ພະແນກອຳນວຍຄວາມສະດວກທາງດ້ານການຄ້າ
ກົມ​ການນຳ​ເຂົ້າ ແລະ ສົ່ງ​ອອກ
ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ
5 ມັງ​ກອນ 2015

ບົດ​ຄັດ​ຫຍໍ້

ບົດ​ຄົ້ນ​ຄວ້າ​ນີ້ ໄດ້​ວິ​ເຄາະ​ຂະ​ບວ​ນ​ການ​ເຮັດ​ສັນ​ຍາ​ລະ​ບົບ​ແຈ້ງ​ພາ​ສີ​ປະ​ຕູ​ດຽວ​ແຫ່ງ​ຊາດ ​ຢູ່ ສ​ປ​ປ ລາວ ໂດຍອີງ​ໃສ່ສອງ​ຕົວ​ຊີ້​ວັດ​ຕົ້ນ​ຕໍ​ຄື: ການ​ມີ​ສ່ວນ​ຮ່ວມ​ໃນ​ຂະ​ບວນ​ການ​ເຮັດ​ສັນ​ຍາ​ຂອງ​ພາ​ກ​ສ່​ວນ​ກ່ຽວ​ຂ້ອງ ແລະ ບັນ​ທັດ​ຖານ​ຂອງ​ຄວາມ​ເປັນ​ຜູ້​ປະ​ກອບ​ການທາງ​ທຸ​ລະ​ກິດ. ຜົນ​ຂອງ​ການວິ​ເຄາະໄດ້​ສະ​ແດ​ງ​ໃຫ້ເຫັນ​ວ່າ ການ​ເຮັດ​ສັນ​ຍາສຳ​ປະ​ທານ ລະ​ຫວ່າງ​ລັດ​ຖະ​ບານ​ລາວ ແລະ ບໍ​ລິ​ສັດ​​ບິວໂຣ​ເວີ​ຣິ​ຕັ​ສ ວ່າ​ດ້ວຍການພັດ​ທະ​ນາລະ​ບົບ​​ແຈ້ງ​ພາ​ສີ​ປະ​ຕູ​ດຽວ​ແຫ່ງ​ຊາດ ເປັນ​ຍຸດ​ທະ​ສາດ​ອັນ​ດີ ທີ່​ມີ​ທ່າ​ແຮງ​ໃນ​ການ​ອຳ​ນວຍ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ ​ຢູ່​ ສ​ປ​ປ ລາວ ແລະ ໃນການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ລາວ ເຂົ້າ​ກັບ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກອາ​ຊຽນ. ຜົນ​ຂອງ​ການ​ວິ​ເຄາະ​ຕົ້ນ​ທຶນ-ຜົນ​ຕອບ​ແທນ​ຂອງ ​ລະ​ບົບ​ເຈ້ຍ-ສໍ ແລະ ລະ​ບົບແຈ້ງ​ພາ​ສີ​ປະ​ຕູດຽວ ສະ​ແດງ​ໃຫ້​ເຫັນ​ວ່າ ການ​ນຳ​ໃຊ້ລະ​ບົບແຈ້ງ​ພາ​ສີ​ປະ​ຕູດຽວ ຢູ່ ສ​ປ​ປ ລາວ ຈະ​ຊ່ວຍຫຼຸດ​ຜ່ອນ​ຕົ້ນ​ທຶນຂອງ​ພາກ​ທຸ​ລະ​ກິດ​ໃນການ​ຂໍ​ອະ​ນຸ​ຍາດ​ນຳ​ເຂົ້າ-ສົ່ງ​ອອກ ໄດ້​ປະ​ມານ $248.527.448 ໃນ​ໄລ​ຍະ​ເວ​ລາ 10 ປີ ເຊິ່ງ​ຫຼຸດ​ລົງ​ຈາກ $356.647.975 ໃນ​ກໍ​ລະ​ນີຂອງລະ​ບົບ​ເຈ້ຍ-ສໍ ເປັນ $108.120.527 ໃນ​ກໍ​ລະ​ນີຂອງລະ​ບົບ​ແຈ້ງ​ພ​າສີ​ປະ​ຕູດຽວ. ລັດ​ຖະ​ບານ​ລາວ​ ຈະ​ມີ​ລາຍຮັບເພີ່ມ​ຂຶ້ນ​​ປະ​ມານ $4.636.417 ໃນ​ໄລ​ຍະ​ເວ​ລາ 10 ປີ​ຂອງ​ການ​ສຳ​ປະ​ທານ (ບໍ່​ລວມ​ຄ່າ​ພາກຫຼວງ ແລະ ອາ​ກອນ​ກຳ​ໄລ ທີ່​ຈະ​ໄດ້​ຮັບ​ຈາກ ບໍ​ລິ​ສັດ​ຮ່ວມ​ທຶນ). ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຄ່າ​ບໍ​ລິ​ການ​ຂອງ​ລະ​ບົບ​ແຈ້ງ​ພາ​ສີ​ປະ​ຕູ​ດຽວ ຢູ່​ ສ​ປ​ປ ລາວ ແມ່ນ​ສູງກວ່າ​​ຫຼາຍ​ປະ​ເທດ​ໃນ​ໂລກ ​ເຊິ່ງມີມູນ​ຄ່າປະ​ມານ $18.545.667 ຫຼື 17,15% ຂອງຄ່າໃຊ້ຈ່າຍທັງໝົດໃນການຂໍອະນຸຍາດນຳເຂົ້າ-ສົ່ງອອກ ໃນ​ໄລ​ຍະ​ເວ​ລາ 10 ປີ ຂອງ​ການ​ສຳ​ປະ​ທານ. ​ຄ່າບໍລິການລະບົບ​ດັ່ງກ່າວ ຈະເປັນອຸປະສັກຕໍ່ ​ຄວາມ​ສາ​ມາດ​ແຂ່ງ​ຂັນ​​ທາງ​ທຸ​ລະ​ກິດຂອງ​ຜູ້​ປະ​ກອບ​ການ​ພາຍ​ໃນ​ປະ​ເທດ ແລະ ​​ຈຳ​ກັດ​ການ​ຂະຫຍາຍ​ຕົວ​ ແລະ ການ​ສ້າງ​ຄວາມຫຼາກ​ຫຼາຍທາງ​ດ້ານການ​ຄ້າ​ໃນຂະ​ແໜງ​ອຸດ​ສາ​ຫະ​ກຳ ທີ່​ຕິດ​ພັນ​ກັບ​ເຄືອ​ຂ່າຍ​ການ​ຜະ​ລິດ​ຂອງ​​ໂລກ. ຂໍ້​ຄົງ​ຄ້າງ​ຂອງ​ການ​ເຮັດ​ສັນ​ຍາສຳ​ປະ​ທານ ແມ່ນການ​ກຳ​ນົດຄ່າ​ບໍ​ລິ​ການ​ຂອງ​ລະ​ບົບ​ແຈ້ງ​ພາ​ສີ​ປະ​ຕູ​ດຽວຕາມເງື່ອນ​ໄຂ​ຂອງການລົງ​ທຶນ ເຊິ່ງ​ຜູ້​ປະ​ກອບ​ການ​ນຳ​ເຂົ້າ-ສົ່ງ​ອອກສິນ​ຄ້າ ຢູ່ ສ​ປ​ປ ລາວ ອາດບໍ່​ພໍ​ໃຈໃນ​ການ​ຈ່າຍ​ຄ່າ​ບໍ​ລິ​ການ​ດັ່ງ​ກ່າວ. ສະ​ນັ້ນ, ກົມ​ພາ​ສີ​ຂອງ​ກະ​ຊວງ​ການ​ເງິນ ຄວນ​ມີ​ມາດ​ຕະ​ການ​ຊົດ​ເຊີຍຄ່າ​ບໍ​ລິ​ການຂອງ​ລະ​ບົບ​ແຈ້ງ​ພາ​ສີ​ປະ​ຕູ​ດຽວໃຫ້​ແກ່ຜູ້​ປະ​ກອບ​ການ ໃນ​ໄລ​ຍະ​ເວ​ລາ​ໃດ​ໜຶ່ງ ເຊັ່ນ: 5 ປີທຳ​ອິດຂອງ​ການ​ສຳ​ປະ​ທານ. ຫຼັງ​ຈາກ​ນັ້ນ, ກົມ​ພາ​ສີ​ ຄວນເຈ​ລະ​ຈາ​ກັບບໍ​ລິ​ສັດບິວ​ໂຣເວີ​ຣິ​ຕັ​ສອີກຄັ້ງ​ໜຶ່ງ ເພື່ອ​ຂໍຫຼຸດ​ຄ່າ​ບໍ​ລິ​ການ ໃຫ້​ຢູ່​ໃນ​ອັດ​ຕາ​ທີ່​ເໝາະ​ສົມ.

 

# ຫົວຂໍ້ ດາວໂຫຼດ
1 Is the contract arrangement for establishing Lao National Single Window adequate to facilitate trade in Lao PDR? PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.