ເພື່ອ​ເປັນ​ການສ້າງຂີດຄວາມສາມາດ ໃຫ້ແກ່ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ຂອງອາຊຽນ, ໂດຍແນໃສ່ເຮັດໃຫ້ສູນຂໍ້ມູນການ​ຄ້າອາຊຽນ ຫຼື ATR (ASEAN Trade Repository) ມີເນື້ອໃນຢ່າງສົມບູນ, ຄົບຖ້ວນ, ຫຼາກຫຼາຍ ແລະ ໂປ່ງໃສ. ກ່ອນ​ອື່ນ, ບັນດາສະມາຊິກ ອາຊຽນ ຕ້ອງມີສູນ​ຂໍ້​ມູນການ​ຄ້າ​ແຫ່ງ​ຊາດ ຫຼື NTR (National Trade Repository).

ເນື່ອງຈາກວ່າ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໄດ້ຖືກອອກແບບໃຫ້ມີ​ຄວາມສະດວກ ແລະ ງ່າຍດາຍ ໃນການນໍາໃຊ້, ແລະ ການຄົ້ນຫາຂໍ້ມູນດ້ານການຄ້າແມ່ນສາມາດເຮັດໄດ້ໃນຫຼາກຫຼາຍຮູບແບບ ​ເຊິ່ງປະຈຸ​ບັນ ສູນ​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ການ​ຄ້າ ຂ​ອງ ສປປ ລາວ ​ໄດ້​ເປັນ​ທີ່​ຮັບ​ຮູ້​ຢ່າງ​ກ້ວາງ​ຂວາ​ງທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ນອກ​ຈາກ​ນີ້, ສູນຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ການ​ຄ້າ​ດັ່ງກ່າວ ຍັງ​ເປັນ​ຮູບ​ແບບ​ຂອງ​ການ​ພັດທະນາ​ເວັບ​ໄຊ້ ທີ່ຫຼາຍປະ​ເທດ​ໃຫ້​ຄວາມ​ສົນ​ໃຈ​ເພື່ອ​ນຳ​ເອົາ​ໄປ​ເປັນ​ຕົວ​ແບບ​ໃນ​ການ​ສ້າງ ​ແລະ ພັດທະນາ​ສູນ​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ການ​ຄ້າ​ຂອງ​ເຂົາ​ເຈົ້າ. ​ໃນປີຜ່ານມາ, ກະຊວງ ອຄ ລາວ ກໍ​ເຄີຍ​ໄດ້​ມອບ source code ​ເວັບໄຊ້ຂອງ Lao Trade Portal ​ໃຫ້​ແກ່ຣາຊະ​ອານາຈັກ​ເລ​ໂຊ​ໂທ (​ເລ​ໂຊ​ໂທ​ເປັນ​ປະ​ເທດໜຶ່ງຢູ່​ໃນ​ທະວີບອາ​ຟຣິກາ) ​ແລະ ​ໄດ້​ເປີ​ດນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 26 ມີນາ 2014.

​ໃນ​ວາລະ​ຢ້ຽມຢາມ​ຄັ້ງນີ້, ກະຊວງ​ ອຄ ລາວ ກໍ​ໄດ້​ເຊັນ​ບົດ​ບັນທຶກຊ່ວຍ​ຈຳ (MoU) ກ່ຽວກັບ​ການ​ມອບ source code ​ເວັບ​ໄຊ້ຂອງ  Lao Trade Portal ​ໃຫ້​ກະຊວງ​ການ​ຄ້າມຽນມາ ​ໂດຍ​ການ​ເຊັນ​ມອບ​ຂອງ ​ທ່ານ ນາງ ​ເຂັມມະນີ ພົນ​ເສນາ, ລັດຖະມົນ​ຕີ​ວ່າການ​ກະຊວງ ​ອຄ ລາວ ​ແລະ ​ໃນ​ໂອກາດ​ທີ່ຄະນະກະຊວງ​ການ​ຄ້າມຽນມາ ​ໄດ້​ເຂົ້າພົບ​ທ່ານ ລັດຖະມົນຕີ​ກະຊວງ ອຄ ລາວ, ທ່ານ ລັດຖະມົນຕີ ກໍ​ໄດ້​ກ່າວ​ຍິນ​ດີ​ຕໍ່ກັບ​ການ​ຮ່ວມ​ມື ​ເພື່ອ​​ເປັນ​ການ​ຊ່ວຍ​ເຫຼືອ ​ແລະ ​ແລກປ່ຽນບົດຮຽນ ລະຫວ່າງ​ປະ​ເທດ​ດ້ອຍ​ພັດທະນາ​ດ້ວຍ​ກັນ​ໃຫ້ສາມາດ​ແຂ່ງ​ຂັນ​ກັບປະ​ເທດ​ອື່ນ. ພ້ອມ​ນັ້ນ, ກໍ​ຍັງສະໜັບສະໜຸນ​​ໃຫ້​ສືບຕໍ່​ແລກປ່ຽນບົດ​ຮຽນນຳ​ກັນ​ລະຫວ່າງສອງ​ປະ​ເທດ ກໍ​ຄື 2 ກະຊວງ ​ໃຫ້​ແໜ້ນ​​ແຟ້ນຂຶ້ນ​ເລື້ອຍໆ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.