ເນື່ອງຈາກປະເທດຣາຊອານາຈັກໄທ ຢູ່ໃນຊ່ວງການດຳເນີນການແກ້ໄຂບັນຫາ ກ່ຽວກັບການຄ້າງາຊ້າງ ເພື່ອຫຼຸດຄວາມສ່ຽງໃນການຖືກໃຊ້ມາດຕະການລົງໂທດທາງການຄ້າ ພາຍໃຕ້ສົນທິສັນຍາການຄ້າສາກົນໃນສັດ ແລະ ພືດປ່າ ທີ່ໃກ້ຈະສູນພັນ (CITES) ເຊິ່ງກົມເຈລະຈາການຄ້າລະຫວ່າງປະເທດ ແລະ ກົມພັດທະນາທຸລະກິດການຄ້າໄທ ໄດ້ຮ່ວມດໍາເນີນການ ປະຊາສຳພັນ-ເຜີຍແຜ່ ໂດຍມີຈຸດປະສົງ ເພື່ອສ້າງຄວາມຮູ້ຄວາມເຂົ້າໃຈຕໍ່ກັບພັນທະຕາມສົນທິສັນຍາ CITES ລວມທັງການປະຕິບັດລະບຽບ/ກົດໝາຍທີ່ກ່ຽວຂ້ອງ ຈົນເຖິງການກວດກາການຄ້າງາຊ້າງບ້ານ ຂອງປະຊາຊົນ, ຜູ້ຄ້າງາຊ້າງ, ເຈົ້າຂອງງາຊ້າງ ແລະ ຄົນຕ່າງປະເທດ.

ສົນທິສັນຍາ CITES ມີຈຸດປະສົງ ເພື່ອຄຸ້ມຄອງສັດ ແລະ ພືດປ່າທີ່ໄກ້ຈະສູນພັນ ໂດຍຄວບຄຸມການຄ້າລະຫວ່າງປະເທດຜ່ານລະບົບໃບອະນຸຍາດ. ບັນຫາການຄ້າງາຊ້າງຜິດກົດໝາຍເປັນປະເດັນທີ່ປະເທດພາຄີໃຫ້ຄວາມສຳຄັນຫຼາຍ ແລະ ຣາຊະອານາຈັກໄທ ກໍເປັນປະເທດໜຶ່ງທີ່ຖືກຕິດຕາມຢ່າງໃກ້ຊິດກ່ຽວກັບການຄວບຄຸມການຄ້າງາຊ້າງ. ດັ່ງນັ້ນ, ກະຊວງພານິດໄທ ຈຶ່ງໄດ້ສ້າງແຜນປະຊາສໍາພັນການແກ້ໄຂປັນຫາງາຊ້າງຂອງໄທ ແລະ ເຜີຍແຜ່ ເພື່ອສ້າງຄວາມຮູ້ຄວາມເຂົ້າໃຈກ່ຽວກັບພັນທະຂອງໄທ ຕາມສົນທິສັນຍາ CITES, ລວມທັງລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງ, ການຄຸ້ມຄອງການຄ້າງາຊ້າງບ້ານຕໍ່ກັບປະຊາຊົນທົ່ວໄປ, ຜູ້ຄ້າງາຊ້າງ, ເຈົ້າຂອງຊ້າງ ແລະ ແຈ້ງເຕືອນຊາວຕ່າງປະເທດ ບໍ່ໃຫ້ຊື້-ຊາຍງາຊ້າງ ແລະ ບໍ່ໃຫ້ນຳອອກ ຫຼື ນຳເຂົ້າຈາກປະເທດໄທ.

# ຫົວຂໍ້ ດາວໂຫຼດ
1 Kingdom of Thailand undergoing on ivory resolutions to reduce risks on trade punishment measures under CITES PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.