພດອາກອນ, ເປັນແຕ່ລະວິສາຫະກິດ.

2)   ເພື່ອຄູ້ມຄອງ ແລະ ມີວິທີການສະສາງຫນີ້ສິນ ໃຫ້ນັບມື້ນັບຫລຸດລົງ, ພະນັກງານຜູ້ຮັບຜິດຊອບຕ້ອງດຳເນີນການແຍກຫນີ້ສິນອອກເປັນແຕ່ລະປະເພດ ເຊັ່ນ: ຫນີ້ສິນຈາກການແຈ້ງ-ມອບຊັກຊ້າໃນແຕ່ລະເດືອນ, ຫນີ້ສິນຈາກການກວດກາແບບໄວ, ຫນີ້ສິນຈາກກວດກາບັນຊີວິສາຫະກິດປະຈຳປີ, ຫນີ້ສິນຈາກການປັບໃຫມ ແລະ ຫນີ້ສິນອາກອນປະເພດອື່ນໆ;

3)   ພາຍຫລັງໄດ້ແຍກຫນີ້ສິນເປັນແຕ່ລະປະເພດແລ້ວ ຜູ້ຮັບຜິດຊອບ, ຫົວຫນ້າຫນ່ວຍງານ, ຫົວຫນ້າຫ້ອງ, ຫົວຫນ້າພະແນກຄຸ້ມຄອງເກັບລາຍຮັບ ລວມທັງຫົວຫນ້າພະແນກສ່ວຍສາອາກອນປະຈຳແຂວງ, ນະຄອນຫລວງ ຕ້ອງຄົ້ນຄ້ວາວິທີການ ມາດຕະການ ເພື່ອຂໍທິດຊີ້ນຳຈາກຂັ້ນເທິງຖັດໄປໃນການເລັ່ງທວງຫນີ້ສິນ, ສະສາງຫນີ້ສິນ ແລະ ອື່ນໆ. ທຸກການສະສາງຫນີ້ສິນ, ການປົດຫນີ້ສິນ ແລະ ການລົບລ້າງຫນີ້ສິນ ຕ້ອງມີເອກະສານຢັ້ງຢຶ້ນຄົບຖ້ວນ ແລະ ມີການຕົກລົງລາຍລັກອັກສອນຈາກຂັ້ນເທິງທີ່ມີສິດອຳນາດ.

4)   ໃນເວລາປິດປີການບັນຊີ ( 31/12/N) ພະນັກງານຜູ້ຮັບຜິດຊອບ ຕ້ອງສະຫລຸບສັງລວມຈຳນວນຫນີ້ສິນທັງຫມົດໃນປິພ້ອມທັງມີບັນຊິຕິດຕາມລະອຽດ ເປັນແຕ່ລະປະເພດອາກອນ ແລະ ເປັນແຕ່ລະວິສາຫະກິດ.

5)   ບົດສະຫລຸບ ສັງລວມຫນີ້ສິນໃນປີ (ຕາມທີ່ກຳນົດໄວ້ໃນຂໍ້ 4 ຂ້າງເທິງ) ຕ້ອງເກັບຮັກສາໄວ້ ເພື່ອເປັນບ່ອນອິງໃຫ້ແກ່ກ່ານຕິດຕາມກວດກາໃນແຕ່ລະໄລຍະ.

8.    ການກວດສອບກາອາກອນມູນຄ່າເພີ່ມຫລັງການແຈ້ງ

1)   ການກວດກາຈຳນວນອາກອນມູນຄ່າເພີ່ມ ທີ່ຫັກໃນແຕ່ລະເດືອນ; ພະນັກງານຜູ້ຮັບຜິດຊອບພາຍຫລັງໄດ້ຮັບໃບແຈ້ງອາກອນມູນຄ່າເພີ່ມ ຕ້ອງຄັດເລຶອກໃບແຈ້ງທີ່ມີຄວາມສ່ຽງ (ເຊັ່ນ: ມີຈຳ ນວນອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າຫລາຍ, ແຈ້ງອາກອນມູນຄ່າເພີ່ມບໍ່ຖືກຕ້ອງກັບຄວາມເປັນຈິງ, ຄວາມເຊື່ອຖືໃນການປະຕິບັດພັນທະອາກອນຜ່ານມາຂອງວິສາຫະກິດ, ມີອາກອນມູນຄ່າເພີ່ມເບຶ້ອງສົ້ນເຂົ້າຍົກໄປຫັກຕໍ່ຫລາຍເດືອນຕິດຕໍ່ກັນ ແລະອື່ນໆ ເພີ່ນກຳເນີດ ເປັນເປົ້າຫມາຍໃນການກວດກາການຫັກອາກອນມູນຄ່າເພີ່ມ;

2)   ການກວດກາຈຳນວນອາກອນມູນຄ່າເພີ່ມທີ່ສົ່ງຄືນ; ພະນັກງານຜູ້ຮັບຜິດຊອບພາຍຫລັງໄດ້ຮັບໃບແຈ້ງທີ່ມີການຂໍຄືນເງິນອາກອນມູນຄ່າເພີ່ມ ຕ້ອງຄັດເລືອກເປົ້າຫມາຍເພື່ອດຳເນີນການກວດກາເອກະສານຢັ້ງຢຶນຕ່າງໆກ່ອນທີ່ຈະອະນຸມັດສົ່ງເງີນຄືນ. ຂັ້ນຕອນ ແລະ ວິທີການດຳເນີນການກວດກາໃຫ້ປະຕິບັດຕາມລະບຽບການ ສະບັບເລກທີ 3229/ກງ, ລົງວັນທີ 17 ທັນວາ 2009.

9.    ການຂໍເລກປະຈຳຜູ້ເສຍອາກອນ

ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ທີ່ເລີ່ມຕົ້ນດຳເນີນທຸລະກິດລວມເຖິງບຸກຄົນທົ່ວໄປທີ່ມີລາຍໄດ້ຕ້ອງໄດ້ສະເຫນີຂໍເລກປະຈຳຕົວຜູ້ເສຍອາກອນນຳຂະແຫນງສ່ວຍສາອາກອນ ເພື່ອນຳໃຊ້ເຂົ້າໃນການຄຸ້ມຄອງເກັບລາຍຮັບສ່ວຍສາອາກອນຂອງຜູ້ເສຍອາກອນ. ຜູ້ເສຍອາກອນທີ່ເປັນບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງລວມເຖິງບຸກຄົນທົ່ວໄປທີ່ມີລາຍໄດ້ ມີສິດໄດ້ຮັບອະນຸຍາດນຳໃຊ້ເລກປະຈຳຕົວຜູ້ເສຍອາກອນໄດ້ພຽງເລກຫມາຍດຽວຕະຫລອດໄລຍະການດຳເນີນທຸລະກິດ ຫລື ການຄົງຕົວຂອງຜູ້ເສຍອາກອນ ໂດຍບໍ່ມີການປ່ຽນແປງ ແລະ ຈະບໍ່ໄດ້ໃຫ້ຜຸ້ອື່ນຕື່ມອີກ.

ເອກະສານປະກອບ ເພື່ອຂໍເລກປະຈຳຕົວຜູ້ເສຍອາກອນ ໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນໂລແມັງ II, ຂໍ້ 3 ຂອງບົດແນະນຳສະບັບນີ້.

10.  ການປ່ຽນແປງ, ການຢຸດເຊົາ, ຂາຍ ຫລື ໂອນກິດຈະການ

ເມື່ອມີການປ່ຽນແປງ, ການຢຸດເຊົາ, ຂາຍ ຫລື ໂອນກິດຈະການສ່ວນໃດຫນຶ່ງ ຫລື ທັງຫມົດໃຫ້ແກ່ຜູ້ອື່ນຕາມການອະນູຍາດຂອງຂະແຫນງເຈົ້າພາບ, ຜູ້ດຳເນີນທຸລະກິດຕ້ອງປິດບັນຊີການເຄື່ອນ ໄຫວກິດຈຳການຂອງຕົນແລ້ວນຳສະເຫນີເປັນລາຍລັກອັກສອນ ຕໍ່ຂະແຫນງການສ່ວຍອາກອນ ບ່ອນທີ່ຕົນຂຶ້ນກັບ ພາຍໃນກຳນົດ 10 ວັນ ລັດຖະການ ນັບແຕ່ວັນທີ່ໄດ້ມີການປ່ຽນແປງ, ຢຸດເຊົາ, ຂາຍ ຫລື ໂອນກິດຈະການເປັນຕົ້ນໄປ ເພື່ອຊຳລະອາກອນທີ່ຍັງຄ້າງມອບໃຫ້ຄົບຖ້ວນແລ້ວ ເຈົ້າຫນ້າທີ່ສ່່ວຍສາອາກອນຈຶ່ງອອກໃບຢັ້ງຢືນການມອບອາກອນ. ການປ່ຽນແປງ, ຢຸດເຊົາ , ຂາຍ ຫລື ໂອນກິດຈະການໃຫ້ພ້ອມກັນ.

ຖ້າຫາກຢຸດເຊົາຢ່າງຖາວອນຕາມການອະນຸຍາດຂອງຂະແຫນງການກ່ຽວຂ້ອງ ນອກຈາກຕ້ອງຊຳລະອາກອນທີ່ຄ້າງມອບໃຫ້ຄົບຖ້ວນແລ້ວ ຕ້ອງນຳເອາໃບຢັ້ງຢືນການມອບອາກອນ. ການປ່ຽນແປງ, ຢຸດເຊົາ, ຂາຍ ຫລື ໂອນກິດຈະການໃຫ້ພ້ອມກັນ.

11.  ການສົ່ງບົດລາຍງານການເງິນປະຈຳປີ

ຜູ້ເສຍອາກອນ ຕ້ອງສົ່ງບົດລາຍງານການເງິນປະຈຳປີຂອງຕົນ ໃຫ້ແກ່ຂະແຫນງສ່ວຍອາກອນບ່ອນທີ່ຕົນຂຶ້ນກັບ ກ່ອນວັນທີ 01 ມີນາຂອງປີຖັດໄປ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 38 ຂອງກົດຫມາຍວ່າດ້ວຍສ່ວຍສາອາກອນ ສະບັບເລກທີ 05/ສພຊ, ລົງວັນທີ 20 ທັນວາ 2011; ບົດລາຍງານການເງິນທີ່ຕ້ອງສົ່ງໃຫ້ຂະແຫນງສ່ວຍສາອາກອນໃຫ້ປະຕິບັດຕາມໂລແມັງ II ຂໍ້ 5 ຂອງບົດແນະນຳວ່າສະບັບນີ້.

12.  ການແຈ້ງເສຍອາກອນປະເພດຕ່າງໆ

ຜູ້ເສຍອາກອນ ເຖິງຈະມີລາຍຮັບ ຫລື ບໍ່ມີລາຍຮັບກໍ່ຕ້ອງແຈ້ງເສຍອາກອນປະເພດຕ່າງໆເປັນແຕ່ລະເດືອນ, ງວດ, ປີ ດັ່ງນີ້:

1)   ອາກອນມູນຄ່າເພີ່ມ, ອາກອນຊົມໃຊ້,ອາກອນເງິນເດືອນ ຕ້ອງແຈ້ງເສຍເປັນແຕ່ລະເດືອນ ກ່ອນວັນທີ 15 ຂອງເດືອນຖັດໄປ;

2)   ອາກອນກຳໄລ ຕ້ອງແຈ້ງມອບເປັນແຕ່ລະງວດ ບົນພື້ນຖານອາກອນກຳໄລທີ່ມອບຕົວຈິງຂອງປີຜ່ານມາ ຫລື ກຳໄລຕົວຈິງຂອງແຕ່ລະງວດ ຫລື ຕາມອາກອນກຳໄລຄາດຄະເນປະຕິບັດໄວ້ໃນແຜນມອບຂອງປີການບັນຊີ. ສ່ວນຈຳນວນເງິນອາກອນກຳໄລຕົວຈິງໃນປີທີ່ຕ້ອງມອບນັ້ນໃຫ້ໄລ່ລຽງຄືນທັງຫມົດໃນເວລາປິດບັນຊີທ້າຍປີ.

ການມອບອາກອນກຳໄລ ໃຫ້ປະຕິບັດເປັນ ສີ່ງວດ ດັ່ງນີ້:

A.   ງວດທີຫນຶ່ງ ບໍ່ໃຫ້ກາຍ ວັນທີ ສິບ ເດືອນເມສາ ຂອງປີ;

B.   ງວດທີສອງ ບໍ່ໃຫ້ການ ວັນທີ ສິບ ເດືອນກໍລະກົດ ຂອງປີ;

C.   ງວດທີສາມ ບໍ່ໃຫ້ກາຍ ວັນທີ ສິບ ເດືອນຕຸລາ ຂອງປີ;

D.   ງວດທີສີ່ ບໍ່ໃຫ້ກາຍ ວັນທີ ສິບ ເດືອນມີນາ ຂອງປີຖັດໄປ.

ອາກອນກຳໄລທີ່ໄດ້ມອບເປັນແຕ່ລະງວດນັ້ນ ຖືເປັນການມອບລ່ວງຫນ້າ. ໃນເວລາໄລ່ລຽງຄືນທ້າຍປີ ຫາກເຫັນວ່າອາກອນກຳໄລ ທີ່ມອບລ່ວງຫນ້າຫລາຍກວ່າຕົວຈິງ ສ່ວນທີ່ເກີນຕ້ອງຍົກໄປຫັກຕໍ່ໃນປິຖັດໄປ ແຕ່ຖ້າຫາກເຫັນວ່າອາກອນກຳໄລມອບລ່ວງຫນ້າ ຫາກມີຈຳນວນຫນ້ອຍກວ່າສ່ວນຜິດດ່ຽງຕ້ອງໄດ້ມອບຕື່ມພາຍໃນ 7 ວັນລັດຖະການນັບແຕ່ມື້ໄດ້ລົງລາຍເຊັນໃນບົດບັນທຶກກວດກາເປັນຕົ້ນ.

3)    ອາກອນລາຍໄດ້ຈາກເງິນປັນຜົນກຳໄລ ຕ້ອງແຈ້ງມອບພາຍໃນກຳນົດ 10 ວັນພາຍຫລັງທີ່ໄດ້ມີການຕົກລົງຂອງກອງປະຊຸມສະພາບໍລິຫານຜູ້ຖືຫຸ້ນ ຫລື ຂາຫຸ້ນ, ໃນກໍລະນີທີ່ບໍ່ຍື່ນ ຫລື ບໍ່ເປີດກອງປະຊຸມຂາຫຸ້ນ, ພະນັກງານສ່ວຍສາອາກອນຈະຄິດໄລ່ອາກອນເງິນປັນຜົນກຳໄລ ຕາມໃບລາຍງານຜົນໄດ້ຮັບໃນປີ.

4)    ອາກອນລາຍໄດ້ຈາກຄ່າເຊົ່າ ແມ່ນຜູ້ມີລາຍໄດ້ຈາກຄ່າເຊົ່າ ມີຫນ້າທີ່ແຈ້ງເສຍອາກອນ ພາຍໃນກຳນົດ 10 ວັນ ນັບແຕ່ວັນໄດ້ຮັບຄ່າເຊົ່າເປັນຕົ້ນໄປ.

5)    ອາກອນລາຍໄດ້ປະເພດອື່ນໆ ເຊັ່ນ: ລາຍໄດ້ຈາກຊັບສິນທາງປັນຍາ, ລາຍໄດ້ຈາກລາງວັນ, ລາງວັນຫວຍເປັນເງິນ ຫລື ວັດຖູ, ລາຍໄດ້ຈາກການຊຶ້-ຂາຍ ຫລື ການໂອນກຳມະສິດທີ່ດິນ ແລະ ລາຍໄດ້ອື່ນໆ ໃຫ້ຜູ້ເບີກຈ່າຍເປັນຜູ້ຫັກໄວ້ ແລະ ແຈ້ງເສຍພາຍໃນ 10 ວັນ ຫລັງຈາກທີ່ໄດ້ເບີກຈ່າຍເງິນໃຫ້ຜູ້ມີລາຍໄດ້ດັ່ງກ່າວເປັນຕົ້ນໄປ.

6)    ອາກອນປະເພດຕ່າງໆ ສຳລັບຜູ້ທີ່ບໍ່ມີພູມລຳເນົາ ແຕ່ມີລາຍໄດ້ເກີດຂື້ນຢູ່ ສປປ ລາວ ຜູ້ທີ່ເບີກຈ່າຍເງີນຕ້ອງຄິດໄລ່ອາກອນປະເພດຕ່າງໆໄວ້ ແລະ ແຈ້ງງມອບພາຍໃນກຳນົດ 30 ວັນ ຫລັງຈາກທີ່ໄດ້ເບີກຈ່າຍເງິນໃຫ້ແກ່ຜູ້ບໍ່ມີພູມລຳເນົາດັ່ງກ່າວ.

III.    ການແບ່ງຂັ້ນຄຸ້ມຄອງຫົວຫນ່ວຍທຸລະກິດ

1.   ການແບ່ງຂັ້ນຄຸ້ມຄອງຫົວຫນ່ວຍທຸລະກິດ

  • ກົມສ່ວຍສາອາກອນ: ຮັບຜິດຊອບຄຸ້ມຄອງຫົວຫນ່ວຍທຸລະກິດຂະຫນາດໃຫຍ່ ທີ່ເຄື່ອນໄຫວມີລັກ ສະນະຍຸດທະສາດລະດັບຊາດ, ມີການພັວພັນກັບຕ່າງປະເທດ, ມີການຕິພັນກັບຫລາຍພາກສ່ວນ, ຫລາຍຈະແຫນງວິຊາຊິບ, ເປັນກຸ່ມບໍລິສັດທີ່ມີຫລາຍສາຂາ ຫລື ຕົວແທນທັງຢູ່ພາຍໃນ ແລະ ຕ່າງປະເທດ ເຊັ່ນ: ທະນາຄານ, ສະຖາບັນການເງິນ, ໂຮງແຮມ, ທ່ອງທ່ຽວ, ຫົວຫນ່ວຍວິສາຫະກິດທີ່ດຳເນີນການຜະລິດຂະ ຫນາດໃຫຍ່, ຫົວຫນ່ວຍທຸລະກິດທີ່ເຮັດຫນ້າທີ່ບໍລິການສາທາລະນະ, ຫົວຫນ່ວຍທຸລະກິດທີ່ປະຕິບັດໂຄງ ການ ຫລື ການສຳປະທານຂະຫນາດໃຫຍ່ຂອງລັດຖະບານ ເຊັ່ນ: ພະລັງງານ, ຂຸດຄົ້ນຊັບພະຍາກອນທຳມະ ຊາດ ແລະ ອື່ນໆ.
  • ພະແນກສ່ວຍສາອາກອນແຂວງ, ນະຄອນຫລວງ: ຮັບຜິດຊອບຄຸ້ມຄອງຫົວຫນ່ວຍທຸລະກິດຂະ ຫນາດໃຫຍ່ຕາມການມອບຫມາຍຂອງກົມສ່ວຍສາອາກອນ ແລະ ຂະຫນາດກາງ ທີ່ເຄື່ອນໄຫວມີລັກສະ  ນະຍຸດທະສາດສະເພາະຂອງແຂວງ, ນະຄອນຫລວງ.
  • ຫ້ອງສ່ວຍສາອາກອນເມືອງ: ຮັບຜິດຊອບຄຸ້ມຄອງຫົວຫນ່ວຍທຸລະກິດຂະຫນາດກາງ ຕາມການມອບຫມາຍຂອງພະແນກສ່ວຍສາອາກອນແຂວງ, ນະຄອນຫລວງ ແລະ ຂະຫນາດນ້ອຍ.
  • ຂັ້ນບ້ານ: ເຮັດຫນ້າທີ່ຈັດເກັບລາຍຮັບປະເພດຕ່າງໆ ຕາມການມອບຫມາຍຂອງເມືອງ, ສຳລັບບ້າມສາມສ້າງໃຫ້ປະຕິບັດຕາມບົດແນະນຳ ສະບັບເລກທີ 206/ກງ, ລົງວັນທີ 20/01/2014.

2.   ການແບ່ງລາຍຮັບສ່ວຍສາອາກອນ

ສຳລັບຫົວຫນ່ວຍທຸລະກິດ ທີ່ຂຶ້ນກັບການຄຸ້ມຄອງຂອງ ກົມສ່ວຍສາອາກອນ, ພະແນກສ່ວຍສາອາກອນແຂວງ, ນະຄອນຫລວງ, ລວມທັງສາຂາແຕ່ໄດ້ໄປເຄື່ອນໄຫວທຸລະກິດຢູ່ທ້ອງຖິ່ນອື່ນ ທີ່ມີລາຍຮັບຕ້ອງໄດ້ ມອບອາກອນປະເພດຕ່າງໆ ດັ່ງນີ້

1)   ອາກອນມູນຄ່າເພີ່ມ ແມ່ນ ໃຫ້ມອບຢູ່ທ້ອງຖິ່ນ 20% (ຊາວສ່ວນຮ້ອຍ) ຂອງຈຳນວນອາກອນມູນຄ່າເພີ່ມທັງຫມົດ ທີິ່ເກີດຂຶ້ນຢູ່ທ້ອງຖິ່ນນັ້ນ ຫລື ແຂວງນັ້ນບ່ອນໄປເຄື່ອນໄຫວ, ສ່ວນ 80% ແມ່ນ ໃຫ້ມອບຢູ່ບ່ອນວິສາຫະກິດແມ່ຕັ້ງຢູ່ ຕາມລະບຽບການກ່ຽວກັບການແຈ້ງ ແລະ ການມອບອາກອນມູນຄ່າເພີ່ມ ສະບັບເລກທີ 3227/ກງ, ລົງວັນທີ 17 ທັນວາ 2009;

2)   ອາກອນຊົມໃຊ້(ຖ້າມີ) ແມ່ນໃຫ້ມອບຢູ່ທ້ອງຖິ່ນນັ້ນ ຫລື ແຂວງນັ້ນ ບ່ອນໄປເຄື່ອນໄຫວ 100% (ຮ້ອຍເປີເຊັນ);

3)   ອາກອນລາຍໄດ້ຈາກເງີນເດືອນ ແມ່ນໃຫ້ມອບຢູ່ທ້ອງຖິ່ນນັ້ນ ຫລື ແຂວງນັ້ນບ່ອນໄປເຄື່ອນໄຫວ 100% (ຮ້ອຍເປີເຊັນ);

4)   ອາກອນລຳໄລແມ່ນໃຫ້ມອບຢູ່ບ່ອນວິສາຫະກິດແມ່ຕັ້ງຢູ່.

3.    ຜູ້ທີ່ມີສິດອອກໃບຢັ້ງຢືນການມອບພັນທະອາກອນ

1)    ກົມສ່ວຍສາອາກອນ: ຫົວຫນ້າກົມສ່ວຍສາອາກອນຈະເປັນຜູ້ອະນຸມັດອອກໃບຢັ້ງຢຶນການມອບພັນທະອາກອນໃຫ້ບັນດາຫົວຫນ່ວຍທຸລະກິດ ທີ່ຢູ່ໃນການຄູ້ມຄອງຂອງກົມສ່ວຍສາອາກອນ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ III,1 ຂອງບົດແນະນຳສະບັບນີ້.

2)    ແຂວງ, ນະຄອນຫລວງ: ຫົວຫນ້າພະແນກສ່ວຍສາອາກອນປະຈຳແຂວງ, ນະຄອນຫລວງ ຈະເປັນຜູ້ອະນຸມັດອອກໃບຢັ້ງຢືນການມອບພັນທະອາກອນທີ່ບັນດາສາຂາຂອງວິສາຫະກິດໄດ້ມອບອາກອນຢູ້ທ້ອງຖິ່ນຕົນ ລວມທັງວິສາຫະກິດທີ່ຂຶ້ນກັບການຄຸ້ມຄອງຂອງແຂວງຫນຶ່ງແຕ່ມາເຄື່ອນໄຫວທຸລະກິດຢູ່ທ້ອງຖິ່ນຕົນ.

3)    ຫ້ອງ ຫລື ຫນ່ວຍງານສ່ວຍສາອາກອນປະຈຳເມຶອງ: ຫົວຫນ້າຫ້ອງ ຫລື ຫົວຫນ້າຫນ່ວຍງານສ່ວຍສາອາກອນປະຈຳເມຶຶອງ, ເທດສະບານ ຈະເປັນຜູ້ອະນຸັດອອກໃບຢັ້ງຢືນການມອບພັນທະອາກອນ ໃຫ້ບັນດາຫົວຫນ່ວຍທຸລະກິດ ທີ່ຢູ່ໃນການຄຸ້ມຄອງຂອງຕົນ ລວທທັງຫົວຫນ່ວຍທຸລະກິດ ທີ່ຢູ່ໃນການຄຸ້ມຄອງຂອງຕົນ ລວມທັງຫົວຫນ່ວຍທູລະກິດຂະຫນາດນ້ອຍ ທີ່ມອບໃຫ້ບ້ານຄຸ້ມຄອງເກັບຊ່ວຍຕາມທີ່ໄດ້ກຳນົດໄວ້ໃນຂໍ້ III,1 ຂອງບົດແນະນຳສະບັບນີ້.

4.    ການນຳໃຊ້ໃບຢັ້ງຢຶນການມອບພັນທະອາກອນ

ຜູ້ດຳເນີນທຸລະກິດໃນທຸກຂະແຫນງວິຊາຊິບ ເຊັ່ນ: ຜູ້ນຳເຂົ້າ-ສົ່ງອອກ; ຜູ້ຜະລິດ ແລະ ຜູ້ສະ ຫນອງສິນຄ້າ ແລະ ບໍລິການທີ່ໄດ້ຮັບອະນຸຍາດໃຫ້ສ້າງຕັ້ງຂຶ້ນ ໂດຍຈຳແນກວ່າມີຫລາຍສາຂາ ຫລື ມີຫລາຍຂະແຫນງວິຊາຊິບທີ່ແຕກຕ່າງກັນ ໃນໃບທະບຽນວິສາຫະກິດ ຫລື ໃບທະບຽນສຳປະທານອັນດຽວກັນກໍ່ຕາມລວມທັງຕົວແທນຂອງຫົວຫນ່ວຍທຸລະກິດທີ່ດຳເນີນທຸລະກິດ, ການສະຫນອງສິນຄ້າ ແລະການບໍລິການຢູ່ພາຍໃນປະເທດ.

ໃບຢັ້ງຢືນການມອບພັນທະອາກອນໃຫ້ຖືວ່າເປັນສ່ວນປະກອບຫນຶ່ງທີ່ຂາດບໍ່ໄດ້ ໃນການອອກ ຫລື ອະນຸຍາດໃຫ້ຫົວຫນ່ວຍວິສາຫະກິດທີ່ດຳເນີນວຽກງານໃດຫນື່ງ, ພ້ອມກັນນັ້ນກໍ່ຕ້ອງຂັດຕິດທຸກຄັ້ງກັບເອກະສານຕ່າງໆ ທີ່ວິສາຫະກິດມີການສະເຫນີ ເພື່ອຂໍອະນຸຍາດນຳພາກສ່ວນທີ່ກ່ຽວຂ້ອງ ດັ່ງນີ້:

  • ການນຳເຂົ້າ-ສົ່ງອອກສິນຄ້າ ຫລື ການບໍລິການ;
  • ການຂໍຖອນເງິນຈາກງົບປະມານຜ່ານລະບົບຄັງເງິນແຫ່ງຊາດ;
  • ການກວດກາບັນຊີວິສາຫະກິດຂອງເຈົ້າຫນ້າທີ່ສ່ວຍສາອາກອນ;
  • ການສະເຫນີຂໍໃບຢັ້ງຢືນການມອບອາກອນໃນປິຖັດໄປ;
  • ການຂໍອະນຸຍາດຕໍ່ອາຍຸການລົງທຶນ ຫລື ຕໍ່ອາຍຸການດຳເນີນທຸລະກິດ;
  • ການສະເຫນີຕ່າງໆ: ຂໍຫັກ, ຂໍສົ່ງຄືນ, ຂໍຫລຸດຜ່ອນ ຫລື ຍົກເວັ້ນອາກອນ;
  • ການປະມູນຊື້-ຂາຍສິນຄ້າ ຫລື ບໍລິການຕ່າງໆ;
  • ການເຄຶ່ອນໄຫວຍ້ານສິນຄ້າຢູ່ພາຍໃນປະເທດ;
  • ການສະເຫນີຂໍກູ້ຢືມເງິນນຳສະຖາບັນການເງິນ ຫລື ທະນາຄານ;
  • ການປະມູນໂຄງການຕ່າງໆ ເຊັ່ນ: ກໍ່ສ້າງ, ສ້ອມແປງ ຫລື ການບໍລິການອື່ນໆ ລວມທັງການຂໍສຳປະທານຕ່າງໆ;
  • ການຂໍວິຊາສຳລັບນັກທຸລະກິດຕ່າງປະເທດ;
  • ການສະເຫນີຕ່າງໆຂອງວິສາຫະກິດຕໍ່ຂະແຫນງການຂອງລັດ ຕາມເງື່ອນໄຂຂອງແຕ່ລະພາກສ່ວນທີ່ໄດ້ກຳນົດໄວ້.

ຫ້າມຂະແຫນງການຂອງລັດ, ພາກສ່ວນທີ່ກ່ຽວຂ້ອງຕ່າງເຮັດຂໍ້ຜູກພັນສັນຍາກັບບັນ ດາວິສາຫະກິດໂດຍບໍ່ມີໃບຢັ້ງຢືນການມອບພັນທະອາກອນຂອງປີຜ່ານມາຈາກຂະແຫນງການສ່ວຍສາອາກອນ.

ໃບຢັ້ງຢືນການມອບພັນທະອາກອນມີອາຍຸການນຳໃຊ້ 01 ປີ, ນັບແຕ່ວັນທີ 01 ເດຶອນມັງກອນ ປີ N ເຖິງວັນທີ 31 ທັນວາປີ N.

IV.    ຂໍ້ຫ້າມ

1.    ຫ້າມພະນັກງານ ແລະ ເຈົ້າຫນ້າທີ່ສ່ວຍສາອາກອນ ມີພຶດຕິກຳຕົ້ນຕໍ ດັ່ງນີ້:

  • ຫ້າມເປີດເຜີຍຄວາມລັບຂອງລັດ, ທາງລັດຖະການ ແລະ ຂໍ້ມູນທີ່ເປັນຄວາມລັບຂອງຜູ້ເສຍອາກອນ, ກົດຫນ່ວງຖ່ວງດຶງ, ປອມແປງເອກະສານຕ່າງໆ, ເລີ່ນລີ້ໃນການປະຕິບັດຫນ້າທີ່, ປະລະຫນ້າທີ່ ແລະ ຂາດຄວາມຮັບຜິດຊອບຕໍ່ວຽກງານທີ່ໄດ້ຮັບມອບຫມາຍ;
  • ຫ້າມສວຍໃຊ້ຫນ້າທີ່ຕຳແຫນ່ງ, ໃຊ້ຄວາມຮຸນແຮງ, ບັງຄັບນາບຂູ່, ທວງເອົາ, ຂໍເອົາ ຫລື ຮັບສິນບົນ ຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍແກ່ຜົນປະໂຫຍດຂອງບຸກຄົນ, ລວມຫມູ່, ລັດ ແລະ ການຈັດຕັ້ງ;
  • ຫ້າມໄປຕັ້ງບັນຊີ, ສະຫລຸບບັນຊີແລະ ໃຫ້ການບໍລິການກ່ຽວກັບບັນຊີ ແກ່ພາກທຸລະກິດ;
  • ຫ້າມປົກປ້ອງ ຫລື ສົມຮູ້ຮ່ວມຄິດກັບຜູ້ດຳເນີນການຜະລິດທູລະກິດ ທີ່ລະເມີດລະບຽບກົດຫມາຍ;
  • ປອມແປງໃບເກັບເງີນ, ໃບຮັບເງີນ ຫລື ເອກະສານອື່ນໆ;
  • ຫ້າມເກັບລາຍຮັບສ່ວຍສາອາກອນ ໂດຍບໍ່ໄດ້ຮັບອະນູຍາດ ຈາກການຈັດຕັ້ງ ທີ່ບໍ່ສອດຄ່ອງກັບລະບຽບກົດຫມາຍກຳນົດ;
  • ຫ້າມນຳເອົາເງິນອາກອນທີ່ເກັບໄດ້ໄປນຳໃຊ້ສ່ວນຕົວ ໂດຍບໍ່ມອບເຂົ້າງົບປະມານແຫ່ງລັດ;
  • ຫ້າມສ້າງກຸ່ມກ້ອນ, ພັກພວກ ທີ່ກໍ່ໃຫ້ເກີດຄວາມແຕກແຍກສາມັກຄີພາຍໃນ

2.    ຫ້າມຜູ້ເສຍ ແລະ ຜູ້ມອບອາກອນ ມີພຶດຕິກຳຕົ້ນຕໍ ດັ່ງນີ້:

  • ຫ້າມທຳລາຍຂໍ້ມູນຫລັກຖານ, ປອມແປງເອກະສານ, ເຊື່ອງອຳປິດບັງລາຍຮັບ ແລະ ຊຸກເຊື່ອງການກະທຳຜິດ ທີ່ຜິດພັນກັບການເສຍອາກອນ;
  • ຫ້າມໃຫ້ສິນບົນ ຫລື ຄ່າຈ້າງລາງວັນ, ສົມຮູ້ຮ່ວມຄິດກັບພະນັກງານ ຫລື ເຈົ້າຫ້ນາທີ່ສ່ວຍສາອາກອນເອົາເງິນຂອງລັດ;
  • ຫ້າມປອມແປງໃບເກັບເງິນ, ໃບຮັບເງິນ ຫລື ເອກະສານອື່ນໆ;
  • ຫ້າມຫມິ່ນປະຫມາດ, ນາບຂູ່, ໃສ່ຮ້າຍປ້າຍສີ, ທຳຮ້າຍຮ່າງກາຍພະນັກງານ ແລະ ເຈົ້າຫນ້າທີ່ສ່ວຍສາອາກອນ.

V.    ມາດຕະການຕໍ່ຜູ້ລະເມີດ

1.   ສຳລັບພະນັກງານ ແລະ ເຈົ້າຫນ້າທີ່ສ່ວຍສາອາກອນ:

ຖ້າຫາກພະນັກງານ ແລະ ເຈົ້າຫນ້າທີ່ສ່ວຍສາອາກອນລະເມີດລະບຽບການສະບັບນີ້ຈະຖືກປະຕິບັດມາດຕະການຕາມກໍລະນີຫນັກ ຫລື ເບົາ ທີ່ໄດ້ກຳນົດໄວ້ໃນດຳລັດວ່າດ້ວຍລະບຽບລັດຖະກອນສະບັບເລກທີ 82/ນຍ, ລັງວັນທີ 19 ພຶດສະພາ 2003 ແລະ ລະບຽບກົດຫມາຍອື່ນໆທີ່ກ່ຽວຂ້ອງ.

2.   ສຳລັບຜູ້ເສຍອາກອນ:

ຖ້າຫາກບໍ່ຍື່ນ ບົດລາຍງານການເງິນປະຈຳປີຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນໂລແມ້ງ IIຂໍ້ທີ 11 ຂອງບົດແນະນຳສະບັບນີ້ຈະຖຶກນຳໃຊ້ມາດຕະການຕ່າງໆ ຕາມກົດຫມາຍວ່າດ້ວຍການບັນຊີ, ກົດຫມາຍວ່າດ້ວຍສ່ວຍສາອາກອນທີ່ໄດ້ກຳນົດ ພ້ອມກັນນັ້ນຂະແຫນງສ່ວຍສາອາກອນຈະແຈ້ງໃຫ້ແກ່ຂະແຫນງການກ່ຽວຂ້ອງບໍ່ໃຫ້ຄວາມຮ່ວມມືໃນການເຄື່ອນໄຫວທຸລະກິດ. ຖອນໃບທະບຽນວິສາຫະກິດ, ໃບທະບຽນສຳປະທານໄວ້ຊົ່ວຄວາມ ຫລື ຖາວອນ ແລະ ແຈ້ງອອກທາງສື່ມວນຊົນຕ່າງໆ.

ຖ້າຫາກບໍ່ຍື່ນໃບແຈ້ງ ແລະ ມອບອາກອນຕາມທີ່ກົດຫມາຍກຳນົດ ຈະຖືກປັບໄຫມຕາມທີ່ໄດ້ກຳນົດໃນ ມາດຕາ 73 ຂອງກົດຫມາຍວ່າດ້ວຍສ່ວຍສາອາກອນ ສະບັບເລກທີ 05/ສພຊ, ລົງວັນທີ 20 ທັນວາ 2011 ແລະ ມາດຕາ 52 ຂອງກົດຫມາຍວ່າດ້ວຍອາກອນມູນຄ່າເພິ່ມ ສະບັບເລກທີ 04/ສພຊ, ລົງວັນທີ 26 ທັນວາ 2006.

VI.    ການຈັດຕັ້ງປະຕິບັດ

ຂະແຫນງສ່ວຍສາອາກອນແຕ່ລະຂັ້ນມີຫນ້າທີ່ໂຄສະນາເຜີຍແຜ່ບົດແນະນຳສະບັບນີ້ໃຫ້ບຸກຄົນ, ນິຕິບຸກ ຄົນ, ປະຊາຊົນທຸກຊັ້ນຄົນ ແລະ ການຈັດຕັ້ງຢ່າງກ້ວາງຂວງເພຶ່ອຮັບຮູ້, ມີຫນ້າທີ່ປະສານສົມທົບກັບອຳນາດການປົກຄອງ ແລະ ຂະແຫນງການທີ່ກ່ຽວຂ້ອງເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ.

VII.    ຜົນສັກສິດ

ບົດແນະນຳສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ປ່ຽນແທນລະບຽບກ່ຽວກັບທະບຽນອາກອນສະບັບເລກທີ 3225/ກງ ລົງວັນທີ 17 ທັນວາ 2009. ຂໍ້ກຳນົດ,ບົດບັນຍັດໃດທີ່ຂັດກັບລະບຽບສະບັບນີ້ລ້ວນແຕ່ຖືກຍົກເລີກ.

ລັດຖະມົນຕີວ່າການກະຊວງການເງິນ

(ເຊັນ ແລະ ປະທັບຕາ)
ດຣ ລຽນ ທີແກ້ວ

ຂ້າງເທິງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.