ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກຳ ແລະ ປ່າໄມ້
ເລກທີ 0419/ກປ
ນະຄອນຫຼວງວຽງຈັນ, ວັນທີ 13 ມີນາ 2015

ຄຳສັ່ງ
ຂອງ ລັດຖະມົນຕີ
ກ່ຽວກັບ ການເພີ້ມທະວີຄວາມເຂັ້ມງວດ ໃນການກວດກາ ແລະ ຢັ້ງຢືນສຸຂານາໄມພືດ ສຳລັບ
ພືດ ແລະ ຜະລິດຕະພັນພືດ ສົ່ງອອກ ໄປຍັງບັນດາປະເທດສະຫະພາບເອີຣົບ (
EU)

ເຖິງ:  ທ່ານຫົວຫນ້າ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ແລະ ທຸກພາກສ່ວນ ທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດ.

  • ອີງຕາມ ກົດຫມາຍ ວ່າດ້ວຍ ການປ້ອງກັນພືດ ສະບັບເລກທີ 06/ສພຊ, ລົງວັນທີ 09/12/2008.
  • ອີງຕາມ ດຳລັດ ແນະນຳປະຕິບັດ ກົດຫມາຍວ່າດ້ວຍການປ້ອງກັນພືດ ສະບັບເລກທີ 229/ລບ, ລົງວັນທີ 31/05/2012
  • ອີງຕາມການແຈ້ງການຂອງຄະນະກຳມະທີການ ອີຢູ ກ່ຽວກັບ ສຸຂະພາບ ແລະ ຜູ້ຊົມໃຊ້ສະບັບເລກທີ(2015) 709661, ລົງວັນທີ 19/02/2015 (Ref. Ares(2015)709661 – 19/02/2015).
  • ອີງຕາມບົດລາຍງານຂອງກົມປູກຝັງ ສະບັບເລກທີ 024/ກປຝ, ລົງວັນທີ 27/02/2015.

ເພື່ອສ້າງຄວາມເຊື່ອຫມັ້ນ ແລະ ປົກປ້ອງພາບພົດຂອງຜະລິດຕະພັນກະສິກຳ ແລະ ປ່າໄມ້ ເວົ້າລວມ, ເວົ້າສະເພາະການຜະລິດພືດຜັກເປັນສິນຄ້າ ຢູ່ ສປປ ລາວ ທີ່ກຳລັງມີທ່າອ່ຽງສົ່ງອອກໄປຕ່າງປະເທດ ນັບມື້ນັບຂະຫຍາຍໂຕ ຊື່ງເປັນທີ່ຍອມຮັບ ຂອງຕະຫລາດ ພາກພື້ນ ແລະ ສາກົນ. ເພື່ອຫລືກເວັ້ນຜົນກະທົບ ຕໍ່ ຜະລິດຕະພັນພືດຜັກຂອງ ສປປ ລາວ ໄປຍັງ ບັນດາປະເທດສະຫະພາບເອີຣົບ ພ້ອມທັງຮັບປະກັນການປະຕິບັດຕາມມາດຕະຖານສາກົນ ດ້ານມາດຕະການສຸຂານາໄມພືດ ຂອງສົນທິສັນຍາປ້ອງກັນພືດສາກົນ ( IPSMs, IPPC) ແລະ ລະບຽບການນຳເຂົ້າດ້ານສຸຂານາໄມພືດ ຂອງສະຫະພາບເອີຣົບ ຫລື ອີຢູ.

ລັດຖະມົນຕີ ວ່າການ ກະຊວງກະສິກຳ ແລະ ປ່າໄມ້ ອອກຄຳສັ່ງ:

1.  ມອບໃຫ້ ກົມປູກຝັງ ອອກແຈ້ງການ, ສ້າງຄູ່ມືວິຊາການ ກ່ຽວກັບ ຫລັກການ ແລະ ວິທີການດ້ານສຸຂານາໄມພືດ ສຳລັບ ການສົ່ງອອກພືດ, ຜະລິດພັນພືດ ໄປຍັງ ບັນດາປະເທດສະຫະພາບເອີຣົບ, ຈັດກອງປະຊຸມວິຊາການ, ທັດສະນະສຶກສາ ເພື່ອຖອດຖອນບົດຮຽນ ແລະ ປະສົບປະການ ກັບຕ່າງປະເທດໂດຍສະເພາະແມ່ນ ສສ ຫວຽດນາມ, ລາຊະອານາຈັກໄທ, ພ້ອມທັງຝຶກອົບຮົມ, ເຜີຍແຜ່ ແລະ ແນະນຳວິທີການຈັດຕັ້ງປະຕິບັດໂດຍໃຫ້ລົງເລິກແຕ່ລະມາດຕະການລະອຽດໃຫ້ສອດຄ່ອງຕາມມາດຕະຖານສາກົນດ້ານມາດຕະການສຸຂານາໄມພືດ ຂອງ ສົນທິສັນຍາປ້ອງກັນພືດສາກົນແລະ ລະບຽບການນຳເຂົ້າດ້ານສຸຂານາໄມພືດ ຂອງ ບັນດາປະເທດສະຫະພາບເອີຣົບ;

2.  ໃຫ້ກົມປູກຝັງໃນນາມເປັນອົງການປ້ອງກັນພືດແຫ່ງຊາດ ( NPPO) ແຈ້ງໃຫ້ ອົງການປ້ອງກັນພືດຂອງປະເທດນຳເຂົ້າ ກ່ຽວກັບການປອມແປງໃບຢັ້ງຢືນສຸຂານາໄມພືດ ຫລື ໃບຢັ້ງຢືນສຸຂານາໄມພືດ ທີ່ບໍ່ຖືກຕ້ອງຕາມຫລັກການປ້ອງກັນພືດທີ່ໄດ້ກຳນົດໄວ້ ໃຫ້ທັນກັບສະພາບການ ເພື່ອສ້າງຄວາມເຊື່ອຫມັ້ນໃຫ້ແກ່ລະບົບການກວດກາ ແລະ ການຢັ້ງຢືນສຸຂານາໄມພືດ ຂອງ ສປປ ລາວ

3.  ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫລວງ ຊີ້ນຳ ຂະແຫນງປູກຝັງ ແລະ ດ່ານປ້ອງກັນພືດໃນຂອບເຂດທົ່ວປະເທດ ຢຸດຕິ ແລະ ເອົາໃຈໃສ່ສະກັດກັ້ນການອອກໃບຢັ້ງຢືນສຸຂານາໄມພືດ ໃຫ້ພືດ ແລະ ຜະລິດຕະພັນພືດ ທີ່ບໍ່ແມ່ນຜະລິດຕະພັນກະສິກຳ ແລະ ປ່າໄມ້ ຫລື ປູກ ຢູ່ໃນ ສປປ ລາວ ແລ້ວ ສົ່ງອອກຕໍ່ໄປປະເທດທີ່ 3 ໂດຍບໍ່ຖືກຕ້ອງຕາມລະບຽບກົດຫມາຍປ້ອງກັນພືດ ຂອງ ສປປ ລາວ ແລະ ມາດຕະຖານສາກົນ ດ້ານມາດຕະການສຸຂານາໄມພືດ ສະບັບ ທີ່ 7 ແລະ 12 ( ISPMs 7,12)

4.  ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫລວງ ຊີ້ນຳ ຂະແຫນງປູກຝັງ ແລະ ດ່ານປ້ອງກັນພືດໃຫ້ ເອົາໃຈໃສ່ການກວດກາ ພືດ, ຜະລິດຕະພັນພືດ ແລະ ແຫລ່ງປູກພືດ ຢ່າງເຂັ້ມງວດ ກ່ອນອອກໃບຢັ້ງຢືນສຸຂານາໄມພືດ ທຸກຄັ້ງ.

5.  ໃຫ້ທຸກພາກສ່ວນເສດຖະກິດພ້ອມກັນເອົາໃຈໃສ່ ແລະ ສະກັດກັ້ນການນຳເຂົ້າພືດ ແລະ ຜະລິດຕະພັນພືດ, ໂດຍສະເພາະແມ່ນ ພືດຜັກສົດ ເຊັ່ນ: ຜັກຫອມປ້ອມ, ຜັກບົວລະພາ, ຜັກກະເພົາ, ຫມາກເຜັດ, ຫມາກຖົ່ວ, ຫມາກເຂືອ, ຫມາກມະລະ... ທີ່ມາຈາກຕ່າງປະເທດ ແລ້ວສົ່ງອອກຕໍ່ ໃນນາມ ພືດ ແລະ ຜະລິດຕະພັນພືດ ຂອງ ສປປ ລາວ ໄປຍັງບັນດາປະເທດສະຫະພາບ ເອີຣົບ ທີ່ມີຄວາມສ່ຽງສູງຈາກການຕິດແປດສັດຕູພືດຕ່າງແດນ (Exotic pests) ຊຶ່ງອາດເກີດມີຜົນເສຍຫາຍທາງດ້ານເສດຖະກິດ ແລະ ຜົນກະທົບ ຕໍ່ ການຜະລິດກະສິກຳ ຂອງ ສປປ ລາວ ແລະ ປະເທດທີ່ນຳເຂົ້າ.

6.  ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫລວງ ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ຄຳສັ່ງສະບັບນີ້ ມາເປັນນິຕິກຳສະເພາະ ແລະ ແຜນຈັດຕັ້ງປະຕິບັດລະອຽດ ພາຍໃນ ແຂວງຂອງຕົນ

7.  ຄຳສັ່ງສະບັບນີ້ ມີຜົນສັກສິດ ແລະ ນຳໃຊ້ໄດ້ ນັບຕັ້ງແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້

(ເຊັນ ແລະ ປະທັບຕາ)
ວິໄລວັນ ພົມເຂ

ບ່ອນນຳສົ່ງ

  • ລັດຖະມົນຕີ ຊ່ວຍວ່າການ ກະຊວງ ກປ ທ່ານລະ     01 ສະບັບ
  • ກົມນະໂຍບາຍການຄ້າຕ່າງປະເທດ (ຈຸດແຈ້ງ SPS) 01 ສະບັບ
  • ກົມແຜນການ (ຈຸດສອບຖາມ SPS)    01 ສະບັບ
  • ກົມປູກຝັງ         01 ສະບັບ
  • ພະແນກ ກປ ແຂວງ, ນະຄອນຫລວງ    01 ສະບັບ
  • ຂະແຫນງປູກຝັງ    01 ສະບັບ
  • ດ່ານປ້ອງກັນພືດ    01 ສະບັບ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Order to Increase Strictness on Inspection and Phytosanitary Certification for Plant and Plant Product to EU PDF
2 ຄຳສັ່ງ ຂອງ ລັດຖະມົນຕີ ກ່ຽວກັບ ການເພິ້ມທະວີຄວາມເຂັ້ມງວດ ໃນ ການກວດກາ ແລະ ຢັ້ງຢືນສຸຂານາໄມພືດ ສຳລັບ ພືດ ແລະ ຜະລິດຕະພັນພືດ ສົ່ງອອກ ໄປຍັງ ບັນດາປະເທດສະຫະພາບເອີລົບ (EU) PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.