ກອງປະຊຸມຝຶກອົບຮົມ​ຄັ້ງ​ນີ້​ຈັດ​ຂື້ນ​ເພື່ອ​ເປັນ​ການ​ເສີມ​ສ້າງ​ທັກ​ສະ​ ແລະ ຄວາມສາມາດ ໃຫ້ເຈົ້າໜ້າທີ່ຂອງພາກລັດ ຂອງບັນດາປະເທດໃນພາກພື້ນ ທີ່ເຮັດວຽກໃນດ້ານວຽກງານ ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ໃນ​ການປະເມີນ, ​ວິ​ເຄາະ​ ແລະ ຮຽນຮູ້ວິທີການໃນການເຮັດບົດລາຍການຜົນ​ກະທົບຂອງ NTMs ທີ່ມີຕໍ່ດ້ານເສດຖະກິດ ໂດຍມີຊ່ຽວຊານຈາກທາງທະນະຄານໂລກ ມາເປັນຜູ້ບັນຍາຍ. ໃນຂະນະດຽວກັນກໍ່ເປັນການເປີດໂອກາດໃຫ້ຜູ້ເຂົ້າຮ່ວມຈາກບັນດາປະເທດອ້ອມຂ້າງ ມີໂອກາດໃນການສົນທະນາ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພຶ່ອເປັນການສ້າງຄວາມໂປ່ງໃສທາງດ້ານການຄ້າ ໂດຍສະເພາະ ແມ່ນການຄ້າລະຫວ່າງປະເທດ.

​ໃນການສຳມະນາຄັ້ງນີ້ ໄດ້ແບ່ງອອກເປັນ 3 ພາກຄື: ພາກ ທິດສະດີ, ພາກເຮັດບົດຝຶກຫັດ ແລະ ພາກແລກປ່ຽນຄວາ​ມຄິດເຫັນ. ບັນດານັກສຳມະນາກອນ ໄດ້ມີໂອກາດຮຽນຮູ້ເຕັກນິກຕ່າງໃນການເກັບກຳຂໍ້ມູນ ແລະ ວິທີການວິເຄາະຂໍ້ມູນແບບວິທະຍາສາດ ຊຶ່ງໜຶ່ງໃນນີ້ກໍ່ແມ່ນການນຳໃຊ້ ໂປຼແກມ WITS ຊຶ່ງເປັນໂປຼແກມໜຶ່ງຂອງທະນະຄານໂລກ ທີ່ໃຊ້ໃນການສັງລວມ ຂໍ້ມູນການນຳເຂົ້າສົ່ງອອກ ຂອງປະເທດຕ່າງໆໃນໂລກ ໂດຍສະເພາະແມ່ນປະເທດ ທີ່ໄດ້ມີການແຈ້ງຂໍ້ມູນການນຳເຂົ້າ ແລະ ສົ່ງອອກໄປໃຫ້ທາງທະນະຄານໂລກ. ພ້ອມດຽວກັນ ໄດ້ເປີດໂອກາດໃຫ້ພາກທຸລະກິດເຂົ້າຮ່ວມ ຝຶກອົບຮົມ ຮັບ​ຟັງ, ​ແລກປ່ຽນ ຄໍາຄິດເຫັນກ່ຽວກັບບັນຫາ ຫຼື ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ໃນການຈັດຕັ້ງປະຕິບັດມາດຕະການ NTMs. 

ເຊັ່ນດຽວກັນ ຜູ້ເຂົ້າຮ່ວມຍັງໄດ້ມີໂອກາດເຮັດບົດຝຶກຫັດ ທີ່ທາງຊ່ຽວຊານຈາກທະນະຄານໂລກໄດ້ຈັດກຽມໄວ້ ເພື່ອເຮັດໃຫ້ແຕ່ລະຄົນມີຄວາມເຂົ້າໃຈແຈ້ງ ກ່ຽວກັບວຽກງານດັ່ງກ່າວ. ມື້ສຸດທ້າຍຂອງກອງປະຊຸມຝຶກອົບຮົມ ໄດ້ມີການເປີດໂອກາດໃຫ້ຜູ້ເຂົ້າຮ່ວມຈາກບັນດາປະເທດອ້ອມຂ້າງລາຍງານ ແລະ ມີຄວາມເຫັນຕໍ່ການຈັດຕັ້ງປະຕິບັດໂຄງການ NTMs ໃນປະເທດຂອງຕົນ. ຊຶ່ງສ່ວນຫຼາຍແມ່ນຍັງຢູ່ໃນຂັ້ນຕອນການສັງລວມຂໍ້ມູນ ເພື່ອທີ່ຈະມາຈັດປະເພດມາດຕະການ. ການຝຶກອົບຮົມຄັ້ງນີ້ໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ເປັນມິດ. ບັນດານັກສຳມະນາກອນທາງຫຼາຍ ໄດ້ສະແດງຄວາມເອົາໃຈໃສ່ຕໍ່ບົດຮຽນ ກໍ່ຄືແຕ່ລະຫົວຂໍ້ທີ່ທາງຊ່ຽວຊານໄດ້ນຳສະເໜີ ຊຶ່ງສາມາດສະຫຼຸບໄດ້ວ່າ ເປັນການຝຶກອົບຮົມທີ່ມີຄວາມໝາຍຄວາມສຳຄັນຫຼາຍ ແລະ ອາດກາຍເປັນບາດກ້າວໜຶ່ງ ເພື່ອເຊື່ອມ​ໂຍງຄວາມສາມັກຄີກັບບັນດາປະເທດ​ໃນພາກພື້ນໂດຍສະເພາະແມ່ນ ປະເທດທີ່ໄດ້ເຂົ້າຮ່ວມກັນຝຶກອົບຮົມຄັ້ງນີ້.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.