ຕາມ​ວາລະກອງປະຊຸມ, ​ເລີ່ມຈາກ ທ່ານ ປະທານຮ່ວມທັງສອງຝ່າຍ ໄດ້ມີຄຳເຫັນ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ. ​ໃນ​ນີ້ ກອງປະຊຸມໄດ້ແບ່ງອອກເປັນ 3 ພາກໃຫຍ່ຄື: 1) ສະພາບການຄ້າ ແລະ ການລົງທຶນຂອງ ສປປ ລາວ, 2) ນະໂຍບາຍການສົ່ງເສີມການລົງທຶນ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ; 3) ການລົງທຶນ ໃນເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ຢູ່ ສປປ ລາວ. ຫຼັງຈາກ​ນັ້ນ ກໍ​ໄດ້​ເປີດ​ໂອກາດ​ໃຫ້​ມີ​ການ​ຖາມ-ຕອບ​ເພື່ອ​ແລກປ່ຽນຄຳ​ຄິດ​ຄຳ​ເຫັນ​ຮ່ວມ​ກັນ.

ກອງປະຊຸມຈັດຂຶ້ນ ແລະ ດໍາເນີນໄປດ້ວຍຄວາມເອົາໃຈໃສ່ ແລະ ການສະໜັບສະໜູນຈາກສອງຝ່າຍ ເຮັດໃຫ້ປະສົບຜົນສໍາເລັດ ຕາມຈຸດປະສົງລະດັບຄາດໝາຍ, ມີນັກທຸລະກິດຈີນໃຫ້ຄວາມສົນໃຈ ແລະ ເຂົ້າຮ່ວມເກີນຈຳນວນທີ່ຄາດໝາຍ. ສຽງຕອບ​ຮັບພາຍຫຼັງຈັດຕັ້ງກອງປະຊຸມ ​ໄດ້ມີນັກທຸລະກິດຈຳນວນໜຶ່ງສະແດງເຈດຈຳນົງຢາກມາລົງທຶນຢູ່ ສປປ ລາວ ໃນຂະແໜງຊັບພະຍາກອນທຳມະຊາດ (ແຮ່, ໄຟຟ້າ, ກະສິກຳ) ການລົງທຶນໃນຂະແໜງອະສັງຫາລິມມະຊັບ ກໍກໍາລັງເປັນທີ່ໜ້າສົນໃຈຂອງນັກທຸລະກິດຈີນ ໃນປັດຈຸບັນ​ເຊັ່ນ​ກັນ.

ກອງ​ປະຊຸມ​ໃນ​ຄັ້ງນີ້​ໄດ້​ເປັນ​ບາດກ້າວໜຶ່ງທີ່​ສຳ​ຄັນ​ຂອງ​ການ​ຮ່ວມ​ມື 2 ຊາດ ລາວ-​ຈີນ. ​ໂດຍຜ່ານ​ການ​ຮ່ວມ​ມື​ດັ່ງກ່າວ​, ສປປ ລາວ ສາມາດ​ສົ່ງ​ຕໍ່ຂໍ້​ມູນ ​ໂດຍ​ຜ່ານ​ສະຫະພັນ​ການ​ລົງທຶນ​ຕ່າງປະ​ເທດ​ຈີນ ທີ່​ເຮັດໜ້າທີ່​ຊ່ວຍ​ເປັນ​ຂົວ​ຕໍ່​ໄປ​ຍັງ​ນັກທຸລະກິດ​ຈີນ; ​​ເພື່ອເຜິ​ຍ​ແຜ່​​ໂຄສະນາ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ທີ່​ກ່ຽວຂ້ອງ​ກັບ​ວຽກງານ​ເສດ​ຖະກິດ-​ການ​ຄ້າ-​ການ​ລົງທຶນ ​ແລະ ດ້ານ​ອື່ນໆ ​ເຮັດ​ໃຫ້​ນັກທຸລະກິດ​ຈີນ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ສະພາບ​ການ​ພັດທະນາ​ເສດຖະກິດ-​ສັງຄົມ ຢູ່ ສປປ ລາວ ຫຼາຍຂຶ້ນ; ຊຸກ​ຍູ້​ໃຫ້​ມີ​ການຈັດຕັ້ງຄະນະ​ນັກທຸລະກິດ ມາ​ສື​ກສາ​ສະພາບ​ຂໍ້​ມູນ​ຄວາມ​ເປັນ​​ໄປ​ໄດ້​ຕົວ​ຈິງ ຢູ່ ສປປ ລາວ ​ເຊິ່ງ ກໍ​ແມ່ນ​ວຽກງານໜຶ່ງ ທີ່​ທັງ​ສອງ​ຝ່າຍ​ຈະ​ໄດ້​ພ້ອມ​ກັນ​ຈັດຕັ້ງປະຕິບັດ ​ໃນ​ປີຕໍ່ໜ້າ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.