ໂດຍອີງໃສ່ລະບຽບການ Commission Delegated Regulation (EU) ສະບັບເລກທີ 1421/2013 ກ່ຽວກັບການປັບປຸງລະບຽບການເລກທີ 978/2012 ໃນວັນທີ 01 ມັງກອນ 2015 ວ່າດ້ວຍການທີ່ ສປ ຈີນ, ໄທ, ເອວກົວດໍ, ແລະ ເມົາດິບ ຈະສູນເສຍສະຖານະພາບການເປັນປະເທດທີ່ໄດ້ຮັບສິດທິພິເສດທາງດ້ານການຄ້າຂອງສະຫະພາບເອີລົບ. ຄະນະກຳມາທິການຂອງ EU ກໍໄດ້ແຈ້ງໄປຫາປະເທດດັ່ງກ່າວ ຫຼາຍຄັ້ງແລ້ວ ແລະ ລ່າສຸດ ເພື່ອເປັນການເຕືອນບັນດາປະເທດດັ່ງກ່າວອີກເທື່ອໜຶ່ງ, EU ໄດ້ສົ່ງຈົດໝາຍຂອງຫົວໜ້າກົມການຄ້າຫາເອກອັກຄະລັດຖະທູດຂອງຈີນ, ໄທ, ແລະ ເມົາດີບ ປະຈຳ EU ພ້ອມທັງສຳເນົາໃຫ້ຄະນະຜູ້ແທນ EU ທີ່ກ່ຽວຂ້ອງ.

ໃນກໍລະນີຂອງເອວກົວດໍ, ຄະນະ​ກຳມາທິການ​ຂອງ EU ໄດ້​ເຮັດບົດສະເໜີທາງດ້ານ​ນິຕິກຳ ​ທີ່​ຢູູ່ນອກ​ກອບ​ທາງດ້ານກົດໝາຍຂອງ GSP ​ສຳລັບ​ລະບຽບ​ການ​ທີ່​ຈະ​ເຮັດ​ໃຫ້​ເອກົວ​ດໍ​ ສາມາດໄດ້​ຮັບ​ການຫຼຸດຕາອັດຕາພາສີແບບດຽວກັນ (ຕົວຢ່າງ: ການເພີ້ມເຕີມ​ສິດທິ​ພິ​ເສດ​ດ້ານ​ການ​ຄ້າຢ່າງມີປະສິດທິພາບ ຜ່ານລະບົບ​ GSP+ ພ້ອມ​ກັບ​ໃຫ້​ສອດຄ່ອງ​ກັບ​ລະບຽບ​ແຫຼ່ງກຳ​ເນີ​ດສິນຄ້າ ​ຕົວຢ່າງ: ການ​ນຳ​ໃຊ້​ຟອມເອ ​ແລະ ກົດ​ການ​ສະ​ສົມ​ມູນ​ຄ່າ) ດັ່ງ​ທີ່​ໄດ້​ລະບຸ​ໄວ້​ໃນ​ວັນ​ທີ 12 ທັນວາ 2014 ທີ່ໄດ້ມີການລິເລີ່ມການເຈລະຈາສັນຍາການຄ້າລະຫວ່າງ EU ແລະ ເອວກົວ​ດໍ ວ່າງບໍ່ດົນມານີ້. ລະບຽບ​ການ​ນີ້​ແມ່ນ​ໃກ້ຈະ​ຖືກ​ຮັບຮອງ​ຢ່າງແນ່ນອນກ່ອນທ້າຍ​ປີ 2014 ໂດຍຜູ້ສ້າງ ນິຕິກຳຮ່ວມກັນ ​ແລະ ຈະ​ມີ​ຜົນ​ນຳ​ໃຊ້​ນັບ​ແຕ່​ວັນ​ທີ 01 ມັງກອນ 2015 (​ໃນ​ກໍລະນີ​ການ​ຮັບຮອງ​ມີ​ຄວາມ​ຊັກ​ຊ້າ, ​ຜູ້ສົ່ງອອກ ສາມາດຂໍອອກຟອມເອ ຢ້ອນຫຼັງໄດ້) ລະບຽບການ​ທີ່ຢຸດນິ້ງນີ້​ແມ່ນ​ຈະຖືເປັນລະບຽບ​ການ​ຊົ່ວ​ຄາວຈົນ​

ກ່ວາ​ສັນຍາ​ການ​ຄ້າ​ລະຫວ່າງ EU ແລະ  Ecuador ຈະ​ຖືກ​ນຳ​ໃຊ້ ​ແຕ່ບໍ່​​ໃຫ້ເກີນ​ວັນ​ທີ 31 ທັນວາ 2016.

ສຳລັບ ​ໄທ (ຊຶ່ງ​ນອນ​ຢູ່​ໃນ​ ASEAN, ຕົວຢ່າງ: ກຸ່ມການ​ສະ​ສົມ​ກຸ່ມທີ I) ​ແລະ ​ເມົາ​ດິບ (ຊຶ່ງ​ນອນ​ຢູ່​ໃນ​ SAARC, ກຸ່ມການ​ສະ​ສົມ​ ກຸ່ມທີ III). ສອງ​ປະ​ເທດ​ນີ້​ແມ່ນ​ຈະ​ບໍ່​ມີສິດເຂົ້າຮ່ວມການດຳເນີນການສະສົມແບບພາກພື້ນໄດ້ອີກຕໍ່ໄປ ​ແລະ ບັນດາປະເທດທີ່ໄດ້ຮັບສິດທິພິເສດທີ່ຍັງເຫຼືອ ໃນກຸ່ມ/ພາກພື້ນທີ່ກ່າວມານັ້ນ ແມ່ນບໍ່ມີສິດ ນຳໃຊ້ວັດຖຸດິບທີ່ມີແຫຼ່ງກຳເນີດໃນໄທ ຫຼື ເມົາດິບ ພາຍໃຕ້ກົດການສະສົມໄດ້ອີກຕໍ່ໄປ[1].​

ໂດຍອີງ​ໃສ່​ມາດຕາທີ 86(2)(a) ຂອງ​ລະບຽບ​ການ​ເລກທີ (EEC) 2454/93 (ທີ່​ໄດ້​ຖືກແກ້ໄຂໂດຍ​ລະ ບຽບ​ການ​ເລກທີ (EU)1063/2010 ​ແລະ 530/2013) ຊຶ່ງພາຍຫຼັງເອີ້ນວ່າ “ລະບຽບແຫຼ່ງກຳເນີດສິນຄ້າພາຍ ໃຕ້ສິດທິພິເສດທົ່ວໄປທາງດ້ານການຄ້າ”, ການປ່ຽນແປງນີ້ ຈະກະທົບຕໍ່ສິນຄ້າສົ່ງອອກ ຈາກບັນດາປະເທດທີ່ໄດ້ຮັບສິດທິພິເສດທາງດ້ານການຄ້າຂອງ EU ທີ່ນອນໃນບັນດາກຸ່ມການສະສົມ ດັ່ງກ່າວ ນັບຈາກວັນທີ 01 ມັງກອນ 2015. ບັນດາປະເທດເຫຼົ່ານີ້ ແມ່ນບໍ່ສາມາດອອກ ຫຼື ທຳການພິສູດແຫຼ່ງກຳເນີດສິນຄ້າ ໃຫ້ແກ່ສິນຄ້າທີ່ນຳໃຊ້ ວັດຖຸດິບທີ່ມີແຫຼ່ງກຳເນີດຈາກ ໄທ ແລະ ເມົາດິບໄດ້ອີກຕໍ່ໄປ.  ໂດຍປາສະຈາກການນຳໃຊ້ກົດການສະສົມແບບ ພາກພື້ນແລ້ວ ສິນຄ້າດັ່ງກ່າວ ແມ່ນຈະຖືເປັນສິນຄ້າທີ່ບໍ່ໄດ້ແຫຼ່ງກຳເນີດ.  (ຕົວຢ່າງ: ວັດຖຸດິບດັ່ງກ່າວ ອາດຖືກ ປຸງແຕ່ງພຽງເລັກນ້ອຍແທນທີ່ຈະຖືກປຸງແຕ່ງຢ່າງພຽງພໍ).

ອີກຜົນກະທົບໜຶ່ງທີ່ຕ້ອງໄດ້ສະເໜີແມ່ນ ກ່ຽວພັນກັບສະຖານະຂອງບາງປະເທດ ໃນຖານະເປັນສູນກາງທາງການຂົນສົ່ງ, ຕົວຢ່າງ: ໄທ ທີ່ເປັນສູນກາງການຂົນສົ່ງໃນພາກພື້ນອາຊຽນ. ໂດຍອີງໃສ່ມາດຕາທີ 86(4), ວັກຍ່ອຍທີ່ 02 ແລະ 03 ຂອງລະບຽບແຫຼ່ງກຳເນີດສິນຄ້າພາຍໃຕ້ GSP, ໜ່ວຍງານທີ່ໄດ້ຮັບສິດໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ຂອງປະເທດທີ່ສົ່ງອອກສິນຄ້າໄປຫາ EU ແລະ ໃນກໍລະນີທີ່ບໍ່ໄດ້ເຮັດການປຸງແຕ່ງ ແມ່ນມີສິດ ຢັ້ງຢືນແຫຼ່ງກຳເນີດຂອງສິນຄ້າດັ່ງກ່າວ ຕາບໃດທີ່ປະເທດນັ້ນ ຍັງເປັນປະເທດທີ່ໄດ້ຮັບສິດທິພິເສດທາງດ້ານການຄ້າ. ຕົວຢ່າງ: ແຫຼ່ງກຳເນີດຂອງປະເທດດັ່ງກາວ (ພາຍໃນພາກພື້ນດຽວກັນ) ທີ່ສິນຄ້າໄດ້ແຫຼ່ງກຳເນີດສິນຄ້າຕົວຈິງ. ຜົນກະທົບສຳລັບກໍລະນີນີ້ ກໍຄື ເມື່ອປະເທດທີ່ນອນຢູ່ໃນພາກພື້ນ ທີ່ເຮັດການສະສົມແຫຼ່ງກຳເນີດ ສູນເສຍສະຖານະໃນການເປັນປະເທດ ທີ່ໄດ້ຮັບສິດທິພິເສດຂອງ GSP ເຊັ່ນ: ໄທ ທີ່ສູນເສຍທັງສະຖານະພາບການເປັນ ປະເທດທີ່ໄດ້ຮັບສິດທິພິເສດ ທາງດ້ານການຄ້າຂອງ EU ແລະ ພ້ອມດຽວກັນ ກໍສູນເສຍສິດໃນການຢັ້ງຢືນແຫຼ່ງກຳເນີດຂອງ ສິນຄ້າທີ່ໄດ້ແຫຼ່ງກຳເນີດຈາກປະເທດອື່ນທີ່ຢູ່ໃນພາກພື້ນດຽວກັນ.

​ກາ​ນປ່ຽນ​ແປງ​ນີ້ ​ໄດ້​ມີ​ຜົນ​ກະທົບ​ຕໍ່​ພາກສ່ວນ​ທີ່​ກ່ຽວຂ້ອງ​ຕ່າງໆດັ່ງ​ນີ້:

1​. ຜົນກະທົບຕໍ່ໜ່ວຍງານທີ່ໄດ້ຮັບສິດ ໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ໃນປະເທດທີ່ສູນເສຍສະຖານະພາບການເປັນ ປະເທດທີ່ໄດ້ຮັບສິດທິພິເສດ GSP ເຊັ່ນ: ໄທ ແລະ ເມົາດິບ:

ປະເທດທີ່ຖືກຢຸດເຊົາໃຫ້ເປັນ ປະເທດທີ່ໄດ້ຮັບສິດທິພິເສດ (GSP) ຂອງ EU ຈະຖື​ເປັນປະເທດ​ທີ່ຂົນສົ່ງຜ່ານ ຫຼື ເກັບຮັກສາ ສິນຄ້າ ທີ່ໄດ້ແຫຼ່ງກຳເນີດຈາກ ບັນດາປະເທດທີ່ໄດ້ຮັບສິດທິພິເສດແບບທຳມະດາທົ່ວໄປ, ລວມທັງສິນຄ້າທີ່ໄດ້​ແຫຼ່ງກຳ​ເນີ​ດ ​ໂດຍ​ການສະສົມພາກ​ພື້ນທີ່ປະ​ເທດ​ດັ່ງ​ກ່າວນັ້ນ​ໄດ້​ເຄີຍ​ເປັນ​ສະມາຊິກ ໃນ​ເມື່ອ​ກ່ອນ.

ລະບຽບແຫຼ່ງກຳເນີດສິນຄ້າພາຍໃຕ້ GSP ແມ່ນອະນຸຍາດໃຫ້ແຍກ ການຂົນສົ່ງໃນປະເທດຂົນສົ່ງຜ່ານໃດໜຶ່ງ ໂດຍມີ​ເງື່ອນ​ໄຂ​ວ່າ ປະເທດດັ່ງກ່າວນັ້ນ ນັບຖື/ປະຕິບັດ ຫຼັກການ​ບໍ່ມີ​ການ​ປ່ຽນ​ແປງ​​ໃນ​ຕົວ​ສິນຄ້າ. ​ຫຼັກການນີ້ ​ແມ່ນ​ໄດ້​ຖືກ​ລະບຸ​ຢູ່​ໃນ​ມາດຕາ​ທີ 74 (1): “ ສິນຄ້າທີ່ແຈ້ງອອກເພື່ອຈໍລະຈອນຢູ່ໃນສະຫະພາບເອີລົບ ຈະຕ້ອງເປັນສິນຄ້າອັນດຽວກັນກັບສິນຄ້າທີ່ສົ່ງອອກໂດຍ ປະເທດທີ່ໄດ້ຮັບສິດທິພິເສດດ້ານການຄ້າ ຊຶ່ງ​ສິນຄ້າ​ເຫຼົ່ານັ້ນ ຖື​ວ່າ​ເປັນ​ສິນຄ້າ​ທີ່​ໄດ້​​ແຫຼ່ງກຳ​ເນີ​ດ ​ແລະ ສິນຄ້າ​ເຫຼົ່ານັ້ນຈະຕ້ອງບໍ່ຖືກປ່ຽນແປງ, ປ່ຽນຮູບ​ໃດໆ ຫຼື ບໍ່ຜ່ານ​ຂະ​ບວນການ​ໃດໜຶ່ງ ນອກ​ເໜືອຈາກຂະ​ບວນການ​ເກັບຮັກສາໃຫ້ຢູ່ໃນສະພາບດີ ກ່ອນ​ສິນຄ້າ​ຈະ​ຖືກ​ແຈ້ງ​ເຂົ້າຈໍລະຈອນໃນ​ສະຫະ​ພາບເອີລົບ. ການເກັບຮັກສາສິນຄ້າ ຫຼື ການຂົນສົ່ງ ແລະ ການແຍກການຂົນສົ່ງອາດຈະເກີດຂື້ນໄດ້ ໃນກໍລະນີ​ຂະ​ບວນການ​ດັ່ງກ່າວ​ ຖືກ​ດຳ​ເນີນ ພາຍໃຕ້ຄວາມຮັບຜິດຊອບຂອງຜູ້ສົ່ງອອກ (…) ແລະ ສິນຄ້ານັ້ນ ຍັງ​ຄົງ​ຢູ່ພາຍໃຕ້ການຕິດຕາມກວດກາຂອງ ເຈົ້າໜ້າທີ່ພາສີຂອງປະເທດຂົນສົ່ງຜ່ານ”.

 ສິ່ງສຳຄັນທີ່ຄວນເອົາໃຈໃສ່ແມ່ນ ສິນຄ້າທີ່ຂົນສົ່ງຜ່ານນັ້ນ ຕ້ອງຢູ່ໃນການຕິດຕາມກວດກາຂອງເຈົ້າໜ້າທີ່ພາສີ. ນອກນັ້ນ, ຕ້ອງຮັບປະກັນວ່າການສອດຄ່ອງກັບ ​ຫຼັກການ​ບໍ່​ມີ​ການ​ປ່ຽນ​ແປງ​ໃນຕົວສິນຄ້າ ​ຕົກ​ຢູ່​ໃນໜ້າທີ່​ຮັບຜິດຊອບຂອງ​​ເຈົ້າໜ້າທີ່​ທີ່​ກ່ຽວຂ້ອງ ​ຂອງ​ປະ​ເທດຂົນ​ສົ່ງ​ຜ່ານ ຫາກ​ເຂົາ​ເຈົ້າ​ເຫັນດີຮັບ​ເອົາ​ຄວາມ​ຮັບຜິດຊອບ​ດັ່ງກ່າວ. ໃນຂະນະທີໜ່ວຍງານຜູ້ໄດ້ຮັບສິດໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຂອງ ປະເທດຜູ້ທີ່ໄດ້​ເຄີຍ​ໄດ້ຮັບສິດ ​ອາດຈະບໍ່ສາມາດອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ​ GSP ໄດ້ອີກຕໍ່​ໄປ (ລວມທັງສິນຄ້າທີ່ມີແຫຼ່ງກຳເນີດໃນປະເທດອື່ນໆ ພາຍໃນກຸ່ມ ຫຼື ພາກພື້ນ ທີ່ຍັງໄດ້ຮັບສິດທິພິເສດທາງດ້ານການຄ້າ), ໃນອະນາຄົດ​ເຂົາ​ເຈົ້າອາດຈະຖືກຮ້ອງຂໍ ໃຫ້ຢັ້ງຢືນວ່າສິນຄ້າທີ່​ໄດ້ສົ່ງຜ່ານ ຫຼື ​ໄດ້​ຖືກເກັບຮັກສາຢູ່ໃນເຂດແດນຂອງ ປະເທດດັ່ງກ່າວ ວ່າ​ໄດ້ຢູ່ພາຍໃຕ້ການຕິດ ຕາມກວດກາຂອງເຈົ້າໜ້າທີ່ພາສີ.

​ໂດຍອີງຕາມ ມາດຕາທີ 74 (2) ຂອງລະບຽບແຫຼ່ງກຳເນີດສິນຄ້າພາຍໃຕ້ GSP “ການສອດຄ່ອງກັບວັກທີ 1 ຈະຖືວ່າໄດ້ເງື່ອນໄຂ ​ເວັ້ນ​ເສຍ​ແຕ່​ວ່າ ​ເຈົ້າໜ້າທີ່​ພາສີ​ມີ​ເຫດຜົນ​ທີ່​ເຮັດ​ໃຫ້​ເຊື່ອ​​ໃນ​ດ້ານ​ກົງກັນຂ້າມ ຊຶ່ງ​ໃນ​ກໍລະນີ​ດັ່ງກ່າວ ​ເຈົ້າໜ້າທີ່​ພາສີ​ອາ​ດຂໍ​ໃຫ້​ຜູ້​ແຈ້ງ​ສິນຄ້າ​ສະໜອງຫຼັກຖານ​ ກ່ຽວກັບຄວາມ​ສອດຄ່ອງ ຊຶ່ງ​ອາດສະໜອງ​

ໃຫ້​ໃນ​ຮູບ​ແບບ​ຕ່າງໆ ລວມທັງ​ເອກະສານ​ຮັບ​ເໝົາຂົນ​ສົ່ງເຊັ່ນ: ​ໃບ​ຂົນ​ສົ່ງ ຫຼື ​ຫຼັກ​​ຖານ​ຕົວ​ຈິງ ​ຫຼື ຮູບປະທຳ ໂດຍ​

ອີງ​ຕາມ​ການ​​ເຮັດ​​ເຄື່ອງໝາຍ ຫຼື ການ​ເຮັດ​ໝາຍ​ເລກ​ຂອງສິ່ງ​ຫຸ້ມ​ຫໍ່​ສິນຄ້າ ຫຼື ຫຼັກຖານ​ອື່ນໆທີ່​ກ່ຽວຂ້ອງ​ກັບ​ຕົວ​ສິນຄ້າ​ເອງ”.

ໂດຍສອດຄ່ອງກັບມາດຕານີ້, ໃນ​ກໍລະນີ​ເຈົ້າໜ້າທີ່​ພາສີ​ມີ​ຄວາມ​ສົງ​ໃສ ຜູ້ປະກອບກິດຈະການສາມາດເລືອກວິທີ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສອດຄ່ອງ​ກັບ ​ຫຼັກການ​ທີ່​ບໍ່​ມີ​ການ​ປ່ຽນ​ແປງ​ຂອງ​ສິນຄ້າ ​ເຊັ່ນ: ສະ​ແດງ​​ເອ ກະສານ​ທີ່​​ເອີ້ນວ່າ “​​ໃບຢັ້ງຢືນວ່າ​ສິນຄ້າ​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ” (ຖ້າ​ວ່າ​ໃບຢັ້ງຢືນ​ດັ່ງກ່າວ​ອອກ​ໃຫ້​ໂດຍ ​ເຈົ້າໜ້າທີ່ພາສີ​ຂອງ​ປະ​ເທດ​ຂົນ​ສົ່ງ​ຜ່ານ). ຮູບ​ແບບ​ຂອງ​ໃບຢັ້ງຢືນ​ນັ້ນ ​ແມ່ນບໍ່​ໄດ້​ຖືກ​ກຳນົດ​ ​ແຕ່ຢ່າງ​ໜ້ອຍຕ້ອງ​ຢັ້ງຢືນ​ວ່າ ​ສິນຄ້າ​ແມ່ນຖືກຕ້ອງ​ຕາມ​ລາຍການ​ສິນຄ້າ​ຕົວ​ຈິງ (ຕົວຢ່າງ: ຕົວ​ສິນຄ້າ ​ແລະ ປະລິມານ)  ທີ່ຢູ່​​ພາຍ​ໃຕ້ການ​ຕິດຕາມ ກວດກາ​ຂອງ​ເຈົ້າໜ້າທີ່​ພາສີ​ໃນ​ລະຫວ່າງການ​ຂົນ​ສົ່ງ​ຜ່ານ ຫຼື ການ​​ເກັບ​ຮັກສາ​ສິນຄ້າ​ໃນ​ປະ​ເທດ​ນັ້ນ.

2. ຜົນກະທົບຕໍ່ຜູ້ສົ່ງອອກ ຂອງປະເທດແຫຼ່ງກຳເນີດຂອງສິນຄ້າ

ຫຼັງຈາກວັນທີ 01 ມັງກອນ 2015, ຜູ້ປະກອບຈິດຈະການອາດສາມາດສືບ​ຕໍ່ນຳໃຊ້ປະເທດໄທ ແລະ ເມົາດິບ ​ເປັນ​ຖານ​ການ​ຂົນ​ສົ່ງ​ສິນຄ້າ (ຂົນ​ສົ່ງ​ຜ່ານ/​ເກັບ​ຮັກສາ​ສິນຄ້າ) ​ເພື່ອ​ສົ່ງສິນຄ້າໄປ EU. ບັນຫາໃນດ້ານການປະ ຕິບັດຈະເກີດຂື້ນໄດ້ໃນກໍລະນີບໍ່​ມີຂໍ້ມູນກ່ຽວກັບ​ອົງປະກອບ, ຜູ້​ຮັບ​ສິນຄ້າ ແລະ/ຫຼື ປາຍທາງຂອງ​ການຮັບສິນຄ້າສຸດ​ທ້າ​ຍທີ່​ສົ່ງ​ສິນຄ້າອອກ​ໄປ EU ບໍ່ສາມາດສະໜອງໃຫ້ໄດ້ ໃນເວລາທີ່ສິນຄ້າເຫຼົ່ານັ້ນຖືກສົ່ງອອກຄັ້ງທຳອິດຈາກປະ ເທດທີ່ໄດ້ຮັບສິດທິພິເສດ ຫາປະເທດທີ່ເປັນຖານການຂົນສົ່ງສິນຄ້າ ທີ່ບໍ່ໄດ້ຮັບສິດທິພິເສດຈາກ GSP ອີກຕໍ່ໄປ.

ໃນປະຈຸບັນ, ລະບຽບແຫຼ່ງກຳເນີດສິນຄ້າພາຍໃຕ້ສິດພິເສດທາງດ້ານການຄ້າ  ແມ່ນບໍ່ໄດ້ຮອງຮັບບັນຫານີ້.      ໃນດ້ານໜຶ່ງ, ປະເທດທີ່ຂົນສົ່ງຜ່ານຫຼືເກັບຮັກສາສິນຄ້າ ທີ່ສູນເສຍສະຖານະພາບການໄດ້ຮັບສິດທິພິເສດ ບໍ່ສາມາດອອກຟອມເອ ໄດ້ອີກຕໍ່ໄປ ແລະ ໃນອີກດ້ານໜຶ່ງ ປະເທດແຫຼ່ງກຳເນີດສິນຄ້າທີ່ໄດ້ສິດທິພິເສດ ບໍ່ມີສິດໃນການອອກຟອມເອ ຢ້ອນຫຼັງໄດ້ (ຕົວຢ່າງ: ທັນທີທີ່ຮູ້ປາຍທາງຂອງການຂົນສົ່ງ). ມາດຕາທີ 97 (2) ສະບັບປະຈຸບັນຂອງ ລະບຽບແຫຼ່ງກຳເນີດສິນຄ້າພາຍໃຕ້ສິດທິພິເສດທາງດ້ານການຄ້າ ຄາດການໄວ້ພຽງແຕ່ 2 ສະຖານະການສຳລັບການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຢ້ອນຫຼັງ ຊຶ່ງທັງສອງສະຖານະການນັ້ນບໍ່ກ່ຽວຂ້ອງກັບສະຖານະການໃນປະຈຸບັນ.

ຊ່ອງວ່າງດ້ານກົດໝາຍນີ້ ແມ່ນກຳລັງຢູ່ໃນຂັ້ນຕອນການແກ້ໄຂ. ລະບຽບແຫຼ່ງກຳເນີດສິນຄ້າພາຍໃຕ້ສິດທິພິເສດທາງດ້ານການຄ້າ ຄວນຖືກແກ້ໄຂໂດຍໄວ ເພື່ອເຮັດໃຫ້ເຈົ້າໜ້າທີ່ຂອງປະເທດທີ່ໄດ້ຮັບສິດທິພິເສດ ສາມາດອອກຟອມເອ ຢ້ອນຫຼັງໄດ້ ພາຍໃຕ້ສະຖານະການທີ 3. ຕົວຢ່າງ: ໃນກໍລະນີທີ່ປາຍທາງສຸດທ້າຍຂອງການມອບຮັບສິນຄ້າໄດ້ຖືກກຳນົດ ຫຼື ປ່ຽນແປງ ໃນລະຫວ່າງການຂົນສົ່ງຜ່ານ ຫຼື ເກັບຮັກສາສິນຄ້າ ໃນປະເທດທີ 3. ກົດລະ ບຽບທີ່ຄວນສ້າງຂຶ້ນ ເພື່ອແກ້ໄຂມາດຕາທີ 97 ຂອງລະບຽບແຫຼ່ງກຳເນີດສິນຄ້າ ເພື່ອຈຸດປະສົງດັ່ງກ່າວ ຄວນມີຜົນບັງຄັບໃຊ້ໃນເດືອນມັງກອນ ຫຼື ຢ່າງຊ້າສຸດ ໃນເດືອນກຸມພາ ປີ 2015. ກົດລະບຽບດັ່ງກ່າວ ຈະກຳນົດຈະແຈ້ງວ່າການແກ້ໄຂປັບປຸງໃນຄັ້ງນີ້ ແມ່ນມີຜົນບັງຄັບໃຊ້ຢ້ອນຫຼັງ ແຕ່ວັນທີ 1/1/2015.

ໂດຍອີງຕາມການປ່ຽນແປງດ່ັງກ່າວ, ຫຼັງຈາກວັນທີ 1/1/2015, ຜູ້ປະກອບການ ທີ່ທຳການສົ່ງອອກສິນຄ້າໄດ້ແຫຼ່ງກຳເນີດໄປສະຫະພາບເອີລົບ ໂດຍຜ່ານປະເທດຂົນສົ່ງຜ່ານ/ເກັບຮັກສາສິນຄ້າ ທີ່ໄດ້ສູນເສຍສະຖານະພາບການເປັນປະເທດທີ່ໄດ້ສິດທິພິເສດທາງດ້ານການຄ້າຈາກສະຫະພາບເອີລົບ ຈະຕ້ອງໄດ້ຂໍອອກໃບຢັ້ງຢືນຟອມເອຢ້ອນຫຼັງຈາກເຈົ້າໜ້າທີ່ໃນປະເທດສິນຄ້າໄດ້ກຳເນີດ ແລະ ຈາກບ່ອນທີ່ສິນຄ້າໄດ້ຖືກສົ່ງອອກໃນຄັ້ງທຳອິດ. ຜູ້ປະ ກອບການ ສາມາດຍື່ນໃບຄຳຮ້ອງໃນເວລາສົ່ງອອກຄັ້ງທຳອິດຈາກປະເທດແຫຼ່ງກຳເນີດ ໃນກໍລະນີທີ່ຮູ້ປາຍທາງ ສຸດທ້າຍຂອງການຂົນສົ່ງແຕ່ເບື້ອງຕົ້ນ[2], ຫຼື ໃນເວລາສົ່ງອອກຈາກປະເທດຂົນສົ່ງຜ່ານ/ເກັບຮັກສາສິນຄ້າ ເມື່ອປາຍ ທາງສຸດທ້າຍຂອງການມອບຮັບສິນຄ້າໄດ້ຖືກກຳນົດ ຫຼື ປ່ຽນແປງ ໃນປະເທດຂົນສົ່ງຜ່ານ/ເກັບຮັກສາສິນຄ້າ.

ສິ່ງສຳຄັນທີ່ຄວນຊາບ ແມ່ນ ນັບແຕ່ວັນທີ 1 ມັງກອນ 2017 ຈະມີການຈັດຕັ້ງປະຕິບັດລະບົບການຢັ້ງ ຢືນແຫຼ່ງກຳເນີດສິນຄ້າດ້ວຍຕົວເອງ ໂດຍຜູ້ສົ່ງອອກທີ່ໄດ້ຂຶ້ນທະບຽນ, ຂັ້ນຕອນທີ່ກ່າວມາຂ້າງເທິງ ຈະມີຄວາມງ່າຍ ດາຍຫຼາຍ ເພາະວ່າຜູ້ສົ່ງອອກເອງຈະມີສິດເຮັດການພິສູດແຫຼ່ງກຳເນີດ ໃນຮູບແບບຂອງໃບແຈ້ງກ່ຽວກັບແຫຼ່ງກຳ ເນີດ ໃນເວລາຂອງການສົ່ງອອກຈາກສະຖານທີ່ເກັບຮັກສາ/ຂົນສົ່ງຜ່ານສິນຄ້າ.

3. ຜົນກະທົບຕໍ່ກັບ ເຈົ້າໜ້າທີ່ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ໃນປະເທດແຫຼ່ງກຳເນີດ ແລະ ຕໍ່ກັບການສົ່ງອອກສິນຄ້າ ໃນຄັ້ງທຳອິດ.

ພາຍຫຼັງລະບຽບແຫຼ່ງກຳເນີດສິນຄ້າ GSP ສະບັບປັບປຸງມີຜົນບັງຄັບໃຊ້, ໜ່ວຍງານທີ່ມີສິດໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຂອງປະເທດແຫຼ່ງກຳເນີດ ແລະ ການສົ່ງອອກຂອງສິນຄ້າໃນເບື້ອງຕົ້ນ ມີສິດຢັ້ງຢືນ ແຫຼ່ງກຳເນີດຂອງສິນຄ້າຢ້ອນຫຼັງ ໃນເວລາຂອງການສົ່ງອອກຈາກປະເທດຂົນສົ່ງຜ່ານ ຫຼື ເກັບຮັກສາສິນຄ້າ ໄປ EU. ເຫດການນີ້ຈະເກີດຂຶ້ນໃນກໍລະນີທີ່ບໍ່ຮູ້ປາຍທາງສຸດທ້າຍຂອງການມອບຮັບສິນຄ້າ ໃນເວລາສົ່ງອອກສິນຄ້າ ໄປຍັງປະເທດຂົນສົ່ງຜ່ານ/ເກັບຮັກສາສິນຄ້າ (ດັ່ງທີ່ໄດ້ສະເໜີພາຍໃຕ້ສະຖານະການ ທີ 3 ຂ້າງເທິງ).

ສຳລັບປະເທດທີ່ຂົນສົ່ງຜ່ານແມ່ນບໍ່ຈຳເປັນຕ້ອງອອກຟອມເອ ດັ່ງກໍລະນີປະຈຸບັນພາຍໃຕ້ກົດການສະສົມພາຍໃນກຸ່ມ (ທີ່ຮ້ອງວ່າການສະສົມໂດຍບໍ່ຜ່ານຂະບວນການປຸງແຕ່ງ). ໃນທາງກົງກັນຂ້າມ, ຟອມເອ ແມ່ນຈະອອກໂດຍເຈົ້າໜ້າທີ່ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຂອງປະເທດແຫຼ່ງກຳເນີດ ແລະ ການສົ່ງອອກເບື້ອງຕົ້ນ ແມ່ນ ຈະຖືກນຳໃຊ້ໂດຍກົງໂດຍຜູ້ນຳເຂົ້າໃນ EU.

ດາວໂຫຼດ: PDF

 


[1] ສຳລັບ ຈີນ ແມ່ນບໍ່ໄດ້ນອນໃນກຸ່ມສະສົມແຫຼ່ງກຳເນີດໃດໜຶ່ງ.

[2] ໂດຍມີເງື່ອນໄຂວ່າ ສິນຄ້ານັ້ນແມ່ນບໍ່ໄດ້ຢູ່ປະເທດຂົນສົ່ງຜ່ານນັ້ນ ດົນເກີນໄປ ເພື່ອຫຼີກລ້ຽງຄວາມສ່ຽງທີ່ໃບຢັ້ງຢືນແຫຼ່ງກຳ ເນີດ ຈະໝົດອາຍຸກ່ອນຖືກນຳໃຊ້.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.