ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້​ ແມ່ນເພື່ອແຈ້ງໃຫ້ພາກທຸລະກິດສົ່ງອອກຮັບຊາບ ກ່ຽວກັບແຜນງານສໍາຫຼວດ ມາດຕະການດ້ານການຄ້າທີ່ບໍ່ແມ່ນພາສີ; ສ້າງຄວາມຮັບຮູ້ພື້ນຖານ ກ່ຽວກັບອຸປະສັກດ້ານການຄ້າ, ການຈັດປະເພດບັນດາມາດຕະການ NTMs, ລະບຽບດ້ານສຸຂານາໄມ ແລະ ສຸຂານາໄມພືດ (SPS) ແລະ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ (TBT) ໃຫ້ແກ່ພາກທຸລະກິດ; ​ແລະ ແຈ້ງໃຫ້ຮູ້ເຖິງຈຸດປະສົງ ແລະ ຂອບເຂດຂອງການດໍາເນີນການສຳຫຼວດ ແລະ ບົດວິໄຈ.

ທ່ານ ນາງ ມະນີວອນ ວົງໄຊ, ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກ່າວສະພາບໂດຍລວມ ໂຄງການທົບທວນຄືນ ມາດຕະການດ້ານການຄ້າທີ່ບໍ່ແມ່ນພາສີຂອງ ສປປ ລາວ ຊຶ່ງປະກອບມີ 2 ອົງປະກອບໃຫຍ່ຄື: 1) ທົບທວນຄືນມາດຕະການພາຍໃນ (ເບື້ອງນໍາເຂົ້າ) ແລະ 2) ການສໍາຫຼວດມາດຕະການຂອງຕ່າງປະເທດ (ເບື້ອງສົ່ງອອກ) ທີ່ຜູ້ສົ່ງອອກຂອງລາວພົບພໍ້. ສໍາລັບການທົບທວນຄືນມາດຕະການພາຍໃນ,  ກົມການນຳເຂົ້າ ແລະ ສົ່ງອອກ ແມ່ນໄດ້ສຳເລັດການສັງລວມ ແລະ ຈັດປະເພດມາດຕະການ NTM ແລ້ວເຜີຍແຜ່ຢູ່ໃນເວັບໄຊທ໌ Lao Trade Portal ເປັນທີ່ຮຽບຮ້ອຍ ໂດຍການເຮັດວຽກກັບແຕ່ຂະແໜງການພາກລັດທີ່ກ່ຽວຂ້ອງ ທີ່ຖືກແຕ່ງຕັ້ງເຂົ້າມາເປັນ ຈຸດປະສານງານຂອງໜ່ວຍງານ NTM ຫຼາຍຄັ້ງພໍສົມຄວນ. ສຳລັບແຜນງານການສຳຫຼວດມາດຕະການຂອງ ຕ່າງປະເທດນີ້ ກໍ່ຄືກອງປະຊຸມແຜນງານຄັ້ງນີ້ ໄດ້ກຳນົດເວລາການເຮັດວຽກປະມານ 3-4 ເດືອນ ຊຶ່ງຈະຖືກດຳເນີນງານໂດຍ ບໍລິສັດທີ່ປຶກສາ EDC ພາຍໃຕ້ການນຳພາຂອງທ່ານ Dr. Prabir De, ຊ່ຽວຊານໂຄງການ NTM ໂດຍການສະໜັບສະໜູນທາງດ້ານຂໍ້ມູນຂອງກົມການນຳເຂົ້າ ແລະ ສົ່ງອອກ.

ກອງປະຊຸມ​ໄດ້ດຳເນີນໄປໃນບັນຍາກາດອັນຟົດຟື້ນ, ມີ​ການສະເໜີແລກປ່ຽນສອບຖາມຢ່າງກົງ​ໄປ​ກົງ​ມາ ​ແລະ ໄດ້ຮັບໝາກຜົນຕາມຄາດໝາຍທີ່ວາງໄວ້ ຊຶ່ງຕາງໜ້າຈາກພາກທຸລະກິດ ໄດ້ຮັບຊາບ ແລະ ເຫັນດີເປັນເອກະພາບກັບ ແຜນງານສຳຫຼວດດັ່ງກ່າວ ເນື່ອງຈາກຫຼາຍປະເທດກໍ່ໄດ້ຈັດຕັ້ງປະຕິບັດໄປແລ້ວ, ທັງນີ້ກໍ່ເພື່ອຊ່ວຍບັນດາທຸລະກິດສົ່ງອອກຂອງ ລາວເຮົາ ໃຫ້ສາມາດສົ່ງອອກສິນຄ້າ ໄປແຂ່ງຂັນຢູ່ຕະຫຼາດຕ່າງປະເທດໄດ້ ແລະ ຈະໃຫ້ການຮ່ວມມືໃນການໃຫ້ສຳພາດ ແລະ ປະກອບຂໍ້ມູນທີ່ເປັນປະໂຫຍດຕໍ່ການສຳຫຼວດດັ່ງກ່າວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.