ເພື່ອຄຸ້ມຄອງການເຄື່ອນໄຫວຂອງຫົວໜ່ວຍທຸລະກິດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍທີ່ໄດ້ກຳນົດໄວ້, ຮັບປະກັນໃນການປະຕິບັດ ພັນທະຂອງຕົນຢ່າງເປັນປົກກະຕິ ແລະ ຖືກຕ້ອງຕາມການເຄື່ອນໄຫວທຸລະກິດຕົວຈິງ, ພ້ອມທັງເປັນການຈັດຕັ້ງປະຕິບັດວຽກງານຂອງຂະແໜງສ່ວຍສາອາກອນໃຫ້ແທດເໝາະກັບ ການບໍລິການຄຸ້ມຄອງຕາມກົນໄກ່ຜ່ານປະຕູດຽວ. ສະນັ້ນ, ກະຊວງການເງິນ ຈຶ່ງອອກ ແຈ້ງການ ກ່ຽວກັບ ການນຳໃຊ້ໃບຢັ້ງຢືນການມອບພັນທະອາກອນ (ໃຊ້ແທນໃບທະບຽນອາກອນ) ສະບັບເລກທີ 58/ກງ.ຫກ, ລົງວັນທີ 12 ມັງກອນ 2015 ໃຫ້ທຸກຂະແໜງການທີ່ກ່ຽວຂ້ອງ, ຫົວໜ່ວຍທຸລະກິດ, ບຸກຄົນ ທີ່ຄຸ້ມຄອງຫົວໜ່ວຍທຸລະກິດດັ່ງກ່າວ ຫຼື ມີການຕິດຕໍ່ພົວພັນໃນການດຳເນີນທຸລະກິດ ຈົ່ງຕິດຕາມ, ກວດກາ ແລະ ແນະນຳ ທຸກຫົວໜ່ວຍທຸລະກິດຕ້ອງມີໃບຢັ້ງຢືນການມອບພັນທະອາກອນປະຈຳປີ ເພື່ອນຳໃຊ້ແທນໃບທະບຽນອາກອນ ຄັດຕິດມາພ້ອມທຸກຄັ້ງ ຈຶ່ງພິຈາລະນາອະນຸຍາດ ໃຫ້ກັບວຽກງານຕ່າງໆ ເຊັ່ນ:

1.     ການນຳເຂົ້າ ຫຼື ສົ່ງອອກ ສິນຄ້າ ແລະ ການບໍລິການ;
2.    ການເຄື່ອນຍ້າຍສິນຄ້າຢູ່ພາຍໃນປະເທດ;
3.    ການອະນຸຍາດ ໃຫ້ຂະຫຍາຍ ຫຼື ຕໍ່ອາຍຸຂອງການລົງທຶນ, ຕໍ່ອາຍຸການສຳປະທານ ຫຼື ຕໍ່ອາຍຸການດຳເນີນທຸລະກິດ;
4.    ການປະມູນ ການຊື້-ຂາຍ ສິນຄ້າ ແລະ ການບໍລິການ ຫຼື ການປະມູນໂຄງການຕ່າງໆ ເຊັ່ນ: ໂຄງການກໍ່ສ້າງ, ສ້ອມແປງ ແລະ ບໍລິການອື່ນໆ ກັບອົງການຈັດຕັ້ງຂອງລັດ, ເອກະຊົນ, ອົງການຈັດຕັ້ງສາກົນ ຫຼື ກັບຫົວໜ່ວຍທຸລ ະກິດດ້ວຍກັນ;
5.    ການຂໍຕໍ່ວີຊາ ຫຼື ຂໍນະໂຍບາຍພັກເຊົາ ຢູ່ ສປປ ລາວ ຂອງຜູ້ດຳເນີນທຸລະກິດ;
6.    ການສະເໜີ ຂໍນະໂຍບາຍ ຫຼື ແກ້ໄຂວຽກງານພາຍໃນວິສາຫະກິດ ຕໍ່ຂະແໜງການຂອງລັດ;
7.    ການຂໍຖອນເງິນງົບປະມານ ຜ່ານລະບົບຄັງເງິນແຫ່ງຊາດ;
8.    ການກວດກາບັນຊີວິສາຫະກິດປະຈຳປີ ລວມທັງການສະເໜີຂໍໃບຢັ້ງຢືນການມອບພັນທະອາກອບໃນແຕ່ລະປີ;
9.    ການສະເໜີຂໍຫັກ, ຂໍເງິນອາກອນຄືນ ແລະ ຂໍນະໂຍບາຍຫຼຸດຜ່ອນ ຫຼື ຂໍຍົກເວັ້ນອາກອນ.

ດັ່ງນັ້ນ, ຈຶ່ງແຈ້ງໃຫ້ພາກສ່ວນກ່ຽວຂ້ອງຈົ່ງຊ່ວຍກັນຕິດຕາມ, ກວດກາ, ແນະນຳ ໃຫ້ຫົວໜ່ວຍທຸລະກິດ ສະຫຼຸບບັນຊີປະຈໍາປີໃຫ້ຖືກຕ້ອງ, ມອບພັນທະອາກອນໃຫ້ຄົບຖ້ວນ, ສະເໜີຂໍໃບຢັ້ງຢືນການມອບພັນທະອາກອນປະຈຳປີ ຂອງປີຜ່ານມາ ເພື່ອຈະສືບຕໍ່ເຄື່ອນໄຫວທຸລະກິດຕໍ່ໄປ ໃຫ້ຖືກຕ້ອງຕາມລະບຽບກົດໝາຍນຳນົດໄວ້. 

ກົດທີ່ນີ້ ເພື່ອເບິ່ງແຈ້ງການສະບັບເຕັມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.