ທ່ານ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ ອຄ ສສ ຫວຽດນາມ ອະທິບາຍ​ສັນຍາ​ດັ່ງກ່າ​ວວ່າ: ຮ່າງ​ສັນຍາ​ການ​ຄ້າ​ຊາຍ​ແດນ ສະບັບນີ້ ຈະ​ສ້າງ​ເງື່ອນ​ໄຂ​ພິ​ເສດ​ເປັນອັນ​ສະ​ເພາະ​ໃຫ້​ແກ່​ການ​ພົວພັນ​ການ​ຄ້າ​ລະຫວ່າງ​ລາວ-​ຫວຽດນາມ, ປະກອບສ່ວນ​ເຂົ້າ​ໃນ​ການ​ເພິ່ມທະວີ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ-​ການ​ຄ້າ ​ແລະ ການ​ເຊື່ອມ​ໂຍງ​ໃນ​ຂອບ​ອາຊຽນ ​ແລະ ຂອບ​ປະ​ເທດ​ລຸ່ມ​ແມ່ນ້ຳຂອງ​ອັນ​ຈະ​ກາຍ​ເປັນ​ການ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ບັນດາ​ແຂວງ​ຊາຍ​​ແດນ​ຂອງ​ສອງ​ປະ​ເທດ ​ໃນ​ທຸກ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ສັງຄົມ ​ແລະ ວັດທະນະທຳ. ພ້ອມ​ທັງ​ເປັນ​ການ​ປະກອບສ່ວນ​ໃນ​ການກໍ່ສ້າງ​ເສັ້ນທາງ​ຊາຍ​ແດນ​ລາວ-​ຫວຽດນາມ ​ໃຫ້​ກາຍ​ເປັນ​ເສັ້ນທາງ​ການ​ແລກ​ປ່ຽນ, ສະຫງົບ, ມິດຕະພາບ ການ​ຮ່ວມ​ມື ​ແລະ ພ້ອມ​ກັນພັດທະນາ​ໃຫ້​ຍາວ​ນານ.

ທ່ານ ລັດ​ຖະມົນ​ຕີ​ວ່າການ​ກະຊວງ ​ອຄ ລາວ ກ່າວ​ວ່າ: ສຳລັບ​ຮ່າງ​ສັນຍາ​ກາ​ນຄ້າ​ຊາຍ​ແດນ​ທີ່ ທາງ ກະຊວງ ອຄ ຫວຽດນາມ ​ໄດ້ມາ​ອະທິບາຍເນື້ອໃນຮ່າງ​ສັນຍາ​​ນີ້, ​ເຮັດ​ແນວ​ໃດ​ພວກ​ເຮົາ​ໄດ້​ມີ​ການ​ເຊັນ​ສັນຍາ​ການ​ຄ້າ​ຊາຍ​ແດນ​ຮ່ວມ​ກັນ ທີ່ຈະ​ເປັນ​ການ​ສົ່ງ​ເສີມການ​ຄ້າ​ໃຫ້​ສຳ​ເລັດ. ​ໃນ​ທ້າ​ຍເດືອນ 6 ທີ່ຈະມາ​ເຖິງ​ນີ້ ທາງ​ກະຊວງ ອຄ ພວກ​ເຮົາ ຈະ​ສື​ບຕໍ່ຄົ້ນຄວ້າ​ຕໍ່ກັບຮ່າງສັນຍາ​ດັ່ງກ່າວ ​ແລະ ມອບ​ໃຫ້ ຕາງໜ້າຂະ​ແໜງການ​ກ່ຽວຂ້ອງ​ຂອງຝ່າຍ​ລາວ​ນຳ​ໄປ​ຄົ້ນຄວ້າ ​ເພື່ອ​ເຮັດ​ໃຫ້​ເກີດ​ຜົນ​ປະ​ໂຫຍ​ດທັງ​ສອງ​ຝ່າຍ.

ແຫຼ່ງທີ່​ມາ: ໜັງສື​ພິມ ​ເສດຖະກິດ-ການ​ຄ້າ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.