ຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອສະຫຼຸບຜົນການເຮັດວຽກຮ່ວມກັບແຕ່ລະຂະແໜງການກ່ຽວຂ້ອງ ກ່ຽວກັບການຕອບຄຳຖາມເຈາະຈິ້ມຕໍ່ມາດຕະການດ້ານການຄ້າທີ່ບໍ່ແມ່ນພາສີ ແລະ ບັນດາລາຍການສິນຄ້າທີ່ແຕ່ລະຂະແໜງການຄຸ້ມຄອງ ແລະ ອອກອະນຸຍາດນຳເຂົ້າ ແລະ ສົ່ງອອກ ເພື່ອກຳນົດແນວທາງການປັບປຸງລາຍການສິນຄ້າທີ່ຕ້ອງຂໍອະນຸຍາດນຳເຂົ້າ ແລະ ສົ່ງອອກ ແບບອັດຕະໂນມັດ ແລະ ບໍ່ອັດຕະໂນມັດ ແລະ ລາຍການສິນຄ້າເກືອດຫ້າມນຳເຂົ້າ ແລະ ສົ່ງອອກ. ພ້ອມນີ້, ກໍໄດ້ຊີ້ແຈງແຜນວຽກໃນຕໍ່ໜ້າຂອງໂຄງການທົບທວນຄືວຽກງານທາງດ້ານການຄ້າທີ່ບໍ່ແມ່ນພາສີ ໃຫ້ບັນດາຈຸດປະສານງານຂອງໜ່ວຍງານ NTMs ຮັບຊາບ.

ທີ່ປະຊຸມໄດ້ຮັບຟັງການບັນຍາຍ ທີ່ຍົກໃຫ້ເຫັນເຖິງເຫດຜົນໃນການນຳໃຊ້ມາດຕະການຕ່າງໆ ເປັນຕົ້ນແມ່ນ ເພື່ອການຄຸ້ມຄອງ ແລະ ການຕິດຕາມ, ການເກັບກຳສະຖິຕິ, ປົກປ້ອງຊີວິດ ແລະ ສຸຂະພາບຂອງຄົນ, ສັດ, ແລະ ພືດ (SPS), ຄວາມປອດໄພຕໍ່ຜູ້ຊົມໃຊ້ (TBT), ເພື່ອປະຕິບັດຕາມສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ ແລະ ອື່ນໆ. ການຈັດຕັ້ງປະຕິບັດມາດຕະການການຂໍອະນຸຍາດນຳເຂົ້າ-ສົ່ງອອກ ສ່ວນຫຼາຍເຫັນວ່າເຮັດໄດ້ດີພໍສົມຄວນ, ສໍາລັບໄລຍະເວລາໃນການອອກໃບອະນຸຍາດນຳເຂົ້າສົ່ງອອກໂດຍທົ່ວໄປ ແມ່ນປະມານ 2-5 ວັນລັດຖະການ ຖ້າເອກະສານຄົບຖ້ວນ, ຫຼື ອາດຈະອອກໃນມື້້ດຽວສໍາລັບບາງສິນຄ້າ. ຢ່າງໃດກໍ່ຕາມ, ການອອກໃບອະນຸຍາດຂອງບາງຂະແໜງການເຫັນວ່າຍັງໃຊ້ເວລາດົນສົມຄວນ ແລະ ບໍ່ສາມາດກຳນົດໄດ້ຍອ້ນຂັ້ນຂອດພາຍໃນກະຊວງ, ທີ່ປະຊຸມໄດ້ຍົກໃຫ້ເຫັນກ່ຽວກັບການອອກອະນຸຍາດ ໂດຍຜ່ານລະບົບອີເລັກໂຕຣນິກ ເຊິ່ງເຫັນວ່າຫຼາຍຂະແໜງການກໍໃຫ້ຄວາມສົນໃຈໃນການກ້າວໄປສູ່ການນຳໃຊ້ລະບົບອອນໄລ໌ນທີ່ທັນສະໃໝໂດຍບໍ່ໃຊ້ເຈ້ຍ  ເພື່ອອໍານວຍຄວາມສະດວກແກ່ບັນດາຜູ້ປະກອບການກໍ່ຄືພາກທຸລະກິດ, ແຕ່ປະຈຸບັນກໍ່ເຫັນວ່າຍັງຂາດງົບປະມານ ເພື່ອມານຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດ.

ນອກຈາກນີ້ແລ້ວ, ກອງປະຊຸມໄດ້ເປີດ​ໂອກາດໃຫ້ຜູ້ເຂົ້າຮ່ວມປະກອບຄໍາຄິດເຫັນ ແລະ ຕັ້ງຄໍາຖາມທີ່ຕິດພັນກັບລາຍການສິນຄ້າດັ່ງກ່າວລວມທັງການທົບທວນຄືນມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີທີ່ກອງປະຊຸມໄດ້ຍົກຂຶ້ນ ຢ່າງກົງໄປກົງມາແບບເປັນການເອງ ເຮັດໃຫ້ກອງປະຊຸມດັ່ງກ່າວມີບັນຍາກາດຟົດຟື້ນ ແລະ ສ້າງຄວາມເຂົ້າໃຈໃຫ້ແກ່ບັນດາແຂກຜູ້ເຂົ້າຮ່ວມໄດ້ເປັນຢ່າງດີ.

ຕອນທ້າຍກອງປະຊຸມຕົກລົງເປັນເອກະພາບຜ່ານ​ແຜນ​ວຽກ​ຂອງ​ສົກ​ປີ​ຕໍ່​ໄປ ​ໂດຍ​ສະ​ເພາະ​ ແມ່ນ​ການ​ວິ​ໄຈ ​ແລະ ປະ​ເມີນ​ຜົນ​ກະທົບ​ຂອງ​ມາດ​ຕະການ NTMs ທີ່ມີຕໍ່ລະບົບເສດຖະກິດຂອງປະເທດກໍ່ຄືພາກພື້ນ ແລະ ສາກົນ ໂດຍຈະໃຊ້ໂປຼແກມ STATA ທີ່ທະນາຄານໂລກນຳໃຊ້ຢູ່ໃນປະຈຸບັນ ຊຶ່ງຄາດວ່າຈະມີການຈັດຝຶກອົບຮົມໃນການໃຊ້​ໂປ​ແກຼມດັ່ງກ່າວ​ໃນ​ກາງ​ເດືອນ​ມີນາ 2015.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.